Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 9:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ເທວະດາ​ຕົນ​ທີຫ້າ​ເປົ່າ​ແກ​ຂອງ​ຕົນ ແລະ ຂ້າພະເຈົ້າ​ໄດ້​ເຫັນ​ດາວ​ດວງ​ໜຶ່ງ​ຕົກ​ຈາກ​ຟ້າ​ລົງ​ມາ​ເທິງ​ແຜ່ນດິນໂລກ. ດາວ​ນັ້ນ​ໄດ້​ຮັບ​ກະແຈ​ໄຂ​ປ່ອງ​ຂອງ​ເຫວເລິກ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ເມື່ອ​ເທວະດາ​ຕົນ​ທີ​ຫ້າ​ເປົ່າແກ​ຂຶ້ນ, ຂ້າພະເຈົ້າ​ໄດ້​ເຫັນ​ດາວ​ດວງ​ໜຶ່ງ​ຕົກ​ຈາກ​ທ້ອງຟ້າ ລົງ​ມາ​ທີ່​ແຜ່ນດິນ​ໂລກ, ດາວ​ດວງ​ນີ້ ໄດ້​ຮັບ​ກະແຈ​ສຳລັບ​ປ່ອງ​ເຫວເລິກ.

Uka jalj uñjjattʼäta Copia luraña




ພຣະນິມິດ 9:1
20 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ເຫັນ​ມານຊາຕານ​ຕົກ​ລົງ​ຈາກ​ສະຫວັນ​ເໝືອນ​ດັ່ງ​ຟ້າແມບ.


ແລະ ພວກມັນ​ຈຶ່ງ​ອ້ອນວອນຂໍ​ພຣະອົງ​ບໍ່​ໃຫ້​ສັ່ງ​ພວກມັນ​ກັບ​ໄປ​ໃນ​ເຫວເລິກ.


“ຫລື ‘ຜູ້ໃດ​ຈະ​ລົງ​ໄປ​ໃນ​ບ່ອນເລິກ?’” (ຄື​ນໍາເອົາ​ພຣະຄຣິດເຈົ້າ​ຂຶ້ນ​ມາ​ຈາກ​ຄວາມຕາຍ).


ເຮົາ​ເປັນ​ອົງ​ຜູ້​ດຳລົງ​ຊີວິດ​ຢູ່; ເຮົາ​ໄດ້​ຕາຍ​ແລ້ວ ແລະ ບັດນີ້ ເບິ່ງ​ແມ, ເຮົາ​ຍັງ​ມີຊີວິດ​ຢູ່​ຕະຫລອດໄປ​ເປັນນິດ! ແລະ ເຮົາ​ຖື​ກະແຈ​ແຫ່ງ​ຄວາມຕາຍ ແລະ ແດນມໍລະນາ.


ຄວາມເລິກລັບ​ຂອງ​ດາວ​ເຈັດ​ດວງ​ທີ່​ເຈົ້າ​ເຫັນ​ຢູ່​ໃນ​ມື​ຂວາ​ຂອງ​ເຮົາ ແລະ ຄວາມເລິກລັບ​ຂອງ​ຫລັກຕະກຽງ​ຄຳ​ທັງ​ເຈັດ​ມີ​ດັ່ງນີ້: ດາວ​ເຈັດ​ດວງ​ຄື​ເທວະດາ​ແຫ່ງ​ຄຣິສຕະຈັກ​ທັງ​ເຈັດ ແລະ ຫລັກຕະກຽງ​ຄຳ​ເຈັດ​ອັນ​ຄື​ຄຣິສຕະຈັກ​ທັງ​ເຈັດ.


ແລະ ເມື່ອ​ທັງ​ສອງ​ໄດ້​ເປັນ​ພະຍານ​ສຳເລັດ​ແລ້ວ, ສັດຮ້າຍ​ຈາກ​ເຫວເລິກ​ຈະ​ຂຶ້ນ​ມາ​ທຳຮ້າຍ​ພວກເພິ່ນ, ຈະ​ເອົາ​ຊະນະ​ພວກເພິ່ນ ແລະ ຂ້າ​ພວກເພິ່ນ.


ສັດຮ້າຍ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ, ຄັ້ງ​ໜຶ່ງ​ເຄີຍ​ມີຊີວິດ​ຢູ່ ແຕ່​ບັດນີ້​ບໍ່​ມີຊີວິດ​ຢູ່, ມັນ​ຈະ​ຂຶ້ນ​ມາ​ຈາກ​ເຫວເລິກ ແລະ ໄປ​ສູ່​ຄວາມຈິບຫາຍ​ຂອງ​ມັນ. ຄົນ​ທັງຫລາຍ​ທີ່​ຢູ່​ແຜ່ນດິນໂລກ​ຜູ້​ທີ່​ບໍ່​ມີ​ຊື່​ຢູ່​ໃນ​ໜັງສື​ແຫ່ງ​ຊີວິດ​ຕັ້ງແຕ່​ສ້າງ​ໂລກ​ຈະ​ປະຫລາດໃຈ​ເມື່ອ​ພວກເຂົາ​ໄດ້​ເຫັນ​ສັດຮ້າຍ​ນີ້, ເພາະ​ຄັ້ງ​ໜຶ່ງ​ມັນ​ເຄີຍ​ມີຊີວິດ​ຢູ່ ແລະ ບັດນີ້​ບໍ່​ມີຊີວິດ​ຢູ່, ແຕ່​ມັນ​ຈະ​ມາ​ໃນ​ອະນາຄົດ.


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ, ຖື​ກະແຈ​ຂອງ​ເຫວເລິກ ແລະ ໂສ້​ເສັ້ນ​ໃຫຍ່​ໃນ​ມື​ຂອງ​ເພິ່ນ.


ແລະ ມານຮ້າຍ​ທີ່​ຫລອກລວງ​ພວກເຂົາ​ກໍ​ຖືກ​ຖິ້ມລົງ​ໃນ​ບຶງໄຟ​ທີ່​ມີ​ມາດ​ໄໝ້​ຢູ່, ບ່ອນ​ທີ່​ສັດຮ້າຍ ແລະ ຜູ້ທຳນວາຍ​ປອມ​ໄດ້​ຖືກ​ຖິ້ມລົງ​ໄປ​ກ່ອນ​ແລ້ວ. ພວກມັນ​ຈະ​ທົນທຸກທໍລະມານ​ທັງ​ກາງ​ເວັນ ແລະ ກາງຄືນ​ຕະຫລອດໄປ​ເປັນນິດ.


ແລະ ດວງດາວ​ໃນ​ທ້ອງຟ້າ​ກໍ​ຕົກລົງ​ມາ​ສູ່​ແຜ່ນດິນໂລກ, ເປັນ​ເໝືອນດັ່ງ​ໝາກເດື່ອ​ຫລົ່ນ​ລົງ​ຈາກ​ຕົ້ນ​ເມື່ອ​ຖືກ​ສັ່ນ​ດ້ວຍ​ລົມແຮງ.


ເທວະດາ​ຕົນ​ທີສາມ​ເປົ່າ​ແກ​ຂອງ​ຕົນ​ຂຶ້ນ ແລະ ດາວ​ໃຫຍ່​ດວງ​ໜຶ່ງ​ທີ່​ມີ​ໄຟ​ກຳລັງ​ລຸກໄໝ້​ຢູ່​ເໝືອນ​ກັບ​ທວນໄຟ​ກໍ​ຕົກ​ຈາກ​ທ້ອງຟ້າ​ລົງ​ໃສ່​ໜຶ່ງ​ໃນ​ສາມ​ຂອງ​ແມ່ນ້ຳ​ທັງຫລາຍ ແລະ ລົງ​ໃສ່​ບໍ່ນ້ຳພຸ​ຕ່າງໆ


ເທວະດາ​ອົງ​ທີສີ່​ໄດ້​ເປົ່າແກ​ຂອງ​ຕົນ​ຂຶ້ນ ແລະ ໜຶ່ງສ່ວນສາມ​ຂອງ​ດວງຕາເວັນ, ດວງເດືອນ ແລະ ດວງດາວ​ຕ່າງໆ​ກໍ​ຢຸດ​ເຄື່ອນໄຫວ, ດັ່ງນັ້ນ​ຈຶ່ງ​ເຮັດ​ໃຫ້​ໜຶ່ງສ່ວນສາມ​ຂອງ​ທັງ​ສາມ​ສິ່ງ​ນັ້ນ​ຈຶ່ງ​ມືດ​ໄປ. ເຮັດ​ໃຫ້​ເວລາ​ໜຶ່ງ​ໃນ​ສາມ​ຂອງ​ກາງເວັນ​ບໍ່​ມີ​ແສງສະຫວ່າງ ແລະ ໜຶ່ງສ່ວນສາມ​ຂອງ​ກາງຄືນ​ກໍ​ເໝືອນກັນ.


ແລະ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ເຈັດ​ຕົນ​ທີ່​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າ ແລະ ເທວະດາ​ເຫລົ່ານັ້ນ​ໄດ້​ຮັບ​ແກ​ເຈັດ​ອັນ.


ເມື່ອ​ດາວ​ນັ້ນ​ໄດ້​ເປີດ​ເຫວເລິກ​ແລ້ວ, ຄວັນ​ກໍ​ພຸ່ງ​ອອກ​ມາ​ເໝືອນດັ່ງ​ຄວັນ​ຈາກ​ເຕົາຫລອມ​ອັນ​ໃຫຍ່. ດວງຕາເວັນ ແລະ ທ້ອງຟ້າ​ກໍ​ມືດມົວ​ໄປ​ໂດຍ​ຄວັນ​ທີ່​ຂຶ້ນ​ມາ​ຈາກ​ເຫວເລິກ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka