Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 1:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ເຮົາ​ໄດ້​ວາງແຜນ​ໄວ້​ຫລາຍ​ເທື່ອ​ແລ້ວ​ທີ່​ຈະ​ມາ​ຢ້ຽມຢາມ​ພວກເຈົ້າ (ແຕ່​ຈົນ​ເຖິງ​ດຽວນີ້​ກໍ​ຍັງ​ມີ​ເຫດ​ຂັດຂວາງ​ຢູ່) ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເກັບກ່ຽວ​ຜົນ​ບາງຢ່າງ​ໃນ​ທ່າມກາງ​ພວກເຈົ້າ ເໝືອນດັ່ງ​ທີ່​ເຮົາ​ໄດ້​ເກັບກ່ຽວ​ຜົນ​ໃນ​ທ່າມກາງ​ຄົນຕ່າງຊາດ​ອື່ນໆ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ເຮົາ​ໄດ້​ຕັ້ງໃຈ​ຫລາຍ​ເທື່ອ​ແລ້ວ​ວ່າ​ຈະ​ມາ​ຢາມ​ພວກເຈົ້າ ເພື່ອ​ຈະ​ໄດ້​ຮັບ​ຜົນ​ບາງ​ຢ່າງ​ໃນ​ທ່າມກາງ​ພວກເຈົ້າ ເໝືອນ​ດັ່ງ​ໄດ້​ຮັບ​ຜົນ​ໃນ​ທ່າມກາງ​ຊາວ​ຕ່າງ​ປະເທດ​ແລ້ວ ແຕ່​ຈົນເຖິງ​ບັດນີ້​ກໍ​ຍັງ​ມີ​ເຫດ​ຂັດຂວາງ​ຢູ່.

Uka jalj uñjjattʼäta Copia luraña




ໂຣມ 1:13
38 Jak'a apnaqawi uñst'ayäwi  

ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ເມັດ​ເຂົ້າຫວີດ​ບໍ່​ຕົກ​ລົງ​ພື້ນດິນ ແລະ ຕາຍ​ໄປ ກໍ​ຄົງ​ຈະ​ມີ​ຢູ່​ພຽງ​ແຕ່​ເມັດ​ດຽວ. ແຕ່​ຖ້າ​ເມັດ​ນັ້ນ​ໄດ້​ຕາຍ​ໄປ​ກໍ​ຈະ​ເກີດຜົນ​ໃຫ້​ມີ​ເມັດ​ອື່ນໆ​ຫລາຍ​ຂຶ້ນ.


ບໍ່​ແມ່ນ​ພວກເຈົ້າ​ທັງຫລາຍ​ໄດ້​ເລືອກ​ເອົາ​ເຮົາ, ແຕ່​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ ແລະ ໄດ້​ແຕ່ງຕັ້ງ​ພວກເຈົ້າ​ໃຫ້​ໄປ ແລະ ເກີດຜົນ, ເພື່ອ​ຜົນ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ຖາວອນ. ເພື່ອວ່າ​ເມື່ອ​ພວກເຈົ້າ​ຈະ​ຂໍ​ສິ່ງໃດ​ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງ​ເຮົາ ພຣະອົງ​ກໍ​ຈະປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ.


ແມ່ນແຕ່​ເວລາ​ນີ້​ຜູ້​ທີ່​ກ່ຽວ​ກໍ​ກຳລັງ​ຮັບ​ຄ່າຈ້າງ ແລະ ຮວບຮວມ​ເອົາ​ຜົນລະປູກ​ໄວ້​ສຳລັບ​ຊີວິດ​ນິລັນດອນ, ເພື່ອ​ວ່າ​ທັງ​ຜູ້ຫວ່ານ ແລະ ຜູ້ເກັບກ່ຽວ​ຈະ​ຊື່ນຊົມຍິນດີ​ນຳກັນ.


ໃນ​ວັນ​ນັ້ນ ເປໂຕ​ໄດ້​ຢືນ​ຂຶ້ນ​ທ່າມກາງ​ບັນດາ​ຜູ້ທີ່ເຊື່ອ (ໂດຍ​ມີ​ປະມານ​ຮ້ອຍຊາວ​ຄົນ)


ເມື່ອ​ມາ​ຮອດ​ທີ່​ນັ້ນ, ພວກເພິ່ນ​ໄດ້​ເອີ້ນ​ເອົາ​ສະມາຊິກ​ໃນ​ຄຣິສຕະຈັກ​ມາ​ປະຊຸມ ແລະ ລາຍງານ​ທຸກສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ຜ່ານ​ພວກເພິ່ນ ແລະ ວິທີ​ທີ່​ພຣະອົງ​ໄດ້​ເປີດ​ປະຕູ​ແຫ່ງ​ຄວາມເຊື່ອ​ໃຫ້​ແກ່​ບັນດາ​ຄົນຕ່າງຊາດ.


ທຸກຄົນ​ໃນ​ທີ່​ປະຊຸມ​ກໍ​ມິດງຽບ​ຟັງ​ບາຣະນາບາ​ກັບ​ໂປໂລ​ເລົ່າ​ເຖິງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ​ທີ່​ພຣະເຈົ້າ​ໄດ້​ເຮັດ​ຜ່ານ​ພວກເພິ່ນ​ທ່າມກາງ​ຄົນຕ່າງຊາດ.


ຫລັງຈາກ​ເຫດການ​ເຫລົ່ານີ້​ເກີດ​ຂຶ້ນ​ແລ້ວ, ໂປໂລ​ກໍ​ຕັດສິນໃຈ​ວ່າ​ຈະ​ໄປ​ເຢຣູຊາເລັມ, ໂດຍ​ຜ່ານທາງ​ແຂວງ​ມາເກໂດເນຍ ແລະ ອະຂາຢາ. ເພິ່ນ​ກ່າວ​ວ່າ, “ຫລັງ​ຈາກ​ທີ່​ເຮົາ​ໄດ້​ໄປ​ທີ່​ນັ້ນ​ແລ້ວ, ເຮົາ​ຕ້ອງ​ໄປ​ຢ້ຽມຢາມ​ໂຣມ​ເໝືອນ​ກັນ”.


ໂປໂລ​ໄດ້​ທັກທາຍ​ພວກເຂົາ ແລະ ລາຍງານ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ທ່າມກາງ​ຄົນຕ່າງຊາດ ຜ່ານທາງ​ພັນທະກິດ​ຂອງ​ຕົນ​ຢ່າງ​ລະອຽດ.


ພວກເຮົາ​ໄດ້​ພົບ​ພີ່ນ້ອງ​ທີ່​ເຊື່ອ​ບາງຄົນ​ຢູ່​ທີ່​ນັ້ນ, ພວກເຂົາ​ໄດ້​ເຊີນ​ໃຫ້​ພວກເຮົາ​ພັກ​ຢູ່​ນຳ​ໜຶ່ງ​ອາທິດ​ແລ້ວ​ພວກເຮົາ​ກໍ​ອອກ​ເດີນທາງ​ໄປ​ຮອດ​ນະຄອນ​ໂຣມ.


ຄື​ວ່າ​ພວກເຈົ້າ ແລະ ເຮົາ​ຈະ​ໄດ້​ໜູນໃຈ​ເຊິ່ງກັນແລະກັນ​ໂດຍ​ຄວາມເຊື່ອ​ຂອງ​ພວກເຮົາ​ທັງ​ສອງ​ຝ່າຍ.


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເລື່ອງ​ຂໍ້ລັບເລິກ​ນີ້ ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ຖືຕົນ ຄື​ອິດສະຣາເອນ​ບາງຄົນ​ຈະ​ມີ​ໃຈແຂງກະດ້າງ​ຈົນ​ກວ່າ​ຄົນຕ່າງຊາດ​ໄດ້​ເຂົ້າມາ​ຄົບ​ຈຳນວນ


ພີ່ນ້ອງ​ທັງຫລາຍ​ພວກເຈົ້າ​ບໍ່​ຮູ້​ບໍ, ເພາະ​ເຮົາ​ກຳລັງ​ເວົ້າ​ກັບ​ບັນດາ​ຄົນ​ທີ່​ຮູ້​ກົດບັນຍັດ ວ່າ​ກົດບັນຍັດ​ນັ້ນ​ມີ​ສິດອຳນາດ​ເໜືອ​ຜູ້ໃດຜູ້​ໜຶ່ງ​ກໍ​ໃນຂະນະ​ທີ່​ຜູ້​ນັ້ນ​ຍັງ​ມີຊີວິດ​ຢູ່​ເທົ່ານັ້ນ?


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ວ່າ, ຂໍ​ໃຫ້​ພວກເຈົ້າ​ທຸກຄົນ​ຍອມຮັບ​ກັນແລະກັນ​ໃນ​ສິ່ງ​ທີ່​ພວກເຈົ້າ​ເວົ້າ ແລ້ວ​ຈຶ່ງ​ຈະ​ບໍ່​ມີ​ການແຕກແຍກ​ເກີດຂຶ້ນ​ໃນ​ທ່າມກາງ​ພວກເຈົ້າ, ແຕ່​ເພື່ອ​ພວກເຈົ້າ​ຈະ​ເປັນ​ນໍ້າໜຶ່ງໃຈດຽວ​ກັນ​ຢ່າງ​ສົມບູນ​ໃນ​ຄວາມຄິດ ແລະ ຈິດໃຈ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮັບຮູ້​ຄວາມຈິງ​ທີ່​ວ່າ​ບັນພະບຸລຸດ​ຂອງ​ພວກເຮົາ​ທຸກຄົນ​ນັ້ນ​ໄດ້​ຢູ່​ພາຍໃຕ້​ເມກ ແລະ ພວກເພິ່ນ​ໄດ້​ຜ່ານ​ທະເລ​ໄປ​ທຸກຄົນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ບັດນີ້​ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ກ່ຽວກັບ​ຂອງປະທານ​ຝ່າຍ​ພຣະວິນຍານ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຢຸດ​ຄິດ​ເໝືອນ​ຢ່າງ​ເດັກນ້ອຍ. ໃນ​ເລື່ອງ​ຄວາມຊົ່ວ​ຈົ່ງ​ເປັນ​ເໝືອນດັ່ງ​ເດັກອ່ອນ ແຕ່​ໃນ​ດ້ານ​ຄວາມຄິດ​ຈົ່ງ​ເປັນ​ເໝືອນ​ຜູ້ໃຫຍ່.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຈະ​ເວົ້າ​ຢ່າງໃດ? ເມື່ອ​ພວກເຈົ້າ​ມາ​ເຕົ້າໂຮມກັນ ແຕ່ລະຄົນ​ໃນ​ພວກເຈົ້າ​ກໍ​ມີ​ບົດເພງ ຫລື ມີ​ຖ້ອຍຄຳ​ຂອງ​ການສັ່ງສອນ, ມີ​ຄຳ​ເປີດເຜີຍ, ພາສາ​ແປກໆ ຫລື ການແປ​ພາສາ​ແປກໆ. ທຸກສິ່ງ​ນີ້​ຕ້ອງ​ໄດ້​ເຮັດ​ເພື່ອ​ໃຫ້​ຄຣິສຕະຈັກ​ຈະເລີນ​ຂຶ້ນ.


ເຖິງແມ່ນວ່າ​ເຮົາ​ບໍ່​ໄດ້​ເປັນ​ອັກຄະສາວົກ​ສຳລັບ​ຄົນ​ອື່ນໆ, ແນ່ນອນ​ເຮົາ​ກໍ​ເປັນ​ອັກຄະສາວົກ​ສຳລັບ​ພວກເຈົ້າ! ເພາະວ່າ​ພວກເຈົ້າ​ທັງຫລາຍ​ຄື​ຕາປະທັບ​ແຫ່ງ​ການ​ເປັນ​ອັກຄະສາວົກ​ຂອງ​ເຮົາ​ໃນ​ອົງພຣະຜູ້ເປັນເຈົ້າ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຄວາມທຸກລຳບາກ​ທີ່​ພວກເຮົາ​ໄດ້​ປະເຊີນ​ໃນ​ແຂວງ​ເອເຊຍ. ພວກເຮົາ​ຢູ່​ພາຍໃຕ້​ຄວາມກົດດັນ​ອັນ​ໃຫຍ່ ຈົນ​ສຸດ​ຄວາມ​ສາມາດ​ຂອງ​ພວກເຮົາ​ທີ່​ຈະ​ທົນ​ໄດ້, ຈົນ​ວ່າ​ພວກເຮົາ​ໝົດ​ຫວັງ​ທີ່​ຈະ​ເອົາ​ຊີວິດ​ໃຫ້​ພົ້ນ​ໄດ້.


ແຕ່​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຜູ້​ນຳພາ​ພວກເຮົາ​ເໝືອນດັ່ງ​ເປັນ​ຊະເລີຍ​ໃນ​ຂະບວນ​ແຫ່ງ​ໄຊຊະນະ​ຂອງ​ພຣະຄຣິດເຈົ້າ​ຕະຫລອດ​ມາ ແລະ ໃຊ້​ພວກເຮົາ​ເພື່ອ​ກະຈາຍ​ກິ່ນຫອມ​ແຫ່ງ​ຄວາມຮູ້ຈັກ​ພຣະອົງ​ຢູ່​ທົ່ວທຸກບ່ອນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍ​ຍົກ​ຕົວຢ່າງ​ຈາກ​ຊີວິດ​ປະຈຳວັນ. ເຊັ່ນດຽວ​ກັນ​ກັບ​ພັນທະສັນຍາ​ຂອງ​ມະນຸດ​ເມື່ອ​ຕົກລົງ​ກັນ​ແລ້ວ​ກໍ​ບໍ່​ມີ​ຜູ້ໃດ​ຍົກເລີກ ຫລື ເພີ່ມເຕີມ​ໄດ້​ຢ່າງໃດ ແລະ ໃນ​ກໍລະນີ​ນີ້​ກໍ​ເປັນ​ຢ່າງນັ້ນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະຖິດ​ຢູ່​ກັບ​ຈິດວິນຍານ​ຂອງ​ພວກເຈົ້າ​ທັງຫລາຍ. ອາແມນ.


ຖ້າ​ເຮົາ​ຍັງ​ມີຊີວິດ​ຢູ່​ໃນ​ຮ່າງກາຍ​ນີ້​ຕໍ່ໄປ ນີ້​ກໍ​ຈະ​ໝາຍຄວາມ​ວ່າ​ພາລະກິດ​ຂອງ​ເຮົາ​ເກີດຜົນ. ແຕ່​ເຮົາ​ຈະ​ເລືອກ​ເອົາ​ທາງ​ໃດ? ເຮົາ​ກໍ​ບໍ່​ຮູ້!


ບໍ່​ແມ່ນ​ວ່າ​ເຮົາ​ປາຖະໜາ​ຢາກ​ໄດ້​ຂອງຖວາຍ​ຈາກ​ພວກເຈົ້າ; ແຕ່​ເຮົາ​ປາຖະໜາ​ຢາກ​ໃຫ້​ພວກເຈົ້າ​ໄດ້​ຜົນ​ກຳໄລ​ເພີ່ມ​ຂຶ້ນ​ໃນ​ບັນຊີ​ຂອງ​ພວກເຈົ້າ.


ເພື່ອ​ພວກເຈົ້າ​ຈະ​ໄດ້​ດຳເນີນຊີວິດ​ໃຫ້​ສົມ​ກັບ​ທີ່​ເປັນ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເປັນ​ທີ່​ພໍໃຈ​ພຣະອົງ​ໃນ​ທຸກ​ດ້ານ​ຄື: ເກີດຜົນ​ໃນ​ການ​ເຮັດ​ດີ​ທຸກ​ຢ່າງ, ຮູ້ຈັກ​ພຣະເຈົ້າ​ຫລາຍ​ຂຶ້ນ,


ທີ່​ໄດ້​ມາ​ເຖິງ​ພວກເຈົ້າ​ນັ້ນ. ໃນ​ທຳນອງ​ດຽວ​ກັນ​ນັ້ນ ຂ່າວປະເສີດ​ນີ້​ກໍ​ກຳລັງ​ເກີດຜົນ ແລະ ຂະຫຍາຍ​ໄປ​ທົ່ວ​ໂລກ ເໝືອນ​ທີ່​ກຳລັງ​ມີ​ຢູ່​ໃນ​ທ່າມກາງ​ພວກເຈົ້າ​ຕັ້ງແຕ່​ວັນ​ທີ່​ພວກເຈົ້າ​ໄດ້​ຍິນ​ຂ່າວປະເສີດ ແລະ ເຂົ້າໃຈ​ພຣະຄຸນ​ຂອງ​ພຣະເຈົ້າ​ຢ່າງ​ແທ້ຈິງ.


ພວກເຮົາ​ຢາກ​ມາ​ຫາ​ພວກເຈົ້າ​ແທ້ໆ. ເຮົາ​ເອງ​ຄື​ໂປໂລ ຢາກ​ຈະ​ກັບ​ມາ​ຫາ​ພວກເຈົ້າ​ຫລາຍ​ເທື່ອ​ແລ້ວ ແຕ່​ມານຊາຕານ​ໄດ້​ຂັດຂວາງ​ພວກເຮົາ​ໄວ້.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ຈັກ​ຄວາມຈິງ​ກ່ຽວກັບ​ຄົນ​ທີ່​ລ່ວງລັບ​ໄປ​ແລ້ວ​ນັ້ນ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ໂສກເສົ້າເສຍໃຈ​ເໝືອນ​ຄົນ​ອື່ນໆ​ຜູ້​ທີ່​ບໍ່​ມີ​ຄວາມຫວັງ.


ເພາະ​ອຳນາດ​ລັບ​ຂອງ​ຄົນ​ລ່ວງລະເມີດ​ນີ້​ກຳລັງ​ທຳງານ​ຢູ່ ແຕ່​ຜູ້​ທີ່​ດຶງ​ມັນ​ໄວ້​ໃນ​ຂະນະ​ນີ້​ຈະ​ດຶງ​ມັນ​ໄວ້​ຕໍ່ໄປ​ຈົນ​ກວ່າ​ມັນ​ຈະ​ຖືກ​ຮັບ​ໄປ​ໃຫ້​ພົ້ນ​ທາງ.


ແຕ່​ອົງພຣະຜູ້ເປັນເຈົ້າ​ຢູ່​ຄຽງຂ້າງ​ເຮົາ ແລະ ໃຫ້​ກຳລັງ​ໃຫ້​ແກ່​ເຮົາ, ເພື່ອ​ວ່າ​ໂດຍ​ຜ່ານທາງ​ເຮົາ​ຖ້ອຍຄຳ​ຈະ​ຖືກ​ປະກາດ​ໄປ​ຢ່າງ​ຄົບຖ້ວນ ແລະ ຄົນຕ່າງຊາດ​ທັງຫລາຍ​ກໍ​ຈະ​ໄດ້​ຍິນ​ເລື່ອງ​ນີ້ ແລະ ເຮົາ​ກໍ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ພົ້ນ​ຈາກ​ປາກ​ສິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka