Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 10:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ຖ້າ​ເຈົ້າ​ຍອມຮັບ​ດ້ວຍ​ປາກ​ຂອງ​ເຈົ້າ​ວ່າ, “ພຣະເຢຊູເຈົ້າ​ເປັນ​ອົງພຣະຜູ້ເປັນເຈົ້າ” ແລະ ເຊື່ອ​ໃນ​ໃຈ​ຂອງ​ເຈົ້າ​ວ່າ ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ ເຈົ້າ​ກໍ​ຈະ​ໄດ້​ຮັບ​ຄວາມພົ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ຖ້າ​ເຈົ້າ​ຮັບ​ດ້ວຍ​ປາກ​ວ່າ, “ພຣະເຢຊູເຈົ້າ​ຊົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ” ແລະ​ເຊື່ອ​ໃນ​ໃຈ​ວ່າ, “ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ” ເຈົ້າ​ກໍ​ຈະ​ໄດ້​ພົ້ນ.

Uka jalj uñjjattʼäta Copia luraña




ໂຣມ 10:9
22 Jak'a apnaqawi uñst'ayäwi  

“ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້ໃດ​ກໍ​ຕາມ​ຍອມຮັບ​ເຮົາ​ຕໍ່ໜ້າ​ມະນຸດ, ບຸດມະນຸດ​ກໍ​ຈະ​ຍອມຮັບ​ຜູ້​ນັ້ນ​ຕໍ່ໜ້າ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ເໝືອນກັນ.


ພໍ່​ແມ່​ຂອງ​ລາວ​ເວົ້າ​ຢ່າງ​ນີ້​ກໍ​ເພາະ​ຢ້ານ​ພວກຜູ້ນຳ​ຂອງ​ຢິວ ເພາະ​ພວກເຂົາ​ໄດ້​ຕົກລົງ​ກັນ​ໄວ້​ແລ້ວ​ວ່າ​ຖ້າ​ຜູ້ໃດ​ຍອມຮັບ​ພຣະເຢຊູເຈົ້າ​ວ່າ​ເປັນ​ພຣະຄຣິດເຈົ້າ​ຈະ​ຕ້ອງ​ຖືກ​ໄລ່​ອອກ​ຈາກ​ທຳມະສາລາ.


ພວກເພິ່ນ​ຕອບ​ວ່າ, “ຈົ່ງ​ເຊື່ອ​ໃນ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ແລ້ວ​ເຈົ້າ​ກັບ​ຄົວເຮືອນ​ຂອງ​ເຈົ້າ​ຈະ​ໄດ້​ຮັບ​ຄວາມພົ້ນ”.


ແຕ່​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ ໄດ້​ປົດປ່ອຍ​ພຣະອົງ​ອອກ​ຈາກ​ຄວາມເຈັບປວດ, ອອກ​ຈາກ​ອຳນາດ​ແຫ່ງ​ຄວາມຕາຍ, ເພາະ​ຄວາມຕາຍ​ບໍ່​ສາມາດ​ຈະ​ກັກ​ຈ່ອງ​ພຣະອົງ​ໄວ້​ໄດ້.


ພຣະເຈົ້າ​ໃຫ້​ພຣະເຢຊູເຈົ້າ​ຜູ້​ນີ້​ໃຫ້​ເປັນຄືນມາຈາກຕາຍ ແລະ ພວກຂ້າພະເຈົ້າ​ທຸກຄົນ​ຕ່າງ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ຄວາມຈິງ​ນີ້.


ຂະນະ​ທີ່​ພວກເພິ່ນ​ເດີນທາງ​ໄປ​ຕາມ​ຖະໜົນ, ພວກເພິ່ນ​ໄດ້​ມາ​ເຖິງ​ບ່ອນ​ທີ່​ມີ​ນ້ຳ​ບ່ອນ​ໜຶ່ງ ແລະ ຂ້າລາຊະການ​ຈຶ່ງ​ເວົ້າ​ວ່າ, “ເບິ່ງ​ແມ, ບ່ອນ​ນີ້​ມີ​ນ້ຳ. ມີ​ສິ່ງໃດ​ທີ່​ຂັດຂວາງ​ຂ້ອຍ​ບໍ່​ໃຫ້​ຮັບ​ບັບຕິສະມາ​ບໍ?”


ດ້ວຍວ່າ ເຈົ້າ​ເຊື່ອ​ດ້ວຍ​ໃຈ ຈຶ່ງ​ໄດ້​ຖືວ່າ​ເປັນ​ຜູ້ຊອບທຳ ແລະ ເພາະ​ເຈົ້າ​ຍອມຮັບ​ດ້ວຍ​ປາກ ຈຶ່ງ​ໃຫ້​ເຈົ້າ​ໄດ້​ລອດພົ້ນ.


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ອົງພຣະຜູ້ເປັນເຈົ້າ​ກ່າວ​ວ່າ, ‘ເຮົາ​ມີຊີວິດ​ຢູ່​ແນ່ນອນ​ສັນໃດ ທຸກ​ຄົນ​ຈະ​ຄຸເຂົ່າ​ຂາບ​ລົງ​ຕໍ່ໜ້າ​ເຮົາ​ສັນນັ້ນ; ທຸກ​ລີ້ນ​ຈະ​ຍອມຮັບ​ພຣະເຈົ້າ’”.


ເພາະ​ເຫດ​ນີ້​ແຫລະ, ພຣະຄຣິດເຈົ້າ​ໄດ້​ຕາຍ ແລະ ໄດ້​ຄືນມາ​ສູ່​ຊີວິດ ກໍ​ເພື່ອ​ພຣະອົງ​ຈະ​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ທັງ​ຄົນຕາຍ ແລະ ຄົນເປັນ.


ແຕ່​ສຳລັບ​ພວກເຮົາ​ທັງຫລາຍ​ຜູ້​ທີ່​ພຣະເຈົ້າ​ຖືວ່າ​ເປັນ​ຜູ້ຊອບທຳ​ດ້ວຍ, ສຳລັບ​ພວກເຮົາ​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຜູ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເປັນຄືນມາຈາກຕາຍ.


ຜູ້ໃດ​ຈະ​ກ່າວໂທດ​ໄດ້​ອີກ? ບໍ່​ມີ​ຜູ້ໃດ. ພຣະເຢຊູຄຣິດເຈົ້າ​ຜູ້​ຕາຍ ແລະ ຫລາຍກວ່າ​ນັ້ນ​ອີກ ພຣະເຈົ້າ​ໄດ້​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ ບັດນີ້ ພຣະອົງ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ ແລະ ກຳລັງ​ອະທິຖານ​ອ້ອນວອນ​ເພື່ອ​ພວກເຮົາ​ດ້ວຍ.


ເຫດສະນັ້ນ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ບໍ່​ມີ​ຜູ້ໃດ​ທີ່​ກຳລັງ​ກ່າວ​ໂດຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ຈະ​ເວົ້າ​ວ່າ, “ຂໍ​ໃຫ້​ພຣະເຢຊູເຈົ້າ​ຖືກ​ສາບແຊ່ງ” ແລະ ບໍ່​ມີ​ຜູ້ໃດ​ສາມາດ​ເວົ້າ​ວ່າ, “ພຣະເຢຊູເຈົ້າ​ເປັນ​ອົງພຣະຜູ້ເປັນເຈົ້າ”, ນອກຈາກ​ຜູ້​ທີ່​ກ່າວ​ໂດຍ​ພຣະວິນຍານບໍລິສຸດເຈົ້າ.


ແລະ ທຸກ​ລິ້ນ​ຈະ​ຍອມຮັບ​ວ່າ​ພຣະເຢຊູຄຣິດເຈົ້າ​ເປັນ​ອົງພຣະຜູ້ເປັນເຈົ້າ, ເພື່ອ​ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ​ພຣະບິດາ.


ໂດຍ​ທາງ​ພຣະອົງ​ພວກເຈົ້າ​ຈຶ່ງ​ເຊື່ອ​ໃນ​ພຣະເຈົ້າ ຜູ້​ບັນດານ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ ແລະ ມອບ​ສະຫງ່າລາສີ​ໃຫ້​ແກ່​ພຣະອົງ. ດັ່ງນັ້ນ​ແຫລະ ຄວາມເຊື່ອ ແລະ ຄວາມຫວັງ​ຂອງ​ພວກເຈົ້າ​ຈຶ່ງ​ຢູ່​ໃນ​ພຣະເຈົ້າ.


ຖ້າ​ຜູ້ໃດ​ຍອມຮັບ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ພຣະເຈົ້າ​ກໍ​ດຳລົງ​ຢູ່​ໃນ​ຜູ້​ນັ້ນ ແລະ ພວກເຂົາ​ກໍ​ຢູ່​ໃນ​ພຣະເຈົ້າ.


ເຮົາ​ກ່າວ​ຢ່າງ​ນີ້​ກໍ​ເພາະວ່າ​ມີ​ຜູ້​ຫລອກລວງ​ຫລາຍ​ຄົນ​ອອກ​ໄປ​ໃນ​ໂລກ ພວກເຂົາ​ບໍ່​ຍອມຮັບ​ວ່າ​ພຣະເຢຊູຄຣິດເຈົ້າ​ໄດ້​ມາ​ເກີດ​ເປັນ​ມະນຸດ. ຄົນ​ຢ່າງ​ນີ້​ເປັນ​ຜູ້ຫລອກລວງ ແລະ ເປັນ​ສັດຕູ​ຂອງ​ພຣະຄຣິດເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka