Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 9:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ພວກມັນ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ຂ້າ​ຄົນ​ເຫລົ່ານັ້ນ ແຕ່​ໃຫ້​ທໍລະມານ​ພວກເຂົາ​ເປັນ​ເວລາ​ຫ້າ​ເດືອນ. ແລະ ຄວາມເຈັບປວດ​ທີ່​ພວກເຂົາ​ທໍລະມານ​ນີ້​ເປັນ​ເໝືອນດັ່ງ​ຖືກ​ແມງງອດ​ຕອດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ພວກ​ມັນ​ບໍ່ໄດ້​ຮັບ​ອະນຸຍາດ​ໃຫ້​ຂ້າ​ຄົນ​ເຫຼົ່ານັ້ນ, ແຕ່​ໃຫ້​ທໍລະມານ​ພວກເຂົາ​ພາຍ​ໃນ​ຫ້າ​ເດືອນ ຄວາມ​ເຈັບປວດ​ຂອງ​ການ​ທໍລະມານ​ນີ້ ເປັນ​ເໝືອນ​ຄວາມ​ເຈັບປວດ​ຂອງ​ແມງງອດ​ຕອດ.

Uka jalj uñjjattʼäta Copia luraña




ພຣະນິມິດ 9:5
12 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ຈະ​ບໍ່​ມີ​ອຳນາດ​ເໜືອ​ເຮົາ ຖ້າ​ເບື້ອງເທິງ​ບໍ່​ມອບ​ໃຫ້​ແກ່​ເຈົ້າ. ເຫດສະນັ້ນ ຜູ້​ທີ່​ໄດ້​ມອບ​ເຮົາ​ໃຫ້​ແກ່​ເຈົ້າ​ກໍ​ມີ​ຄວາມບາບ​ຮ້າຍແຮງ​ກວ່າ”.


ແລະ ເມື່ອ​ທັງ​ສອງ​ໄດ້​ເປັນ​ພະຍານ​ສຳເລັດ​ແລ້ວ, ສັດຮ້າຍ​ຈາກ​ເຫວເລິກ​ຈະ​ຂຶ້ນ​ມາ​ທຳຮ້າຍ​ພວກເພິ່ນ, ຈະ​ເອົາ​ຊະນະ​ພວກເພິ່ນ ແລະ ຂ້າ​ພວກເພິ່ນ.


ສັດຮ້າຍ​ນັ້ນ​ໄດ້​ຮັບ​ອະນຸຍາດ​ໃຫ້​ມີ​ປາກ​ເພື່ອ​ເວົ້າ​ຄຳເວົ້າ​ທີ່​ອວດອ້າງ ແລະ ໝິ່ນປະໝາດ ແລະ ເພື່ອ​ໃຊ້​ສິດອຳນາດ​ຂອງ​ມັນ​ເປັນ​ເວລາ​ສີ່ສິບສອງ​ເດືອນ.


ມັນ​ໄດ້​ຮັບ​ອຳນາດ​ທີ່​ຈະ​ສູ້ຮົບ​ກັບ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ຊະນະ​ພວກເຂົາ. ມັນ​ໄດ້​ຮັບ​ສິດອຳນາດ​ເໜືອ​ທຸກ​ຊົນເຜົ່າ, ທຸກຄົນ, ທຸກ​ພາສາ ແລະ ທຸກ​ຊົນຊາດ.


ພວກມັນ​ມີ​ຫາງ​ພ້ອມ​ກັບ​ໄລ, ເໝືອນ​ຫາງ​ແມງງອດ ແລະ ຫາງ​ຂອງ​ພວກມັນ​ມີ​ອຳນາດ​ທີ່​ຈະ​ທໍລະມານ​ມະນຸດ​ເປັນ​ເວລາ​ຫ້າ​ເດືອນ.


ແລະ ມີ​ຝູງ​ຕັກແຕນ​ອອກ​ຈາກ​ຄວັນ​ນັ້ນ​ບິນ​ລົງ​ມາ​ຍັງ​ແຜ່ນດິນໂລກ ແລະ ພວກມັນ​ໄດ້​ຮັບ​ອຳນາດ​ເໝືອນ​ກັບ​ອຳນາດ​ຂອງ​ແມງງອດ​ໃນ​ແຜ່ນດິນໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka