Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 11:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ເຮົາ​ກຳລັງ​ເວົ້າ​ກັບ​ພວກເຈົ້າ​ທີ່​ເປັນ​ຄົນຕ່າງຊາດ. ເນື່ອງຈາກວ່າ​ເຮົາ​ເປັນ​ອັກຄະສາວົກ​ທີ່​ຖືກ​ໃຊ້​ມາ​ຫາ​ຄົນຕ່າງຊາດ, ເຮົາ​ມີ​ຄວາມພູມໃຈ​ໃນ​ພັນທະກິດ​ຂອງ​ເຮົາ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ບັດນີ້ ເຮົາ​ຂໍ​ກ່າວ​ແກ່​ຄົນຕ່າງຊາດ​ວ່າ, ຕາບໃດ​ທີ່​ເຮົາ​ຍັງ​ເປັນ​ອັກຄະສາວົກ​ໄປ​ຫາ​ຄົນຕ່າງຊາດ ເຮົາ​ກໍ​ພາກພູມໃຈ​ໃຫ້ກຽດ​ພັນທະກິດ​ຂອງເຮົາ.

Uka jalj uñjjattʼäta Copia luraña




ໂຣມ 11:13
11 Jak'a apnaqawi uñst'ayäwi  

ໃນ​ຂະນະ​ທີ່​ພວກເຂົາ​ທັງຫລາຍ​ກຳລັງ​ນະມັດສະການ​ອົງພຣະຜູ້ເປັນເຈົ້າ ແລະ ຖືສິນ​ອົດອາຫານ​ຢູ່​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ກ່າວ​ວ່າ, “ຈົ່ງ​ແຍກ​ບາຣະນາບາ ແລະ ໂຊໂລ​ໄວ້​ສຳລັບ​ງານ​ທີ່​ເຮົາ​ໄດ້​ເອີ້ນ​ໃຫ້​ພວກເຂົາ​ເຮັດ”.


“ແລ້ວ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ໄປ​ສາ ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ໄກ, ໄປ​ຫາ​ຄົນຕ່າງຊາດ’”.


ແຕ່​ອົງພຣະຜູ້ເປັນເຈົ້າ​ກ່າວ​ແກ່​ອານາເນຍ​ວ່າ, “ຈົ່ງ​ໄປ​ສາ! ເພາະວ່າ​ຊາຍ​ຄົນ​ນີ້​ເປັນ​ເຄື່ອງມື​ທີ່​ເຮົາ​ໄດ້​ເລືອກ​ໄວ້​ເພື່ອ​ໃຫ້​ປະກາດ​ນາມ​ຂອງ​ເຮົາ​ກັບ​ຄົນຕ່າງຊາດ, ບັນດາ​ກະສັດ​ຂອງ​ພວກເຂົາ ແລະ ຊາວ​ອິດສະຣາເອນ.


ທີ່​ຈະ​ເປີດເຜີຍ​ພຣະບຸດ​ຂອງ​ພຣະອົງ​ໃນ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ປະກາດ​ພຣະອົງ​ທ່າມກາງ​ບັນດາ​ຄົນຕ່າງຊາດ, ເຮົາ​ກໍ​ຕອບສະໜອງ​ທັນທີ​ໂດຍ​ບໍ່​ໄດ້​ປຶກສາ​ມະນຸດ​ຄົນໃດ.


ເຮົາ​ໄປ​ເພື່ອ​ຕອບສະໜອງ​ຕາມ​ການເປີດເຜີຍ ແລະ ໄດ້​ພົບປະ​ກັບ​ບັນດາ​ຜູ້​ທີ່​ຖື​ວ່າ​ເປັນ​ຜູ້ນຳ​ເປັນການສ່ວນຕົວ, ເຮົາ​ໄດ້​ຊີ້ແຈງ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ທ່າມກາງ​ຄົນຕ່າງຊາດ​ໃຫ້​ແກ່​ພວກເຂົາ. ເຮົາ​ຕ້ອງການ​ໃຫ້​ແນ່ໃຈ​ວ່າ​ທີ່​ເຮົາ​ກຳລັງ​ແລ່ນ​ແຂ່ງ ຫລື ໄດ້​ແລ່ນ​ແຂ່ງ​ໄປ​ແລ້ວ​ນັ້ນ​ຈະ​ບໍ່​ເສຍປະໂຫຍດ.


ເຖິງແມ່ນວ່າ​ເຮົາ​ເປັນ​ຜູ້​ຕ່ຳຕ້ອຍ​ກວ່າ​ຜູ້​ເລັກນ້ອຍ​ທີ່ສຸດ​ຂອງ​ບັນດາ​ຄົນ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ຕາມ ພຣະຄຸນ​ນີ້​ກໍ​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ຄື: ເພື່ອ​ປະກາດ​ແກ່​ບັນດາ​ຄົນຕ່າງຊາດ​ເຖິງ​ຄວາມບໍລິບູນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະຄຣິດເຈົ້າ,


ແລະ ເພື່ອ​ຈຸດປະສົງ​ນີ້ ເຮົາ​ຈຶ່ງ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ປະກາດ ແລະ ເປັນ​ອັກຄະສາວົກ, ເຮົາ​ກຳລັງ​ເວົ້າ​ຄວາມຈິງ, ເຮົາ​ບໍ່​ໄດ້​ເວົ້າ​ຕົວະ ແລະ ເຮົາ​ເປັນ​ຄູສອນ​ທີ່​ແທ້ຈິງ ແລະ ສັດຊື່​ຂອງ​ບັນດາ​ຄົນຕ່າງຊາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka