Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 8:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ເທວະດາ​ອີກ​ຕົນ​ໜຶ່ງ​ຖື​ໝໍ້​ຄຳ​ໜຶ່ງ​ໜ່ວຍ, ໄດ້​ເຂົ້າ​ມາ ແລະ ຢືນ​ຢູ່​ທີ່​ແທ່ນບູຊາ. ເທວະດາ​ຕົນ​ນັ້ນ​ໄດ້​ຮັບ​ເຄື່ອງຫອມ​ຈຳນວນ​ຫລວງຫລາຍ​ເພື່ອ​ເຜົາ​ຖວາຍ​ເທິງ​ແທ່ນບູຊາ​ທອງຄຳ​ທີ່​ຢູ່​ຕໍ່ໜ້າ​ບັນລັງ​ພ້ອມ​ກັບ​ຄຳ​ອະທິຖານ​ຂອງ​ຄົນ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ມີ​ເທວະດາ​ອີກ​ຕົນ​ໜຶ່ງ ຖື​ໝໍ້​ຄຳ​ໃສ່​ເຄື່ອງຫອມ​ອອກ​ມາ​ຢືນ​ຢູ່​ຕໍ່ໜ້າ​ແທ່ນບູຊາ. ເພິ່ນ​ໄດ້​ຮັບ​ເຄື່ອງຫອມ​ຢ່າງ​ຫລວງຫລາຍ ເພື່ອ​ຈະ​ຖວາຍ​ຮ່ວມ​ກັບ​ຄຳ​ພາວັນນາ​ອະທິຖານ​ແຫ່ງ​ໄພ່ພົນ​ທັງໝົດ​ຂອງ​ພຣະເຈົ້າ ເທິງ​ແທ່ນບູຊາ​ຄຳ​ທີ່​ຢູ່​ຕໍ່ໜ້າ​ພຣະ​ບັນລັງ​ນັ້ນ.

Uka jalj uñjjattʼäta Copia luraña




ພຣະນິມິດ 8:3
32 Jak'a apnaqawi uñst'ayäwi  

ແລະ ເມື່ອ​ເຖິງ​ເວລາ​ເຜົາ​ເຄື່ອງຫອມ ຜູ້​ນະມັດສະການ​ທຸກຄົນ​ທີ່​ເຕົ້າໂຮມ​ກັນ​ກໍ​ອະທິຖານ​ຢູ່​ຂ້າງນອກ.


ຜູ້ໃດ​ຈະ​ກ່າວໂທດ​ໄດ້​ອີກ? ບໍ່​ມີ​ຜູ້ໃດ. ພຣະເຢຊູຄຣິດເຈົ້າ​ຜູ້​ຕາຍ ແລະ ຫລາຍກວ່າ​ນັ້ນ​ອີກ ພຣະເຈົ້າ​ໄດ້​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ ບັດນີ້ ພຣະອົງ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ ແລະ ກຳລັງ​ອະທິຖານ​ອ້ອນວອນ​ເພື່ອ​ພວກເຮົາ​ດ້ວຍ.


ເຫດສະນັ້ນ ພຣະອົງ​ຈຶ່ງ​ສາມາດ​ຊ່ວຍ​ບັນດາ​ຜູ້​ທີ່​ມາ​ຫາ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ​ໄດ້​ຢ່າງ​ສົມບູນ ເພາະ​ພຣະອົງ​ມີຊີວິດ​ຢູ່​ເພື່ອ​ຈະ​ອ້ອນວອນ​ເພື່ອ​ພວກເຂົາ​ສະເໝີ.


ໃນ​ຫ້ອງ​ນີ້​ມີ​ແທ່ນບູຊາ​ທີ່​ເຮັດ​ດ້ວຍ​ຄຳ​ສຳລັບ​ເຜົາ​ເຄື່ອງຫອມ ແລະ ມີ​ຫີບພັນທະສັນຍາ​ທີ່​ໂອບ​ດ້ວຍ​ຄຳ. ພາຍໃນ​ຫີບ​ນີ້​ມີ​ຂັນ​ຄຳ​ທີ່​ບັນຈຸ​ມານາ, ໄມ້ຄ້ອນເທົ້າ​ຂອງ​ອາໂຣນ​ທີ່​ແຕກໜໍ່​ອອກມາ ແລະ ແຜ່ນຫີນ​ແຫ່ງ​ພັນທະສັນຍາ.


ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຜູ້​ມີ​ອຳນາດ​ອີກ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ. ມີ​ເມກ​ປົກຄຸມ​ເພິ່ນ​ໄວ້ ພ້ອມ​ກັບ​ມີ​ຮຸ້ງກິນນ້ຳ​ຢູ່​ເໜືອ​ຫົວ​ຂອງ​ເພິ່ນ, ໃບໜ້າ​ຂອງ​ເພິ່ນ​ເໝືອນດັ່ງ​ຕາເວັນ ແລະ ຂາ​ຂອງ​ເພິ່ນ​ເໝືອນດັ່ງ​ເສົາ​ໄຟ​ທີ່​ລຸກໄໝ້.


ຍັງ​ມີ​ເທວະດາ​ອີກ​ຕົນ​ໜຶ່ງ​ທີ່​ມີ​ໜ້າທີ່​ກຳກັບ​ໄຟ ກໍ​ໄດ້​ອອກມາ​ຈາກ​ແທ່ນບູຊາ ແລະ ຮ້ອງ​ສຽງ​ດັງ​ບອກ​ເທວະດາ​ຜູ້​ຖື​ກ່ຽວ​ດວງ​ຄົມ​ນັ້ນ​ວ່າ, “ໃຊ້​ກ່ຽວ​ດວງ​ຄົມ​ຂອງ​ທ່ານ​ເກັບກ່ຽວ​ພວງ​ໝາກອະງຸ່ນ​ທີ່​ແຜ່ນດິນ​ໂລກ​ສາ ເພາະ​ໝາກອະງຸ່ນ​ກໍ​ສຸກ​ແລ້ວ”.


ແລະ ເມື່ອ​ພຣະອົງ​ຮັບ​ໜັງສືມ້ວນ​ນັ້ນ​ແລ້ວ, ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ​ທັງ​ຊາວສີ່​ທ່ານ​ກໍ​ກົ້ມ​ຂາບ​ລົງ​ຕໍ່ໜ້າ​ລູກແກະ​ຂອງ​ພຣະເຈົ້າ. ແຕ່​ລະ​ຕົນ​ມີ​ພິນ ແລະ ພວກເພິ່ນ​ໄດ້​ຖື​ຂັນ​ຄຳ​ທີ່​ເຕັມ​ດ້ວຍ​ເຄື່ອງຫອມ, ເຊິ່ງ​ເປັນ​ຄຳອະທິຖານ​ຂອງ​ບັນດາ​ຄົນ​ຂອງ​ພຣະເຈົ້າ.


ເມື່ອ​ພຣະອົງ​ແກະ​ຕາປະທັບ​ດວງ​ທີຫ້າ​ອອກ. ຂ້າພະເຈົ້າ​ເຫັນ​ຢູ່​ໃຕ້​ແທ່ນບູຊາ​ມີ​ຈິດວິນຍານ​ຂອງ​ບັນດາ​ຄົນ​ທັງຫລາຍ​ທີ່​ໄດ້​ຖືກ​ຂ້າ​ເພາະ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ ແລະ ຄຳພະຍານ​ທີ່​ພວກເຂົາ​ໄດ້​ຮັກສາ​ໄວ້.


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ​ຂຶ້ນ​ມາ​ຈາກ​ທາງ​ທິດຕາເວັນອອກ, ຖື​ຕາປະທັບ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່. ເທວະດາ​ຕົນ​ນັ້ນ​ໄດ້​ຮ້ອງ​ດ້ວຍ​ສຽງ​ດັງ​ເພື່ອ​ບອກ​ເທວະດາ​ທັງ​ສີ່​ທີ່​ໄດ້​ຮັບ​ສິດອຳນາດ​ໃຫ້​ເຮັດ​ອັນຕະລາຍ​ແກ່​ແຜ່ນດິນ ແລະ ທະເລ​ວ່າ:


ຄວັນ​ຂອງ​ເຄື່ອງຫອມ, ພ້ອມ​ກັບ​ຄຳອະທິຖານ​ຂອງ​ຄົນ​ຂອງ​ພຣະເຈົ້າ​ນັ້ນ​ໄດ້​ລອຍ​ຈາກ​ມື​ຂອງ​ເທວະດາ​ຂຶ້ນ​ໄປ​ຢູ່​ຕໍ່ໜ້າ​ພຣະເຈົ້າ.


ແລ້ວ​ເທວະດາ​ຕົນ​ນັ້ນ​ໄດ້​ຖື​ໝໍ້​ທີ່​ເຕັມ​ດ້ວຍ​ໄຟ​ຈາກ​ແທ່ນບູຊາ, ແລ້ວ​ໂຍນ​ລົງ​ເທິງ​ແຜ່ນດິນໂລກ, ເຮັດໃຫ້​ເກີດ​ມີ​ສຽງ​ດັງກ້ອງ​ຂອງ​ສຽງ​ຟ້າຮ້ອງ, ສຽງດັງ, ຟ້າ​ແມບເຫລື້ອມ ແລະ ແຜ່ນດິນໄຫວ.


ເທວະດາ​ຕົນ​ທີຫົກ​ເປົ່າ​ແກ ແລະ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ມາ​ຈາກ​ເຂົາ​ທັງ​ສີ່​ທີ່​ຢູ່​ແທ່ນບູຊາ​ຄຳ​ທີ່​ຕັ້ງ​ຢູ່​ຕໍ່ໜ້າ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka