Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 1:26 - ພຣະຄຳພີລາວສະບັບສະໄໝໃໝ່

26 ເພາະ​ດ້ວຍເຫດນີ້ ພຣະເຈົ້າ​ຈຶ່ງ​ປ່ອຍ​ພວກເຂົາ​ໄວ້​ໃນ​ກິເລດຕັນຫາ​ອັນ​ໜ້າອັບອາຍ. ແມ່ນແຕ່​ພວກແມ່ຍິງ​ຂອງ​ພວກເຂົາ​ກໍ​ປ່ຽນ​ຈາກ​ການ​ມີ​ຄວາມສຳພັນ​ທາງເພດ​ຕາມ​ທຳມະຊາດ​ໃຫ້​ຜິດທຳມະຊາດ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

26 ເພາະ​ດ້ວຍ​ເຫດນີ້ ພຣະເຈົ້າ​ຈຶ່ງ​ໄດ້​ປ່ອຍ​ພວກເຂົາ​ໃຫ້​ຢູ່​ໃຕ້​ກິເລດ​ຕັນຫາ​ຢ່າງ​ໜ້າ​ອັບອາຍ ແມ່ຍິງ​ປ່ຽນ​ຄວາມ​ສຳພັນ​ທາງ​ເພດ​ຕາມ​ທຳມະຊາດ ໃຫ້​ຜິດ​ທຳມະຊາດ​ໄປ.

Uka jalj uñjjattʼäta Copia luraña




ໂຣມ 1:26
14 Jak'a apnaqawi uñst'ayäwi  

ເຫດສະນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ປ່ອຍ​ພວກເຂົາ​ໃຫ້​ເຮັດ​ບາບ​ທາງເພດ​ຕາມ​ຕັນຫາ​ຊົ່ວ​ໃນ​ໃຈ​ຂອງ​ພວກເຂົາ ເຮັດ​ສິ່ງ​ທີ່​ໜ້າອັບອາຍ​ທາງ​ຮ່າງກາຍ​ຕໍ່​ກັນ.


ຫລາຍກວ່ານັ້ນ, ເນື່ອງຈາກ​ພວກເຂົາ​ບໍ່​ເຫັນ​ຄຸນຄ່າ​ຂອງ​ການ​ຮູ້ຈັກ​ພຣະເຈົ້າ ພຣະອົງ​ຈຶ່ງ​ປ່ອຍ​ພວກເຂົາ​ໃຫ້​ມີ​ຈິດໃຈ​ຊົ່ວຊ້າ ເຮັດ​ສິ່ງ​ທີ່​ບໍ່​ສົມຄວນ​ເຮັດ.


ຫລື ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຜູ້​ເຮັດ​ຜິດ​ຈະ​ບໍ່​ໄດ້​ຮັບ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ມໍລະດົກ? ຢ່າ​ຫລອກລວງ​ເລີຍ ບໍ່​ວ່າ​ຄົນ​ຜິດສິນທຳທາງເພດ ຫລື ຄົນຂາບໄຫວ້​ຮູບເຄົາລົບ ຫລື ຄົນຫລິ້ນຊູ້ ຫລື ຜູ້ຊາຍ​ມີ​ເພດສຳພັນ​ກັບ​ຜູ້ຊາຍ


ບໍ່​ມີ​ຄວາມ​ຢັ້ງ​ຄິດ, ພວກເຂົາ​ໄດ້​ປ່ອຍ​ຕົວ​ໄປ​ຕາມ​ຕັນຫາ ມົວເມົາ​ຢູ່​ໃນ​ຄວາມ​ເປື້ອນເປິ​ທຸກ​ຢ່າງ ແລະ ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມໂລບ.


ເພາະ​ແມ່ນແຕ່​ເອີ່ຍ​ເຖິງ​ສິ່ງ​ທີ່​ຜູ້​ບໍ່ເຊື່ອຟັງ​ເຮັດ​ໃນ​ທີ່​ລັບລີ້​ນັ້ນ​ກໍ​ຍັງ​ໜ້າອັບອາຍ.


ບໍ່​ແມ່ນ​ມົວເມົາ​ໃນ​ລາຄະຕັນຫາ​ເໝືອນ​ຄົນ​ທີ່​ບໍ່​ຮູ້ຈັກ​ພຣະເຈົ້າ


ຄົນ​ຜິດສິນທຳທາງເພດ ແລະ ບັນດາ​ຄົນຮັກຮ່ວມເພດ, ຄົນຄ້າຂາຍຂ້າທາດ​ກັບ​ຄົນຂີ້ຕົວະ ແລະ ຄົນ​ໃຫ້​ຄຳພະຍານ​ບໍ່​ຈິງ ແລະ ສິ່ງ​ອື່ນ​ອີກ​ທີ່​ຂັດ​ກັບ​ຄຳສອນ​ອັນ​ມີ​ຫລັກ.


ເຖິງ​ປານ​ນັ້ນ​ຄົນ​ເຫລົ່ານີ້​ໝິ່ນປະໝາດ​ໃນ​ສິ່ງ​ທີ່​ຕົນ​ບໍ່​ເຂົ້າໃຈ ແລະ ທຸກ​ສິ່ງ​ທີ່​ພວກເຂົາ​ເຂົ້າໃຈ​ໂດຍ​ສັນຊາດຕະຍານ​ເໝືອນ​ສັດ​ເດຍລະສານ​ທີ່​ບໍ່​ຮູ້​ຈັກ​ໃຊ້​ເຫດຜົນ ສິ່ງ​ເຫລົ່ານີ້​ແຫລະ​ຈະ​ທຳລາຍ​ພວກເຂົາ.


ໃນ​ທຳນອງ​ດຽວ​ກັນ, ເມືອງ​ໂຊໂດມ, ເມືອງ​ໂກໂມຣາ ແລະ ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມ​ທີ່​ນັ້ນ​ໄດ້​ປ່ອຍ​ຕົນເອງ​ໃຫ້​ເຮັດ​ຜິດສິນທຳທາງເພດ ແລະ ລາຄະຕັນຫາ. ພວກເຂົາ​ເປັນ​ຕົວຢ່າງ​ຂອງ​ບັນດາ​ຜູ້​ທີ່​ຈະ​ຮັບໂທດ​ໃນ​ໄຟ​ນິລັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka