Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 9:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ແລະ ເທວະດາ​ທັງ​ສີ່​ທີ່​ພຣະເຈົ້າ​ໄດ້​ຕຽມໄວ້​ພ້ອມ​ສຳລັບ​ຊົ່ວໂມງ, ວັນ, ເດືອນ ແລະ ປີ ກໍ​ຖືກ​ປົດປ່ອຍ​ໃຫ້​ໄປ​ຂ້າ​ມະນຸດ​ໜຶ່ງສ່ວນສາມ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ເທວະດາ​ເຫຼົ່ານັ້ນ ເປັນ​ພວກ​ທີ່​ພຣະເຈົ້າ​ຕຽມ​ໄວ້​ສຳລັບ​ໂມງ, ວັນ, ເດືອນ ແລະ ປີ ຊຶ່ງ​ໄດ້​ຖືກ​ປ່ອຍ​ໄປ​ຂ້າ​ມະນຸດ​ສະໂລກ​ເສຍ​ໜຶ່ງ​ສ່ວນ​ສາມ.

Uka jalj uñjjattʼäta Copia luraña




ພຣະນິມິດ 9:15
9 Jak'a apnaqawi uñst'ayäwi  

ເມື່ອ​ໜຶ່ງພັນ​ປີ​ຜ່ານພົ້ນ​ໄປ​ແລ້ວ, ມານຊາຕານ​ຈະ​ຖືກ​ປ່ອຍ​ອອກ​ມາ​ຈາກ​ບ່ອນ​ຄຸກ​ຂອງ​ມັນ


ເທວະດາ​ຕົນ​ທີສາມ​ເປົ່າ​ແກ​ຂອງ​ຕົນ​ຂຶ້ນ ແລະ ດາວ​ໃຫຍ່​ດວງ​ໜຶ່ງ​ທີ່​ມີ​ໄຟ​ກຳລັງ​ລຸກໄໝ້​ຢູ່​ເໝືອນ​ກັບ​ທວນໄຟ​ກໍ​ຕົກ​ຈາກ​ທ້ອງຟ້າ​ລົງ​ໃສ່​ໜຶ່ງ​ໃນ​ສາມ​ຂອງ​ແມ່ນ້ຳ​ທັງຫລາຍ ແລະ ລົງ​ໃສ່​ບໍ່ນ້ຳພຸ​ຕ່າງໆ


ເທວະດາ​ຕົນ​ທີ​ໜຶ່ງ​ເປົ່າແກ​ຂອງ​ຕົນ​ຂຶ້ນ, ກໍ​ມີ​ໝາກເຫັບ​ຕົກ ແລະ ໄຟ​ປົນ​ເລືອດ ແລ້ວ​ຖືກ​ໂຍນ​ລົງ​ມາ​ເທິງ​ແຜ່ນດິນໂລກ. ໜຶ່ງສ່ວນສາມ​ຂອງ​ໂລກ​ຖືກ​ໄໝ້, ໜຶ່ງສ່ວນສາມ​ຂອງ​ຕົ້ນໄມ້​ກໍ​ຖືກ​ໄໝ້ ແລະ ຫຍ້າ​ຂຽວ​ກໍ​ຖືກ​ໄໝ້​ຈົນ​ໝົດ.


ເທວະດາ​ຕົນ​ທີສອງ​ເປົ່າ​ແກ​ຂອງ​ຕົນ​ຂຶ້ນ ແລ້ວ​ກໍ​ມີ​ສິ່ງ​ໜຶ່ງ​ເໝືອນ​ພູເຂົາ​ໜ່ວຍໃຫຍ່​ທີ່​ໄຟ​ກຳລັງ​ລຸກໄໝ້​ຢູ່ ໄດ້​ຖືກ​ໂຍນ​ລົງ​ໃນ​ທະເລ. ໜຶ່ງສ່ວນສາມ​ຂອງ​ທະເລ​ໄດ້​ກາຍເປັນ​ເລືອດ,


ໜຶ່ງສ່ວນສາມ​ຂອງ​ສິ່ງທີ່ມີຊີວິດ​ຢູ່​ໃນ​ທະເລ​ໄດ້​ຕາຍ​ໄປ ແລະ ໜຶ່ງສ່ວນສາມ​ຂອງ​ເຮືອ​ທັງຫລາຍ​ໄດ້​ຖືກ​ທຳລາຍ​ໄປ.


ພວກມັນ​ມີ​ຫາງ​ພ້ອມ​ກັບ​ໄລ, ເໝືອນ​ຫາງ​ແມງງອດ ແລະ ຫາງ​ຂອງ​ພວກມັນ​ມີ​ອຳນາດ​ທີ່​ຈະ​ທໍລະມານ​ມະນຸດ​ເປັນ​ເວລາ​ຫ້າ​ເດືອນ.


ໜຶ່ງສ່ວນສາມ​ຂອງ​ມະນຸດ​ຖືກ​ຂ້າ​ດ້ວຍ​ໄພພິບັດ​ສາມ​ຢ່າງ​ຄື: ໄຟ, ຄວັນ ແລະ ມາດ​ທີ່​ໄດ້​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ມ້າ.


ພວກມັນ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ຂ້າ​ຄົນ​ເຫລົ່ານັ້ນ ແຕ່​ໃຫ້​ທໍລະມານ​ພວກເຂົາ​ເປັນ​ເວລາ​ຫ້າ​ເດືອນ. ແລະ ຄວາມເຈັບປວດ​ທີ່​ພວກເຂົາ​ທໍລະມານ​ນີ້​ເປັນ​ເໝືອນດັ່ງ​ຖືກ​ແມງງອດ​ຕອດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka