Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 1:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ພຣະເຈົ້າ​ຜູ້​ທີ່​ເຮົາ​ຮັບໃຊ້​ດ້ວຍ​ສຸດ​ໃຈ​ໃນ​ການປະກາດ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ຂອງ​ພຣະອົງ​ນັ້ນ​ເປັນ​ພະຍານ​ໃຫ້​ເຮົາ​ວ່າ ເຮົາ​ລະນຶກ​ເຖິງ​ພວກເຈົ້າ​ຢູ່​ສະເໝີ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ເພາະວ່າ​ພຣະເຈົ້າ​ຜູ້​ທີ່​ເຮົາ​ຮັບໃຊ້​ດ້ວຍ​ຊີວິດ​ຈິດໃຈ ໃນ​ການ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ຊົງ​ເປັນ​ພະຍານ​ຝ່າຍ​ເຮົາ​ວ່າ ເມື່ອ​ເຮົາ​ພາວັນນາ​ອະທິຖານ​ນັ້ນ ເຮົາ​ກໍ​ລະນຶກເຖິງ​ພວກເຈົ້າ​ສະເໝີ​ບໍ່ໄດ້​ຂາດ.

Uka jalj uñjjattʼäta Copia luraña




ໂຣມ 1:9
34 Jak'a apnaqawi uñst'ayäwi  

ຂ່າວປະເສີດ​ເລື່ອງ​ພຣະເຢຊູເຈົ້າ​ພຣະເມຊີອາ ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ເລີ່ມຕົ້ນ​ດັ່ງນີ້,


ແລ້ວ​ພຣະເຢຊູເຈົ້າ​ໄດ້​ບອກ​ພວກສາວົກ​ຂອງ​ພຣະອົງ​ເປັນ​ຄຳອຸປະມາ​ເພື່ອ​ສະແດງ​ໃຫ້​ພວກເພິ່ນ​ເຫັນ​ວ່າ​ພວກເພິ່ນ​ຄວນ​ອະທິຖານ​ຢູ່​ສະເໝີ ແລະ ບໍ່​ຢຸດ.


ດັ່ງນັ້ນ ເປໂຕ​ຈຶ່ງ​ຖືກ​ຄຸມຂັງ​ໄວ້​ຢູ່​ໃນ​ຄຸກ, ແຕ່​ຄຣິສຕະຈັກ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າ​ເພື່ອ​ເພິ່ນ​ດ້ວຍ​ໃຈ​ຮ້ອນຮົນ.


ຫລັງຈາກ​ເຫດການ​ເຫລົ່ານີ້​ເກີດ​ຂຶ້ນ​ແລ້ວ, ໂປໂລ​ກໍ​ຕັດສິນໃຈ​ວ່າ​ຈະ​ໄປ​ເຢຣູຊາເລັມ, ໂດຍ​ຜ່ານທາງ​ແຂວງ​ມາເກໂດເນຍ ແລະ ອະຂາຢາ. ເພິ່ນ​ກ່າວ​ວ່າ, “ຫລັງ​ຈາກ​ທີ່​ເຮົາ​ໄດ້​ໄປ​ທີ່​ນັ້ນ​ແລ້ວ, ເຮົາ​ຕ້ອງ​ໄປ​ຢ້ຽມຢາມ​ໂຣມ​ເໝືອນ​ກັນ”.


ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າພະເຈົ້າ​ກໍ​ຍອມຮັບ​ວ່າ​ຂ້າພະເຈົ້າ​ນະມັດສະການ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ໃນ​ຖານະ​ຜູ້​ຕິດຕາມ ‘ທາງນັ້ນ’, ເຊິ່ງ​ພວກເຂົາ​ເອີ້ນ​ວ່າ​ນິກາຍ​ໜຶ່ງ. ຂ້າພະເຈົ້າ​ເຊື່ອ​ທຸກສິ່ງ​ທີ່​ສອດຄ່ອງ​ກັບ​ກົດບັນຍັດ ແລະ ທຸກສິ່ງ​ທີ່​ໄດ້​ຂຽນ​ໄວ້​ໃນ​ໜັງສື​ຜູ້ທຳນວາຍ,


ມື້ຄືນ​ນີ້​ເອງ ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າ​ຜູ້​ເປັນ​ເຈົ້າຂອງ​ໂຕ​ເຮົາ ຜູ້​ທີ່​ເຮົາ​ຮັບໃຊ້​ຢູ່​ນັ້ນ​ໄດ້​ມາ​ຢືນ​ຄຽງຂ້າງ​ເຮົາ


ເມື່ອ​ພຣະເຈົ້າ​ໄດ້​ເລືອກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ, ກໍ​ສົ່ງ​ພຣະອົງ​ມາ​ຫາ​ພວກທ່ານ​ທັງຫລາຍ​ກ່ອນ ເພື່ອ​ອວຍພອນ​ພວກທ່ານ ໂດຍ​ເຮັດ​ໃຫ້​ແຕ່ລະຄົນ​ຫັນ​ໜີ​ຈາກ​ການ​ຊົ່ວຮ້າຍ​ຂອງ​ຕົນ”.


ເຮົາ​ຢູ່​ໃນ​ພຣະຄຣິດເຈົ້າ​ເຮົາ​ເວົ້າ​ຄວາມຈິງ ເຮົາ​ບໍ່​ໄດ້​ກຳລັງ​ເວົ້າຕົວະ, ຈິດສຳນຶກ​ຂອງ​ເຮົາ​ກໍ​ຢືນຢັນ​ໂດຍ​ພຣະວິນຍານບໍລິສຸດເຈົ້າ​ວ່າ


ເຮົາ​ຂໍຮ້ອງ​ພຣະເຈົ້າ​ໃຫ້​ເປັນ​ພະຍານ​ແກ່​ເຮົາ ແລະ ເຮົາ​ຂໍ​ເອົາ​ຊີວິດ​ຂອງ​ເຮົາ​ເປັນ​ເດີມພັນ​ກ່ຽວກັບ​ເລື່ອງນີ້​ວ່າ​ເຮົາ​ບໍ່​ໄດ້​ກັບໄປ​ທີ່​ເມືອງ​ໂກຣິນໂທ​ນັ້ນ ກໍ​ເພາະ​ເຮົາ​ຢາກ​ສະຫງວນ​ພວກເຈົ້າ​ໄວ້.


ພຣະເຈົ້າ ແລະ ພຣະບິດາ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້​ເປັນ​ທີ່​ສັນລະເສີນ​ຕະຫລອດ​ນິລັນດອນ ພຣະອົງ​ຮູ້​ວ່າ​ເຮົາ​ບໍ່​ໄດ້​ເວົ້າຕົວະ.


ເຮົາ​ຂໍ​ຢືນຢັນ​ຕໍ່​ພວກເຈົ້າ​ຕໍ່ໜ້າ​ພຣະເຈົ້າ​ວ່າ​ສິ່ງ​ທີ່​ເຮົາ​ຂຽນ​ເຖິງ​ພວກເຈົ້າ​ນັ້ນ​ບໍ່​ໄດ້​ຕົວະ.


ແລະ ຈົ່ງ​ອະທິຖານ​ໃນ​ພຣະວິນຍານ​ໃນ​ທຸກ​ໂອກາດ​ດ້ວຍ​ການອະທິຖານ ແລະ ການ​ຮ້ອງຂໍ​ທຸກ​ຮູບແບບ. ໂດຍ​ຄຳນຶງ​ເຖິງ​ສິ່ງ​ນີ້, ຈົ່ງ​ເຝົ້າລະວັງ​ໃນ​ການອະທິຖານ​ເພື່ອ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຢູ່​ສະເໝີ.


ເຮົາ​ກໍ​ຂອບພຣະຄຸນ​ພຣະເຈົ້າ​ຂອງ​ເຮົາ​ທຸກຄັ້ງ ເມື່ອ​ເຮົາ​ລະນຶກເຖິງ​ພວກເຈົ້າ​ທັງຫລາຍ.


ທຸກຄັ້ງ​ທີ່​ເຮົາ​ອະທິຖານ​ເພື່ອ​ພວກເຈົ້າ​ທຸກຄົນ ເຮົາ​ກໍ​ອະທິຖານ​ດ້ວຍ​ຄວາມຊື່ນຊົມຍິນດີ​ສະເໝີ


ແຕ່​ພວກເຈົ້າ​ຮູ້​ແລ້ວ​ວ່າ​ຕີໂມທຽວ​ໄດ້​ພິສູດ​ຕົນເອງ​ແລ້ວ, ເພາະ​ເພິ່ນ​ໄດ້​ຮ່ວມ​ຮັບໃຊ້​ກັບ​ເຮົາ​ໃນ​ການປະກາດ​ຂ່າວປະເສີດ​ເໝືອນດັ່ງ​ລູກ​ກັບ​ພໍ່.


ເພາະວ່າ​ແມ່ນ​ພວກເຮົາ​ທີ່​ເປັນ​ຜູ້​ຖື​ພິທີຕັດ, ພວກເຮົາ​ເປັນ​ຜູ້ຮັບໃຊ້​ພຣະເຈົ້າ​ດ້ວຍ​ພຣະວິນຍານ​ຂອງ​ພຣະອົງ, ພວກເຮົາ​ເປັນ​ຜູ້​ອວດອ້າງ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ພວກເຮົາ​ບໍ່​ໄດ້​ໝັ້ນໃຈ​ໃນ​ຝ່າຍ​ເນື້ອໜັງ


ພວກເຮົາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ທຸກຄົນ ແລະ ກ່າວ​ເຖິງ​ພວກເຈົ້າ​ໃນ​ຄຳອະທິຖານ​ຂອງ​ພວກເຮົາ​ຢ່າງ​ຕໍ່ເນື່ອງ.


ທັງ​ກາງເວັນ ແລະ ກາງຄືນ​ພວກເຮົາ​ໄດ້​ອະທິຖານ​ຢ່າງ​ຈິງຈັງ​ທີ່ສຸດ​ເພື່ອ​ຂໍ​ໃຫ້​ພວກເຮົາ​ໄດ້​ພົບ​ພວກເຈົ້າ​ອີກ ແລະ ຈະ​ໄດ້​ເພີ່ມເຕີມ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ສ່ວນ​ທີ່​ຍັງ​ຂາດ​ຢູ່​ນັ້ນ.


ຈົ່ງ​ອະທິຖານ​ຢູ່​ບໍ່​ຂາດ,


ແລະ ເພື່ອ​ຈຸດປະສົງ​ນີ້ ເຮົາ​ຈຶ່ງ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ປະກາດ ແລະ ເປັນ​ອັກຄະສາວົກ, ເຮົາ​ກຳລັງ​ເວົ້າ​ຄວາມຈິງ, ເຮົາ​ບໍ່​ໄດ້​ເວົ້າ​ຕົວະ ແລະ ເຮົາ​ເປັນ​ຄູສອນ​ທີ່​ແທ້ຈິງ ແລະ ສັດຊື່​ຂອງ​ບັນດາ​ຄົນຕ່າງຊາດ.


ເຮົາ​ຂອບພຣະຄຸນ​ພຣະເຈົ້າ, ພຣະອົງ​ຜູ້​ທີ່​ເຮົາ​ຮັບໃຊ້, ເຊັ່ນດຽວກັນ​ກັບ​ບັນພະບຸລຸດ​ຂອງ​ເຮົາ​ໄດ້​ກະທຳ ດ້ວຍ​ຈິດສຳນຶກ​ອັນ​ໃສ​ສະອາດ, ທັງ​ກາງເວັນ ແລະ ກາງຄືນ​ເຮົາ​ໄດ້​ລະນຶກ​ເຖິງ​ເຈົ້າ​ໃນ​ຄຳອະທິຖານ​ຢູ່​ສະເໝີ.


ເມື່ອ​ເຮົາ​ລະນຶກ​ເຖິງ​ເຈົ້າ​ໃນ​ຄຳອະທິຖານ ເຮົາ​ກໍ​ຂອບພະຄຸນ​ພຣະເຈົ້າ​ຢູ່​ສະເໝີ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka