ໂຣມ 10:18 - ພຣະຄຳພີລາວສະບັບສະໄໝໃໝ່18 ແຕ່ເຮົາຂໍຖາມວ່າ, “ພວກເຂົາບໍ່ໄດ້ຍິນບໍ?” ແນ່ນອນພວກເຂົາໄດ້ຍິນແລ້ວ. “ສຽງຂອງພວກເຂົາໄດ້ອອກໄປທົ່ວໂລກ ຖ້ອຍຄຳຂອງພວກເຂົາໄປເຖິງທີ່ສຸດປາຍແຜ່ນດິນໂລກ”. Uka jalj uñjjattʼätaພຣະຄຳພີສັກສິ18 ແຕ່ເຮົາຖາມວ່າ, “ພວກເຂົາບໍ່ໄດ້ຍິນບໍ?” ແນ່ນອນ ແທ້ຈິງພວກເຂົາໄດ້ຍິນແລ້ວ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ສຽງຂອງພວກເຂົາດັງກ້ອງ ແຜ່ໄປທົ່ວແຜ່ນດິນໂລກ ແລະ ຖ້ອຍຄຳຂອງພວກເຂົາ ກໍເຖິງທີ່ສຸດແຜ່ນດິນໂລກ.” Uka jalj uñjjattʼäta |
ພວກເຂົາໄດ້ນັດໝາຍວັນທີ່ຈະພົບກັບໂປໂລ, ແລະ ຄົນເປັນຈຳນວນຫລາຍພາກັນມາຍັງທີ່ພັກຂອງເພິ່ນ. ເພິ່ນເປັນພະຍານແກ່ພວກເຂົາຕັ້ງແຕ່ເຊົ້າຈົນຄ່ຳ, ເພິ່ນອະທິບາຍເລື່ອງອານາຈັກຂອງພຣະເຈົ້າ ແລະ ອະທິບາຍຈາກເລື່ອງກົດບັນຍັດຂອງໂມເຊ ແລະ ຈາກບັນດາຜູ້ທຳນວາຍ ເພິ່ນພະຍາຍາມຊັກຊວນໃຫ້ພວກເຂົາເຊື່ອພຣະເຢຊູເຈົ້າ.