Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 11:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ໂດຍ​ມີ​ຄວາມຫວັງ​ວ່າ​ເຮົາ​ຈະ​ຊັກຊວນ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ເຮົາ​ໃຫ້​ເກີດ​ຄວາມອິດສາ ແລະ ເພື່ອ​ຊ່ວຍ​ພວກເຂົາ​ບາງຄົນ​ໃຫ້​ພົ້ນ​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ເພື່ອ​ເຮົາ​ຈະ​ໄດ້​ຊັກຊວນ​ເພື່ອນ​ຮ່ວມ​ຊາດ​ຂອງເຮົາ ໃຫ້​ເກີດ​ມີ​ໃຈ​ຫຶງຫວງ ເພື່ອ​ຈະ​ຊ່ວຍ​ພວກເຂົາ​ບາງຄົນ​ໃຫ້​ພົ້ນ.

Uka jalj uñjjattʼäta Copia luraña




ໂຣມ 11:14
19 Jak'a apnaqawi uñst'ayäwi  

ເຮົາ​ຂໍ​ຖາມ​ອີກ​ວ່າ ຊົນຊາດ​ອິດສະຣາເອນ​ບໍ່​ເຂົ້າໃຈ​ບໍ? ຕອນທຳອິດ​ໂມເຊ​ກ່າວ​ວ່າ, “ເຮົາ​ຈະ​ເຮັດໃຫ້​ເຈົ້າ​ອິດສາ​ບັນດາ​ຜູ້​ທີ່​ບໍ່​ແມ່ນ​ຊົນຊາດ; ເຮົາ​ຈະ​ຍົວະ​ໃຫ້​ເຈົ້າ​ໃຈຮ້າຍ​ດ້ວຍ​ຊົນຊາດ​ທີ່​ບໍ່​ມີ​ຄວາມເຂົ້າໃຈ”.


ເຮົາ​ຈຶ່ງ​ຖາມ​ອີກ​ວ່າ: ພວກເຂົາ​ສະດຸດ​ລົ້ມ​ຈົນ​ລຸກ​ບໍ່​ຂຶ້ນ​ບໍ? ບໍ່​ເປັນ​ຢ່າງນັ້ນ​ດອກ! ແຕ່​ຍ້ອນ​ການລ່ວງລະເມີດ​ຂອງ​ພວກເຂົາ, ຄວາມພົ້ນ​ຈຶ່ງ​ມາ​ເຖິງ​ຄົນຕ່າງຊາດ​ເພື່ອ​ເຮັດ​ໃຫ້​ຄົນອິດສະຣາເອນ​ມີ​ໃຈ​ອິດສາ.


ເພາະ​ເຮົາ​ປາຖະໜາ​ວ່າ ຖ້າ​ເປັນ​ໄປ​ໄດ້​ຂໍ​ໃຫ້​ເຮົາ​ເອງ​ຖືກ​ສາບແຊ່ງ ແລະ ຖືກ​ຕັດຂາດ​ຈາກ​ພຣະຄຣິດເຈົ້າ ເພື່ອ​ເຫັນ​ແກ່​ພີ່ນ້ອງ​ຂອງ​ເຮົາ​ຜູ້​ເປັນ​ຄົນ​ເຊື້ອຊາດ​ດຽວ​ກັນ​ກັບ​ເຮົາ,


ເພາະ​ໂດຍ​ປັນຍາ​ຂອງ​ພຣະເຈົ້າ​ນັ້ນ ໂລກ​ບໍ່​ອາດ​ຮູ້ຈັກ​ພຣະອົງ​ດ້ວຍ​ສະຕິປັນຍາ​ຂອງ​ຕົນ​ເອງ. ພຣະເຈົ້າ​ຈຶ່ງ​ພໍໃຈ​ທີ່​ຈະ​ຊ່ວຍ​ບັນດາ​ຜູ້​ທີ່​ເຊື່ອ​ໃຫ້​ພົ້ນ​ໂດຍ​ຄຳເທດສະໜາ​ເລື່ອງ​ທີ່​ຖືວ່າ​ໂງ່.


ເໝືອນ​ດັ່ງ​ເຮົາ​ທີ່​ພະຍາຍາມ​ຈະ​ເຮັດ​ໃຫ້​ທຸກຄົນ​ພໍໃຈ​ໃນ​ທຸກ​ດ້ານ. ເພາະວ່າ​ເຮົາ​ບໍ່​ໄດ້​ສະແຫວງຫາ​ຜົນປະໂຫຍດ​ຂອງ​ເຮົາເອງ ແຕ່​ເປັນ​ຜົນປະໂຫຍດ​ຂອງ​ຄົນ​ທັງຫລາຍ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ພົ້ນ.


ເຈົ້າ​ຜູ້​ເປັນ​ເມຍ ເຈົ້າ​ຮູ້​ໄດ້​ຢ່າງໃດ​ວ່າ​ຈະ​ຊ່ວຍ​ຜົວ​ຂອງ​ຕົນ​ໃຫ້​ພົ້ນ​ໄດ້? ຫລື ເຈົ້າ​ຜູ້​ເປັນ​ຜົວ ເຈົ້າ​ຮູ້​ໄດ້​ຢ່າງໃດ​ວ່າ​ຈະ​ຊ່ວຍ​ເມຍ​ຂອງ​ຕົນ​ໃຫ້​ພົ້ນ​ໄດ້?


ນີ້​ເປັນ​ຄຳກ່າວ​ທີ່​ໜ້າເຊື່ອຖື ເຊິ່ງ​ສົມຄວນ​ແກ່​ການ​ຍອມຮັບ​ໂດຍ​ບໍ່​ມີ​ຂໍ້ສົງໄສ​ຄື: ພຣະຄຣິດເຈົ້າເຢຊູ​ໄດ້​ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຊ່ວຍ​ຄົນບາບ​ທັງຫລາຍ​ໃຫ້​ລອດພົ້ນ ແລະ ໃນ​ບັນດາ​ຄົນບາບ​ເຫລົ່ານັ້ນ​ເຮົາ​ເປັນ​ຄົນຊົ່ວ​ທີ່ສຸດ.


ຜູ້​ປະສົງ​ໃຫ້​ທຸກຄົນ​ໄດ້​ຮັບ​ຄວາມພົ້ນ ແລະ ໄດ້​ມາ​ຮູ້ຈັກ​ຄວາມຈິງ.


ຈົ່ງ​ເອົາໃຈໃສ່​ເບິ່ງແຍງ​ຊີວິດ ແລະ ຄຳສອນ​ຂອງ​ເຈົ້າ​ຢ່າງ​ໃກ້ຊິດ. ຈົ່ງ​ບາກບັ່ນ​ໃນ​ສິ່ງ​ເຫລົ່ານີ້, ເພາະ​ຖ້າ​ເຮັດ​ເຊັ່ນ​ນັ້ນ​ແລ້ວ, ເຈົ້າ​ຈະ​ຊ່ວຍ​ທັງ​ຕົນເອງ ແລະ ຜູ້​ທີ່​ຟັງ​ເຈົ້າ​ໃຫ້​ພົ້ນ​ໄດ້.


ພຣະອົງ​ໄດ້​ໄຖ່​ພວກເຮົາ​ໃຫ້​ພົ້ນ ແລະ ໄດ້​ເອີ້ນ​ພວກເຮົາ​ມາ​ສູ່​ຊີວິດ​ທີ່​ບໍລິສຸດ ບໍ່​ແມ່ນ​ເພາະ​ການກະທຳ​ໃດໆ​ທີ່​ພວກເຮົາ​ໄດ້​ເຮັດ ແຕ່​ເພາະ​ປະສົງ ແລະ ພຣະຄຸນ​ຂອງ​ພຣະອົງ​ເອງ. ພຣະຄຸນ​ນີ້​ໄດ້​ມອບໃຫ້​ແກ່​ພວກເຮົາ​ໃນ​ພຣະຄຣິດເຈົ້າເຢຊູ​ຕັ້ງແຕ່​ກ່ອນ​ຈຸດເລີ່ມຕົ້ນ​ຂອງ​ເວລາ.


ເຫດສະນັ້ນ ເຮົາ​ຈຶ່ງ​ຍອມ​ອົດທົນ​ທຸກຢ່າງ​ເພື່ອ​ເຫັນ​ແກ່​ຜູ້​ທີ່​ເລືອກ​ໄວ້, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມພົ້ນ ເຊິ່ງ​ມີ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ​ພ້ອມດ້ວຍ​ສະຫງ່າລາສີ​ນິລັນດອນ.


ພຣະອົງ​ໄດ້​ຊ່ວຍ​ພວກເຮົາ​ໃຫ້​ລອດພົ້ນ, ບໍ່​ແມ່ນ​ເພາະ​ຄວາມຊອບທຳ​ທີ່​ພວກເຮົາ​ໄດ້​ເຮັດ ແຕ່​ເພາະ​ຄວາມ​ເມດຕາ​ຂອງ​ພຣະອົງ. ພຣະອົງ​ໄດ້​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຜ່ານທາງ​ການຊຳລະ​ແຫ່ງ​ການ​ບັງເກີດ​ໃໝ່ ແລະ ການ​ສ້າງ​ຂຶ້ນ​ໃໝ່​ໂດຍ​ພຣະວິນຍານບໍລິສຸດເຈົ້າ


ບັດນີ້ ເຮົາ​ໄດ້​ສົ່ງ​ລາວ​ຜູ້​ເປັນ​ໝາກ​ຫົວໃຈ​ຂອງ​ເຮົາ​ກັບ​ຄືນ​ມາ​ຫາ​ເຈົ້າ.


ເທວະດາ​ທັງປວງ​ນັ້ນ​ຄື​ວິນຍານ​ຮັບໃຊ້​ທີ່​ພຣະເຈົ້າ​ໃຊ້​ໄປ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມພົ້ນ​ເປັນ​ມໍລະດົກ​ບໍ່​ແມ່ນ​ບໍ?


ແລ້ວ​ພວກເຮົາ​ຈະ​ຫລຸດພົ້ນ​ໄປ​ໄດ້​ຢ່າງໃດ​ຖ້າ​ພວກເຮົາ​ລະເລີຍ​ຄວາມພົ້ນ​ອັນ​ຍິ່ງໃຫຍ່​ເຊັ່ນນີ້? ຄວາມພົ້ນ​ນີ້ ເຊິ່ງ​ໄດ້​ຖືກ​ປະກາດ​ຄັ້ງ​ທຳອິດ​ໂດຍ​ອົງພຣະຜູ້ເປັນເຈົ້າ, ໄດ້​ຮັບ​ການຢືນຢັນ​ໃຫ້​ພວກເຮົາ​ໂດຍ​ບັນດາ​ຜູ້​ທີ່​ໄດ້​ຍິນ​ຈາກ​ພຣະອົງ.


ຈົ່ງ​ຈົດຈຳ​ໄວ້​ວ່າ: ຜູ້ໃດ​ກໍ​ຕາມ​ເຮັດ​ໃຫ້​ຄົນບາບ​ຫັນໜີ​ຈາກ​ທາງ​ທີ່​ຫລົງຜິດ​ຂອງ​ພວກເຂົາ ກໍ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມຕາຍ ແລະ ລຶບລ້າງ​ຄວາມບາບ​ທັງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka