Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 1:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ໃນ​ຄຳອະທິຖານ​ຂອງ​ເຮົາ​ທຸກ​ຄັ້ງ ແລະ ເຮົາ​ອະທິຖານ​ວ່າ​ໃນ​ທີ່ສຸດ​ນີ້​ຖ້າ​ເປັນ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ຂໍ​ໃຫ້​ເຮົາ​ມີ​ໂອກາດ​ມາ​ຫາ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ທຸກ​ຄັ້ງ​ທີ່​ເຮົາ​ພາວັນນາ​ອະທິຖານ ເຮົາ​ຂໍ​ກັບ​ພຣະເຈົ້າ​ວ່າ ຖ້າ​ເປັນ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ​ແລ້ວ ໃນ​ໂອກາດ​ສຸດທ້າຍ​ນີ້ ໃຫ້​ເຮົາ​ໄດ້​ມາ​ຢ້ຽມຢາມ​ພວກເຈົ້າ​ດ້ວຍ​ວິທີ​ໃດ​ວິທີ​ໜຶ່ງ.

Uka jalj uñjjattʼäta Copia luraña




ໂຣມ 1:10
15 Jak'a apnaqawi uñst'ayäwi  

ແຕ່​ໃນ​ຂະນະ​ທີ່​ເພິ່ນ​ລາ​ຈາກ​ໄປ​ນັ້ນ, ໂປໂລ​ໄດ້​ສັນຍາ​ວ່າ, “ຖ້າ​ແມ່ນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ເຮົາ​ຈະ​ກັບ​ຄືນ​ມາ​ຫາ​ພວກເຈົ້າ​ອີກ”. ແລ້ວ​ເພິ່ນ​ກໍ​ລົງ​ເຮືອ​ຈາກ​ເມືອງ​ເອເຟໂຊ​ໄປ.


ຫລັງຈາກ​ເຫດການ​ເຫລົ່ານີ້​ເກີດ​ຂຶ້ນ​ແລ້ວ, ໂປໂລ​ກໍ​ຕັດສິນໃຈ​ວ່າ​ຈະ​ໄປ​ເຢຣູຊາເລັມ, ໂດຍ​ຜ່ານທາງ​ແຂວງ​ມາເກໂດເນຍ ແລະ ອະຂາຢາ. ເພິ່ນ​ກ່າວ​ວ່າ, “ຫລັງ​ຈາກ​ທີ່​ເຮົາ​ໄດ້​ໄປ​ທີ່​ນັ້ນ​ແລ້ວ, ເຮົາ​ຕ້ອງ​ໄປ​ຢ້ຽມຢາມ​ໂຣມ​ເໝືອນ​ກັນ”.


ເມື່ອ​ພວກເຮົາ​ບໍ່​ສາມາດ​ຊັກຊວນ​ໃຫ້​ເພິ່ນ​ປ່ຽນໃຈ​ແລ້ວ, ພວກເຮົາ​ຈຶ່ງ​ຢຸດ​ຂໍຮ້ອງ​ເພິ່ນ ແລະ ເວົ້າວ່າ, “ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ອົງພຣະຜູ້ເປັນເຈົ້າ”.


ເຮົາ​ຮູ້​ວ່າ ເມື່ອ​ມາຫາ​ພວກເຈົ້າ​ນັ້ນ ເຮົາ​ຈະ​ມາ​ພ້ອມ​ດ້ວຍ​ພອນ​ອັນ​ບໍລິບູນ​ຂອງ​ພຣະຄຣິດເຈົ້າ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ແລະ ໂຊຊະເຖນ ພີ່ນ້ອງ​ຂອງ​ພວກເຮົາ,


ແຕ່​ຖ້າ​ອົງພຣະຜູ້ເປັນເຈົ້າ​ພໍໃຈ ເຮົາ​ຈະ​ມາ​ຫາ​ພວກເຈົ້າ​ໃນ​ບໍ່​ຊ້າ​ນີ້ ແລະ ເຮົາ​ຈະ​ບໍ່​ໄດ້​ຊອກ​ຮູ້​ພຽງແຕ່​ກ່ຽວກັບ​ຄຳເວົ້າ​ຂອງ​ພວກຄົນ​ອວດດີ​ເຫລົ່ານີ້​ເທົ່ານັ້ນ, ແຕ່​ທັງ​ລິດອຳນາດ​ທີ່​ພວກເຂົາ​ມີ​ດ້ວຍ.


ຢ່າ​ກະວົນກະວາຍ​ໃນ​ສິ່ງ​ໃດ​ເລີຍ, ແຕ່​ໃນ​ທຸກ​ສະຖານະການ ຈົ່ງ​ຂໍ​ທຸກສິ່ງ​ທີ່​ພວກເຈົ້າ​ປາຖະໜາ​ນັ້ນ​ຕໍ່​ພຣະເຈົ້າ ດ້ວຍ​ການອະທິຖານ ແລະ ອ້ອນວອນ ພ້ອມ​ກັບ​ການຂອບພຣະຄຸນ.


ພວກເຮົາ​ຢາກ​ມາ​ຫາ​ພວກເຈົ້າ​ແທ້ໆ. ເຮົາ​ເອງ​ຄື​ໂປໂລ ຢາກ​ຈະ​ກັບ​ມາ​ຫາ​ພວກເຈົ້າ​ຫລາຍ​ເທື່ອ​ແລ້ວ ແຕ່​ມານຊາຕານ​ໄດ້​ຂັດຂວາງ​ພວກເຮົາ​ໄວ້.


ອີກ​ຢ່າງ​ໜຶ່ງ​ກໍ​ຄື: ຂໍ​ໃຫ້​ຈັດຕຽມ​ຫ້ອງພັກ​ໄວ້​ສຳລັບ​ເຮົາ ເພາະ​ເຮົາ​ຫວັງ​ວ່າ​ຈະ​ໄດ້​ກັບ​ມາ​ຫາ​ເຈົ້າ​ອີກ​ຕາມ​ຄຳອະທິຖານ​ຂອງ​ເຈົ້າ.


ເຮົາ​ຂໍຮ້ອງ​ພວກເຈົ້າ​ເປັນ​ພິເສດ​ໃຫ້​ອະທິຖານ​ຂໍ​ໃຫ້​ເຮົາ​ໄດ້​ກັບ​ມາ​ຫາ​ພວກເຈົ້າ​ໃນ​ໄວໆ​ນີ້.


ແທນທີ່​ຈະ​ກ່າວ​ຢ່າງ​ນັ້ນ ພວກເຈົ້າ​ຄວນ​ຈະ​ກ່າວ​ວ່າ, “ຖ້າ​ເປັນ​ຄວາມ​ປະສົງ​ຂອງ​ອົງພຣະຜູ້ເປັນເຈົ້າ, ພວກເຮົາ​ຈະ​ມີຊີວິດ​ຢູ່​ເພື່ອ​ເຮັດ​ສິ່ງ​ນີ້ ຫລື ສິ່ງ​ນັ້ນ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka