ໂຣມ 1:8 - ພຣະຄຳພີລາວສະບັບສະໄໝໃໝ່8 ກ່ອນອື່ນ ເຮົາຂອບພຣະຄຸນພຣະເຈົ້າຂອງເຮົາຜ່ານທາງພຣະເຢຊູຄຣິດເຈົ້າເພື່ອພວກເຈົ້າທຸກຄົນ, ເພາະຄວາມເຊື່ອຂອງພວກເຈົ້າກຳລັງຖືກກ່າວໄປທົ່ວໂລກ. Uka jalj uñjjattʼätaພຣະຄຳພີສັກສິ8 ກ່ອນອື່ນ ເຮົາໂມທະນາຂອບພຣະຄຸນພຣະເຈົ້າ ໂດຍທາງພຣະເຢຊູເຈົ້າເພື່ອພວກເຈົ້າທຸກຄົນ ດ້ວຍວ່າ ຄວາມເຊື່ອຂອງພວກເຈົ້າກຳລັງຊ່າລືໄປທົ່ວໂລກ. Uka jalj uñjjattʼäta |
ແລະ ພວກເຮົາໄດ້ຂອບພຣະຄຸນພຣະເຈົ້າຢູ່ສະເໝີ ເພາະເມື່ອພວກເຈົ້າໄດ້ຮັບເອົາພຣະຄຳຂອງພຣະເຈົ້າ ເຊິ່ງພວກເຈົ້າໄດ້ຍິນຈາກພວກເຮົານັ້ນ ພວກເຈົ້າບໍ່ໄດ້ຮັບໄວ້ເໝືອນດັ່ງເປັນຖ້ອຍຄຳຂອງມະນຸດຜູ້ໜຶ່ງ ແຕ່ໄດ້ຮັບໄວ້ຕາມທີ່ເປັນຈິງຄື ເປັນພຣະຄຳຂອງພຣະເຈົ້າທີ່ກຳລັງທຳງານຢູ່ພາຍໃນພວກເຈົ້າທັງຫລາຍທີ່ເຊື່ອ.
ຖ້າຜູ້ໃດຈະກ່າວ, ພວກເຂົາກໍຄວນເຮັດເໝືອນເປັນຜູ້ກ່າວພຣະຄຳຂອງພຣະເຈົ້າ. ຖ້າຜູ້ໃດຈະຮັບໃຊ້, ພວກເຂົາກໍຄວນເຮັດດ້ວຍກຳລັງທີ່ພຣະເຈົ້າໃຫ້, ເພື່ອວ່າພຣະເຈົ້າຈະໄດ້ຮັບການສັນລະເສີນໃນທຸກສິ່ງໂດຍຜ່ານທາງພຣະເຢຊູຄຣິດເຈົ້າ. ຂໍໃຫ້ສະຫງ່າລາສີ ແລະ ລິດອຳນາດຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ. ອາແມນ.