Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 1:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ຄື​ຂ່າວປະເສີດ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ລ່ວງໜ້າ ໂດຍ​ຜ່ານທາງ​ບັນດາ​ຜູ້ທຳນວາຍ​ຂອງ​ພຣະອົງ​ໃນ​ພຣະຄຳພີ​ສັກສິດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ຄື​ຂ່າວປະເສີດ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້​ລ່ວງໜ້າ ໂດຍ​ທາງ​ຜູ້ທຳນວາຍ​ຂອງ​ພຣະອົງ​ໃນ​ພຣະຄຳພີ​ອັນ​ສັກສິດ.

Uka jalj uñjjattʼäta Copia luraña




ໂຣມ 1:2
10 Jak'a apnaqawi uñst'ayäwi  

ເລື່ອງ​ທັງໝົດ​ທີ່​ເກີດຂຶ້ນ​ນີ້ ກໍ​ເພື່ອ​ຈະ​ໃຫ້​ສຳເລັດ​ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ວ່າ:


(ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ຜ່ານ​ບັນດາ​ຜູ້ທຳນວາຍ​ບໍລິສຸດ​ຂອງ​ພຣະອົງ​ຕັ້ງແຕ່​ສະໄໝ​ບູຮານ),


ຜູ້ທຳນວາຍ​ທັງໝົດ​ກໍ​ຢືນຢັນ​ກ່ຽວກັບ​ພຣະອົງ​ວ່າ, ທຸກຄົນ​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ​ບາບ​ຜ່ານທາງ​ນາມ​ຂອງ​ພຣະອົງ”.


“ພວກເຮົາ​ບອກ​ຂ່າວປະເສີດ​ນີ້​ກັບ​ທ່ານ​ທັງຫລາຍ​ວ່າ: ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ​ນັ້ນ,


ແລະ ບັດນີ້ ທີ່​ຂ້ານ້ອຍ​ຖືກ​ສືບສວນ​ໃນ​ວັນນີ້​ກໍ​ເພາະ​ຂ້ານ້ອຍ​ມີ​ຄວາມຫວັງ​ໃນ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ.


ແຕ່​ບັດນີ້ ໄດ້​ຖືກ​ເປີດເຜີຍ ແລະ ເຮັດ​ໃຫ້​ເປັນ​ທີ່​ຮູ້ຈັກ​ຜ່ານທາງ​ຂໍ້ຂຽນ​ຕ່າງໆ​ຂອງ​ການທຳນວາຍ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ອົງ​ນິລັນດອນ ເພື່ອ​ຄົນຕ່າງຊາດ​ທັງປວງ​ຈະ​ໄດ້​ມາ​ເຊື່ອຟັງ​ພຣະອົງ​ໂດຍ​ທາງ​ຄວາມເຊື່ອ


ກໍ​ມີ​ປະໂຫຍດ​ຫລາຍ​ໃນ​ທຸກດ້ານ! ປະການ​ທຳອິດ ພວກເຂົາ​ໄດ້​ຮັບ​ມອບໝາຍ​ໃຫ້​ຮັກສາ​ທຸກ​ຖ້ອຍຄຳ​ຂອງ​ພຣະເຈົ້າ.


ແຕ່​ບັດນີ້ ຄວາມຊອບທຳ​ຈາກ​ພຣະເຈົ້າ ເຊິ່ງ​ຢູ່​ນອກ​ກົດບັນຍັດ​ນັ້ນ​ໄດ້​ປາກົດ​ແຈ້ງ​ແລ້ວ, ເຊິ່ງ​ໜັງສື​ກົດບັນຍັດ ແລະ ໜັງສື​ຜູ້ທຳນວາຍ​ໄດ້​ເປັນ​ພະຍານ​ເຖິງ​ເລື່ອງ​ນີ້.


ດ້ວຍ​ຫວັງ​ວ່າ​ຈະ​ໄດ້​ຊີວິດ​ນິລັນດອນ ເຊິ່ງ​ພຣະເຈົ້າ​ຜູ້​ບໍ່​ກ່າວ​ຕົວະ​ໄດ້​ສັນຍາ​ໄວ້​ຕັ້ງແຕ່​ກ່ອນ​ຈຸດເລີ່ມຕົ້ນ​ຂອງ​ເວລາ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka