Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 10:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ແລະ ຖ້າ​ບໍ່​ມີ​ຜູ້ໃດ​ໃຊ້​ພວກເຂົາ​ໄປ ພວກເຂົາ​ຈະ​ໄປ​ປະກາດ​ໄດ້​ຢ່າງໃດ? ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຕີນ​ຂອງ​ຜູ້​ນຳ​ຂ່າວປະເສີດ​ມາ​ກໍ​ງົດງາມ​ແທ້​ນໍ!”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ແລະ​ຖ້າ​ບໍ່ມີ​ຜູ້ໃດ​ໃຊ້​ພວກເຂົາ​ໄປ ພວກເຂົາ​ຈະ​ໄປ​ປະກາດ​ໄດ້​ຢ່າງ​ໃດ? ດັ່ງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຕີນ​ຂອງ​ຜູ້​ທີ່​ນຳ​ຂ່າວປະເສີດ​ມາ ກໍ​ງົດງາມ​ປານໃດ​ໜໍ”

Uka jalj uñjjattʼäta Copia luraña




ໂຣມ 10:15
28 Jak'a apnaqawi uñst'ayäwi  

ເຫດສະນັ້ນ ຈົ່ງ​ຂໍ​ອົງພຣະຜູ້ເປັນເຈົ້າ​ຜູ້​ເປັນ​ເຈົ້າຂອງ​ການເກັບກ່ຽວ ເພື່ອ​ໃຫ້​ສົ່ງ​ຄົນງານ​ມາ​ໃນ​ທົ່ງນາ​ແຫ່ງ​ການເກັບກ່ຽວ​ຂອງ​ພຣະອົງ”.


ຕໍ່ມາ​ອົງພຣະຜູ້ເປັນເຈົ້າ​ແຕ່ງຕັ້ງ​ອີກ​ເຈັດສິບສອງ​ຄົນ ແລະ ສົ່ງ​ພວກເພິ່ນ​ອອກໄປ​ເປັນ​ຄູ່​ລ່ວງໜ້າ​ພຣະອົງ​ໄປ​ຍັງ​ທຸກ​ເມືອງ ແລະ ທຸກ​ບ່ອນ​ທີ່​ພຣະອົງ​ກຳລັງ​ຈະ​ໄປ.


ແຕ່​ເທວະດາ​ຕົນ​ນັ້ນ​ກ່າວ​ແກ່​ພວກເຂົາ​ວ່າ, “ຢ່າ​ຢ້ານ​ເລີຍ. ເຮົາ​ນຳ​ຂ່າວດີ​ມາ​ໃຫ້​ພວກທ່ານ ເຊິ່ງ​ເຮັດ​ໃຫ້​ທຸກຄົນ​ຊື່ນຊົມຍິນດີ​ຢ່າງ​ໃຫຍ່.


“ຂໍ​ກຽດຕິຍົດ​ຈົ່ງ​ມີ​ແກ່​ພຣະເຈົ້າ​ໃນ​ສະຫວັນ​ສູງສຸດ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ຜູ້​ທີ່​ພຣະອົງ​ພໍໃຈ​ເທິງ​ແຜ່ນດິນໂລກ​ນີ້”.


ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ຕາມ​ເມືອງ ແລະ ບ້ານ​ຕ່າງໆ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ. ສາວົກ​ທັງ​ສິບສອງ​ຄົນ​ກໍ​ໄປ​ກັບ​ພຣະອົງ


ພຣະເຢຊູເຈົ້າ​ກ່າວ​ອີກ​ວ່າ, “ສັນຕິສຸກ​ຈົ່ງ​ຢູ່​ກັບ​ເຈົ້າ​ທັງຫລາຍ! ພຣະບິດາເຈົ້າ​ໄດ້​ໃຊ້​ເຮົາ​ມາ​ຢ່າງໃດ ເຮົາ​ກໍ​ໃຊ້​ພວກເຈົ້າ​ໄປ​ຢ່າງນັ້ນ”.


ທ່ານ​ທັງຫລາຍ​ກໍ​ຮູ້​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ສົ່ງ​ມາ​ຍັງ​ປະຊາຊົນ​ອິດສະຣາເອນ, ໃຫ້​ປະກາດ​ຂ່າວປະເສີດ​ແຫ່ງ​ສັນຕິສຸກ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ທຸກຄົນ.


“ພີ່ນ້ອງ​ທັງຫລາຍ​ຜູ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ ແລະ ທ່ານ​ຊາວຕ່າງຊາດ​ທັງຫລາຍ​ຜູ້​ຢຳເກງ​ພຣະເຈົ້າ, ເລື່ອງລາວ​ແຫ່ງ​ຄວາມພົ້ນ​ນີ້​ຖືກ​ສົ່ງ​ມາ​ກໍ​ເພື່ອ​ພວກເຮົາ.


“ແລ້ວ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ໄປ​ສາ ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ໄກ, ໄປ​ຫາ​ຄົນຕ່າງຊາດ’”.


ແຕ່​ອົງພຣະຜູ້ເປັນເຈົ້າ​ກ່າວ​ແກ່​ອານາເນຍ​ວ່າ, “ຈົ່ງ​ໄປ​ສາ! ເພາະວ່າ​ຊາຍ​ຄົນ​ນີ້​ເປັນ​ເຄື່ອງມື​ທີ່​ເຮົາ​ໄດ້​ເລືອກ​ໄວ້​ເພື່ອ​ໃຫ້​ປະກາດ​ນາມ​ຂອງ​ເຮົາ​ກັບ​ຄົນຕ່າງຊາດ, ບັນດາ​ກະສັດ​ຂອງ​ພວກເຂົາ ແລະ ຊາວ​ອິດສະຣາເອນ.


ດ້ວຍເຫດນີ້ ເຮົາ​ຈຶ່ງ​ກະຕືລືລົ້ນ​ທີ່​ຈະ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ​ຜູ້​ທີ່​ຢູ່​ໃນ​ນະຄອນ​ໂຣມ​ເໝືອນກັນ.


ເຮົາ​ປາຖະໜາ​ສະເໝີ​ວ່າ​ຈະ​ປະກາດ​ຂ່າວປະເສີດ​ໃນ​ບ່ອນ​ທີ່​ບໍ່​ມີ​ຜູ້ໃດ​ຮູ້​ຈັກ​ພຣະຄຣິດເຈົ້າ ເພື່ອວ່າ​ເຮົາ​ຈະ​ໄດ້​ບໍ່​ກໍ່​ຂຶ້ນ​ເທິງ​ຮາກຖານ​ທີ່​ຄົນອື່ນ​ວາງ​ໄວ້


ພຣະອົງ​ໄດ້​ມາ ແລະ ໄດ້​ປະກາດ​ສັນຕິສຸກ​ແກ່​ພວກເຈົ້າ​ທັງຫລາຍ​ທີ່​ຢູ່​ໄກ ແລະ ແກ່​ບັນດາ​ຜູ້​ທີ່​ຢູ່​ໃກ້.


ເຖິງແມ່ນວ່າ​ເຮົາ​ເປັນ​ຜູ້​ຕ່ຳຕ້ອຍ​ກວ່າ​ຜູ້​ເລັກນ້ອຍ​ທີ່ສຸດ​ຂອງ​ບັນດາ​ຄົນ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ຕາມ ພຣະຄຸນ​ນີ້​ກໍ​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ຄື: ເພື່ອ​ປະກາດ​ແກ່​ບັນດາ​ຄົນຕ່າງຊາດ​ເຖິງ​ຄວາມບໍລິບູນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະຄຣິດເຈົ້າ,


ແລະ ເອົາ​ຄວາມພ້ອມ​ທີ່​ມາ​ຈາກ​ຂ່າວປະເສີດ​ແຫ່ງ​ສັນຕິສຸກ​ມາ​ສຸບ​ໃສ່​ຕີນ​ຂອງ​ພວກເຈົ້າ.


ພວກເພິ່ນ​ໄດ້​ຮັບ​ການ​ເປີດເຜີຍ​ວ່າ​ສິ່ງ​ຕ່າງໆ​ທີ່​ໄດ້​ທຳນວາຍ​ເຖິງ​ນັ້ນ ບໍ່​ແມ່ນ​ເພື່ອ​ເປັນ​ການ​ຮັບໃຊ້​ພວກເພິ່ນ​ເອງ​ແຕ່​ເພື່ອ​ພວກເຈົ້າ, ບັດນີ້ ບັນດາ​ຜູ້​ປະກາດ​ຂ່າວປະເສີດ​ໄດ້​ກ່າວ​ເຖິງ​ສິ່ງ​ຕ່າງໆ​ເຫລົ່ານີ້​ແກ່​ພວກເຈົ້າ​ແລ້ວ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ​ທີ່​ໄດ້​ສົ່ງ​ມາ​ຈາກ​ສະຫວັນ. ແມ່ນ​ແຕ່​ພວກ​ເທວະດາ​ກໍ​ຍັງ​ປາຖະໜາ​ຈະ​ເຂົ້າໃຈ​ສິ່ງ​ເຫລົ່ານີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka