Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 10:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ດັ່ງນັ້ນ ຄວາມເຊື່ອ​ເກີດຂຶ້ນ​ໄດ້​ກໍ​ເພາະ​ການ​ໄດ້​ຍິນ​ຖ້ອຍຄຳ ແລະ ຖ້ອຍຄຳ​ທີ່​ໄດ້​ຍິນ​ນັ້ນ​ກໍ​ຄື​ເລື່ອງ​ຂອງ​ພຣະຄຣິດເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ດັ່ງນັ້ນ ຄວາມເຊື່ອ​ເກີດຂຶ້ນ​ໄດ້​ກໍ​ເພາະ​ການ​ໄດ້ຍິນ ແລະ​ການ​ໄດ້ຍິນ​ເກີດຂຶ້ນ​ໄດ້ ກໍ​ເພາະ​ການ​ປະກາດ​ເລື່ອງ​ພຣະຄຣິດ.

Uka jalj uñjjattʼäta Copia luraña




ໂຣມ 10:17
24 Jak'a apnaqawi uñst'ayäwi  

ພຣະອົງ​ກ່າວ​ຕໍ່​ໄປ​ອີກ​ວ່າ, “ຈົ່ງ​ພິຈາລະນາ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ​ໃຫ້​ດີ. ພວກເຈົ້າ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງຜອງ​ຢ່າງໃດ, ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ດ້ວຍ​ເຄື່ອງຜອງ​ຢ່າງນັ້ນ ແລະ ຈະ​ໄດ້​ຮັບ​ຫລາຍກວ່າ​ນັ້ນ​ອີກ.


ພຣະອົງ​ຕອບ​ວ່າ, “ພຣະພອນ​ມີ​ແກ່​ບັນດາ​ຜູ້​ທີ່​ໄດ້​ຍິນ​ຖ້ອຍຄຳ​ຂອງ​ພຣະເຈົ້າ ແລະ ເຊື່ອຟັງ​ຫລາຍ​ກວ່າ”.


“ຄວາມໝາຍ​ຂອງ​ຄຳອຸປະມາ​ກໍ​ຄື ເມັດພືດ​ທີ່​ຫວ່ານ​ນັ້ນ​ແມ່ນ​ພຣະຄຳ​ຂອງ​ພຣະເຈົ້າ,


ພຣະອົງ​ຕອບ​ວ່າ, “ແມ່ ແລະ ພວກ​ນ້ອງຊາຍ​ຂອງ​ເຮົາ​ຄື​ບັນດາ​ຜູ້​ທີ່​ໄດ້​ຍິນ​ພຣະຄຳ​ຂອງ​ພຣະເຈົ້າ ແລະ ນຳ​ໄປ​ປະຕິບັດ”.


ເມື່ອ​ລູກສິດ​ທັງ​ສອງ​ໄດ້​ຍິນ​ເພິ່ນ​ກ່າວ​ຢ່າງ​ນັ້ນ ຈຶ່ງ​ຕິດຕາມ​ພຣະເຢຊູເຈົ້າ​ໄປ.


ດ້ວຍວ່າ ເຮົາ​ບໍ່​ອາຍ​ເລື່ອງ​ຂ່າວປະເສີດ, ເພາະວ່າ​ຂ່າວປະເສີດ​ເປັນ​ລິດອຳນາດ​ຂອງ​ພຣະເຈົ້າ ເຊິ່ງ​ນໍາ​ເອົາ​ຄວາມພົ້ນ​ໄປ​ເຖິງ​ທຸກຄົນ​ທີ່​ເຊື່ອ​ຄື: ຄົນ​ຢິວ​ກ່ອນ ແລະ ຈາກນັ້ນ​ກໍ​ໄປ​ເຖິງ​ຄົນຕ່າງຊາດ.


ແຕ່​ຜູ້​ທີ່​ຍັງ​ບໍ່​ເຊື່ອ​ຈະ​ຮ້ອງຫາ​ພຣະອົງ​ໄດ້​ຢ່າງໃດ? ແລະ ຜູ້​ທີ່​ຍັງ​ບໍ່​ເຄີຍ​ໄດ້​ຍິນ​ເຖິງ​ເລື່ອງ​ຂອງ​ພຣະອົງ ຈະ​ເຊື່ອ​ໃນ​ພຣະອົງ​ໄດ້​ຢ່າງໃດ? ແລະ ຖ້າ​ບໍ່​ມີ​ຜູ້ໃດ​ປະກາດ​ໃຫ້​ພວກເຂົາ​ຟັງ ພວກເຂົາ​ຈະ​ໄດ້​ຍິນ​ເຖິງ​ເລື່ອງ​ຂອງ​ພຣະອົງ​ໄດ້​ຢ່າງໃດ?


ພວກເຮົາ​ບໍ່​ເໝືອນ​ຫລາຍ​ຄົນ ທີ່​ເລາະ​ຂາຍ​ພຣະຄຳ​ຂອງ​ພຣະເຈົ້າ​ເພື່ອ​ຫາ​ກຳໄລ. ແຕ່​ກົງກັນຂ້າມ ໃນ​ພຣະຄຣິດເຈົ້າ ພວກເຮົາ​ກ່າວ​ຕໍ່ໜ້າ​ພຣະເຈົ້າ​ດ້ວຍ​ຄວາມຈິງໃຈ​ເໝືອນ​ດັ່ງ​ບັນດາ​ຄົນ​ທີ່​ພຣະເຈົ້າ​ໄດ້​ໃຊ້​ມາ.


ເຮົາ​ຢາກ​ຮູ້​ຈາກ​ພວກເຈົ້າ​ພຽງແຕ່​ສິ່ງ​ດຽວ​ກໍ​ຄື: ພວກເຈົ້າ​ໄດ້​ຮັບ​ພຣະວິນຍານ​ໂດຍ​ການປະຕິບັດ​ຕາມ​ກົດບັນຍັດ ຫລື ໂດຍ​ຄວາມເຊື່ອ​ໃນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ?


ດັ່ງນັ້ນ ເຮົາ​ຈຶ່ງ​ຂໍ​ຖາມ​ອີກ​ວ່າ, ພຣະເຈົ້າ​ໃຫ້​ພຣະວິນຍານ​ຂອງ​ພຣະອົງ​ແກ່​ພວກເຈົ້າ ແລະ ໄດ້​ກະທຳ​ການ​ອັດສະຈັນ​ຕ່າງໆ​ທ່າມກາງ​ພວກເຈົ້າ​ໂດຍ​ການປະຕິບັດ​ຕາມ​ກົດບັນຍັດ​ບໍ ຫລື ໂດຍ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ສິ່ງ​ທີ່​ພວກເຈົ້າ​ໄດ້ຍິນ​ບໍ່​ແມ່ນ​ບໍ?


ຈົ່ງ​ໃຫ້​ພຣະຄຳ​ຂອງ​ພຣະຄຣິດເຈົ້າ​ສະຖິດ​ຢູ່​ທ່າມກາງ​ພວກເຈົ້າ​ຢ່າງ​ບໍລິບູນ​ຂະນະ​ທີ່​ພວກເຈົ້າ​ສັ່ງສອນ ແລະ ເຕືອນສະຕິ​ກັນແລະກັນ​ດ້ວຍ​ປັນຍາ​ທຸກຢ່າງ, ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ສັນລະເສີນ, ເພງ​ນະມັດສະການ ແລະ ບົດເພງ​ຈາກ​ພຣະວິນຍານ, ຈົ່ງ​ຮ້ອງເພງ​ຖວາຍ​ແກ່​ພຣະເຈົ້າ​ດ້ວຍ​ໃຈ​ກະຕັນຍູ​ຕໍ່​ພຣະເຈົ້າ.


ແລະ ພວກເຮົາ​ໄດ້​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ເພາະ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ ເຊິ່ງ​ພວກເຈົ້າ​ໄດ້​ຍິນ​ຈາກ​ພວກເຮົາ​ນັ້ນ ພວກເຈົ້າ​ບໍ່​ໄດ້​ຮັບ​ໄວ້​ເໝືອນດັ່ງ​ເປັນ​ຖ້ອຍຄຳ​ຂອງ​ມະນຸດ​ຜູ້​ໜຶ່ງ ແຕ່​ໄດ້​ຮັບ​ໄວ້​ຕາມ​ທີ່​ເປັນ​ຈິງ​ຄື ເປັນ​ພຣະຄຳ​ຂອງ​ພຣະເຈົ້າ​ທີ່​ກຳລັງ​ທຳງານ​ຢູ່​ພາຍໃນ​ພວກເຈົ້າ​ທັງຫລາຍ​ທີ່​ເຊື່ອ.


ເພາະ​ພວກເຮົາ​ທັງຫລາຍ​ກໍ​ໄດ້​ຮັບ​ຂ່າວປະເສີດ​ຢ່າງ​ດຽວກັນ​ກັບ​ຄົນ​ເຫລົ່ານັ້ນ​ເໝືອນກັນ, ແຕ່​ຂໍ້ຄວາມ​ທີ່​ພວກເຂົາ​ໄດ້​ຍິນ​ນັ້ນ​ບໍ່​ເປັນ​ປະໂຫຍດ​ແກ່​ພວກເຂົາ, ເພາະວ່າ​ພວກເຂົາ​ບໍ່​ໄດ້​ຮ່ວມ​ໃນ​ຄວາມເຊື່ອ​ຂອງ​ບັນດາ​ຄົນ​ເຫລົ່ານັ້ນ​ທີ່​ເຊື່ອຟັງ.


ເພາະ​ພວກເຈົ້າ​ໄດ້​ບັງເກີດ​ໃໝ່​ແລ້ວ, ບໍ່​ແມ່ນ​ເກີດ​ຈາກ​ເມັດພັນ​ອັນ​ເສື່ອມສູນ​ໄດ້ ແຕ່​ຈາກ​ເມັດພັນ​ອັນ​ບໍ່​ມີ​ເສື່ອມສູນ ຜ່ານທາງ​ພຣະຄຳ​ຂອງ​ພຣະເຈົ້າ​ອັນ​ມີຊີວິດ ແລະ ຕັ້ງໝັ້ນຄົງ​ຖາວອນ.


ຂ້າພະເຈົ້າ​ຄື​ໂຢຮັນ ຜູ້​ເປັນ​ພີ່ນ້ອງ ແລະ ເປັນ​ເພື່ອນ​ຂອງ​ພວກເຈົ້າ ຜູ້​ຮ່ວມ​ໃນ​ການທົນທຸກທໍລະມານ ແລະ ໃນ​ອານາຈັກ ແລະ ໃນ​ອົດທົນ​ອົດກັ້ນ​ທີ່​ເກີດຂຶ້ນ​ກັບ​ພວກເຮົາ​ໃນ​ພຣະເຢຊູເຈົ້າ, ຂ້າພະເຈົ້າ​ມາ​ຢູ່​ທີ່​ເກາະ​ປັດໂມ​ເພາະ​ພຣະຄຳ​ຂອງ​ພຣະເຈົ້າ ແລະ ຄຳພະຍານ​ຂອງ​ພຣະເຢຊູເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka