Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 11:22 - ພຣະຄຳພີລາວສະບັບສະໄໝໃໝ່

22 ເຫດສະນັ້ນ, ຈົ່ງ​ພິຈາລະນາ​ທັງ​ຄວາມເມດຕາ ແລະ ຄວາມເຂັ້ມງວດ​ຂອງ​ພຣະເຈົ້າ​ຄື: ເຂັ້ມງວດ​ກັບ​ບັນດາ​ຜູ້​ທີ່​ລົ້ມລົງ, ແຕ່​ເມດຕາ​ເຈົ້າ​ກໍ​ຕໍ່​ເມື່ອ​ເຈົ້າ​ຍັງ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເມດຕາ​ຂອງ​ພຣະອົງ. ຖ້າ​ບໍ່​ດັ່ງນັ້ນ​ເຈົ້າ​ກໍ​ຈະ​ຖືກ​ຕັດ​ອອກ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

22 ຈົ່ງ​ພິຈາລະນາ​ເບິ່ງ​ພຣະ​ເມດຕາ ແລະ​ຄວາມ​ເຄັ່ງຄັດ​ຂອງ​ພຣະເຈົ້າ ຄື​ພຣະອົງ​ສຳແດງ​ຄວາມ​ເຄັ່ງຄັດ​ຕໍ່​ພວກ​ທີ່​ຫລົງຜິດ​ໄປ ແຕ່​ພຣະອົງ​ເມດຕາ​ເຈົ້າ ຖ້າ​ເຈົ້າ​ຕັ້ງໝັ້ນ​ຢູ່​ໃນ​ພຣະ​ເມດຕາ​ນັ້ນ​ຕໍ່ໄປ, ຖ້າບໍ່​ດັ່ງນັ້ນ ເຈົ້າ​ກໍ​ຈະ​ຖືກ​ຫັກອອກ​ເໝືອນກັນ.

Uka jalj uñjjattʼäta Copia luraña




ໂຣມ 11:22
33 Jak'a apnaqawi uñst'ayäwi  

ສ່ວນ​ເມັດພືດ​ທີ່​ຕົກ​ໃສ່​ດິນ​ດີ​ນັ້ນ​ຄື​ບັນດາ​ຜູ້​ທີ່​ມີ​ຈິດໃຈ​ດີ ແລະ ສູງສົ່ງ, ຜູ້​ທີ່​ໄດ້​ຍິນ​ພຣະຄຳ​ແລ້ວ​ຮັບໄວ້ ແລະ ດ້ວຍ​ຄວາມອົດທົນ​ຈຶ່ງ​ເກີດຜົນ​ໄດ້.


ທຸກ​ກິ່ງ​ໃນ​ເຮົາ​ທີ່​ບໍ່​ເກີດຜົນ​ພຣະອົງ​ລິ​ຖິ້ມ​ເສຍ, ສ່ວນ​ທຸກ​ກິ່ງ​ທີ່​ເກີດຜົນ​ພຣະອົງ​ຕອນ​ເພື່ອ​ວ່າ​ໃຫ້​ເກີດຜົນ​ຫລາຍຂຶ້ນ.


ພຣະເຢຊູເຈົ້າ​ກ່າວ​ຕໍ່​ພວກ​ຢິວ​ທີ່​ໄດ້​ເຊື່ອ​ໃນ​ພຣະອົງ​ວ່າ, “ຖ້າ​ພວກເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄຳສັ່ງສອນ​ຂອງ​ເຮົາ ພວກເຈົ້າ​ກໍ​ເປັນ​ສາວົກ​ແທ້​ຂອງ​ເຮົາ.


ເມື່ອ​ບາຣະນາບາ​ໄດ້​ມາ​ຮອດ ແລະ ໄດ້​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ, ເພິ່ນ​ກໍ​ດີໃຈ ແລະ ໜູນໃຈ​ພວກເຂົາ​ທຸກຄົນ​ໃຫ້​ສືບຕໍ່​ສັດຊື່​ຕໍ່​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ສຸດ​ໃຈ​ຂອງ​ພວກເຂົາ.


ເພື່ອ​ໜູນໃຈ​ພວກສາວົກ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ ໄດ້​ໜູນໃຈ​ພວກເຂົາ​ໃຫ້​ຕັ້ງ​ໝັ້ນຄົງ​ໃນ​ຄວາມເຊື່ອ. ພວກເຂົາ​ກ່າວ​ວ່າ, “ພວກເຮົາ​ຕ້ອງ​ຜ່ານຜ່າ​ຄວາມ​ທຸກຍາກ​ລຳບາກ​ຫລາຍ​ຢ່າງ​ເພື່ອ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.


ເພາະວ່າ ຖ້າ​ພຣະເຈົ້າ​ຍັງ​ບໍ່​ໄດ້​ລະເວັ້ນ​ກິ່ງ​ເດີມ​ໄວ້ ພຣະອົງ​ກໍ​ຈະ​ບໍ່​ລະເວັ້ນ​ເຈົ້າ​ໄວ້​ເໝືອນກັນ.


ສຳລັບ​ຄົນ​ທີ່​ບໍ່​ທໍ້ຖອຍ​ໃນ​ການ​ເຮັດ​ຄວາມດີ ຄື​ຄົນ​ທີ່​ສະແຫວງຫາ​ສະຫງ່າລາສີ, ກຽດຕິຍົດ ແລະ ຊີວິດ​ທີ່​ຕາຍບໍ່ເປັນ​ນັ້ນ, ພຣະອົງ​ກໍ​ຈະ​ໃຫ້​ຊີວິດ​ນິລັນດອນ​ແກ່​ພວກເຂົາ.


ໂດຍ​ຂ່າວປະເສີດ​ນີ້​ແຫລະ​ພວກເຈົ້າ​ຈຶ່ງ​ໄດ້​ຮັບ​ຄວາມພົ້ນ ຖ້າ​ພວກເຈົ້າ​ຫາກ​ຕັ້ງໝັ້ນ​ຢູ່​ກັບ​ຖ້ອຍຄຳ​ທີ່​ເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ. ບໍ່ດັ່ງນັ້ນ ພວກເຈົ້າ​ກໍ​ເຊື່ອ​ໂດຍ​ບໍ່ມີ​ປະໂຫຍດ.


ຢ່າ​ໃຫ້​ພວກເຮົາ​ເມື່ອຍລ້າ​ໃນ​ການເຮັດດີ, ເພາະ​ຖ້າ​ພວກເຮົາ​ບໍ່​ທໍ້ຖອຍ ພວກເຮົາ​ກໍ​ຈະ​ເກັບກ່ຽວ​ຜົນ​ໃນ​ເວລາ​ອັນ​ເໝາະສົມ.


ດ້ວຍເຫດນີ້ ເມື່ອ​ເຮົາ​ບໍ່​ສາມາດ​ທົນ​ຕໍ່ໄປ​ໄດ້ ເຮົາ​ຈຶ່ງ​ໄດ້​ສົ່ງ​ຕີໂມທຽວ​ມາ​ເບິ່ງ​ຄວາມເຊື່ອ​ຂອງ​ພວກເຈົ້າ. ເຮົາ​ຢ້ານ​ວ່າ​ຜູ້ທົດລອງ​ໄດ້​ລໍ້ລວງ​ພວກເຈົ້າ​ໃນ​ທາງໃດ​ທາງໜຶ່ງ​ແລ້ວ ແລະ ການເຮັດວຽກ​ໜັກ​ຂອງ​ພວກເຮົາ​ກໍ​ອາດ​ຈະ​ເສຍປະໂຫຍດ.


ບັດນີ້ ພວກເຮົາ​ມີຊີວິດ​ຊີວາ​ແທ້ໆ ເພາະ​ພວກເຈົ້າ​ຕັ້ງ​ໝັ້ນຄົງ​ໃນ​ອົງພຣະຜູ້ເປັນເຈົ້າ.


ໃຫ້​ພວກເຮົາ​ຢຶດໝັ້ນ​ຢ່າງ​ບໍ່​ຫວັ່ນໄຫວ​ໃນ​ຄວາມຫວັງ​ທີ່​ພວກເຮົາ​ໄດ້​ປະກາດ​ຮັບ​ໄວ້, ເພາະ​ພຣະອົງ​ຜູ້​ສັນຍາ​ນັ້ນ​ສັດຊື່.


ພວກເຮົາ​ໄດ້​ມາ​ມີ​ສ່ວນຮ່ວມ​ໃນ​ພຣະຄຣິດເຈົ້າ ຖ້າ​ພວກເຮົາ ຢຶດຖື​ໃນ​ຄວາມໝັ້ນໃຈ​ທີ່​ພວກເຮົາ​ມີ​ໃນ​ທຳອິດ​ນັ້ນ​ຈົນ​ເຖິງ​ທີ່ສຸດ.


ສ່ວນ​ພຣະຄຣິດເຈົ້າ​ສັດຊື່​ໃນ​ຖານະ​ພຣະບຸດ​ຜູ້​ຄອບຄອງ​ຄົວເຮືອນ​ຂອງ​ພຣະເຈົ້າ. ແລະ ພວກເຮົາ​ທັງຫລາຍ​ກໍ​ຄື​ເຮືອນ​ຂອງ​ພຣະອົງ ຖ້າ​ຫາກ​ພວກເຮົາ​ຢຶດໝັ້ນ​ໃນ​ຄວາມໝັ້ນໃຈ ແລະ ຄວາມຫວັງ​ທີ່​ພວກເຮົາ​ພາກພູມໃຈ​ຢູ່​ນັ້ນ.


ພວກເຂົາ​ໄດ້​ອອກ​ໄປ​ຈາກ​ພວກເຮົາ, ແຕ່​ພວກເຂົາ​ກໍ​ບໍ່​ແມ່ນ​ຝ່າຍ​ພວກເຮົາ​ແທ້. ເພາະ​ຖ້າ​ພວກເຂົາ​ເປັນ​ຝ່າຍ​ພວກເຮົາ, ພວກເຂົາ​ກໍ​ຄົງ​ຢູ່​ກັບ​ພວກເຮົາ​ຕໍ່ໄປ; ແຕ່​ການ​ໄປ​ຂອງ​ພວກເຂົາ​ສະແດງ​ໃຫ້​ເຫັນ​ວ່າ ໃນ​ພວກເຂົາ​ບໍ່​ມີ​ຈັກຄົນ​ທີ່​ເປັນ​ຝ່າຍ​ພວກເຮົາ.


ຈົ່ງ​ລະນຶກ​ວ່າ​ເຈົ້າ​ໄດ້​ຕົກ​ລົງ​ມາ​ໄກ​ເທົ່າໃດ! ຈົ່ງ​ກັບໃຈໃໝ່ ແລະ ເຮັດ​ສິ່ງ​ທີ່​ເຈົ້າ​ເຄີຍ​ເຮັດ​ຕັ້ງ​ແຕ່​ທຳອິດ. ຖ້າ​ເຈົ້າ​ບໍ່​ກັບໃຈໃໝ່​ເຮົາ​ຈະ​ມາ​ຫາ​ເຈົ້າ ແລະ ຍົກ​ຫລັກຕະກຽງ​ຂອງ​ເຈົ້າ​ອອກຈາກ​ບ່ອນ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka