Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 9:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ພວກມັນ​ຖືກ​ສັ່ງຫ້າມ​ບໍ່​ໃຫ້​ທຳລາຍ​ຫຍ້າ ຫລື ພືດ ຫລື ຕົ້ນໄມ້​ໃນ​ໂລກ, ແຕ່​ໃຫ້​ທຳລາຍ​ສະເພາະ​ຄົນ​ທີ່​ບໍ່​ມີ​ຕາປະທັບ​ຂອງ​ພຣະເຈົ້າ​ຢູ່​ເທິງ​ໜ້າຜາກ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ພຣະເຈົ້າ​ຊົງ​ຫ້າມ​ມັນ​ບໍ່​ໃຫ້​ມັນ​ທຳລາຍ​ຫຍ້າ​ເທິງ​ແຜ່ນດິນ​ໂລກ ສິ່ງ​ຂຽວ​ສົດ ຫລື​ຕົ້ນໄມ້​ໃດໆ, ແຕ່​ໃຫ້​ທຳລາຍ​ຄົນ​ເຫຼົ່ານັ້ນ ທີ່​ບໍ່ມີ​ຕາປະທັບ​ຂອງ​ພຣະເຈົ້າ​ທີ່​ໜ້າຜາກ​ຂອງ​ພວກເຂົາ​ເທົ່ານັ້ນ.

Uka jalj uñjjattʼäta Copia luraña




ພຣະນິມິດ 9:4
15 Jak'a apnaqawi uñst'ayäwi  

ດ້ວຍວ່າ ຈະ​ມີ​ພຣະຄຣິດ​ປອມ ແລະ ຜູ້ທຳນວາຍ​ປອມ​ປາກົດ​ຂຶ້ນ ພວກເຂົາ​ຈະ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ອັນ​ຍິ່ງໃຫຍ່​ຫລາຍ​ປະການ, ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ແມ່ນ​ແຕ່​ຜູ້​ທີ່​ໄດ້​ເລືອກ​ໄວ້.


ແລະ ຢ່າ​ເຮັດ​ໃຫ້​ພຣະວິນຍານບໍລິສຸດເຈົ້າ​ຂອງ​ພຣະເຈົ້າ​ເສຍໃຈ ເພາະ​ໂດຍ​ພຣະວິນຍານ​ນັ້ນ​ພວກເຈົ້າ​ໄດ້​ຖືກ​ປະທັບຕາ​ໝາຍ​ແລ້ວ​ສຳລັບ​ວັນ​ແຫ່ງ​ການໄຖ່ໃຫ້ພົ້ນ.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ແນມເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ແມ່ນ​ລູກແກະ​ຂອງ​ພຣະເຈົ້າ, ພຣະອົງ​ຢືນຢູ່​ເທິງ​ພູເຂົາ​ຊີໂອນ​ກັບ​ພວກ 144,000 ຄົນ ເຊິ່ງ​ມີ​ນາມ​ຂອງ​ພຣະອົງ ແລະ ນາມ​ຂອງ​ພຣະບິດາເຈົ້າ​ຂຽນ​ໄວ້​ເທິງ​ໜ້າຜາກ​ຂອງ​ພວກເຂົາ.


ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ເບິ່ງ​ຄື​ວ່າ​ດັງ​ຂຶ້ນ​ມາ​ຈາກ​ທ່າມກາງ​ສິ່ງທີ່ມີຊີວິດ​ທັງ​ສີ່​ວ່າ, “ເຂົ້າຫວີດ​ສອງ​ພາວ​ຕໍ່​ແຮງງານ​ມື້​ໜຶ່ງ​ຕໍ່​ແຮງງານ​ມື້​ໜຶ່ງ ແລະ ເຂົ້າບາເລ​ຫົກ​ພາວ​ຕໍ່​ແຮງງານ​ມື້​ໜຶ່ງ ແລະ ຢ່າ​ເຮັດ​ໃຫ້​ນ້ຳມັນ ແລະ ເຫລົ້າອະງຸ່ນ​ເສຍຫາຍ!”


ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ສີ່​ຕົນ​ຢືນ​ຢູ່​ທີ່​ສີ່​ມຸມ​ຂອງ​ແຜ່ນດິນໂລກ ດຶງ​ລົມ​ທັງ​ສີ່​ທິດ​ຂອງ​ແຜ່ນດິນໂລກ​ບໍ່​ໃຫ້​ລົມ​ພັດ​ມາ​ເທິງ​ແຜ່ນດິນ ຫລື ພັດ​ເທິງ​ທະເລ ຫລື ພັດ​ເທິງ​ຕົ້ນໄມ້​ໃດໆ.


ເທວະດາ​ຕົນ​ທີ​ໜຶ່ງ​ເປົ່າແກ​ຂອງ​ຕົນ​ຂຶ້ນ, ກໍ​ມີ​ໝາກເຫັບ​ຕົກ ແລະ ໄຟ​ປົນ​ເລືອດ ແລ້ວ​ຖືກ​ໂຍນ​ລົງ​ມາ​ເທິງ​ແຜ່ນດິນໂລກ. ໜຶ່ງສ່ວນສາມ​ຂອງ​ໂລກ​ຖືກ​ໄໝ້, ໜຶ່ງສ່ວນສາມ​ຂອງ​ຕົ້ນໄມ້​ກໍ​ຖືກ​ໄໝ້ ແລະ ຫຍ້າ​ຂຽວ​ກໍ​ຖືກ​ໄໝ້​ຈົນ​ໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka