Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 9:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ໜຶ່ງສ່ວນສາມ​ຂອງ​ມະນຸດ​ຖືກ​ຂ້າ​ດ້ວຍ​ໄພພິບັດ​ສາມ​ຢ່າງ​ຄື: ໄຟ, ຄວັນ ແລະ ມາດ​ທີ່​ໄດ້​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ມ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ໜຶ່ງ​ສ່ວນ​ສາມ​ຂອງ​ມະນຸດ ໄດ້​ຖືກ​ຂ້າ​ດ້ວຍ​ໄພພິບັດ​ສາມ​ຢ່າງ​ນີ້ ຄື: ໄຟ, ຄວັນ ແລະ​ມາດ ທີ່​ໄດ້​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ຝູງ​ມ້າ​ນັ້ນ.

Uka jalj uñjjattʼäta Copia luraña




ພຣະນິມິດ 9:18
9 Jak'a apnaqawi uñst'ayäwi  

ເທວະດາ​ຕົນ​ທີສາມ​ເປົ່າ​ແກ​ຂອງ​ຕົນ​ຂຶ້ນ ແລະ ດາວ​ໃຫຍ່​ດວງ​ໜຶ່ງ​ທີ່​ມີ​ໄຟ​ກຳລັງ​ລຸກໄໝ້​ຢູ່​ເໝືອນ​ກັບ​ທວນໄຟ​ກໍ​ຕົກ​ຈາກ​ທ້ອງຟ້າ​ລົງ​ໃສ່​ໜຶ່ງ​ໃນ​ສາມ​ຂອງ​ແມ່ນ້ຳ​ທັງຫລາຍ ແລະ ລົງ​ໃສ່​ບໍ່ນ້ຳພຸ​ຕ່າງໆ


ດາວ​ດວງ​ນັ້ນ​ຊື່​ວ່າ​ຂົມ ເຮັດ​ໃຫ້​ໜຶ່ງສ່ວນສາມ​ຂອງ​ນ້ຳ​ນັ້ນ​ມີ​ລົດຂົມ ແລະ ຄົນ​ຈໍານວນ​ຫລວງຫລາຍ​ໄດ້​ຕາຍ​ໄປ​ເນື່ອງ​ຈາກ​ນ້ຳ​ກາຍເປັນ​ນ້ຳຂົມ.


ເທວະດາ​ອົງ​ທີສີ່​ໄດ້​ເປົ່າແກ​ຂອງ​ຕົນ​ຂຶ້ນ ແລະ ໜຶ່ງສ່ວນສາມ​ຂອງ​ດວງຕາເວັນ, ດວງເດືອນ ແລະ ດວງດາວ​ຕ່າງໆ​ກໍ​ຢຸດ​ເຄື່ອນໄຫວ, ດັ່ງນັ້ນ​ຈຶ່ງ​ເຮັດ​ໃຫ້​ໜຶ່ງສ່ວນສາມ​ຂອງ​ທັງ​ສາມ​ສິ່ງ​ນັ້ນ​ຈຶ່ງ​ມືດ​ໄປ. ເຮັດ​ໃຫ້​ເວລາ​ໜຶ່ງ​ໃນ​ສາມ​ຂອງ​ກາງເວັນ​ບໍ່​ມີ​ແສງສະຫວ່າງ ແລະ ໜຶ່ງສ່ວນສາມ​ຂອງ​ກາງຄືນ​ກໍ​ເໝືອນກັນ.


ເທວະດາ​ຕົນ​ທີ​ໜຶ່ງ​ເປົ່າແກ​ຂອງ​ຕົນ​ຂຶ້ນ, ກໍ​ມີ​ໝາກເຫັບ​ຕົກ ແລະ ໄຟ​ປົນ​ເລືອດ ແລ້ວ​ຖືກ​ໂຍນ​ລົງ​ມາ​ເທິງ​ແຜ່ນດິນໂລກ. ໜຶ່ງສ່ວນສາມ​ຂອງ​ໂລກ​ຖືກ​ໄໝ້, ໜຶ່ງສ່ວນສາມ​ຂອງ​ຕົ້ນໄມ້​ກໍ​ຖືກ​ໄໝ້ ແລະ ຫຍ້າ​ຂຽວ​ກໍ​ຖືກ​ໄໝ້​ຈົນ​ໝົດ.


ເທວະດາ​ຕົນ​ທີສອງ​ເປົ່າ​ແກ​ຂອງ​ຕົນ​ຂຶ້ນ ແລ້ວ​ກໍ​ມີ​ສິ່ງ​ໜຶ່ງ​ເໝືອນ​ພູເຂົາ​ໜ່ວຍໃຫຍ່​ທີ່​ໄຟ​ກຳລັງ​ລຸກໄໝ້​ຢູ່ ໄດ້​ຖືກ​ໂຍນ​ລົງ​ໃນ​ທະເລ. ໜຶ່ງສ່ວນສາມ​ຂອງ​ທະເລ​ໄດ້​ກາຍເປັນ​ເລືອດ,


ໜຶ່ງສ່ວນສາມ​ຂອງ​ສິ່ງທີ່ມີຊີວິດ​ຢູ່​ໃນ​ທະເລ​ໄດ້​ຕາຍ​ໄປ ແລະ ໜຶ່ງສ່ວນສາມ​ຂອງ​ເຮືອ​ທັງຫລາຍ​ໄດ້​ຖືກ​ທຳລາຍ​ໄປ.


ແລະ ເທວະດາ​ທັງ​ສີ່​ທີ່​ພຣະເຈົ້າ​ໄດ້​ຕຽມໄວ້​ພ້ອມ​ສຳລັບ​ຊົ່ວໂມງ, ວັນ, ເດືອນ ແລະ ປີ ກໍ​ຖືກ​ປົດປ່ອຍ​ໃຫ້​ໄປ​ຂ້າ​ມະນຸດ​ໜຶ່ງສ່ວນສາມ.


ມ້າ ແລະ ຜູ້ຂີ່ມ້າ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ໃນ​ນິມິດ​ນັ້ນ​ມີ​ລັກສະນະ​ດັ່ງນີ້​ຄື: ເສື້ອເກາະເອິກ​ຂອງ​ພວກເຂົາ​ສີ​ໄຟ​ແດງ, ສີ​ຟ້າ​ເຂັ້ມ ແລະ ສີເຫລືອງ​ຄື​ມາດ. ຫົວ​ຂອງ​ມ້າ​ເຫລົ່ານັ້ນ​ຄ້າຍຄື​ກັບ​ຫົວ​ໂຕສິງ ແລະ ມີ​ໄຟ, ມີ​ຄວັນ ແລະ ມີ​ມາດ​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພວກມັນ.


ອຳນາດ​ຂອງ​ມ້າ​ເຫລົ່າ​ນັ້ນ​ຢູ່​ທີ່​ປາກ ແລະ ຫາງ​ຂອງ​ພວກມັນ, ເພາະ​ຫາງ​ຂອງ​ພວກມັນ​ເໝືອນ​ງູ ແລະ ມີ​ຫົວ​ຫລາຍ​ຫົວ ເຊິ່ງ​ມັນ​ເຮັດ​ອັນຕະລາຍ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka