Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 11:25 - ພຣະຄຳພີລາວສະບັບສະໄໝໃໝ່

25 ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເລື່ອງ​ຂໍ້ລັບເລິກ​ນີ້ ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ຖືຕົນ ຄື​ອິດສະຣາເອນ​ບາງຄົນ​ຈະ​ມີ​ໃຈແຂງກະດ້າງ​ຈົນ​ກວ່າ​ຄົນຕ່າງຊາດ​ໄດ້​ເຂົ້າມາ​ຄົບ​ຈຳນວນ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

25 ພີ່ນ້ອງ​ທັງຫລາຍ​ເອີຍ ນີ້​ຄື​ຄວາມຈິງ​ອັນ​ລັບເລິກ ຊຶ່ງ​ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້ ເພື່ອ​ບໍ່​ໃຫ້​ພວກເຈົ້າ​ຄິດ​ຖື​ຕົນ​ວ່າ ເປັນ​ຄົນ​ສະຫລາດ, ຄື​ວ່າ​ຄວາມ​ດື້ດຶງ​ຂອງ​ຊົນຊາດ​ອິດສະຣາເອນ​ນັ້ນ​ມີ​ພຽງ​ຊົ່ວຄາວ, ຈົນກວ່າ​ຄົນຕ່າງຊາດ​ຈະ​ມາ​ຄົບ​ຈຳນວນ​ໃນ​ການ​ກັບຄືນ​ມາ​ຫາ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ໂຣມ 11:25
41 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ເພາະວ່າ​ຄວາມເລິກລັບ​ແຫ່ງ​ອານາຈັກ​ສະຫວັນ​ໃຫ້​ພວກເຈົ້າ​ຮູ້​ໄດ້, ແຕ່​ຄົນ​ເຫລົ່ານັ້ນ​ບໍ່​ໃຫ້​ຮູ້.


ພວກເຂົາ​ທັງຫລາຍ​ຈະ​ລົ້ມຕາຍ​ດ້ວຍ​ຄົມດາບ ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ ແລະ ຖືກ​ນຳ​ໄປ​ຍັງ​ທົ່ວ​ທຸກ​ປະເທດ. ຄົນຕ່າງຊາດ​ຈະ​ຢຽບຢ່ຳ​ເຢຣູຊາເລັມ​ຈົນ​ຄົບ​ເວລາ​ທີ່​ກຳນົດ​ຂອງ​ຄົນຕ່າງຊາດ.


ເຮົາ​ຍັງ​ມີ​ແກະ​ອື່ນ​ທີ່​ບໍ່​ແມ່ນ​ຂອງ​ຄອກ​ນີ້. ເຮົາ​ຈະ​ຕ້ອງ​ນໍາ​ແກະ​ເຫລົ່ານັ້ນ​ມາ​ເໝືອນກັນ. ແກະ​ເຫລົ່ານັ້ນ​ຈະ​ຟັງ​ສຽງ​ຂອງ​ເຮົາ​ເໝືອນກັນ ແລະ ຈະ​ຮວມ​ກັນ​ເປັນ​ຝູງ​ດຽວ ແລະ ມີ​ຜູ້ລ້ຽງ​ແຕ່​ຜູ້​ດຽວ.


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ເຮົາ​ໄດ້​ວາງແຜນ​ໄວ້​ຫລາຍ​ເທື່ອ​ແລ້ວ​ທີ່​ຈະ​ມາ​ຢ້ຽມຢາມ​ພວກເຈົ້າ (ແຕ່​ຈົນ​ເຖິງ​ດຽວນີ້​ກໍ​ຍັງ​ມີ​ເຫດ​ຂັດຂວາງ​ຢູ່) ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເກັບກ່ຽວ​ຜົນ​ບາງຢ່າງ​ໃນ​ທ່າມກາງ​ພວກເຈົ້າ ເໝືອນດັ່ງ​ທີ່​ເຮົາ​ໄດ້​ເກັບກ່ຽວ​ຜົນ​ໃນ​ທ່າມກາງ​ຄົນຕ່າງຊາດ​ອື່ນໆ.


ແຕ່​ຖ້າ​ການລ່ວງລະເມີດ​ຂອງ​ພວກເຂົາ​ໝາຍ​ເຖິງ​ຄວາມຮັ່ງມີ​ສຳລັບ​ໂລກ, ແລະ ການສູນເສຍ​ຂອງ​ພວກເຂົາ​ໝາຍ​ເຖິງ​ຄວາມຮັ່ງມີ​ສຳລັບ​ຄົນຕ່າງຊາດ​ແລ້ວ, ຄວາມສົມບູນ​ຂອງ​ພວກເຂົາ​ຍິ່ງ​ຈະ​ນຳ​ຄວາມຮັ່ງມີ​ມາ​ໃຫ້​ຫລາຍ​ເທົ່າໃດ​ນໍ!


ດ້ວຍວ່າ ຖ້າ​ເຈົ້າ​ຖືກ​ຕັດອອກ​ຈາກ​ຕົ້ນ​ທີ່​ເປັນ​ຕົ້ນໝາກກອກປ່າ​ຕາມ​ທຳມະຊາດ ແລະ ນຳ​ມາ​ຕໍ່​ກິ່ງ​ເຂົ້າ​ກັບ​ຕົ້ນໝາກກອກ​ບ້ານ​ທີ່​ຂັດ​ກັບ​ທຳມະຊາດ ຈະ​ງ່າຍ​ກວ່າ​ນັ້ນ​ຫລາຍ​ເທົ່າໃດ​ທີ່​ຈະ​ນຳ​ເອົາ​ກິ່ງ​ຕ່າງໆ​ຕາມ​ທຳມະຊາດ​ມາ​ຕໍ່​ເຂົ້າ​ກັບ​ຕົ້ນ​ເດີມ​ຂອງ​ມັນ​ເອງ!


ຈົ່ງ​ຢູ່​ຮ່ວມກັນ​ດ້ວຍ​ຄວາມປອງດອງ ຢ່າ​ອວດອົ່ງຈອງຫອງ ແຕ່​ຈົ່ງ​ເຕັມໃຈ​ຄົບຫາສະມາຄົມ​ກັບ​ຄົນ​ທີ່​ມີ​ຖານະ​ທີ່​ຕ່ຳ ຢ່າ​ອວດອົ່ງທະນົງຕົນ.


ບັດນີ້ ແດ່​ພຣະອົງ​ຜູ້​ສາມາດ​ເຮັດ​ໃຫ້​ພວກເຈົ້າ​ຕັ້ງໝັ້ນຄົງ​ຢູ່​ໂດຍ​ຂ່າວປະເສີດ​ຂອງ​ເຮົາ​ຄື ຂໍ້ຄວາມ​ທີ່​ເຮົາ​ໄດ້​ປະກາດ​ເລື່ອງ​ພຣະເຢຊູຄຣິດເຈົ້າ ເຊິ່ງ​ສອດຄ່ອງ​ກັບ​ການເປິດເຜິຍ​ຂໍ້ເລິກລັບ​ທີ່​ໄດ້​ປິດບັງ​ໄວ້​ຕັ້ງແຕ່​ເວລາ​ດົນນານ​ຜ່ານ​ມາ,


ເຫດສະນັ້ນ, ພຣະເຈົ້າ​ເມດຕາ​ຕໍ່​ຜູ້​ທີ່​ປະສົງ​ຈະ​ເມດຕາ ແລະ ພຣະອົງ​ປະສົງ​ຈະ​ໃຫ້​ຜູ້ໃດ​ມີ​ໃຈ​ແຂງກະດ້າງ ພຣະອົງ​ກໍ​ເຮັດ​ໃຫ້​ຜູ້​ນັ້ນ​ມີ​ໃຈ​ແຂງກະດ້າງ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮັບຮູ້​ຄວາມຈິງ​ທີ່​ວ່າ​ບັນພະບຸລຸດ​ຂອງ​ພວກເຮົາ​ທຸກຄົນ​ນັ້ນ​ໄດ້​ຢູ່​ພາຍໃຕ້​ເມກ ແລະ ພວກເພິ່ນ​ໄດ້​ຜ່ານ​ທະເລ​ໄປ​ທຸກຄົນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ບັດນີ້​ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ກ່ຽວກັບ​ຂອງປະທານ​ຝ່າຍ​ພຣະວິນຍານ.


ບໍ່ແມ່ນ​ດອກ, ແຕ່​ພວກເຮົາ​ປະກາດ​ເຖິງ​ປັນຍາ​ຂອງ​ພຣະເຈົ້າ, ເປັນ​ຄວາມເລິກລັບ​ທີ່​ເຊື່ອງຊ້ອນ​ໄວ້ ແລະ ເຊິ່ງ​ພຣະເຈົ້າ​ໄດ້​ກຳນົດ​ໄວ້​ເພື່ອ​ເປັນ​ສະຫງ່າລາສີ​ຂອງ​ພວກເຮົາ​ຕັ້ງແຕ່​ກ່ອນ​ເລີ່ມ​ສ້າງໂລກ.


ດັ່ງນີ້​ແຫລະ ພວກເຈົ້າ​ຄວນ​ຈະ​ຖື​ພວກເຮົາ​ວ່າ: ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ ແລະ ເປັນ​ຜູ້​ທີ່​ໄດ້ຮັບ​ມອບໝາຍ​ສິ່ງ​ເລິກລັບ​ຂອງ​ພຣະເຈົ້າ​ທີ່​ໄດ້​ເປີດເຜີຍ​ນັ້ນ.


ພຣະອົງ​ເຮັດ​ໃຫ້​ພວກເຮົາ​ຮູ້​ຈັກ​ຄວາມ​ປະສົງ​ອັນ​ລ້ຳເລິກ​ຂອງ​ພຣະອົງ​ຕາມ​ຄວາມ​ພໍໃຈ​ພຣະອົງ, ເຊິ່ງ​ພຣະອົງ​ໄດ້​ກຳນົດ​ໄວ້​ໃນ​ພຣະຄຣິດເຈົ້າ,


ແລະ ໄດ້​ກະທຳ​ໃຫ້​ທຸກຄົນ​ເຫັນ​ເຖິງ​ພາລະກິດ​ອັນ​ເລິກລັບ​ນີ້​ຢ່າງ​ຊັດເຈນ ເຊິ່ງ​ຕະຫລອດ​ຍຸກ​ທີ່​ຜ່ານມາ​ໄດ້​ຖືກ​ເຊື່ອງຊ້ອນ​ໄວ້​ໃນ​ພຣະເຈົ້າ, ຜູ້​ທີ່​ໄດ້​ສ້າງ​ສິ່ງ​ທັງປວງ.


ພວກເຂົາ​ມີ​ຄວາມມືດມົວ​ໃນ​ຄວາມເຂົ້າໃຈ​ຂອງ​ພວກເຂົາ ແລະ ຖືກ​ແຍກ​ຈາກ​ຊີວິດ​ຝ່າຍ​ພຣະເຈົ້າ​ເພາະ​ຄວາມໂງ່​ທີ່​ຢູ່​ໃນ​ພວກເຂົາ​ເນື່ອງ​ຈາກ​ໃຈ​ທີ່​ແຂງກະດ້າງ​ຂອງ​ພວກເຂົາ.


ເພື່ອນ​ທີ່ຮັກ​ເອີຍ, ແຕ່​ຢ່າ​ລືມ​ຂໍ້​ນີ້​ຄື: ສຳລັບ​ອົງພຣະຜູ້ເປັນເຈົ້າ​ແລ້ວ​ໜຶ່ງ​ວັນ​ກໍ​ເໝືອນ​ໜຶ່ງພັນ​ປີ ແລະ ໜຶ່ງ​ພັນ​ປີ​ກໍ​ເໝືອນ​ໜຶ່ງ​ວັນ.


ຄວາມເລິກລັບ​ຂອງ​ດາວ​ເຈັດ​ດວງ​ທີ່​ເຈົ້າ​ເຫັນ​ຢູ່​ໃນ​ມື​ຂວາ​ຂອງ​ເຮົາ ແລະ ຄວາມເລິກລັບ​ຂອງ​ຫລັກຕະກຽງ​ຄຳ​ທັງ​ເຈັດ​ມີ​ດັ່ງນີ້: ດາວ​ເຈັດ​ດວງ​ຄື​ເທວະດາ​ແຫ່ງ​ຄຣິສຕະຈັກ​ທັງ​ເຈັດ ແລະ ຫລັກຕະກຽງ​ຄຳ​ເຈັດ​ອັນ​ຄື​ຄຣິສຕະຈັກ​ທັງ​ເຈັດ.


ແຕ່​ໃນ​ວັນ​ທີ່​ເທວະດາ​ຕົນ​ທີເຈັດ​ຈະ​ເປົ່າ​ແກ​ນັ້ນ ແຜນການ​ອັນ​ເລິກລັບ​ຂອງ​ພຣະເຈົ້າ​ກໍ​ຈະ​ສຳເລັດ​ຕາມ​ທີ່​ພຣະອົງ​ໄດ້​ປະກາດ​ໄວ້​ແກ່​ພວກ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ”.


ເທວະດາ​ຕົນ​ທີເຈັດ​ເປົ່າ​ແກ​ຂອງ​ຕົນ ແລະ ມີ​ສຽງ​ດັງ​ຫລາຍ​ສຽງ​ໃນ​ສະຫວັນ ເຊິ່ງ​ກ່າວ​ວ່າ: “ອານາຈັກ​ຂອງ​ໂລກ​ນີ້​ໄດ້​ກາຍເປັນ ອານາຈັກ​ຂອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ເປັນ​ຂອງ​ພຣະຄຣິດເຈົ້າ​ຂອງ​ພຣະອົງ​ແລ້ວ ແລະ ພຣະອົງ​ຈະ​ປົກຄອງ​ຕະຫລອດໄປ​ເປັນນິດ”.


ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ແນມເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ມີ​ຄົນ​ຈໍານວນ​ຫລວງຫລາຍ​ທີ່​ບໍ່​ສາມາດ​ນັບ​ໄດ້, ຈາກ​ທຸກ​ຊາດ, ທຸກ​ຊົນເຜົ່າ, ຄົນ​ທຸກຄົນ ແລະ ທຸກ​ພາສາ, ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ຕໍ່ໜ້າ​ລູກແກະ​ຂອງ​ພຣະເຈົ້າ ພວກເຂົາ​ນຸ່ງ​ເສື້ອຄຸມ​ສີຂາວ ແລະ ຖື​ກ້ານຕານ​ຢູ່​ໃນ​ມື​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka