Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 1:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ຂ່າວປະເສີດ​ນັ້ນ​ກ່ຽວກັບ​ພຣະບຸດ​ຂອງ​ພຣະອົງ ຜູ້​ທີ່​ໃນ​ຖານະ​ມະນຸດ ເຊິ່ງ​ເປັນ​ເຊື້ອສາຍ​ຂອງ​ດາວິດ​ຝ່າຍ​ເນື້ອກາຍ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ເປັນ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ຂອງ​ພຣະອົງ ຄື​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ທັງຫລາຍ ຜູ້​ຊົງ​ບັງເກີດ​ໃນ​ເຊື້ອວົງ​ຂອງ​ດາວິດ​ຝ່າຍ​ເນື້ອກາຍ

Uka jalj uñjjattʼäta Copia luraña




ໂຣມ 1:3
66 Jak'a apnaqawi uñst'ayäwi  

ນີ້​ແມ່ນ​ເຊື້ອສາຍ​ຂອງ​ພຣະເຢຊູເຈົ້າ​ຜູ້​ເປັນ​ພຣະເມຊີອາ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ດາວິດ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ເຊິ່ງ​ມີ​ດັ່ງນີ້:


ແລະ ຢາໂຄບ​ເປັນ​ພໍ່​ຂອງ​ໂຢເຊັບ​ຜົວ​ຂອງ​ມາຣີ​ຜູ້​ໃຫ້​ກຳເນີດ​ພຣະເຢຊູເຈົ້າ​ຜູ້​ທີ່​ມີ​ຊື່​ວ່າ: ພຣະຄຣິດເຈົ້າ.


ແລະ ເຢຊີ​ເປັນ​ພໍ່​ຂອງ​ກະສັດ​ດາວິດ. ດາວິດ​ເປັນ​ພໍ່​ຂອງ​ໂຊໂລໂມນ, ແມ່​ຂອງ​ໂຊໂລໂມນ​ເຄີຍ​ເປັນ​ເມຍ​ຂອງ​ອູຣີຢາ​ມາ​ກ່ອນ,


ປະຊາຊົນ​ທັງໝົດ​ກໍ​ປະຫລາດໃຈ ແລະ ເວົ້າ​ກັນ​ວ່າ, “ເປັນ​ໄປ​ໄດ້​ບໍ​ທີ່​ຄົນ​ນີ້​ຈະ​ເປັນ​ບຸດ​ຂອງ​ດາວິດ?”


ມີ​ຍິງ​ຊາວ​ການາອານ​ຄົນ​ໜຶ່ງ​ຈາກ​ຂົງເຂດ​ໃກ້ຄຽງ​ນັ້ນ​ໄດ້​ມາ​ຂໍຮ້ອງ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ ບຸດ​ດາວິດ​ເອີຍ, ຂໍ​ເມດຕາ​ຂ້ານ້ອຍ​ດ້ວຍ! ລູກສາວ​ຂອງ​ຂ້ານ້ອຍ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ​ຢູ່ ແລະ ທຸກທໍລະມານ​ຫລາຍ”.


ແຕ່​ພຣະເຢຊູເຈົ້າ​ຍັງ​ມິດງຽບ​ຢູ່. ມະຫາ​ປະໂລຫິດ​ຈຶ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ພາຍໃຕ້​ຄຳສາບານ​ໂດຍ​ອ້າງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່ ເຮົາ​ສັ່ງ​ເຈົ້າ​ວ່າ: ຖ້າ​ເຈົ້າ​ແມ່ນ​ພຣະຄຣິດເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ​ກໍ​ຈົ່ງ​ບອກ​ພວກເຮົາ​ມາ”.


ລາວ​ໄວ້ໃຈ​ໃນ​ພຣະເຈົ້າ ກໍ​ໃຫ້​ພຣະອົງ​ຊ່ວຍ​ລາວ​ດຽວ​ນີ້​ສາ​ຖ້າ​ພຣະອົງ​ຍັງ​ຕ້ອງການ​ລາວ​ຢູ່ ເພາະ​ລາວ​ເວົ້າ​ວ່າ, ‘ເຮົາ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ’”.


ແລະ ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ; ເຮົາ​ພໍໃຈ​ເພິ່ນ​ຫລາຍ”.


ຂະນະ​ທີ່​ພຣະເຢຊູເຈົ້າ​ອອກ​ໄປ​ຈາກ​ທີ່​ນັ້ນ, ກໍ​ມີ​ຊາຍ​ຕາບອດ​ສອງ​ຄົນ​ຍ່າງ​ຕາມ​ພຣະອົງ​ໄປ ແລະ ຮ້ອງ​ຂຶ້ນ​ວ່າ, “ບຸດ​ດາວິດ​ເອີຍ ຂໍ​ເມດຕາ​ພວກ​ຂ້ານ້ອຍ​ດ້ວຍ!”


ເທວະດາ​ນັ້ນ​ໄດ້​ຕອບ​ວ່າ, “ພຣະວິນຍານບໍລິສຸດເຈົ້າ​ຈະ​ລົງ​ມາ​ເທິງ​ເຈົ້າ ແລະ ລິດອຳນາດ​ຂອງ​ພຣະເຈົ້າ​ສູງສຸດ​ຈະ​ປົກຄຸມ​ເຈົ້າ​ໄວ້. ດັ່ງນັ້ນ ອົງ​ບໍລິສຸດ​ທີ່​ຈະ​ເກີດ​ມາ​ຈະ​ໄດ້​ຊື່​ວ່າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ພຣະອົງ​ຍົກຊູ​ເຂົາສັດ​ແຫ່ງ​ຄວາມພົ້ນ​ສຳລັບ​ພວກເຮົາ ໃນ​ເຊື້ອສາຍ​ຂອງ​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ


ພຣະທຳ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ ແລະ ສະຖິດ​ຢູ່​ທ່າມກາງ​ພວກເຮົາ​ທັງຫລາຍ. ພວກເຮົາ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ ຄື​ສະຫງ່າລາສີ​ຂອງ​ພຣະບຸດ​ອົງ​ດຽວ, ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ພຣະອົງ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມຈິງ.


ເຮົາ​ໄດ້​ເຫັນ​ແລ້ວ ແລະ ເຮົາ​ເປັນພະຍານ​ໄດ້​ວ່າ ນີ້​ຄື​ຜູ້​ທີ່​ພຣະເຈົ້າ​ເລືອກ​ໄວ້”.


ນະທານາເອັນ​ຈຶ່ງ​ຮ້ອງ​ວ່າ, “ຣັບບີ ພຣະອົງ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ, ພຣະອົງ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ”.


ເຮົາ​ກັບ​ພຣະບິດາເຈົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ”.


ແລ້ວ​ຜູ້​ທີ່​ພຣະບິດາເຈົ້າ​ເລືອກ​ໄວ້ ແລະ ໃຊ້​ເຂົ້າ​ມາ​ໃນ​ໂລກ​ນີ້​ຈະ​ວ່າ​ແນວໃດ? ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ກ່າວຫາ​ເຮົາ​ວ່າ​ເຮົາ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ເພາະ​ເຮົາ​ກ່າວ​ວ່າ, ‘ເຮົາ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ’?


ໂທມາ​ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ ແລະ ພຣະເຈົ້າ​ຂອງ​ຂ້ານ້ອຍ!”


ແຕ່​ເລື່ອງ​ເຫລົ່ານີ້​ໄດ້​ບັນທຶກ​ໄວ້​ກໍ​ເພື່ອ​ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະເມຊີອາ ພຣະບຸດ​ຂອງ​ພຣະເຈົ້າ ແລະ ໂດຍ​ຄວາມເຊື່ອ​ໃນ​ນາມ​ຂອງ​ພຣະອົງ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເວລາ​ນັ້ນ​ໃກ້​ເຂົ້າ​ມາ ແລະ ບັດນີ້​ກໍ​ມາ​ເຖິງ​ແລ້ວ ເມື່ອ​ຜູ້​ທີ່​ຕາຍ​ແລ້ວ​ຈະ​ໄດ້​ຍິນ​ສຽງ​ພຣະບຸດ​ຂອງ​ພຣະເຈົ້າ ແລະ ບັນດາ​ຜູ້​ທີ່​ໄດ້​ຍິນ​ກໍ​ຈະ​ມີຊີວິດ.


ພຣະຄຳພີ​ບອກ​ໄວ້​ບໍ່​ແມ່ນ​ບໍ​ວ່າ​ພຣະຄຣິດເຈົ້າ​ຈະ​ມາ​ຈາກ​ເຊື້ອສາຍ​ຂອງ​ດາວິດ ແລະ ຈາກ​ເບັດເລເຮັມ ເມືອງ​ທີ່​ດາວິດ​ຢູ່?”


ແຕ່​ເພິ່ນ​ເປັນ​ຜູ້ທຳນວາຍ ແລະ ຮູ້​ວ່າ​ພຣະເຈົ້າ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ກັບ​ເພິ່ນ​ວ່າ​ພຣະອົງ​ຈະ​ຕັ້ງ​ຜູ້​ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ເພິ່ນ​ໃຫ້​ຄອງ​ບັນລັງ​ຂອງ​ເພິ່ນ.


ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ມອບ​ສະຫງ່າລາສີ​ໃຫ້​ແກ່​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ຂອງ​ພຣະອົງ ເຊິ່ງ​ທ່ານ​ທັງຫລາຍ​ໄດ້​ມອບ​ພຣະອົງ​ໃຫ້​ໄປ​ຖືກ​ຂ້າ ແລະ ໄດ້​ປະຕິເສດ​ພຣະອົງ​ຕໍ່ໜ້າ​ປີລາດ, ເຖິງ​ແມ່ນ​ວ່າ​ປີລາດ​ຕັ້ງໃຈ​ໄວ້​ແລ້ວ​ຈະ​ປ່ອຍ​ພຣະອົງ​ໄປ.


ຂະນະ​ທີ່​ພວກເພິ່ນ​ເດີນທາງ​ໄປ​ຕາມ​ຖະໜົນ, ພວກເພິ່ນ​ໄດ້​ມາ​ເຖິງ​ບ່ອນ​ທີ່​ມີ​ນ້ຳ​ບ່ອນ​ໜຶ່ງ ແລະ ຂ້າລາຊະການ​ຈຶ່ງ​ເວົ້າ​ວ່າ, “ເບິ່ງ​ແມ, ບ່ອນ​ນີ້​ມີ​ນ້ຳ. ມີ​ສິ່ງໃດ​ທີ່​ຂັດຂວາງ​ຂ້ອຍ​ບໍ່​ໃຫ້​ຮັບ​ບັບຕິສະມາ​ບໍ?”


ເພິ່ນ​ກໍ​ໄດ້​ເລີ່ມ​ເທດສະໜາ​ທັນທີ​ໃນ​ທຳມະສາລາ​ຕ່າງໆ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ພຣະເຈົ້າ​ຜູ້​ທີ່​ເຮົາ​ຮັບໃຊ້​ດ້ວຍ​ສຸດ​ໃຈ​ໃນ​ການປະກາດ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ຂອງ​ພຣະອົງ​ນັ້ນ​ເປັນ​ພະຍານ​ໃຫ້​ເຮົາ​ວ່າ ເຮົາ​ລະນຶກ​ເຖິງ​ພວກເຈົ້າ​ຢູ່​ສະເໝີ


ຖ້າ​ຢ່າງ​ນັ້ນ ພວກເຮົາ​ຈະ​ວ່າ​ຢ່າງໃດ​ເຖິງ​ເລື່ອງ​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຕາມ​ສາຍເລືອດ?


ເພາະ​ເຮົາ​ປາຖະໜາ​ວ່າ ຖ້າ​ເປັນ​ໄປ​ໄດ້​ຂໍ​ໃຫ້​ເຮົາ​ເອງ​ຖືກ​ສາບແຊ່ງ ແລະ ຖືກ​ຕັດຂາດ​ຈາກ​ພຣະຄຣິດເຈົ້າ ເພື່ອ​ເຫັນ​ແກ່​ພີ່ນ້ອງ​ຂອງ​ເຮົາ​ຜູ້​ເປັນ​ຄົນ​ເຊື້ອຊາດ​ດຽວ​ກັນ​ກັບ​ເຮົາ,


ພວກເຂົາ​ມີ​ບັນພະບຸລຸດ​ຜູ້​ຍິ່ງໃຫຍ່ ແລະ ເມື່ອ​ພຣະຄຣິດເຈົ້າ​ບັງເກີດ​ເປັນ​ມະນຸດ ພຣະອົງ​ກໍ​ສືບເຊື້ອສາຍ​ມາ​ຈາກ​ພວກເຂົາ, ຂໍ​ໃຫ້​ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ​ເໜືອ​ສິ່ງ​ສາລະພັດ ຈົ່ງ​ໄດ້​ຮັບ​ການ​ສັນລະເສີນ​ຕະຫລອດໄປ​ເປັນນິດ! ອາແມນ.


ພຣະເຈົ້າ​ສັດຊື່ ຜູ້​ທີ່​ໄດ້​ເອີ້ນ​ພວກເຈົ້າ​ທັງຫລາຍ​ໃຫ້​ເຂົ້າຮ່ວມ​ສາມັກຄີທຳ​ກັບ​ພຣະບຸດ​ຂອງ​ພຣະອົງ ຄື​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ຈົ່ງ​ພິຈາລະນາ​ເບິ່ງ​ຊົນຊາດ​ອິດສະຣາເອນ: ຜູ້​ທີ່​ກິນ​ເຄື່ອງຖວາຍ​ບູຊາ​ກໍ​ມີ​ສ່ວນຮ່ວມ​ໃນ​ແທ່ນບູຊາ​ບໍ່ແມ່ນ​ບໍ?


ແຕ່​ເມື່ອ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ມາເຖິງ, ພຣະເຈົ້າ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ, ບັງເກີດ​ຈາກ​ແມ່ຍິງ, ເຊິ່ງ​ເກີດ​ພາຍໃຕ້​ກົດບັນຍັດ,


ແລະ ຄອຍຖ້າ​ພຣະບຸດ​ຂອງ​ພຣະອົງ​ທີ່​ຈະ​ມາ​ຈາກ​ສະຫວັນ, ຜູ້​ທີ່​ພຣະອົງ​ໄດ້​ໃຫ້​ເປັນຄືນມາຈາກຕາຍ ຄື​ພຣະເຢຊູຄຣິດເຈົ້າ, ຜູ້​ທີ່​ກອບກູ້​ເອົາ​ພວກເຮົາ​ທັງຫລາຍ​ໃຫ້​ພົ້ນ​ຈາກ​ຄວາມໂກດຮ້າຍ​ທີ່​ກຳລັງ​ຈະ​ມາ​ເຖິງ.


ດ້ວຍວ່າ ມີ​ພຣະເຈົ້າ​ອົງ​ດຽວ ແລະ ມີ​ຜູ້ກາງ​ແຕ່​ຜູ້​ດຽວ​ລະຫວ່າງ​ພຣະເຈົ້າ​ກັບ​ມະນຸດ, ຄື​ພຣະຄຣິດເຈົ້າເຢຊູ​ຜູ້​ເປັນ​ມະນຸດ,


ຂໍ້​ເລິກລັບ​ແຫ່ງ​ທາງ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ເໜືອ​ຂໍ້​ຂ້ອງ​ໃຈ​ທັງປວງ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຮັບ​ການພິສູດ​ໂດຍ​ພຣະວິນຍານ, ບັນດາ​ເທວະດາ​ກໍ​ໄດ້​ເຫັນ, ໄດ້​ຖືກ​ປະກາດ​ໃນ​ທ່າມກາງ​ປະຊາຊາດ, ຄົນ​ໃນ​ໂລກ​ໄດ້​ເຊື່ອ​ໃນ​ພຣະອົງ, ໄດ້​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າລາສີ.


ຈົ່ງ​ລະນຶກເຖິງ​ພຣະເຢຊູຄຣິດເຈົ້າ​ຜູ້​ທີ່​ໄດ້​ຖືກ​ບັນດານ​ໃຫ້​ເປັນຄືນມາຈາກຕາຍ, ຜູ້​ສືບ​ເຊື້ອສາຍ​ຈາກ​ດາວິດ. ນີ້​ຄື​ຂ່າວປະເສີດ​ທີ່​ເຮົາ​ປະກາດ,


ພວກເຮົາ​ປະກາດ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ ແລະ ໄດ້​ຍິນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮ່ວມ​ສາມັກຄີທຳ​ກັບ​ພວກເຮົາ. ແລະ ຄວາມສາມັກຄີທຳ​ຂອງ​ພວກເຮົາ​ກັບ​ພຣະບິດາເຈົ້າ ແລະ ກັບ​ພຣະບຸດ​ຂອງ​ພຣະອົງ​ຄື​ພຣະເຢຊູຄຣິດເຈົ້າ.


ແລະ ນີ້​ແມ່ນ​ຄຳສັ່ງ​ຂອງ​ພຣະອົງ​ຄື: ໃຫ້​ເຊື່ອ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ ແລະ ຈົ່ງ​ຮັກ​ເຊິ່ງກັນແລະກັນ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ພວກເຮົາ​ໄວ້​ນັ້ນ.


ຜູ້​ທີ່​ເຮັດບາບ​ກໍ​ມາ​ຈາກ​ມານຮ້າຍ ເພາະ​ມານຮ້າຍ​ເຮັດ​ບາບ​ມາ​ຕັ້ງແຕ່​ປະຖົມມະການ. ເຫດຜົນ​ທີ່​ພຣະບຸດ​ຂອງ​ພຣະເຈົ້າ​ມາ​ປາກົດ​ກໍ​ຄື​ເພື່ອ​ທຳລາຍ​ກິດຈະການ​ຂອງ​ມານຮ້າຍ.


ຖ້າ​ຜູ້ໃດ​ຍອມຮັບ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ພຣະເຈົ້າ​ກໍ​ດຳລົງ​ຢູ່​ໃນ​ຜູ້​ນັ້ນ ແລະ ພວກເຂົາ​ກໍ​ຢູ່​ໃນ​ພຣະເຈົ້າ.


ທຸກຄົນ​ທີ່​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ​ກໍ​ເກີດ​ຈາກ​ພຣະເຈົ້າ ແລະ ທຸກຄົນ​ທີ່​ຮັກ​ພຣະບິດາເຈົ້າ​ກໍ​ຮັກ​ລູກ​ຂອງ​ພຣະອົງ​ດ້ວຍ.


ພວກເຮົາ​ກໍ​ຮູ້​ເໝືອນກັນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ມາ ແລະ ໄດ້​ໃຫ້​ຄວາມເຂົ້າໃຈ​ແກ່​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ອົງ​ທ່ຽງແທ້. ແລະ ພວກເຮົາ​ກໍ​ຢູ່​ໃນ​ພຣະອົງ​ຜູ້​ທ່ຽງແທ້ ຄື​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້ ແລະ ເປັນ​ຊີວິດ​ນິລັນດອນ.


ຜູ້ໃດ​ຈະ​ມີໄຊ​ເໜືອ​ໂລກ? ກໍ​ມີ​ແຕ່​ຜູ້​ທີ່​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ເທົ່ານັ້ນ.


ເຮົາ​ກ່າວ​ຢ່າງ​ນີ້​ກໍ​ເພາະວ່າ​ມີ​ຜູ້​ຫລອກລວງ​ຫລາຍ​ຄົນ​ອອກ​ໄປ​ໃນ​ໂລກ ພວກເຂົາ​ບໍ່​ຍອມຮັບ​ວ່າ​ພຣະເຢຊູຄຣິດເຈົ້າ​ໄດ້​ມາ​ເກີດ​ເປັນ​ມະນຸດ. ຄົນ​ຢ່າງ​ນີ້​ເປັນ​ຜູ້ຫລອກລວງ ແລະ ເປັນ​ສັດຕູ​ຂອງ​ພຣະຄຣິດເຈົ້າ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ທົວເຕຣາ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ມີ​ຕາ​ເໝືອນດັ່ງ​ໄຟ​ລຸກໄໝ້ ແລະ ຜູ້​ທີ່​ມີ​ຕີນ​ເໝືອນດັ່ງ​ທອງສຳລິດ​ທີ່​ຂັດເງົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka