Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 11:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຖ້າ​ຢ່າງ​ນັ້ນ ເຮົາ​ຂໍ​ຖາມ​ວ່າ, ພຣະເຈົ້າ​ໄດ້​ປະຖິ້ມ​ຄົນ​ຂອງ​ພຣະອົງ​ແລ້ວ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ດອກ! ເຮົາ​ເອງ​ກໍ​ເປັນ​ຊາວ​ອິດສະຣາເອນ​ຄົນ​ໜຶ່ງ, ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ມາ​ຈາກ​ເຜົ່າ​ເບັນຢາມິນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ເມື່ອ​ເປັນ​ດັ່ງນັ້ນ ເຮົາ​ຈຶ່ງ​ຖາມ​ວ່າ, “ພຣະເຈົ້າ​ໄດ້​ປະຖິ້ມ​ໄພ່ພົນ​ຂອງ​ພຣະອົງ​ແລ້ວ​ບໍ?” ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ເພາະ​ເຮົາ​ເອງ​ກໍ​ເປັນ​ຄົນ​ອິດສະຣາເອນ, ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ແລະ​ເປັນ​ຄົນ​ໃນ​ເຜົ່າ​ເບັນຢາມິນ.

Uka jalj uñjjattʼäta Copia luraña




ໂຣມ 11:1
17 Jak'a apnaqawi uñst'ayäwi  

ເພິ່ນ​ຈະ​ມາ ແລະ ຂ້າ​ພວກ​ຄົນເຊົ່າສວນ ແລະ ເອົາ​ສວນອະງຸ່ນ​ນັ້ນ​ໃຫ້​ຄົນອື່ນ​ເຊົ່າ”. ເມື່ອ​ປະຊາຊົນ​ໄດ້​ຍິນ​ດັ່ງນີ້ ພວກເຂົາ​ກໍ​ເວົ້າ​ວ່າ, “ຂໍ​ຢ່າ​ໃຫ້​ເປັນ​ຢ່າງ​ນັ້ນ​ເລີຍ!”


“ຂ້າພະເຈົ້າ​ເປັນ​ຄົນຢິວ ເກີດ​ທີ່​ເມືອງ​ຕາໂຊ​ໃນ​ແຂວງ​ກີລີເກຍ​ແຕ່​ເຕີບໃຫຍ່​ຂຶ້ນ​ຢູ່​ໃນ​ເມືອງ​ນີ້. ຂ້າພະເຈົ້າ​ເປັນ​ລູກສິດ​ຂອງ​ອາຈານ​ຄາມາລິເອັນ ໄດ້​ຮັບ​ການ​ອົບຮົມ​ຢ່າງ​ຄົບຖ້ວນ​ໃນ​ກົດບັນຍັດ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ. ຂ້າພະເຈົ້າ​ມີ​ໃຈ​ກະຕືລືລົ້ນ​ເພື່ອ​ພຣະເຈົ້າ​ເໝືອນດັ່ງ​ທ່ານ​ທັງຫລາຍ​ໃນ​ວັນ​ນີ້.


“ພວກ​ຢິວ​ທຸກ​ຄົນ​ຮູ້​ແນວທາງ​ການດຳເນີນຊີວິດ​ຂອງ​ຂ້ານ້ອຍ​ມາ​ຕັ້ງແຕ່​ຂ້ານ້ອຍ​ຍັງ​ເປັນ​ເດັກນ້ອຍ, ນັບ​ຕັ້ງແຕ່​ກຳເນີດ​ໃນ​ບ້ານເມືອງ​ຂອງ​ຂ້ານ້ອຍ​ເອງ ແລະ ທັງ​ໃນ​ນະຄອນ​ເຢຣູຊາເລັມ​ເໝືອນກັນ.


ເຮົາ​ຈຶ່ງ​ຖາມ​ອີກ​ວ່າ: ພວກເຂົາ​ສະດຸດ​ລົ້ມ​ຈົນ​ລຸກ​ບໍ່​ຂຶ້ນ​ບໍ? ບໍ່​ເປັນ​ຢ່າງນັ້ນ​ດອກ! ແຕ່​ຍ້ອນ​ການລ່ວງລະເມີດ​ຂອງ​ພວກເຂົາ, ຄວາມພົ້ນ​ຈຶ່ງ​ມາ​ເຖິງ​ຄົນຕ່າງຊາດ​ເພື່ອ​ເຮັດ​ໃຫ້​ຄົນອິດສະຣາເອນ​ມີ​ໃຈ​ອິດສາ.


ບໍ່​ເປັນ​ຢ່າງ​ນັ້ນ! ພຣະເຈົ້າ​ກ່າວ​ແຕ່​ຄວາມຈິງ ເຖິງ​ແມ່ນ​ວ່າ​ມະນຸດ​ທຸກຄົນ​ຈະ​ເປັນ​ຄົນ​ເວົ້າຕົວະ​ກໍ​ຕາມ. ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ເພື່ອ​ພຣະອົງ​ຈະ​ໄດ້​ຮັບ​ການພິສູດ​ວ່າ ເປັນ​ຝ່າຍ​ຖືກ​ເມື່ອ​ພຣະອົງ​ກ່າວ ແລະ ຊະນະ​ເມື່ອ​ພຣະອົງ​ພິພາກສາ”.


ເພາະ​ເຮົາ​ປາຖະໜາ​ວ່າ ຖ້າ​ເປັນ​ໄປ​ໄດ້​ຂໍ​ໃຫ້​ເຮົາ​ເອງ​ຖືກ​ສາບແຊ່ງ ແລະ ຖືກ​ຕັດຂາດ​ຈາກ​ພຣະຄຣິດເຈົ້າ ເພື່ອ​ເຫັນ​ແກ່​ພີ່ນ້ອງ​ຂອງ​ເຮົາ​ຜູ້​ເປັນ​ຄົນ​ເຊື້ອຊາດ​ດຽວ​ກັນ​ກັບ​ເຮົາ,


ພວກເຂົາ​ເປັນ​ຊາວ​ເຮັບເຣີ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ. ພວກເຂົາ​ເປັນ​ຊາວ​ອິດສະຣາເອນ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ. ພວກເຂົາ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ.


ເຮົາ​ເກີດ​ມາ​ໄດ້​ແປດ​ວັນ​ເຮົາ​ກໍ​ໄດ້​ຮັບ​ພິທີຕັດ, ເຮົາ​ເປັນ​ຄົນ​ອິດສະຣາເອນ, ຢູ່​ໃນ​ຕະກຸນ​ເບັນຢາມິນ, ເປັນ​ຄົນ​ເຮັບເຣີ​ເກີດ​ຈາກ​ຊາວເຮີບເຣີ, ໃນ​ດ້ານ​ກົດບັນຍັດ ເຮົາ​ກໍ​ເປັນ​ຄົນ​ຟາຣີຊາຍ​ຜູ້​ໜຶ່ງ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka