Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 8:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ໃນ​ຂະນະ​ທີ່​ຂ້າພະເຈົ້າ​ເຝົ້າເບິ່ງ​ຢູ່​ນັ້ນ, ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ນົກອິນຊີ​ທີ່​ກຳລັງ​ບິນ​ຢູ່​ກາງອາກາດ​ຮ້ອງ​ດ້ວຍ​ສຽງ​ອັນ​ດັງ​ວ່າ: “ວິບັດ! ວິບັດ! ວິບັດ​ແກ່​ຄົນ​ທັງຫລາຍ​ທີ່​ອາໄສ​ຢູ່​ໃນ​ແຜ່ນດິນໂລກ, ເພາະ​ສຽງ​ແກ​ຂອງ​ເທວະດາ​ອີກ​ສາມ​ຕົນ​ທີ່​ກຳລັງ​ຈະ​ເປົ່າ​ນັ້ນ!”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ເມື່ອ​ຂ້າພະເຈົ້າ​ຫລຽວ​ເບິ່ງ ກໍ​ໄດ້​ຍິນ​ສຽງ​ນົກອິນຊີ​ໂຕໜຶ່ງ ບິນ​ຢູ່​ໃນ​ທ້ອງຟ້າ ຮ້ອງ​ສຽງດັງ​ວ່າ, “ວິບັດ ວິບັດ ວິບັດ​ຈະ​ມີ​ແກ່​ຄົນ​ທັງຫລາຍ ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ ເພາະ​ສຽງ​ແກ​ທີ່​ເຫຼືອ ຊຶ່ງ​ເທວະດາ​ທັງ​ສາມ​ກຳລັງ​ຈະ​ເປົ່າ​ນັ້ນ.”

Uka jalj uñjjattʼäta Copia luraña




ພຣະນິມິດ 8:13
12 Jak'a apnaqawi uñst'ayäwi  

ເທວະດາ​ທັງປວງ​ນັ້ນ​ຄື​ວິນຍານ​ຮັບໃຊ້​ທີ່​ພຣະເຈົ້າ​ໃຊ້​ໄປ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມພົ້ນ​ເປັນ​ມໍລະດົກ​ບໍ່​ແມ່ນ​ບໍ?


ວິບັດ​ທີສອງ​ໄດ້​ຜ່ານພົ້ນ​ໄປ, ວິບັດ​ທີສາມ​ຈະ​ມາ​ເຖິງ​ໃນ​ໄວໆ​ນີ້.


ເຫດສະນັ້ນ ຈົ່ງ​ຊື່ນຊົມຍິນດີ, ຟ້າ​ສະຫວັນ ແລະ ບັນດາ​ຜູ້​ອາໄສ​ໃນ​ຟ້າ​ສະຫວັນ​ເອີຍ! ແຕ່​ວິບັດ​ແກ່​ແຜ່ນດິນໂລກ ແລະ ທະເລ, ເພາະວ່າ​ມານຮ້າຍ​ໄດ້​ລົງ​ໄປ​ຫາ​ພວກເຈົ້າ​ແລ້ວ! ມັນ​ເຕັມ​ດ້ວຍ​ຄວາມຄຽດແຄ້ນ, ເພາະ​ມັນ​ຮູ້​ວ່າ​ເວລາ​ຂອງ​ມັນ​ມີ​ໜ້ອຍ”.


ແລະ ພວກເຂົາ​ໄດ້​ຮ້ອງ​ເພງ​ບົດ​ໃໝ່​ຕໍ່ໜ້າ​ບັນລັງ, ຕໍ່ໜ້າ​ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ. ບໍ່​ມີ​ຜູ້ໃດ​ສາມາດ​ຮຽນ​ຮ້ອງເພງ​ບົດ​ນັ້ນ​ໄດ້​ນອກ​ຈາກ​ພວກ 144,000 ຄົນ​ທີ່​ໄດ້​ໄຖ່​ໄວ້​ຈາກ​ແຜ່ນດິນໂລກ.


ແລ້ວ​ຂ້າພະເຈົ້າ​ກໍ​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ​ກຳລັງ​ບິນ​ຢູ່​ໃນ​ກາງອາກາດ ແລະ ເທວະດາ​ຕົນ​ນັ້ນ​ມີ​ຂ່າວປະເສີດ​ນິລັນດອນ​ເພື່ອ​ປະກາດ​ແກ່​ຜູ້​ທີ່​ດຳເນີນຊີວິດ​ຢູ່​ເທິງ​ແຜ່ນດິນໂລກ, ແກ່​ທຸກ​ຊົນຊາດ, ທຸກ​ຊົນເຜົ່າ, ທຸກ​ພາສາ ແລະ ແກ່​ທຸກໆ​ຄົນ.


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ຢືນ​ຢູ່​ໃນ​ຕາເວັນ ເຊິ່ງ​ຮ້ອງ​ສຽງ​ດັງ​ໃສ່​ນົກ​ທັງຫລາຍ​ທີ່​ກຳລັງ​ບິນ​ຢູ່​ກາງອາກາດ​ວ່າ, “ຈົ່ງ​ມາ, ມາ​ເຕົ້າໂຮມ​ກັນ​ເພື່ອ​ງານລ້ຽງໃຫຍ່​ຂອງ​ພຣະເຈົ້າ,


ເນື່ອງຈາກ​ເຈົ້າ​ໄດ້​ຮັກສາ​ຄຳສັ່ງ​ຂອງ​ເຮົາ​ໄວ້​ດ້ວຍ​ຄວາມພາກພຽນ​ອົດທົນ, ເຮົາ​ກໍ​ຈະ​ປົກປ້ອງ​ເຈົ້າ​ໃຫ້​ພົ້ນ​ຈາກ​ຊົ່ວໂມງ​ແຫ່ງ​ການທົດລອງ​ທີ່​ກຳລັງ​ມາ​ເຖິງ​ທົ່ວທັງ​ໂລກ​ນີ້​ເພື່ອ​ທົດລອງ​ບັນດາ​ຜູ້​ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນໂລກ.


ແລະ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ເຈັດ​ຕົນ​ທີ່​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າ ແລະ ເທວະດາ​ເຫລົ່ານັ້ນ​ໄດ້​ຮັບ​ແກ​ເຈັດ​ອັນ.


ເທວະດາ​ຕົນ​ທີຫ້າ​ເປົ່າ​ແກ​ຂອງ​ຕົນ ແລະ ຂ້າພະເຈົ້າ​ໄດ້​ເຫັນ​ດາວ​ດວງ​ໜຶ່ງ​ຕົກ​ຈາກ​ຟ້າ​ລົງ​ມາ​ເທິງ​ແຜ່ນດິນໂລກ. ດາວ​ນັ້ນ​ໄດ້​ຮັບ​ກະແຈ​ໄຂ​ປ່ອງ​ຂອງ​ເຫວເລິກ.


ວິບັດ​ທຳອິດ​ຜ່ານ​ໄປ​ແລ້ວ ຍັງ​ມີ​ອີກ​ສອງ​ວິບັດ​ທີ່​ຈະ​ມາ​ເຖິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka