Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 1:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ພຣະເຈົ້າ​ໄດ້​ສະແດງ​ຄວາມໂກດຮ້າຍ​ຈາກ​ສະຫວັນ​ຕໍ່ສູ້​ຄວາມ​ອະທຳ ແລະ ຄວາມ​ຊົ່ວຮ້າຍ​ທັງໝົດ​ຂອງ​ມະນຸດ ຜູ້​ທີ່​ໃຊ້​ຄວາມ​ຊົ່ວຮ້າຍ​ຂອງ​ຕົນ​ປົກປິດ​ຄວາມຈິງ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ດ້ວຍວ່າ, ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ກໍ​ຊົງ​ປາກົດ​ໃຫ້​ເຫັນ​ຈາກ​ສະຫວັນ ຕໍ່ສູ້​ການ​ບໍ່​ນັບຖື​ພຣະເຈົ້າ ແລະ​ຄວາມ​ຄິດ​ຮ້າຍ​ທຸກຢ່າງ​ຂອງ​ມະນຸດ ຄື​ຄົນ​ເຫຼົ່ານັ້ນ​ທີ່​ເອົາ​ຄວາມ​ຊົ່ວຮ້າຍ​ມາ​ຂັດຂວາງ​ຄວາມຈິງ.

Uka jalj uñjjattʼäta Copia luraña




ໂຣມ 1:18
19 Jak'a apnaqawi uñst'ayäwi  

ດ້ວຍວ່າ​ສິ່ງ​ທີ່​ອາດ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ກ່ຽວກັບ​ພຣະເຈົ້າ​ນັ້ນ​ກໍ​ໄດ້​ປາກົດ​ແຈ້ງ​ແກ່​ພວກເຂົາ, ເພາະວ່າ​ພຣະເຈົ້າ​ໄດ້​ກະທຳ​ສິ່ງ​ເຫລົ່ານີ້​ໃຫ້​ປາກົດ​ແຈ້ງ​ແກ່​ພວກເຂົາ​ແລ້ວ.


ຫລາຍກວ່ານັ້ນ, ເນື່ອງຈາກ​ພວກເຂົາ​ບໍ່​ເຫັນ​ຄຸນຄ່າ​ຂອງ​ການ​ຮູ້ຈັກ​ພຣະເຈົ້າ ພຣະອົງ​ຈຶ່ງ​ປ່ອຍ​ພວກເຂົາ​ໃຫ້​ມີ​ຈິດໃຈ​ຊົ່ວຊ້າ ເຮັດ​ສິ່ງ​ທີ່​ບໍ່​ສົມຄວນ​ເຮັດ.


ເຖິງແມ່ນວ່າ ພວກເຂົາ​ຮູ້​ກົດບັນຍັດ​ອັນ​ຊອບທຳ​ຂອງ​ພຣະເຈົ້າ​ທີ່​ກ່າວ​ວ່າ ຄົນ​ທີ່​ກະທຳ​ຢ່າງ​ນັ້ນ​ກໍ​ສົມຄວນ​ຕ້ອງ​ຕາຍ, ເຖິງປານນັ້ນ ພວກເຂົາ​ກໍ​ຍັງ​ເຮັດ​ຢູ່ ແລະ ຍັງ​ເຫັນພ້ອມ​ກັບ​ຄົນ​ທີ່​ເຮັດ​ຢ່າງ​ນັ້ນ​ອີກ​ດ້ວຍ.


ດັ່ງນັ້ນ ເມື່ອ​ເຈົ້າ​ຜູ້​ເປັນ​ພຽງ​ແຕ່​ມະນຸດ​ທີ່​ຕັດສິນ​ຄົນ​ອື່ນ​ກໍ​ຍັງ​ເຮັດ​ຢ່າງ​ດຽວ​ກັນ​ກັບ​ພວກເຂົາ, ພວກເຈົ້າ​ຄິດ​ວ່າ​ພວກເຈົ້າ​ຈະ​ໜີ​ຈາກ​ການພິພາກສາລົງໂທດ​ຂອງ​ພຣະເຈົ້າ​ໄດ້​ບໍ?


ຖ້າ​ດັ່ງນັ້ນ​ແລ້ວ​ເຮົາ​ຈະ​ສະຫລຸບ​ວ່າ​ຢ່າງໃດ? ພວກເຮົາ​ຊາວ​ຢິວ​ໄດ້ປຽບ​ກວ່າ​ຄົນ​ອື່ນ​ບໍ? ບໍ່​ເປັນ​ດັ່ງນັ້ນ​ດອກ! ເພາະ​ເຮົາ​ກໍ​ໄດ້​ຊີ້​ໃຫ້​ເຫັນ​ແລ້ວ​ວ່າ​ທັງ​ຄົນຢິວ ແລະ ຄົນຕ່າງຊາດ​ກໍ​ລ້ວນ​ແຕ່​ຢູ່​ໃຕ້​ອຳນາດ​ຂອງ​ຄວາມບາບ​ເໝືອນ​ກັນ​ທຸກຄົນ.


ເພາະ​ກົດບັນຍັດ​ເປັນເຫດ​ໃຫ້​ຄວາມໂກດຮ້າຍ​ນັ້ນ​ມາ​ເຖິງ, ແລະ ບ່ອນ​ໃດ​ທີ່​ບໍ່​ມີ​ກົດບັນຍັດ ບ່ອນ​ນັ້ນ​ກໍ​ບໍ່​ມີ​ການລ່ວງລະເມີດ.


ຂະນະ​ທີ່​ພວກເຮົາ​ຍັງ​ຂາດ​ກຳລັງ​ຢູ່​ນັ້ນ, ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ຄົນບາບ​ໃນ​ເວລາ​ທີ່​ເໝາະສົມ.


ໃນ​ເມື່ອ​ບັດນີ້​ພວກເຮົາ​ໄດ້​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ແລ້ວ​ໂດຍ​ເລືອດ​ຂອງ​ພຣະອົງ​ແລ້ວ ຫລາຍ​ກວ່າ​ນັ້ນ​ອີກ​ພວກເຮົາ​ຈະ​ໄດ້​ພົ້ນ​ຈາກ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຜ່ານທາງ​ພຣະອົງ​ຢ່າງ​ແນ່ນອນ!


ຢ່າ​ມອບ​ອະໄວຍະວະ​ສ່ວນ​ໃດ​ໃນ​ຮ່າງກາຍ​ຂອງ​ພວກເຈົ້າ​ໃຫ້​ແກ່​ຄວາມບາບ ເພື່ອ​ເປັນ​ເຄື່ອງມື​ຂອງ​ຄວາມ​ຊົ່ວຮ້າຍ ແຕ່​ຈົ່ງ​ຖວາຍ​ໂຕ​ຂອງ​ພວກເຈົ້າ​ເອງ​ແກ່​ພຣະເຈົ້າ​ໃນ​ຖານະ​ເປັນ​ຜູ້​ທີ່​ຖືກ​ບັນດານ​ໃຫ້​ເປັນຄືນມາຈາກຕາຍ​ສູ່​ຊີວິດ; ແລະ ຈົ່ງ​ຖວາຍ​ອະໄວຍະວະ​ທຸກ​ສ່ວນ​ໃນ​ຮ່າງກາຍ​ຂອງ​ພວກເຈົ້າ​ແກ່​ພຣະອົງ ເພື່ອ​ເປັນ​ເຄື່ອງມື​ຂອງ​ຄວາມຊອບທຳ.


ຢ່າ​ໃຫ້​ຜູ້ໃດ​ລໍ້ລວງ​ພວກເຈົ້າ​ດ້ວຍ​ຄຳເວົ້າ​ອັນ​ໄຮ້ປະໂຫຍດ ເພາະ​ຍ້ອນ​ສິ່ງ​ດັ່ງກ່າວ​ນັ້ນ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຈຶ່ງ​ມາ​ເຖິງ​ບັນດາ​ຜູ້​ທີ່​ບໍ່ເຊື່ອຟັງ.


ເພາະ​ສິ່ງ​ເຫລົ່ານີ້ ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ກຳລັງ​ຈະ​ມາ​ເຖິງ.


ແລະ ໃຊ້​ຄວາມ​ຊົ່ວຮ້າຍ​ທຸກ​ຢ່າງ​ຫລອກລວງ​ບັນດາ​ຜູ້​ທີ່​ກຳລັງ​ຈະ​ຈິບຫາຍ. ພວກເຂົາ​ຈິບຫາຍ​ເພາະ​ພວກເຂົາ​ປະຕິເສດ​ທີ່​ຈະ​ຮັກ​ຄວາມຈິງ​ທີ່​ນຳ​ໄປ​ສູ່​ຄວາມພົ້ນ.


ແລະ ບັດນີ້​ພວກເຈົ້າ​ຮູ້​ວ່າ​ສິ່ງໃດ​ທີ່​ດຶງ​ມັນ​ໄວ້​ເພື່ອ​ໃຫ້​ມັນ​ມາ​ປາກົດ​ໂຕ​ໃນ​ເວລາ​ທີ່​ເໝາະສົມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka