Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 1:29 - ພຣະຄຳພີລາວສະບັບສະໄໝໃໝ່

29 ພວກເຂົາ​ຈຶ່ງ​ກາຍເປັນ​ຄົນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມຊົ່ວ​ທຸກ​ຢ່າງ, ຄວາມ​ຊົ່ວຮ້າຍ, ຄວາມໂລບ ແລະ ການປອງຮ້າຍ. ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມອິດສາ, ການຂ້າຟັນ, ການ​ຕໍ່ສູ້​ຊິງດີຊິງເດັ່ນ, ການລໍ້ລວງ ແລະ ການຄິດຮ້າຍຕໍ່ກັນ. ພວກເຂົາ​ມັກ​ເວົ້າ​ນິນທາ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

29 ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວຊ້າ​ທຸກປະການ, ຄວາມ​ຮ້າຍກາດ, ຄວາມ​ໂລບມາກ ແລະ​ການ​ປອງຮ້າຍ, ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ອິດສາ, ການ​ຂ້າຟັນ, ການ​ສູ້ຮົບ​ຕົບຕີ, ການ​ຫລອກລວງ, ການ​ຜູກພະຍາບາດ, ພວກເຂົາ​ເວົ້າຂວັນ​ນິນທາ​ກັນ

Uka jalj uñjjattʼäta Copia luraña




ໂຣມ 1:29
8 Jak'a apnaqawi uñst'ayäwi  

ແຕ່​ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຖ້າ​ຜູ້ໃດ​ຢ່າຮ້າງ​ເມຍ​ຂອງ​ຕົນ​ໂດຍ​ທີ່​ນາງ​ບໍ່​ໄດ້​ຫລິ້ນຊູ້​ກັບ​ຊາຍ​ອື່ນ, ກໍ​ເທົ່າ​ກັບ​ວ່າ​ຜູ້​ນັ້ນ​ເຮັດ​ໃຫ້​ນາງ​ກາຍເປັນ​ຄົນຫລິ້ນຊູ້ ແລະ ຜູ້ໃດ​ແຕ່ງງານ​ກັບ​ຍິງ​ທີ່​ຖືກ​ຢ່າຮ້າງ ຜູ້​ນັ້ນ​ກໍ​ຫລິ້ນຊູ້.


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ບໍ່​ມີ​ຈັກ​ຄົນ​ທີ່​ຊອບທຳ ບໍ່​ມີ​ແມ່ນ​ແຕ່​ຄົນ​ດຽວ;


ເພາະ​ເຮົາ​ຢ້ານວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ ເຮົາ​ຈະ​ບໍ່​ເຫັນ​ພວກເຈົ້າ​ເປັນ​ດັ່ງ​ທີ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ເປັນ ແລະ ພວກເຈົ້າ​ກໍ​ຈະ​ບໍ່​ເຫັນ​ເຮົາ​ເປັນ​ດັ່ງ​ທີ່​ພວກເຈົ້າ​ຢາກ​ໃຫ້​ເຮົາ​ເປັນ. ເຮົາ​ຢ້ານ​ວ່າ​ອາດ​ຈະ​ມີ​ການຜິດຖຽງກັນ, ການອິດສາ, ການ​ຄຽດ, ຄວາມທະເຍີທະຍານ​ທີ່​ເຫັນແກ່ຕົວ, ການໃສ່ຮ້າຍປ້າຍສີ, ການ​ນິນທາ, ຄວາມຈອງຫອງ ແລະ ຄວາມວຸ້ນວາຍ.


ໃນ​ທຳນອງ​ດຽວ​ກັນ, ພວກແມ່ຍິງ​ຕ້ອງ​ເປັນ​ຄົນ​ທີ່​ໜ້ານັບຖື, ບໍ່​ເວົ້າ​ຫຍາບຄາຍ, ແຕ່​ຮູ້ຈັກ​ຄວບຄຸມ​ອາລົມ ແລະ ເຊື່ອຖືໄດ້​ໃນ​ທຸກສິ່ງ.


ຄັ້ງ​ໜຶ່ງ​ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່ຈ້າ, ບໍ່​ເຊື່ອຟັງ, ຫລອກລວງ ແລະ ຕົກ​ເປັນ​ຂ້າທາດ​ຂອງ​ກິເລດຕັນຫາ ແລະ ຄວາມສະໜຸກ​ສະໜານ​ທຸກ​ຊະນິດ. ພວກເຮົາ​ເຄີຍ​ໃຊ້​ຊີວິດ​ໃນ​ຄວາມ​ຊົ່ວຮ້າຍ ແລະ ອິດສາ, ຖືກ​ກຽດຊັງ ແລະ ກຽດຊັງ​ເຊິ່ງກັນແລະກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka