Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 9:20 - ພຣະຄຳພີລາວສະບັບສະໄໝໃໝ່

20 ມະນຸດ​ທີ່​ເຫລືອ​ທີ່​ບໍ່​ຖືກ​ຂ້າ​ດ້ວຍ​ໄພພິບັດ​ເຫລົ່ານີ້​ຍັງ​ບໍ່​ຍອມ​ກັບໃຈ​ຈາກ​ການກະທຳ​ຂອງ​ຕົນ, ພວກເຂົາ​ບໍ່​ຢຸດ​ຂາບໄຫວ້​ພວກ​ຜີມານຮ້າຍ ແລະ ຮູບເຄົາລົບ​ທີ່​ເຮັດ​ດ້ວຍ​ຄຳ, ເງິນ, ທອງສຳລິດ, ຫີນ ແລະ ໄມ້. ຮູບເຄົາລົບ​ເຫລົ່ານັ້ນ​ບໍ່​ສາມາດ​ເບິ່ງເຫັນ, ໄດ້​ຍິນ ຫລື ຍ່າງ​ໄປ​ມາ​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

20 ມະນຸດ​ທີ່​ຍັງເຫລືອ​ຢູ່ ເປັນ​ພວກ​ທີ່​ບໍ່ໄດ້​ຖືກ​ຂ້າ​ດ້ວຍ​ໄພພິບັດ​ເຫຼົ່ານັ້ນ, ກໍ​ຍັງ​ບໍ່ໄດ້​ກັບໃຈ​ເສຍ​ໃໝ່ ຈາກ​ສິ່ງ​ທີ່​ພວກ​ຕົນ​ໄດ້​ເຮັດ​ນັ້ນ, ພວກເຂົາ​ບໍ່​ເຊົາ​ບູຊາ​ຜີມານຮ້າຍ ບູຊາ​ຮູບເຄົາຣົບ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງ​ເຫລືອງ, ດ້ວຍ​ຫີນ ແລະ​ດ້ວຍ​ໄມ້​ ຊຶ່ງ​ບໍ່​ສາມາດ​ເຫັນ​ໄດ້, ບໍ່​ສາມາດ​ໄດ້ຍິນ ແລະ​ບໍ່​ສາມາດ​ຍ່າງ​ໄປມາ​ໄດ້.

Uka jalj uñjjattʼäta Copia luraña




ພຣະນິມິດ 9:20
43 Jak'a apnaqawi uñst'ayäwi  

ເພາະ​ໂຢຮັນ​ບັບຕິສະໂຕ​ໄດ້​ມາ​ເພື່ອ​ຊີ້​ບອກ​ທາງ​ແຫ່ງ​ຄວາມຊອບທຳ​ໃຫ້​ແກ່​ພວກເຈົ້າ ແລະ ພວກເຈົ້າ​ບໍ່​ເຊື່ອ​ເພິ່ນ, ແຕ່​ຄົນເກັບພາສີ ແລະ ຍິງໂສເພນີ​ໄດ້​ເຊື່ອ​ເພິ່ນ ແລະ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ໄດ້​ເຫັນ​ສິ່ງ​ນີ້​ແລ້ວ​ກໍຕາມ ພວກເຈົ້າ​ກໍ​ຍັງ​ບໍ່​ຍອມ​ກັບໃຈ ແລະ ເຊື່ອ​ເພິ່ນ.


“ເຫດສະນັ້ນ ໃນ​ເມື່ອ​ພວກເຮົາ​ເປັນ​ເຊື້ອສາຍ​ຂອງ​ພຣະເຈົ້າ ພວກເຮົາ​ກໍ​ບໍ່​ຄວນ​ຄິດ​ວ່າ​ພຣະເຈົ້າ​ເປັນ​ຄຳ, ເປັນ​ເງິນ ຫລື ເປັນ​ຫີນ ເປັນ​ຮູບ​ປັ້ນ​ທີ່​ມະນຸດ​ອອກແບບ ແລະ ສ້າງ​ຂຶ້ນ.


ແລະ ພວກເຈົ້າ​ກໍ​ໄດ້​ເຫັນ ແລະ ໄດ້​ຍິນ​ທີ່​ໂປໂລ​ຄົນ​ນີ້​ຊັກຊວນ​ຄົນ​ທັງຫລາຍ​ໃຫ້​ຫລົງທາງ​ທັງ​ໃນ​ເອເຟໂຊ​ກັບ​ທົ່ວ​ແຂວງ​ເອເຊຍ. ລາວ​ເວົ້າ​ວ່າ​ບັນດາ​ຮູບ​ປັ້ນ​ທີ່​ມື​ມະນຸດ​ສ້າງ​ຂຶ້ນ​ນັ້ນ​ບໍ່​ໄດ້​ແມ່ນ​ເທບພະເຈົ້າ​ເລີຍ.


ໃນ​ເວລາ​ນັ້ນ ພວກເຂົາ​ໄດ້​ສ້າງ​ຮູບເຄົາລົບ​ເປັນ​ຮູບ​ງົວນ້ອຍ​ໂຕ​ໜຶ່ງ​ຂຶ້ນ. ພວກເຂົາ​ໄດ້​ນຳ​ເຄື່ອງບູຊາ​ມາ​ຖວາຍ​ແກ່​ຮູບເຄົາລົບ​ນັ້ນ ແລະ ໄດ້​ຈັດງານ​ສະຫລອງ​ເພື່ອ​ເປັນ​ກຽດ​ແກ່​ສິ່ງ​ທີ່​ສ້າງ​ຂຶ້ນ​ດ້ວຍ​ມື​ຂອງ​ຕົນ.


ເຮົາ​ຢ້ານ​ວ່າ​ເມື່ອ​ເຮົາ​ມາ​ອີກ ພຣະເຈົ້າ​ຂອງ​ເຮົາ​ຈະ​ເຮັດ​ໃຫ້​ເຮົາ​ຖ່ອມ​ລົງ​ຕໍ່ໜ້າ​ພວກເຈົ້າ ແລະ ເຮົາ​ຈະ​ໂສກເສົ້າ​ເພາະ​ຫລາຍ​ຄົນ​ທີ່​ໄດ້​ເຮັດ​ບາບ​ມາ​ກ່ອນ​ແລ້ວ ແລະ ຍັງ​ບໍ່​ຍອມ​ກັບໃຈ​ປະຖິ້ມ​ຄວາມ​ເປື້ອນເປິ, ຄວາມບາບ​ທາງ​ເພດ ແລະ ຄວາມ​ຊົ່ວຮ້າຍ​ທີ່​ພວກເຂົາ​ໄດ້​ເຮັດ​ຢູ່.


ພຣະວິນຍານ​ກ່າວ​ໄວ້​ຢ່າງ​ຈະແຈ້ງ​ແລ້ວ​ວ່າ ໃນ​ພາຍຫລັງ​ມາ​ຈະ​ມີ​ບາງຄົນ​ປະຖິ້ມ​ຄວາມເຊື່ອ​ແລ້ວ​ໄປ​ຕິດຕາມ​ວິນຍານ​ຫລອກລວງ ແລະ ສິ່ງ​ຕ່າງໆ​ທີ່​ສອນ​ໂດຍ​ພວກ​ຜີມານຮ້າຍ.


ຂ້າພະເຈົ້າ​ໄດ້​ເຫັນ​ໝາຍສຳຄັນ​ອັນ​ຍິ່ງໃຫຍ່ ແລະ ມະຫັດສະຈັນ​ອື່ນ​ອີກ​ໃນ​ສະຫວັນ​ຄື: ເທວະດາ​ເຈັດ​ຕົນ ແລະ ໄພພິບັດ​ສຸດທ້າຍ​ທັງ​ເຈັດ ເຊິ່ງ​ເປັນ​ໄພພິບັດ​ຄັ້ງ​ສຸດທ້າຍ, ເພາະວ່າ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ສຳເລັດ​ລົງ​ດ້ວຍ​ໄພພິບັດ​ເຫລົ່ານີ້.


ເທວະດາ​ຕົນ​ທີສີ່​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ດວງຕາເວັນ ແລະ ດວງຕາເວັນ​ກໍ​ໄດ້ຮັບ​ອະນຸຍາດ​ໃຫ້​ເຜົາໄໝ້​ຄົນ​ທັງຫລາຍ​ດ້ວຍ​ໄຟ.


ອຳນາດ​ຂອງ​ມ້າ​ເຫລົ່າ​ນັ້ນ​ຢູ່​ທີ່​ປາກ ແລະ ຫາງ​ຂອງ​ພວກມັນ, ເພາະ​ຫາງ​ຂອງ​ພວກມັນ​ເໝືອນ​ງູ ແລະ ມີ​ຫົວ​ຫລາຍ​ຫົວ ເຊິ່ງ​ມັນ​ເຮັດ​ອັນຕະລາຍ​ໄດ້.


ທັງ​ພວກເຂົາ​ບໍ່​ໄດ້​ກັບໃຈ​ຈາກ​ຄາດຕະກຳ, ການ​ໃຊ້​ເວດມົນຄາຖາ, ການ​ຜິດສິນທຳທາງເພດ ແລະ ການລັກ​ທີ່​ຕົນ​ເຮັດ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka