Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 9:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ມ້າ ແລະ ຜູ້ຂີ່ມ້າ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ໃນ​ນິມິດ​ນັ້ນ​ມີ​ລັກສະນະ​ດັ່ງນີ້​ຄື: ເສື້ອເກາະເອິກ​ຂອງ​ພວກເຂົາ​ສີ​ໄຟ​ແດງ, ສີ​ຟ້າ​ເຂັ້ມ ແລະ ສີເຫລືອງ​ຄື​ມາດ. ຫົວ​ຂອງ​ມ້າ​ເຫລົ່ານັ້ນ​ຄ້າຍຄື​ກັບ​ຫົວ​ໂຕສິງ ແລະ ມີ​ໄຟ, ມີ​ຄວັນ ແລະ ມີ​ມາດ​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພວກມັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ດັ່ງນີ້ ມີ​ຝູງ​ມ້າ​ແລະ​ພວກ​ຄົນ​ຂີ່​ມ້າ ເຄື່ອງ​ປ້ອງກັນ​ເອິກ​ຂອງ​ພວກເຂົາ​ເປັນ​ສີແດງ​ຄື​ໄຟ ເປັນ​ສີຟ້າ​ຄື​ນິນ​ສີຄາມ ແລະ​ເປັນ​ສີເຫລືອງ​ຄື​ມາດ ຫົວ​ຂອງ​ມ້າ​ເຫຼົ່ານັ້ນ​ເໝືອນ​ຫົວ​ສິງ ມີ​ໄຟ ມີ​ຄວັນ ແລະ ມີ​ມາດ​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພວກມັນ.

Uka jalj uñjjattʼäta Copia luraña




ພຣະນິມິດ 9:17
16 Jak'a apnaqawi uñst'ayäwi  

ຖ້າ​ຜູ້ໃດ​ພະຍາຍາມ​ທີ່​ຈະ​ທຳລາຍ​ພະຍານ​ທັງ​ສອງ, ໄຟ​ຈະ​ອອກມາ​ຈາກ​ປາກ​ຂອງ​ພວກເພິ່ນ ແລະ ເຜົາຜານ​ບັນດາ​ສັດຕູ​ຂອງ​ພວກເພິ່ນ. ຜູ້ໃດ​ຢາກ​ທຳລາຍ​ພວກເພິ່ນ​ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ​ຢ່າງ​ນີ້​ແຫລະ.


ພວກເຂົາ​ຈະ​ຕ້ອງ​ດື່ມ​ເຫລົ້າອະງຸ່ນ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ, ເຊິ່ງ​ໄດ້​ຖອກລົງ​ໃນ​ຈອກ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະອົງ. ພວກເຂົາ​ຈະ​ຖືກ​ທໍລະມານ​ດ້ວຍ​ໄຟ​ກັບ​ມາດ​ຕໍ່ໜ້າ​ບັນດາ​ເທວະດາ​ຜູ້​ບໍລິສຸດ ແລະ ຕໍ່ໜ້າ​ລູກແກະ​ຂອງ​ພຣະເຈົ້າ.


ແຕ່​ສັດຮ້າຍ​ນັ້ນ​ຖືກ​ຈັບ​ພ້ອມ​ດ້ວຍ​ຜູ້ທຳນວາຍ​ປອມ​ທີ່​ໄດ້​ເຮັດ​ໝາຍສຳຄັນ​ແທນ​ສັດຮ້າຍ​ນັ້ນ. ດ້ວຍ​ໝາຍສຳຄັນ​ເຫລົ່ານີ້​ມັນ​ໄດ້​ຫລອກລວງ​ບັນດາ​ຜູ້​ທີ່​ໄດ້ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ນັ້ນ ແລະ ໄດ້​ຂາບໄຫວ້​ຮູບຈຳລອງ​ຂອງ​ມັນ. ທັງ​ສັດຮ້າຍ ແລະ ຜູ້ທຳນວາຍ​ປອມ​ໄດ້​ຖືກ​ຖິ້ມ​ລົງ​ທັງເປັນ​ໃນ​ບຶງໄຟ​ທີ່​ມີ​ມາດ​ລຸກໄໝ້​ຢູ່.


ແລະ ມານຮ້າຍ​ທີ່​ຫລອກລວງ​ພວກເຂົາ​ກໍ​ຖືກ​ຖິ້ມລົງ​ໃນ​ບຶງໄຟ​ທີ່​ມີ​ມາດ​ໄໝ້​ຢູ່, ບ່ອນ​ທີ່​ສັດຮ້າຍ ແລະ ຜູ້ທຳນວາຍ​ປອມ​ໄດ້​ຖືກ​ຖິ້ມລົງ​ໄປ​ກ່ອນ​ແລ້ວ. ພວກມັນ​ຈະ​ທົນທຸກທໍລະມານ​ທັງ​ກາງ​ເວັນ ແລະ ກາງຄືນ​ຕະຫລອດໄປ​ເປັນນິດ.


ຮາກຖານ​ທີຫ້າ​ຄື​ໂກເມນ, ຮາກຖານ​ທີ​ຫົກ​ຄື​ພອຍ​ຫລາຍ​ສີ, ຮາກຖານທີ​ເຈັດ​ຄື​ພອຍ​ສີຂຽວ​ເຫລືອງ, ຮາກຖານທີ​ແປດ​ຄື​ພອຍ​ສີຟ້າ​ຂຽວ, ຮາກຖານ​ທີ​ເກົ້າ​ຄື​ບຸບຣາຄຳ, ຮາກຖານ​ທີສິບ​ຄື​ຢົກ, ຮາກຖານ​ທີ​ສິບ​ເອັດ​ຄື​ພອຍ​ສີແດງ​ສົ້ມ, ຮາກຖານທີ​ສິບສອງ​ຄື​ເພທາຍ​ສີ​ມ່ວງ.


ແຕ່​ຄົນຂີ້ຢ້ານ, ຄົນທີ່ບໍ່ເຊື່ອ, ຄົນຊົ່ວຊ້າ, ຜູ້ຂ້າຄົນ, ຄົນຜິດສິນທຳທາງເພດ, ບັນດາ​ຄົນ​ທີ່​ໃຊ້​ເວດມົນຄາຖາ, ຄົນຂາບໄຫວ້​ຮູບເຄົາລົບ ແລະ ຄົນເວົ້າຕົວະ​ທັງໝົດ​ນັ້ນ ພວກເຂົາ​ຈະ​ຖືກ​ສົ່ງ​ລົງ​ສູ່​ບຶງໄຟ​ທີ່​ມີ​ມາດ​ລຸກໄໝ້​ຢູ່. ນີ້​ຄື​ຄວາມຕາຍ​ຄັ້ງ​ທີສອງ”.


ໜຶ່ງສ່ວນສາມ​ຂອງ​ມະນຸດ​ຖືກ​ຂ້າ​ດ້ວຍ​ໄພພິບັດ​ສາມ​ຢ່າງ​ຄື: ໄຟ, ຄວັນ ແລະ ມາດ​ທີ່​ໄດ້​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ມ້າ.


ພວກມັນ​ມີ​ເສື້ອເກາະເອິກ​ເໝືອນ​ກັບ​ເສື້ອເກາະເອິກ​ເຫລັກ ແລະ ສຽງ​ປີກ​ຂອງ​ພວກມັນ​ເໝືອນ​ສຽງ​ກ້ອງກັງວານ​ຂອງ​ຝູງ​ມ້າ​ຮົບ ແລະ ສຽງ​ຂອງ​ລົດມ້າ​ຈຳນວນ​ຫລາຍ​ຄັນ​ທີ່​ແລ່ນ​ເຂົ້າ​ສູ່​ສະໜາມຮົບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka