Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 1:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ເຖິງ​ທຸກ​ຄົນ​ທີ່​ຢູ່​ໃນ​ນະຄອນ​ໂຣມ ຜູ້​ທີ່​ພຣະເຈົ້າ​ຮັກ ແລະ ໄດ້​ເອີ້ນ​ໃຫ້​ເປັນ​ຄົນ​ບໍລິສຸດ​ຂອງ​ພຣະອົງ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ເຖິງ ບັນດາ​ຄົນ​ທັງຫລາຍ​ໃນ​ນະຄອນ​ໂຣມ​ທີ່​ພຣະເຈົ້າ​ຊົງ​ຮັກ ແລະ​ຊົງ​ເອີ້ນ​ໃຫ້​ເປັນ​ໄພ່ພົນ​ບໍຣິສຸດ​ຂອງ​ພຣະອົງ. ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ແລະ ອົງ​ພຣະເຢຊູ​ຄຣິດເຈົ້າ ໂຜດ​ປະທານ​ພຣະຄຸນ ແລະ​ສັນຕິສຸກ​ໃຫ້​ມີ​ຢູ່​ກັບ​ເຈົ້າ​ທັງຫລາຍ​ເທີ້ນ.

Uka jalj uñjjattʼäta Copia luraña




ໂຣມ 1:7
70 Jak'a apnaqawi uñst'ayäwi  

ໃນ​ທຳນອງ​ດຽວ​ກັນ, ຈົ່ງ​ໃຫ້​ຄວາມສະຫວ່າງ​ທີ່​ຢູ່​ໃນ​ພວກເຈົ້າ​ນັ້ນ​ສ່ອງແຈ້ງ​ຕໍ່ໜ້າ​ຄົນ​ທັງຫລາຍ ເພື່ອວ່າ​ພວກເຂົາ​ຈະ​ເຫັນ​ຄວາມ​ດີ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ ສັນລະເສີນ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ທີ່​ສະຖິດ​ຢູ່​ໃນ​ສະຫວັນ.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢ່າ​ໜ່ວງໜ່ຽວ​ເຮົາ​ໄວ້ ເພາະ​ເຮົາ​ຍັງ​ບໍ່​ໄດ້​ຂຶ້ນ​ໄປ​ຫາ​ພຣະບິດາເຈົ້າ. ຈົ່ງ​ໄປ​ຫາ​ພວກ​ພີ່ນ້ອງ​ຂອງ​ເຮົາ ແລະ ບອກ​ພວກເຂົາ​ວ່າ, ‘ເຮົາ​ກຳລັງ​ຈະ​ຂຶ້ນ​ໄປ​ຫາ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ພຣະບິດາເຈົ້າ​ຂອງ​ພວກເຈົ້າ, ຈະ​ຂຶ້ນ​ໄປ​ຫາ​ພຣະເຈົ້າ​ຂອງ​ເຮົາ ແລະ ພຣະເຈົ້າ​ຂອງ​ພວກເຈົ້າ’”.


ແລ້ວ​ພວກເພິ່ນ​ໄດ້​ຝາກ​ຈົດໝາຍ​ໃຫ້​ພວກເຂົາ​ຖື​ໄປ​ນຳ​ດັ່ງ​ນີ້: ຈາກ​ບັນດາ​ອັກຄະສາວົກ ແລະ ຜູ້ອາວຸໂສ ຜູ້​ເປັນ​ພີ່ນ້ອງ​ຂອງ​ພວກທ່ານ, ເຖິງ ຜູ້ທີ່ເຊື່ອ​ທີ່​ເປັນ​ຄົນຕ່າງຊາດ​ໃນ​ເມືອງ​ອັນຕີໂອເຂຍ ໃນ​ແຂວງ​ຊີເຣຍ ແລະ ໃນ​ແຂວງ​ກີລີເກຍ: ຂໍ​ສົ່ງ​ຄຳ​ທັກທາຍ.


ອານາເນຍ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍ​ໄດ້​ຍິນ​ຫລາຍ​ຄົນ​ເວົ້າ​ເຖິງ​ເລື່ອງ​ຊາຍ​ຄົນ​ນີ້ ແລະ ຄວາມ​ຊົ່ວຮ້າຍ​ທັງໝົດ​ທີ່​ລາວ​ໄດ້​ເຮັດ​ຕໍ່​ຜູ້​ບໍລິສຸດ​ຂອງ​ພຣະອົງ​ໃນ​ເຢຣູຊາເລັມ.


ແລະ ພວກເຈົ້າ​ກໍ​ຮ່ວມ​ຢູ່​ໃນ​ບັນດາ​ຄົນຕ່າງຊາດ​ຜູ້​ທີ່​ໄດ້​ເອີ້ນ​ໃຫ້​ເປັນ​ຂອງ​ພຣະເຢຊູຄຣິດເຈົ້າ​ເໝືອນກັນ.


ເຫດສະນັ້ນ, ເມື່ອ​ພວກເຮົາ​ໄດ້​ຖືກນັບ​ເປັນ​ຜູ້ຊອບທຳ​ໂດຍ​ຄວາມເຊື່ອ​ແລ້ວ, ພວກເຮົາ​ຈຶ່ງ​ມີ​ສັນຕິສຸກ​ກັບ​ພຣະເຈົ້າ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ,


ແລະ ຄວາມຫວັງ​ບໍ່​ເຮັດ​ໃຫ້​ພວກເຮົາ​ຕ້ອງ​ອັບອາຍ ເພາະວ່າ​ພຣະເຈົ້າ​ໄດ້​ຖອກເທ​ຄວາມຮັກ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ພວກເຮົາ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ​ຜູ້​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຮົາ​ແລ້ວ.


ແລະ ພວກເຮົາ​ຮູ້​ແລ້ວ​ວ່າ​ໃນ​ທຸກໆ​ສິ່ງ​ພຣະເຈົ້າ​ເຮັດ​ໃຫ້​ເກີດ​ຜົນ​ດີ​ແກ່​ບັນດາ​ຜູ້​ທີ່​ຮັກ​ພຣະອົງ ຄື​ຜູ້​ທີ່​ໄດ້​ເອີ້ນ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ.


ບໍ່​ວ່າ​ຄວາມສູງ ຫລື ຄວາມເລິກ ຫລື ສິ່ງ​ອື່ນ​ໃດ​ໃນ​ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ທັງໝົດ ກໍ​ບໍ່​ສາມາດ​ແຍກ​ພວກເຮົາ​ອອກ​ຈາກ​ຄວາມຮັກ​ຂອງ​ພຣະເຈົ້າ​ທີ່​ມີ​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໄດ້.


ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ໃນ​ພຣະທຳ​ໂຮເສອາ​ວ່າ, “ເຮົາ​ຈະ​ເອີ້ນ​ຜູ້​ທີ່​ບໍ່​ໄດ້​ເປັນ​ພົນລະເມືອງ​ຂອງ​ເຮົາ​ວ່າ ‘ພົນລະເມືອງ​ຂອງ​ເຮົາ’ ແລະ ເອີ້ນ​ຜູ້​ທີ່​ເຮົາ​ບໍ່​ຮັກ​ວ່າ ‘ຜູ້​ທີ່​ເຮົາ​ຮັກ’”,


ແຕ່​ສຳລັບ​ບັນດາ​ຜູ້​ທີ່​ພຣະເຈົ້າ​ເອີ້ນ, ທັງ​ຊາວຢິວ ແລະ ຊາວ​ກຣີກ, ພຣະຄຣິດເຈົ້າ​ຄື​ລິດອຳນາດ ແລະ ປັນຍາ​ຂອງ​ພຣະເຈົ້າ.


ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.


ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ແລະ ຄວາມຮັກ​ຂອງ​ພຣະເຈົ້າ ແລະ ຄວາມ​ສາມັກຄີທຳ​ຂອງ​ພຣະວິນຍານບໍລິສຸດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະຖິດ​ຢູ່​ກັບ​ຈິດວິນຍານ​ຂອງ​ພວກເຈົ້າ​ທັງຫລາຍ. ອາແມນ.


ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ແລະ ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.


ຂໍ​ໃຫ້​ສັນຕິສຸກ ແລະ ຄວາມຮັກ​ພ້ອມດ້ວຍ​ຄວາມເຊື່ອ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພີ່ນ້ອງ​ທັງຫລາຍ.


ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ແລະ ຈາກ​ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.


ເຮົາ​ສາມາດ​ເຮັດ​ທຸກສິ່ງ​ໄດ້​ໂດຍ​ພຣະອົງ​ຜູ້​ໃຫ້​ກຳລັງ​ແກ່​ເຮົາ.


ຂໍ​ໃຫ້​ກຽດ​ຈົ່ງ​ມີ​ແກ່​ພຣະເຈົ້າ ແລະ ພຣະບິດາເຈົ້າ​ຂອງ​ພວກເຮົາ​ທັງຫລາຍ​ຕະຫລອດໄປ​ເປັນນິດ. ອາແມນ.


ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ຈິດວິນຍານ​ຂອງ​ພວກເຈົ້າ​ທັງຫລາຍ​ດ້ວຍ. ອາແມນ.


ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ທີ່​ເມືອງ​ໂກໂລຊາຍ, ຜູ້​ເປັນ​ພີ່ນ້ອງ​ທີ່​ສັດຊື່​ໃນ​ພຣະຄຣິດເຈົ້າ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ​ທັງຫລາຍ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.


ເຫດສະນັ້ນ, ໃນ​ຖານະ​ທີ່​ເປັນ​ຄົນ​ທີ່​ພຣະເຈົ້າ​ເລືອກ, ເປັນ​ຜູ້​ບໍລິສຸດ ແລະ ເປັນ​ທີ່ຮັກ​ຂອງ​ພຣະອົງ, ຈົ່ງ​ສວມ​ໂຕ​ເອງ​ດ້ວຍ​ຄວາມເມດຕາ, ຄວາມປານີ, ຄວາມຖ່ອມຕົວ, ຄວາມອ່ອນສຸພາບ ແລະ ຄວາມອົດທົນ.


ຈົ່ງ​ໃຫ້​ສັນຕິສຸກ​ຂອງ​ພຣະຄຣິດເຈົ້າ​ປົກຄອງ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຈົ້າ​ເພາະ​ພຣະເຈົ້າ​ເອີ້ນ​ພວກເຈົ້າ​ມາ​ເປັນ​ອະໄວຍະວະ​ຂອງ​ກາຍ​ດຽວ​ກັນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ສັນຕິສຸກ​ນີ້ ແລະ ຈົ່ງ​ມີ​ໃຈ​ຂອບພຣະຄຸນ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຊີລາ ແລະ ຕີໂມທຽວ, ເຖິງ​ຄຣິສຕະຈັກ​ຂອງ​ຊາວ​ເທສະໂລນິກ​ໃນ​ພຣະເຈົ້າ​ພຣະບິດາ ແລະ ໃນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.


ຕໍ່ໜ້າ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ພວກເຮົາ​ໄດ້​ລະນຶກ​ເຖິງ​ການງານ​ຂອງ​ພວກເຈົ້າ​ອັນ​ເກີດ​ມາ​ຈາກ​ຄວາມເຊື່ອ, ການເຮັດວຽກ​ໜັກ​ຂອງ​ພວກເຈົ້າ​ທີ່​ເກີດ​ຈາກ​ຄວາມຮັກ ແລະ ຄວາມອົດທົນ​ຂອງ​ພວກເຈົ້າ​ທີ່​ໄດ້​ຮັບ​ແຮງບັນດານໃຈ​ມາ​ຈາກ​ຄວາມຫວັງ​ໃນ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ພີ່ນ້ອງ​ທັງຫລາຍ​ຜູ້​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ​ເອີຍ, ພວກເຮົາ​ຮູ້​ວ່າ​ພຣະອົງ​ໄດ້​ເລືອກ​ເອົາ​ພວກເຈົ້າ,


ເພາະ​ພຣະເຈົ້າ​ບໍ່​ໄດ້​ເອີ້ນ​ພວກເຮົາ​ໃຫ້​ເປັນ​ຄົນ​ມີ​ມົນທິນ ແຕ່​ໃຫ້​ພວກເຮົາ​ດຳເນີນຊີວິດ​ທີ່​ບໍລິສຸດ.


ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ!


ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.


ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ແຫ່ງ​ສັນຕິສຸກ ມອບ​ສັນຕິສຸກ​ໃຫ້​ແກ່​ພວກເຈົ້າ​ທັງຫລາຍ​ໃນ​ທຸກ​ເວລາ ແລະ ໃນ​ທຸກ​ດ້ານ. ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.


ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.


ເຖິງ​ຕີໂມທຽວ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ: ຂໍ​ໃຫ້​ພຣະຄຸນ, ຄວາມ​ເມດຕາ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມີ​ແກ່​ເຈົ້າ.


ສ່ວນ​ບັນດາ​ຄົນ​ທີ່​ມີ​ນາຍ​ເປັນ​ຜູ້ທີ່ເຊື່ອ​ກໍ​ບໍ່​ຄວນ​ສະແດງ​ຄວາມ​ບໍ່​ນັບຖື​ຕໍ່​ພວກເພິ່ນ ເພາະ​ພວກເພິ່ນ​ເປັນ​ຜູ້ທີ່ເຊື່ອ​ດ້ວຍ​ກັນ. ກົງກັນຂ້າມ, ພວກເຂົາ​ສົມຄວນ​ຈະ​ຮັບໃຊ້​ນາຍ​ເຫລົ່ານັ້ນ​ໃຫ້​ດີ​ຍິ່ງ​ຂຶ້ນ​ເພາະວ່າ​ນາຍ​ຂອງ​ພວກເຂົາ​ນັ້ນ​ເປັນ​ທີ່ຮັກ​ຂອງ​ພວກເຂົາ​ເປັນ​ຜູ້ທີ່ເຊື່ອ ແລະ ໄດ້​ອຸທິດ​ຕົນ​ເພື່ອ​ສະຫວັດດີການ​ຂອງ​ຂ້າທາດ​ຂອງ​ຕົນ. ເຈົ້າ​ຈົ່ງ​ສັ່ງສອນ ແລະ ເນັ້ນ​ພວກເຂົາ​ໃຫ້​ເຮັດ​ສິ່ງ​ເຫລົ່ານີ້.


ເຖິງ ຕີໂມທຽວ​ລູກ​ທີ່ຮັກ​ຂອງ​ເຮົາ: ຂໍ​ໃຫ້​ພຣະຄຸນ, ຄວາມ​ເມດຕາ ແລະ ສັນຕິສຸກ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຈົ່ງ​ມີ​ແກ່​ເຈົ້າ.


ຂໍ​ອົງພຣະຜູ້ເປັນເຈົ້າ​ສະຖິດ​ກັບ​ຈິດວິນຍານ​ຂອງ​ເຈົ້າ ຂໍ​ໃຫ້​ພຣະຄຸນ​ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກ​ຄົນ.


ເຖິງ​ຕີໂຕ ຜູ້​ເປັນ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ​ດຽວ​ກັນ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ຈົ່ງ​ມີ​ແກ່​ເຈົ້າ.


ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ຈິດວິນຍານ​ຂອງ​ເຈົ້າ.


ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ຈົ່ງ​ມີ​ແກ່​ພວກເຈົ້າ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຢາໂກໂບ, ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ, ເຖິງ​ຄົນ​ສິບສອງ​ເຜົ່າ​ທີ່​ກະຈັດກະຈາຍ​ຢູ່​ໃນ​ຊາດ​ຕ່າງໆ:


ແຕ່​ພວກເຈົ້າ​ຈົ່ງ​ບໍລິສຸດ​ໃນ​ການກະທຳ​ທຸກ​ຢ່າງ ເໝືອນດັ່ງ​ພຣະອົງ​ຜູ້​ເອີ້ນ​ເອົາ​ພວກເຈົ້າ​ນັ້ນ​ບໍລິສຸດ.


ເບິ່ງແມ, ຄວາມຮັກ​ທີ່​ພຣະບິດາເຈົ້າ​ມີ​ຕໍ່​ພວກເຮົາ​ທັງຫລາຍ​ນັ້ນ​ຍິ່ງໃຫຍ່​ປານ​ໃດ, ເຊິ່ງ​ພວກເຮົາ​ຄວນ​ຖືກ​ເອີ້ນ​ວ່າ ບັນດາ​ລູກ​ຂອງ​ພຣະເຈົ້າ! ແລະ ພວກເຮົາ​ກໍ​ເປັນ​ຢ່າງ​ນັ້ນ​ແລ້ວ. ເຫດຜົນ​ທີ່​ໂລກ​ບໍ່​ຮູ້ຈັກ​ພວກເຮົາ​ກໍ​ເພາະ​ໂລກ​ບໍ່​ຮູ້ຈັກ​ພຣະອົງ.


ຂໍ​ໃຫ້​ພຣະຄຸນ, ຄວາມ​ເມດຕາ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາເຈົ້າ ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ພຣະບຸດ​ຂອງ​ພຣະບິດາເຈົ້າ ຢູ່​ກັບ​ພວກເຮົາ​ທັງຫລາຍ​ໃນ​ຄວາມຈິງ ແລະ ໃນ​ຄວາມຮັກ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ເອເຟໂຊ​ວ່າ: ນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະອົງ​ຜູ້​ຖື​ດາວ​ທັງ​ເຈັດ​ໄວ້​ໃນ​ມື​ຂວາ​ຂອງ​ພຣະອົງ ແລະ ຍ່າງ​ຢູ່​ທ່າມກາງ​ຫລັກຕະກຽງ​ຄຳ​ທັງ​ເຈັດ​ນັ້ນ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ເປຄາໂມ​ວ່າ: ພຣະອົງ​ຜູ້​ຖື​ດາບ​ສອງ​ຄົມ​ກ່າວ​ວ່າ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ທົວເຕຣາ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ມີ​ຕາ​ເໝືອນດັ່ງ​ໄຟ​ລຸກໄໝ້ ແລະ ຜູ້​ທີ່​ມີ​ຕີນ​ເໝືອນດັ່ງ​ທອງສຳລິດ​ທີ່​ຂັດເງົາ.


ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຊະມີນາ​ວ່າ: ນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະອົງ​ຜູ້​ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ, ຜູ້​ທີ່​ໄດ້​ຕາຍ​ແລ້ວ ແລະ ໄດ້​ມີຊີວິດ​ຄືນມາ​ອີກ.


ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຢູ່​ກັບ​ບັນດາ​ຄົນ​ຂອງ​ພຣະເຈົ້າ. ອາແມນ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ລາວດີເກອາ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ເປັນ​ອາແມນ, ເປັນ​ພະຍານ​ທີ່​ສັດຊື່ ແລະ ເປັນ​ຄວາມ​ຈິງ, ເປັນ​ຜູ້​ປົກຄອງ​ສິ່ງ​ທີ່​ພຣະເຈົ້າ​ສ້າງ.


ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ”.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຟີລາເດັນເຟຍ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ບໍລິສຸດ ແລະ ເປັນ​ຄວາມ​ຈິງ, ຜູ້​ຖື​ກະແຈ​ຂອງ​ດາວິດ. ສິ່ງ​ທີ່​ພຣະອົງ​ເປີດ​ແລ້ວ​ບໍ່​ມີ​ຜູ້ໃດ​ສາມາດ​ປິດ​ໄດ້ ແລະ ສິ່ງ​ທີ່​ພຣະອົງ​ປິດ​ແລ້ວ​ບໍ່​ມີ​ຜູ້ໃດ​ສາມາດ​ເປີດ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka