Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 1:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ແລະ ຜູ້​ທີ່​ໂດຍ​ທາງ​ພຣະວິນຍານ​ແຫ່ງ​ຄວາມບໍລິສຸດ ພຣະອົງ​ໄດ້​ຮັບ​ການແຕ່ງຕັ້ງ​ໃຫ້​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ດ້ວຍ​ລິດອຳນາດ​ໂດຍ​ການເປັນຄືນມາຈາກຕາຍ ຄື​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ແຕ່​ຝ່າຍ​ພຣະວິນຍານ​ແຫ່ງ​ຄວາມ​ບໍຣິສຸດ​ນັ້ນ ໄດ້​ຊົງ​ປະກາດ​ດ້ວຍ​ຣິດທານຸພາບ ຄື​ໂດຍ​ການ​ທີ່​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ຂຶ້ນ​ມາ​ຈາກ​ຕາຍ​ວ່າ ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ໂຣມ 1:4
20 Jak'a apnaqawi uñst'ayäwi  

ຜູ້ລໍ້ລວງ​ກໍ​ໄດ້​ມາ​ຫາ​ພຣະອົງ ແລະ ກ່າວ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ, ຈົ່ງ​ສັ່ງ​ກ້ອນຫີນ​ເຫລົ່ານີ້​ໃຫ້​ກາຍເປັນ​ເຂົ້າຈີ່”.


ເພາະ​ພຣະອົງ​ໄດ້​ກຳນົດ​ວັນ​ໜຶ່ງ​ທີ່​ພຣະອົງ​ຈະ​ພິພາກສາ​ໂລກ​ດ້ວຍ​ຄວາມຍຸຕິທຳ​ໂດຍ​ຊາຍ​ຜູ້​ໜຶ່ງ​ທີ່​ໄດ້​ພຣະອົງ​ໄດ້​ແຕ່ງຕັ້ງ​ໄວ້. ພຣະອົງ​ໄດ້​ພິສູດ​ສິ່ງ​ນີ້​ແກ່​ທຸກຄົນ​ເຫັນ ໂດຍ​ໃຫ້​ຊາຍ​ຜູ້​ນີ້​ເປັນຄືນມາຈາກຕາຍ”.


ແຕ່​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ ໄດ້​ປົດປ່ອຍ​ພຣະອົງ​ອອກ​ຈາກ​ຄວາມເຈັບປວດ, ອອກ​ຈາກ​ອຳນາດ​ແຫ່ງ​ຄວາມຕາຍ, ເພາະ​ຄວາມຕາຍ​ບໍ່​ສາມາດ​ຈະ​ກັກ​ຈ່ອງ​ພຣະອົງ​ໄວ້​ໄດ້.


ພຣະເຈົ້າ​ໃຫ້​ພຣະເຢຊູເຈົ້າ​ຜູ້​ນີ້​ໃຫ້​ເປັນຄືນມາຈາກຕາຍ ແລະ ພວກຂ້າພະເຈົ້າ​ທຸກຄົນ​ຕ່າງ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ຄວາມຈິງ​ນີ້.


ພວກທ່ານ​ທັງຫລາຍ​ໄດ້​ຂ້າ​ພຣະອົງ​ຜູ້​ທີ່​ໃຫ້​ຊີວິດ, ແຕ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ, ຝ່າຍ​ພວກເຮົາ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ນີ້.


ຂ່າວປະເສີດ​ນັ້ນ​ກ່ຽວກັບ​ພຣະບຸດ​ຂອງ​ພຣະອົງ ຜູ້​ທີ່​ໃນ​ຖານະ​ມະນຸດ ເຊິ່ງ​ເປັນ​ເຊື້ອສາຍ​ຂອງ​ດາວິດ​ຝ່າຍ​ເນື້ອກາຍ,


ເພາະ​ເປັນ​ຄວາມຈິງແທ້​ທີ່​ວ່າ, ໃນ​ຄວາມອ່ອນແອ ພຣະອົງ​ຖືກ​ຄຶງ​ເທິງ​ໄມ້ກາງແຂນ ແຕ່​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ​ພຣະອົງ​ມີ​ຊີວິດ​ຢູ່. ເຊັ່ນດຽວ​ກັນ ພວກເຮົາ​ກໍ​ອ່ອນແອ​ໃນ​ພຣະອົງ, ແຕ່​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ ພວກເຮົາ​ຈະ​ມີຊີວິດ​ຢູ່​ດ້ວຍກັນ​ກັບ​ພຣະອົງ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ.


ແລ້ວ​ຫລາຍກວ່ານັ້ນ​ຈັກ​ເທົ່າໃດ, ໂລຫິດ​ຂອງ​ພຣະຄຣິດເຈົ້າ​ຜູ້​ໄດ້​ຖວາຍ​ພຣະອົງ​ເອງ​ຢ່າງ​ບໍ່ມີຕຳໜິ​ແກ່​ພຣະເຈົ້າ ໂດຍ​ທາງ​ພຣະວິນຍານ​ຕະຫລອດໄປ​ເປັນນິດ ກໍ​ຈະ​ຊຳລະ​ຈິດສຳນຶກ​ຂອງ​ພວກເຮົາ​ຈາກ​ການກະທຳ​ອັນ​ນຳ​ໄປ​ສູ່​ຄວາມຕາຍ, ເພື່ອ​ພວກເຮົາ​ຈະ​ໄດ້​ຮັບໃຊ້​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່!


ພວກເພິ່ນ​ພະຍາຍາມ​ຄົ້ນຫາ​ວ່າ​ສິ່ງ​ທີ່​ພຣະວິນຍານ​ຂອງ​ພຣະຄຣິດເຈົ້າ​ທີ່​ຢູ່​ໃນ​ພວກເພິ່ນ​ໄດ້​ບົ່ງ​ໄວ້​ນັ້ນ​ຈະ​ເກີດຂຶ້ນ​ເມື່ອໃດ ແລະ ຈະ​ເກີດຂຶ້ນ​ຢ່າງໃດ ເມື່ອ​ພຣະອົງ​ໄດ້​ທຳນວາຍ​ເຖິງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເຖິງ​ສະຫງ່າລາສີ​ທີ່​ຈະ​ຕາມ​ມາ​ນັ້ນ.


ເພາະ​ຄຳ​ເປີດເຜີຍ​ນັ້ນ​ບໍ່​ເຄີຍ​ເກີດ​ຂຶ້ນ​ຈາກ​ເຈດຕະນາ​ຂອງ​ມະນຸດ ເຖິງ​ແມ່ນ​ວ່າ​ຜູ້ທຳນວາຍ​ຈະ​ເປັນ​ມະນຸດ ກໍ​ກ່າວ​ຖ້ອຍຄຳ​ທີ່​ມາ​ຈາກ​ພຣະເຈົ້າ​ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ນຳ​ພວກເພິ່ນ.


ເຮົາ​ເປັນ​ອົງ​ຜູ້​ດຳລົງ​ຊີວິດ​ຢູ່; ເຮົາ​ໄດ້​ຕາຍ​ແລ້ວ ແລະ ບັດນີ້ ເບິ່ງ​ແມ, ເຮົາ​ຍັງ​ມີຊີວິດ​ຢູ່​ຕະຫລອດໄປ​ເປັນນິດ! ແລະ ເຮົາ​ຖື​ກະແຈ​ແຫ່ງ​ຄວາມຕາຍ ແລະ ແດນມໍລະນາ.


ແລ້ວ​ຂ້າພະເຈົ້າ​ໄດ້​ໝອບລົງ​ທີ່​ຕີນ​ຂອງ​ເທວະດາ​ເພື່ອ​ນະມັດສະການ​ເພິ່ນ. ແຕ່​ເທວະດາ​ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຢ່າ​ເຮັດ​ຢ່າງ​ນີ້! ເຮົາ​ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ກັບ​ທ່ານ ແລະ ຮ່ວມ​ກັບ​ພີ່ນ້ອງ​ຂອງ​ທ່ານ​ທີ່​ຢຶດໝັ້ນ​ໃນ​ຄຳພະຍານ​ເລື່ອງ​ຂອງ​ພຣະເຢຊູເຈົ້າ. ຈົ່ງ​ນະມັດສະການ​ພຣະເຈົ້າ! ເພາະ​ແມ່ນ​ພຣະວິນຍານ​ແຫ່ງ​ການ​ທຳນວາຍ​ທີ່​ເປັນ​ພະຍານ​ເລື່ອງ​ພຣະເຢຊູເຈົ້າ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka