Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 1:23 - ພຣະຄຳພີລາວສະບັບສະໄໝໃໝ່

23 ແລະ ເອົາ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ຜູ້​ເປັນ​ອະມະຕະ​ໄປ​ແລກປ່ຽນ​ກັບ​ຮູບເຄົາລົບ​ທີ່​ສ້າງ​ຂຶ້ນ​ຕາມ​ແບບ​ຂອງ​ມະນຸດ​ທີ່​ຕ້ອງ​ຕາຍ, ຕາມ​ແບບ​ຂອງ​ສັດປີກ, ສັດເລືອຄານ ແລະ ສັດ​ຕ່າງໆ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

23 ພວກເຂົາ​ໄດ້​ເອົາ​ຮູບ​ມະນຸດ​ທີ່​ຕາຍ​ເປັນ ຫລື​ຮູບ​ນົກ ຮູບ​ສັດ​ສີ່​ຕີນ ແລະ​ຮູບ​ສັດ​ເລືອ​ຄານ ມາ​ປ່ຽນ​ແທນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ​ອົງ​ຕາຍ​ບໍ່​ເປັນ.

Uka jalj uñjjattʼäta Copia luraña




ໂຣມ 1:23
16 Jak'a apnaqawi uñst'ayäwi  

ໃນ​ຜ້າ​ຜືນ​ທີ່​ຢ່ອນ​ມາ​ເທິງ​ໂລກ​ນັ້ນ​ມີ​ສັດ​ທຸກ​ຊະນິດ ລວມ​ທັງ​ສັດສີ່ຕີນ, ສັດເລືອຄານ ແລະ ນົກ.


“ເຫດສະນັ້ນ ໃນ​ເມື່ອ​ພວກເຮົາ​ເປັນ​ເຊື້ອສາຍ​ຂອງ​ພຣະເຈົ້າ ພວກເຮົາ​ກໍ​ບໍ່​ຄວນ​ຄິດ​ວ່າ​ພຣະເຈົ້າ​ເປັນ​ຄຳ, ເປັນ​ເງິນ ຫລື ເປັນ​ຫີນ ເປັນ​ຮູບ​ປັ້ນ​ທີ່​ມະນຸດ​ອອກແບບ ແລະ ສ້າງ​ຂຶ້ນ.


ພວກເຂົາ​ເອົາ​ຄວາມຈິງ​ເລື່ອງ​ພຣະເຈົ້າ​ມາ​ປ່ຽນ​ກັບ​ຄວາມບໍ່ຈິງ, ພວກເຂົາ​ຂາບໄຫວ້ ແລະ ບົວລະບັດ​ຮັບໃຊ້​ສິ່ງ​ທີ່​ໄດ້​ສ້າງ​ຂຶ້ນ​ມາ​ແທນ​ພຣະເຈົ້າ​ຜູ້​ສ້າງ ຜູ້​ເປັນ​ທີ່​ສັນລະເສີນ​ຕະຫລອດໄປ​ເປັນນິດ. ອາແມນ.


ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ເມື່ອ​ພວກເຈົ້າ​ຍັງ​ບໍ່​ເຊື່ອ​ພຣະເຈົ້າ​ນັ້ນ, ໂດຍ​ທາງ​ໃດ​ໜຶ່ງ ຫລື ໂດຍ​ທາງ​ອື່ນໆ ພວກເຈົ້າ​ໄດ້​ຖືກ​ຊັກຈູງ ແລະ ຖືກ​ນຳ​ໃຫ້​ຫລົງຜິດ​ໄປ​ເພິ່ງ​ຮູບເຄົາລົບ​ທີ່​ປາກ​ບໍ່​ເປັນ.


ເພາະ​ໃນ​ອະດີດ​ພວກເຈົ້າ​ໄດ້​ໃຊ້​ເວລາ​ຫລາຍ​ແລ້ວ​ໃນ​ການ​ເຮັດ​ສິ່ງ​ທີ່​ຄົນບໍ່ເຊື່ອ​ພຣະເຈົ້າ​ເລືອກ​ທີ່​ຈະ​ເຮັດ ຄື​ໄດ້​ດຳເນີນຊີວິດ​ຢູ່​ໃນ​ຄວາມຊົ່ວຊ້າ, ຕັນຫາ, ເມົາເຫລົ້າ, ຮ່ວມເພດກັນ​ເປັນ​ກຸ່ມ, ດື່ມເຫລົ້າ​ຢ່າງ​ໜັກ ແລະ ຂາບໄຫວ້​ຮູບເຄົາລົບ​ອັນ​ໜ້າລັງກຽດ.


ມະນຸດ​ທີ່​ເຫລືອ​ທີ່​ບໍ່​ຖືກ​ຂ້າ​ດ້ວຍ​ໄພພິບັດ​ເຫລົ່ານີ້​ຍັງ​ບໍ່​ຍອມ​ກັບໃຈ​ຈາກ​ການກະທຳ​ຂອງ​ຕົນ, ພວກເຂົາ​ບໍ່​ຢຸດ​ຂາບໄຫວ້​ພວກ​ຜີມານຮ້າຍ ແລະ ຮູບເຄົາລົບ​ທີ່​ເຮັດ​ດ້ວຍ​ຄຳ, ເງິນ, ທອງສຳລິດ, ຫີນ ແລະ ໄມ້. ຮູບເຄົາລົບ​ເຫລົ່ານັ້ນ​ບໍ່​ສາມາດ​ເບິ່ງເຫັນ, ໄດ້​ຍິນ ຫລື ຍ່າງ​ໄປ​ມາ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka