Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 8:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ດາວ​ດວງ​ນັ້ນ​ຊື່​ວ່າ​ຂົມ ເຮັດ​ໃຫ້​ໜຶ່ງສ່ວນສາມ​ຂອງ​ນ້ຳ​ນັ້ນ​ມີ​ລົດຂົມ ແລະ ຄົນ​ຈໍານວນ​ຫລວງຫລາຍ​ໄດ້​ຕາຍ​ໄປ​ເນື່ອງ​ຈາກ​ນ້ຳ​ກາຍເປັນ​ນ້ຳຂົມ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 (ດາວ​ດວງ​ນີ້ ມີ​ຊື່​ວ່າ, “ຂົມ.”) ໜຶ່ງ​ສ່ວນ​ສາມ​ຂອງ​ແມ່ນໍ້າ​ໄດ້​ກາຍເປັນ​ນໍ້າ​ຂົມ ແລະ​ມີ​ຄົນ​ຈຳນວນ​ຫລວງຫລາຍ​ຕາຍ​ຍ້ອນ​ນໍ້າ​ນັ້ນ​ມີ​ຣົດ​ຂົມ.

Uka jalj uñjjattʼäta Copia luraña




ພຣະນິມິດ 8:11
17 Jak'a apnaqawi uñst'ayäwi  

ຈົ່ງ​ລະວັງ​ຢ່າ​ໃຫ້​ຜູ້ໃດ​ຕົກ​ຈາກ​ພຣະຄຸນ​ຂອງ​ພຣະເຈົ້າ ແລະ ຢ່າ​ໃຫ້​ມີ​ຮາກ​ຂົມຂື່ນ​ງອກຂຶ້ນ​ເພື່ອ​ສ້າງ​ຄວາມເດືອດຮ້ອນ ແລະ ເຮັດ​ໃຫ້​ຫລາຍ​ຄົນ​ເປັນມົນທິນ.


ຫາງ​ຂອງ​ພະຍານາກ​ນັ້ນ​ໄດ້​ກວາດ​ໜຶ່ງສ່ວນສາມ​ຂອງ​ດວງດາວ​ໃນ​ທ້ອງຟ້າ ແລະ ແກວ່ງ​ດວງດາວ​ນັ້ນ​ລົງ​ໃສ່​ແຜ່ນດິນໂລກ. ພະຍານາກ​ນັ້ນ​ຢືນ​ຢູ່​ຕໍ່ໜ້າ​ແມ່ຍິງ​ຜູ້​ທີ່​ກຳລັງ​ຈະ​ເກີດ​ລູກ, ເພື່ອ​ວ່າ​ມັນ​ຈະ​ໄດ້​ກິນ​ເດັກນ້ອຍ​ດ້ວຍ​ຄວາມຫິວໂຫຍ​ໃນ​ທັນທີ​ທີ່​ເດັກ​ນັ້ນ​ເກີດ​ມາ.


ເທວະດາ​ຕົນ​ທີ​ໜຶ່ງ​ເປົ່າແກ​ຂອງ​ຕົນ​ຂຶ້ນ, ກໍ​ມີ​ໝາກເຫັບ​ຕົກ ແລະ ໄຟ​ປົນ​ເລືອດ ແລ້ວ​ຖືກ​ໂຍນ​ລົງ​ມາ​ເທິງ​ແຜ່ນດິນໂລກ. ໜຶ່ງສ່ວນສາມ​ຂອງ​ໂລກ​ຖືກ​ໄໝ້, ໜຶ່ງສ່ວນສາມ​ຂອງ​ຕົ້ນໄມ້​ກໍ​ຖືກ​ໄໝ້ ແລະ ຫຍ້າ​ຂຽວ​ກໍ​ຖືກ​ໄໝ້​ຈົນ​ໝົດ.


ແລະ ເທວະດາ​ທັງ​ສີ່​ທີ່​ພຣະເຈົ້າ​ໄດ້​ຕຽມໄວ້​ພ້ອມ​ສຳລັບ​ຊົ່ວໂມງ, ວັນ, ເດືອນ ແລະ ປີ ກໍ​ຖືກ​ປົດປ່ອຍ​ໃຫ້​ໄປ​ຂ້າ​ມະນຸດ​ໜຶ່ງສ່ວນສາມ.


ໜຶ່ງສ່ວນສາມ​ຂອງ​ມະນຸດ​ຖືກ​ຂ້າ​ດ້ວຍ​ໄພພິບັດ​ສາມ​ຢ່າງ​ຄື: ໄຟ, ຄວັນ ແລະ ມາດ​ທີ່​ໄດ້​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ມ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka