Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 11:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ພຣະເຈົ້າ​ບໍ່​ໄດ້​ປະຕິເສດ​ບັນດາ​ຄົນ​ຂອງ​ພຣະອົງ​ທີ່​ພຣະອົງ​ຮູ້ຈັກ​ຕັ້ງ​ແຕ່​ກ່ອນ​ແລ້ວ. ພວກເຈົ້າ​ບໍ່​ຮູ້​ພຣະຄຳພີ​ຕອນ​ທີ່​ກ່າວ​ເຖິງ​ເອລີຢາ​ນັ້ນ​ບໍ ທີ່​ເພິ່ນ​ໄດ້​ອຸທອນ​ຕໍ່​ພຣະເຈົ້າ​ກ່ຽວກັບ​ອິດສະຣາເອນ​ວ່າ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ພຣະເຈົ້າ​ບໍ່ໄດ້​ປະຖິ້ມ​ໄພ່ພົນ​ຂອງ​ພຣະອົງ ທີ່​ພຣະອົງ​ໄດ້​ຊົງ​ຮັບຮູ້​ເລືອກ​ໄວ້​ຕັ້ງແຕ່​ກ່ອນ​ແລ້ວ ເຈົ້າ​ທັງຫຼາຍ​ບໍ່​ຮູ້ຈັກ​ເລື່ອງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ ທີ່​ກ່າວ​ເຖິງ​ເອລີຢາ​ນັ້ນ​ບໍ? ເມື່ອ​ເພິ່ນ​ໄດ້​ກາບທູນ​ກ່າວຟ້ອງ​ພວກ​ອິດສະຣາເອນ​ຕໍ່​ພຣະເຈົ້າ​ວ່າ,

Uka jalj uñjjattʼäta Copia luraña




ໂຣມ 11:2
24 Jak'a apnaqawi uñst'ayäwi  

ສຳລັບ​ເລື່ອງ​ຄົນຕາຍ​ເປັນຄືນມາ​ນັ້ນ ພວກເຈົ້າ​ບໍ່​ເຄີຍ​ໄດ້​ອ່ານ​ຖ້ອຍຄຳ​ກ່ຽວກັບ​ເລື່ອງ​ຂອງ​ໂມເຊ ທີ່​ຟຸ່ມໄມ້​ມີ​ໄຟ​ລຸກໄໝ້​ນັ້ນ​ບໍ? ພຣະເຈົ້າ​ໄດ້​ກ່າວ​ກັບ​ເພິ່ນ​ດັ່ງນີ້, ‘ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ ພຣະເຈົ້າ​ຂອງ​ຢາໂຄບ’?


ພຣະເຢຊູເຈົ້າ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ, ພຣະອົງ​ກັບ​ມາ​ຈາກ​ແມ່ນ້ຳ​ຈໍແດນ ແລະ ພຣະວິນຍານບໍລິສຸດເຈົ້າ​ນຳ​ພຣະອົງ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ,


ນາງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ນາຍ​ເອີຍ ທ່ານ​ບໍ່​ມີ​ສິ່ງໃດ​ທີ່​ຈະ​ໃຊ້​ຕັກ​ນ້ຳ ແລະ ນ້ຳສ້າງ​ກໍ​ເລິກ ທ່ານ​ຈະ​ເອົາ​ນ້ຳ​ທີ່​ມີຊີວິດ​ມາ​ຈາກ​ໃສ?


ເມື່ອ​ຄົນຕ່າງຊາດ​ໄດ້​ຍິນ​ຢ່າງ​ນີ້​ແລ້ວ, ພວກເຂົາ​ກໍ​ດີໃຈ ແລະ ຍົກຍ້ອງ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ; ແລະ ບັນດາ​ຜູ້​ທີ່​ໄດ້​ຖືກ​ເລືອກ​ໄວ້​ສຳລັບ​ຊີວິດ​ນິລັນດອນ​ກໍ​ໄດ້​ເຊື່ອ.


ເຊິ່ງ​ເປັນ​ທີ່​ຮູ້​ກັນ​ມາ​ດົນນານ​ແລ້ວ.


“ມາ​ບັດນີ້ ພີ່ນ້ອງ​ຊາວ​ອິດສະຣາເອນ ຂ້າພະເຈົ້າ​ຮູ້​ແລ້ວ​ວ່າ​ສິ່ງ​ທີ່​ພວກທ່ານ​ໄດ້​ເຮັດ​ໄປ​ຕາມ​ຄວາມ​ບໍ່​ຮູ້ ພວກ​ຜູ້ນຳ​ຂອງ​ພວກທ່ານ​ກໍ​ເຮັດ​ເໝືອນ​ກັນ.


ພວກເຂົາ​ຈຶ່ງ​ເວົ້າ​ກັບ​ອາໂຣນ​ວ່າ, ‘ຂໍ​ຈົ່ງ​ສ້າງ​ພະ​ໃຫ້​ພວກເຮົາ​ເພື່ອ​ຈະ​ນຳໜ້າ​ພວກເຮົາ​ໄປ​ດ້ວຍ. ເພາະ​ພວກເຮົາ​ບໍ່​ຮູ້​ວ່າ​ເກີດ​ຫຍັງ​ຂຶ້ນ​ກັບ​ໂມເຊ! ຜູ້​ທີ່​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ’.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ເມື່ອ​ພວກເຈົ້າ​ຍອມ​ມອບ​ພວກເຈົ້າ​ເອງ​ໃຫ້​ເຊື່ອຟັງ​ຢ່າງ​ຂ້າທາດ​ຕໍ່​ຜູ້ໃດ ພວກເຈົ້າ​ກໍ​ເປັນ​ຂ້າທາດ​ຂອງ​ຜູ້​ທີ່​ພວກເຈົ້າ​ເຊື່ອຟັງ​ນັ້ນ? ບໍ່​ວ່າ​ພວກເຈົ້າ​ຈະ​ເປັນ​ຂ້າທາດ​ຂອງ​ຄວາມບາບ ເຊິ່ງ​ນຳ​ໄປ​ສູ່​ຄວາມຕາຍ ຫລື ເປັນ​ຂ້າທາດ​ຂອງ​ການເຊື່ອຟັງ ເຊິ່ງ​ນຳໄປ​ສູ່​ຄວາມຊອບທຳ.


ຈະ​ວ່າ​ຢ່າງໃດ​ຖ້າ​ພຣະອົງ​ກະທຳ​ຢ່າງ​ນີ້​ເພື່ອ​ສະແດງ​ສະຫງ່າລາສີ​ອັນ​ອຸດົມສົມບູນ​ແກ່​ບັນດາ​ຜູ້​ທີ່​ໄດ້​ຮັບ​ຄວາມເມດຕາ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ຈັດຕຽມ​ໄວ້​ລ່ວງໜ້າ​ເພື່ອ​ສະຫງ່າລາສີ​ນັ້ນ?


ບໍ່ແມ່ນ​ວ່າ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ນັ້ນ​ໄດ້​ລົ້ມເຫລວ​ໄປ ເພາະວ່າ​ບໍ່​ແມ່ນ​ທຸກຄົນ​ທີ່​ສືບເຊື້ອສາຍ​ຈາກ​ອິດສະຣາເອນ​ນັ້ນ​ຈະ​ເປັນ​ອິດສະຣາເອນ.


ຫລື ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ເປັນ​ຜູ້ຕັດສິນ​ໂລກ? ແລະ ຖ້າ​ພວກເຈົ້າ​ຈະ​ເປັນ​ຜູ້ຕັດສິນ​ໂລກ ພວກເຈົ້າ​ບໍ່​ມີ​ຄວາມສາມາດ​ທີ່​ຈະ​ຕັດສິນ​ຄະດີ​ເລັກນ້ອຍ​ບໍ?


ແຕ່​ຜູ້​ທີ່​ຮັກ​ພຣະເຈົ້າ ພຣະເຈົ້າ​ກໍ​ຮູ້​ຈັກ​ຜູ້​ນັ້ນ.


ຖ້າ​ເຮົາ​ຍັງ​ມີຊີວິດ​ຢູ່​ໃນ​ຮ່າງກາຍ​ນີ້​ຕໍ່ໄປ ນີ້​ກໍ​ຈະ​ໝາຍຄວາມ​ວ່າ​ພາລະກິດ​ຂອງ​ເຮົາ​ເກີດຜົນ. ແຕ່​ເຮົາ​ຈະ​ເລືອກ​ເອົາ​ທາງ​ໃດ? ເຮົາ​ກໍ​ບໍ່​ຮູ້!


ໃນ​ອະດີດ​ພຣະເຈົ້າ​ໄດ້​ກ່າວ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ​ຜ່ານທາງ​ຜູ້ທຳນວາຍ​ຫລາຍ​ເທື່ອ ແລະ ໂດຍ​ວິທີການ​ຕ່າງໆ,


ເປັນ​ຜູ້​ທີ່​ໄດ້​ເລືອກ​ໄວ້​ຕາມ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ຮູ້​ລ່ວງ​ໜ້າ​ແລ້ວ​ຜ່ານທາງ​ການຊຳລະ​ໃຫ້​ບໍລິສຸດ​ຂອງ​ພຣະວິນຍານ, ເພື່ອ​ໃຫ້​ເຊື່ອຟັງ​ພຣະເຢຊູຄຣິດເຈົ້າ ແລະ ໄດ້​ຮັບ​ການຊິດໃສ່​ດ້ວຍ​ໂລຫິດ​ຂອງ​ພຣະອົງ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ຢ່າງ​ລົ້ນເຫລືອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka