Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 8:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ໜຶ່ງສ່ວນສາມ​ຂອງ​ສິ່ງທີ່ມີຊີວິດ​ຢູ່​ໃນ​ທະເລ​ໄດ້​ຕາຍ​ໄປ ແລະ ໜຶ່ງສ່ວນສາມ​ຂອງ​ເຮືອ​ທັງຫລາຍ​ໄດ້​ຖືກ​ທຳລາຍ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ໜຶ່ງ​ສ່ວນ​ສາມ​ຂອງ​ສິ່ງທີ່ມີ​ຊີວິດ​ຢູ່​ໃນ​ທະເລ​ກໍໄດ້​ຕາຍໄປ ແລະ​ໜຶ່ງ​ສ່ວນ​ສາມ​ຂອງ​ເຮືອ​ທັງຫລາຍ​ໄດ້​ຖືກ​ທຳລາຍ.

Uka jalj uñjjattʼäta Copia luraña




ພຣະນິມິດ 8:9
13 Jak'a apnaqawi uñst'ayäwi  

ຫາງ​ຂອງ​ພະຍານາກ​ນັ້ນ​ໄດ້​ກວາດ​ໜຶ່ງສ່ວນສາມ​ຂອງ​ດວງດາວ​ໃນ​ທ້ອງຟ້າ ແລະ ແກວ່ງ​ດວງດາວ​ນັ້ນ​ລົງ​ໃສ່​ແຜ່ນດິນໂລກ. ພະຍານາກ​ນັ້ນ​ຢືນ​ຢູ່​ຕໍ່ໜ້າ​ແມ່ຍິງ​ຜູ້​ທີ່​ກຳລັງ​ຈະ​ເກີດ​ລູກ, ເພື່ອ​ວ່າ​ມັນ​ຈະ​ໄດ້​ກິນ​ເດັກນ້ອຍ​ດ້ວຍ​ຄວາມຫິວໂຫຍ​ໃນ​ທັນທີ​ທີ່​ເດັກ​ນັ້ນ​ເກີດ​ມາ.


ເທວະດາ​ຕົນ​ທີ​ສອງ​ໄດ້​ເທ​ຂັນ​ຂອງ​ຕົນ​ລົງ​ເທິງ​ທະເລ, ແລະ ທະເລ​ນັ້ນ​ກໍ​ກາຍເປັນ​ເລືອດ​ເໝືອນດັ່ງ​ເລືອດ​ຂອງ​ຄົນ​ຕາຍ ແລະ ສິ່ງ​ທີ່​ມີ​ຊີວິດ​ທີ່​ອາໄສ​ຢູ່​ໃນ​ທະເລ​ນັ້ນ​ກໍ​ຕາຍ​ໝົດ.


ເທວະດາ​ຕົນ​ທີສາມ​ເປົ່າ​ແກ​ຂອງ​ຕົນ​ຂຶ້ນ ແລະ ດາວ​ໃຫຍ່​ດວງ​ໜຶ່ງ​ທີ່​ມີ​ໄຟ​ກຳລັງ​ລຸກໄໝ້​ຢູ່​ເໝືອນ​ກັບ​ທວນໄຟ​ກໍ​ຕົກ​ຈາກ​ທ້ອງຟ້າ​ລົງ​ໃສ່​ໜຶ່ງ​ໃນ​ສາມ​ຂອງ​ແມ່ນ້ຳ​ທັງຫລາຍ ແລະ ລົງ​ໃສ່​ບໍ່ນ້ຳພຸ​ຕ່າງໆ


ເທວະດາ​ອົງ​ທີສີ່​ໄດ້​ເປົ່າແກ​ຂອງ​ຕົນ​ຂຶ້ນ ແລະ ໜຶ່ງສ່ວນສາມ​ຂອງ​ດວງຕາເວັນ, ດວງເດືອນ ແລະ ດວງດາວ​ຕ່າງໆ​ກໍ​ຢຸດ​ເຄື່ອນໄຫວ, ດັ່ງນັ້ນ​ຈຶ່ງ​ເຮັດ​ໃຫ້​ໜຶ່ງສ່ວນສາມ​ຂອງ​ທັງ​ສາມ​ສິ່ງ​ນັ້ນ​ຈຶ່ງ​ມືດ​ໄປ. ເຮັດ​ໃຫ້​ເວລາ​ໜຶ່ງ​ໃນ​ສາມ​ຂອງ​ກາງເວັນ​ບໍ່​ມີ​ແສງສະຫວ່າງ ແລະ ໜຶ່ງສ່ວນສາມ​ຂອງ​ກາງຄືນ​ກໍ​ເໝືອນກັນ.


ເທວະດາ​ຕົນ​ທີ​ໜຶ່ງ​ເປົ່າແກ​ຂອງ​ຕົນ​ຂຶ້ນ, ກໍ​ມີ​ໝາກເຫັບ​ຕົກ ແລະ ໄຟ​ປົນ​ເລືອດ ແລ້ວ​ຖືກ​ໂຍນ​ລົງ​ມາ​ເທິງ​ແຜ່ນດິນໂລກ. ໜຶ່ງສ່ວນສາມ​ຂອງ​ໂລກ​ຖືກ​ໄໝ້, ໜຶ່ງສ່ວນສາມ​ຂອງ​ຕົ້ນໄມ້​ກໍ​ຖືກ​ໄໝ້ ແລະ ຫຍ້າ​ຂຽວ​ກໍ​ຖືກ​ໄໝ້​ຈົນ​ໝົດ.


ແລະ ເທວະດາ​ທັງ​ສີ່​ທີ່​ພຣະເຈົ້າ​ໄດ້​ຕຽມໄວ້​ພ້ອມ​ສຳລັບ​ຊົ່ວໂມງ, ວັນ, ເດືອນ ແລະ ປີ ກໍ​ຖືກ​ປົດປ່ອຍ​ໃຫ້​ໄປ​ຂ້າ​ມະນຸດ​ໜຶ່ງສ່ວນສາມ.


ໜຶ່ງສ່ວນສາມ​ຂອງ​ມະນຸດ​ຖືກ​ຂ້າ​ດ້ວຍ​ໄພພິບັດ​ສາມ​ຢ່າງ​ຄື: ໄຟ, ຄວັນ ແລະ ມາດ​ທີ່​ໄດ້​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ມ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka