Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 8:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ເທວະດາ​ຕົນ​ທີສາມ​ເປົ່າ​ແກ​ຂອງ​ຕົນ​ຂຶ້ນ ແລະ ດາວ​ໃຫຍ່​ດວງ​ໜຶ່ງ​ທີ່​ມີ​ໄຟ​ກຳລັງ​ລຸກໄໝ້​ຢູ່​ເໝືອນ​ກັບ​ທວນໄຟ​ກໍ​ຕົກ​ຈາກ​ທ້ອງຟ້າ​ລົງ​ໃສ່​ໜຶ່ງ​ໃນ​ສາມ​ຂອງ​ແມ່ນ້ຳ​ທັງຫລາຍ ແລະ ລົງ​ໃສ່​ບໍ່ນ້ຳພຸ​ຕ່າງໆ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ເມື່ອ​ເທວະດາ​ຕົນ​ທີ​ສາມ​ໄດ້​ເປົ່າແກ​ຂຶ້ນ ກໍ​ມີ​ດາວ​ໃຫຍ່​ດວງ​ໜຶ່ງ ທີ່​ໄຟ​ກຳລັງ​ໄໝ້​ຢູ່​ເໝືອນ​ກັບ​ກະບອງ ຕົກລົງ​ຈາກ​ທ້ອງຟ້າ ດາວ​ນັ້ນ​ຕົກ​ໃສ່​ແມ່ນໍ້າ​ໜຶ່ງ​ສ່ວນ​ສາມ ແລະ​ໃສ່​ນໍ້າພຸ​ທັງຫລາຍ.

Uka jalj uñjjattʼäta Copia luraña




ພຣະນິມິດ 8:10
21 Jak'a apnaqawi uñst'ayäwi  

“ໃນ​ເວລາ​ນັ້ນ ອານາຈັກ​ສະຫວັນ​ປຽບເໝືອນ​ສາວບໍລິສຸດ​ສິບ​ຄົນ​ທີ່​ຖື​ຕະກຽງ​ຂອງ​ຕົນ​ອອກ​ໄປ​ຮັບ​ເຈົ້າບ່າວ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ເຫັນ​ມານຊາຕານ​ຕົກ​ລົງ​ຈາກ​ສະຫວັນ​ເໝືອນ​ດັ່ງ​ຟ້າແມບ.


ພວກເຂົາ​ເປັນ​ຄື້ນ​ຟອງ​ນໍ້າ​ໃນ​ທະເລ​ທີ່​ຊັດ​ຄວາມອັບອາຍ​ຂອງ​ຕົນ​ຂຶ້ນ​ເປັນ​ຟອງ, ພວກເຂົາ​ເປັນ​ບັນດາ​ດາວ​ທີ່​ຫລຸດ​ອອກ​ຈາກ​ວົງໂຄຈອນ, ຄວາມມືດ​ທີ່ສຸດ​ໄດ້​ຖືກ​ສະຫງວນ​ໄວ້​ໃຫ້​ພວກເຂົາ​ຕະຫລອດໄປ.


ຄວາມເລິກລັບ​ຂອງ​ດາວ​ເຈັດ​ດວງ​ທີ່​ເຈົ້າ​ເຫັນ​ຢູ່​ໃນ​ມື​ຂວາ​ຂອງ​ເຮົາ ແລະ ຄວາມເລິກລັບ​ຂອງ​ຫລັກຕະກຽງ​ຄຳ​ທັງ​ເຈັດ​ມີ​ດັ່ງນີ້: ດາວ​ເຈັດ​ດວງ​ຄື​ເທວະດາ​ແຫ່ງ​ຄຣິສຕະຈັກ​ທັງ​ເຈັດ ແລະ ຫລັກຕະກຽງ​ຄຳ​ເຈັດ​ອັນ​ຄື​ຄຣິສຕະຈັກ​ທັງ​ເຈັດ.


ຫາງ​ຂອງ​ພະຍານາກ​ນັ້ນ​ໄດ້​ກວາດ​ໜຶ່ງສ່ວນສາມ​ຂອງ​ດວງດາວ​ໃນ​ທ້ອງຟ້າ ແລະ ແກວ່ງ​ດວງດາວ​ນັ້ນ​ລົງ​ໃສ່​ແຜ່ນດິນໂລກ. ພະຍານາກ​ນັ້ນ​ຢືນ​ຢູ່​ຕໍ່ໜ້າ​ແມ່ຍິງ​ຜູ້​ທີ່​ກຳລັງ​ຈະ​ເກີດ​ລູກ, ເພື່ອ​ວ່າ​ມັນ​ຈະ​ໄດ້​ກິນ​ເດັກນ້ອຍ​ດ້ວຍ​ຄວາມຫິວໂຫຍ​ໃນ​ທັນທີ​ທີ່​ເດັກ​ນັ້ນ​ເກີດ​ມາ.


ເທວະດາ​ນັ້ນ​ໄດ້​ປະກາດ​ດ້ວຍ​ສຽງ​ດັງ​ວ່າ, “ຈົ່ງ​ຢຳເກງ​ພຣະເຈົ້າ ແລະ ຖວາຍ​ກຽດຕິຍົດ​ແກ່​ພຣະອົງ ເພາະວ່າ​ເວລາ​ແຫ່ງ​ການພິພາກສາ​ຂອງ​ພຣະອົງ​ໄດ້​ມາ​ເຖິງ​ແລ້ວ. ຈົ່ງ​ນະມັດສະການ​ພຣະອົງ​ຜູ້​ໄດ້​ສ້າງ​ຟ້າສະຫວັນ, ແຜ່ນດິນໂລກ, ທະເລ ແລະ ບໍ່ນ້ຳພຸ​ທັງຫລາຍ”.


ເທວະດາ​ຕົນ​ທີສາມ​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ແມ່ນ້ຳ ແລະ ບໍ່ນ້ຳພຸ​ທັງຫລາຍ, ແລ້ວ​ນ້ຳ​ນັ້ນ​ກໍ​ກາຍເປັນ​ເລືອດ.


ແລະ ດວງດາວ​ໃນ​ທ້ອງຟ້າ​ກໍ​ຕົກລົງ​ມາ​ສູ່​ແຜ່ນດິນໂລກ, ເປັນ​ເໝືອນດັ່ງ​ໝາກເດື່ອ​ຫລົ່ນ​ລົງ​ຈາກ​ຕົ້ນ​ເມື່ອ​ຖືກ​ສັ່ນ​ດ້ວຍ​ລົມແຮງ.


ເທວະດາ​ຕົນ​ທີ​ໜຶ່ງ​ເປົ່າແກ​ຂອງ​ຕົນ​ຂຶ້ນ, ກໍ​ມີ​ໝາກເຫັບ​ຕົກ ແລະ ໄຟ​ປົນ​ເລືອດ ແລ້ວ​ຖືກ​ໂຍນ​ລົງ​ມາ​ເທິງ​ແຜ່ນດິນໂລກ. ໜຶ່ງສ່ວນສາມ​ຂອງ​ໂລກ​ຖືກ​ໄໝ້, ໜຶ່ງສ່ວນສາມ​ຂອງ​ຕົ້ນໄມ້​ກໍ​ຖືກ​ໄໝ້ ແລະ ຫຍ້າ​ຂຽວ​ກໍ​ຖືກ​ໄໝ້​ຈົນ​ໝົດ.


ເທວະດາ​ຕົນ​ທີຫ້າ​ເປົ່າ​ແກ​ຂອງ​ຕົນ ແລະ ຂ້າພະເຈົ້າ​ໄດ້​ເຫັນ​ດາວ​ດວງ​ໜຶ່ງ​ຕົກ​ຈາກ​ຟ້າ​ລົງ​ມາ​ເທິງ​ແຜ່ນດິນໂລກ. ດາວ​ນັ້ນ​ໄດ້​ຮັບ​ກະແຈ​ໄຂ​ປ່ອງ​ຂອງ​ເຫວເລິກ.


ແລະ ເທວະດາ​ທັງ​ສີ່​ທີ່​ພຣະເຈົ້າ​ໄດ້​ຕຽມໄວ້​ພ້ອມ​ສຳລັບ​ຊົ່ວໂມງ, ວັນ, ເດືອນ ແລະ ປີ ກໍ​ຖືກ​ປົດປ່ອຍ​ໃຫ້​ໄປ​ຂ້າ​ມະນຸດ​ໜຶ່ງສ່ວນສາມ.


ໜຶ່ງສ່ວນສາມ​ຂອງ​ມະນຸດ​ຖືກ​ຂ້າ​ດ້ວຍ​ໄພພິບັດ​ສາມ​ຢ່າງ​ຄື: ໄຟ, ຄວັນ ແລະ ມາດ​ທີ່​ໄດ້​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ມ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka