Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 7:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ແນມເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ມີ​ຄົນ​ຈໍານວນ​ຫລວງຫລາຍ​ທີ່​ບໍ່​ສາມາດ​ນັບ​ໄດ້, ຈາກ​ທຸກ​ຊາດ, ທຸກ​ຊົນເຜົ່າ, ຄົນ​ທຸກຄົນ ແລະ ທຸກ​ພາສາ, ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ຕໍ່ໜ້າ​ລູກແກະ​ຂອງ​ພຣະເຈົ້າ ພວກເຂົາ​ນຸ່ງ​ເສື້ອຄຸມ​ສີຂາວ ແລະ ຖື​ກ້ານຕານ​ຢູ່​ໃນ​ມື​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ປະຊາຊົນ​ຫລວງຫລາຍ​ຈົນ​ນັບ​ບໍ່ຖ້ວນ, ພວກ​ເຫຼົ່ານີ້ ມາ​ຈາກ​ທຸກ​ປະເທດ, ທຸກ​ເຜົ່າ, ທຸກ​ຊົນຊາດ, ທຸກ​ພາສາ, ຄົນ​ເຫຼົ່ານີ້​ນຸ່ງ​ເສື້ອຄຸມ​ສີ​ຂາວ ຖື​ກ້ານຕານ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ຊ້ອງໜ້າ​ພຣະ​ເມສານ້ອຍ.

Uka jalj uñjjattʼäta Copia luraña




ພຣະນິມິດ 7:9
41 Jak'a apnaqawi uñst'ayäwi  

ໃນ​ຂະນະ​ດຽວກັນ​ນັ້ນ, ເມື່ອ​ປະຊາຊົນ​ຫລາຍ​ພັນ​ຄົນ​ມາ​ເຕົ້າໂຮມ​ກັນ ຈົນ​ພວກເຂົາ​ບຽດ​ກັນ​ຢູ່​ນັ້ນ, ພຣະເຢຊູເຈົ້າ​ກໍ​ເລີ່ມຕົ້ນ​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ: “ຈົ່ງ​ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ ຄື​ຄວາມ​ໜ້າຊື່ໃຈຄົດ.


ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ​ຢູ່​ສະເໝີ ແລະ ອະທິຖານ ເພື່ອ​ພວກເຈົ້າ​ຈະ​ສາມາດ​ຫລຸດພົ້ນ​ຈາກ​ສິ່ງ​ທັງປວງ​ທີ່​ກຳລັງ​ຈະ​ເກີດຂຶ້ນ​ໄດ້, ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ຢືນ​ຢູ່​ຕໍ່ໜ້າ​ບຸດມະນຸດ​ໄດ້”.


ພວກເຂົາ​ກໍ​ພາກັນ​ຖື​ກ້ານຕານ​ອອກ​ມາ​ຕ້ອນຮັບ​ພຣະອົງ ແລະ ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ!” “ສັນລະເສີນ​ພຣະອົງ​ຜູ້​ທີ່​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ!” “ສັນລະເສີນ​ອົງ​ກະສັດ​ຂອງ​ຊາດ​ອິດສະຣາເອນ!”


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເລື່ອງ​ຂໍ້ລັບເລິກ​ນີ້ ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ຖືຕົນ ຄື​ອິດສະຣາເອນ​ບາງຄົນ​ຈະ​ມີ​ໃຈແຂງກະດ້າງ​ຈົນ​ກວ່າ​ຄົນຕ່າງຊາດ​ໄດ້​ເຂົ້າມາ​ຄົບ​ຈຳນວນ


ເຫດສະນັ້ນ ຈົ່ງ​ສວມ​ຍຸດທະພັນ​ຄົບ​ຊຸດ​ຂອງ​ພຣະເຈົ້າ ເພື່ອ​ວ່າ​ເມື່ອ​ວັນ​ຊົ່ວຮ້າຍ​ມາ​ເຖິງ ພວກເຈົ້າ​ຈະ​ສາມາດ​ຢືນ​ຕົວ​ໄດ້ ແລະ ຫລັງຈາກ​ພວກເຈົ້າ​ໄດ້​ເຮັດ​ທຸກ​ສິ່ງ​ແລ້ວ​ກໍ​ຢືນ​ຕົວ​ຢູ່​ໄດ້.


ແລະ ດັ່ງນັ້ນ​ຈາກ​ຊາຍ​ຄົນ​ດຽວ​ນີ້ ເຊິ່ງ​ເປັນ​ເໝືອນ​ຄົນ​ທີ່​ຕາຍ​ແລ້ວ​ກໍ​ເກີດ​ມີ​ລູກ​ຫລານ​ສືບ​ເຊື້ອສາຍ​ຈໍານວນ​ຫລວງຫລາຍ​ເໝືອນດັ່ງ​ດວງດາວ​ໃນ​ທ້ອງຟ້າ ແລະ ເໝືອນດັ່ງ​ເມັດຊາຍ​ຢູ່​ແຄມທະເລ​ທີ່​ນັບ​ບໍ່​ຖ້ວນ.


ແຕ່​ພວກເຈົ້າ​ໄດ້​ມາ​ເຖິງ​ພູເຂົາ​ຊີໂອນ, ມາ​ເຖິງ​ນະຄອນ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຄື​ນະຄອນ​ເຢຣູຊາເລັມ​ແຫ່ງ​ສະຫວັນ. ພວກເຈົ້າ​ໄດ້​ມາ​ເຖິງ​ບ່ອນ​ທີ່​ເທວະດາ​ເປັນ​ຈໍານວນ​ພັນໆ​ໄດ້​ຊຸມນຸມ​ກັນ​ຢ່າງ​ຊື່ນຊົມຍິນດີ,


ເທວະດາ​ຕົນ​ທີເຈັດ​ເປົ່າ​ແກ​ຂອງ​ຕົນ ແລະ ມີ​ສຽງ​ດັງ​ຫລາຍ​ສຽງ​ໃນ​ສະຫວັນ ເຊິ່ງ​ກ່າວ​ວ່າ: “ອານາຈັກ​ຂອງ​ໂລກ​ນີ້​ໄດ້​ກາຍເປັນ ອານາຈັກ​ຂອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ເປັນ​ຂອງ​ພຣະຄຣິດເຈົ້າ​ຂອງ​ພຣະອົງ​ແລ້ວ ແລະ ພຣະອົງ​ຈະ​ປົກຄອງ​ຕະຫລອດໄປ​ເປັນນິດ”.


ທີ່​ນັ້ນ​ບໍ່​ມີ​ການສາບແຊ່ງ​ໃດໆ​ອີກ​ຕໍ່ໄປ. ບັນລັງ​ຂອງ​ພຣະເຈົ້າ ແລະ ຂອງ​ລູກແກະ​ຂອງ​ພຣະເຈົ້າ​ຈະ​ຕັ້ງ​ຢູ່​ໃນ​ນະຄອນ​ນັ້ນ ແລະ ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຈະ​ຮັບໃຊ້​ພຣະອົງ.


ເຮົາ​ແນະນຳ​ເຈົ້າ​ໃຫ້​ຊື້​ຄຳ​ທີ່​ຫລອມ​ໃຫ້​ບໍລິສຸດ​ແລ້ວ​ດ້ວຍ​ໄຟ​ຈາກ​ເຮົາ ເພື່ອ​ເຈົ້າ​ຈະ​ໄດ້​ຮັ່ງມີ ແລະ ຊື້​ເສື້ອຜ້າ​ສີຂາວ​ມາ​ນຸ່ງ ເພື່ອ​ປົກປິດ​ຄວາມເປືອຍກາຍ​ອັນ​ໜ້າອັບອາຍ ແລະ ຊື້​ຢາທາຕາ​ຂອງ​ເຈົ້າ​ເພື່ອ​ເຈົ້າ​ຈະ​ສາມາດ​ເບິ່ງເຫັນ.


ອ້ອມຮອບ​ບັນລັງ​ນັ້ນ​ມີ​ອີກ​ຊາວສີ່​ບັນລັງ ແລະ ມີ​ຜູ້ອາວຸໂສ​ຊາວສີ່​ທ່ານ​ນັ່ງ​ຢູ່​ເທິງ​ບັນລັງ​ເຫລົ່ານັ້ນ. ພວກເພິ່ນ​ນຸ່ງເຄື່ອງ​ຂາວ ແລະ ມີ​ມົງກຸດ​ຄຳ​ຢູ່​ເທິງ​ຫົວ​ຂອງ​ພວກເພິ່ນ.


ແລ້ວ​ຂ້າພະເຈົ້າ​ໄດ້​ຫລຽວເບິ່ງ ແລະ ໄດ້​ຍິນ​ສຽງ​ຂອງ​ເທວະດາ​ຈໍານວນ​ຫລວງຫລາຍ​ນັບ​ເປັນ​ພັນໆ ແລະ ນັບ​ເປັນ​ໝື່ນ​ໆ. ເທວະດາ​ເຫລົ່ານັ້ນ​ໄດ້​ອ້ອມຮອບ​ບັນລັງ​ກັບ​ສິ່ງທີ່ມີຊີວິດ ແລະ ບັນດາ​ຜູ້ອາວຸໂສ.


ແລະ ພວກເພິ່ນ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ: “ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ໜັງສືມ້ວນ ແລະ ເປີດ​ຕາປະທັບ​ຂອງ​ໜັງສືມ້ວນ​ອອກ, ເພາະ​ພຣະອົງ​ຖືກ​ຂ້າ​ແລ້ວ, ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ​ພຣະອົງ​ໄດ້​ຊື້​ມະນຸດ​ທັງຫລາຍ​ຖວາຍ​ແກ່​ພຣະເຈົ້າ ຈາກ​ທຸກ​ຊົນເຜົ່າ ແລະ ທຸກ​ພາສາ, ທຸກຄົນ ແລະ ທຸກ​ຊົນຊາດ.


ຫລັງຈາກ​ນັ້ນ ພວກເຂົາ​ແຕ່ລະຄົນ​ກໍ​ໄດ້​ຮັບ​ເສື້ອຄຸມ​ສີຂາວ ແລະ ພຣະອົງ​ກ່າວ​ບອກ​ພວກເຂົາ​ໃຫ້​ລໍຖ້າ​ຕໍ່ໄປ​ອີກ​ໜ້ອຍໜຶ່ງ​ຈົນ​ກວ່າ​ເພື່ອນຜູ້ຮັບໃຊ້ ແລະ ພີ່ນ້ອງ​ທີ່​ຖືກ​ຂ້າ​ແບບດຽວ​ກັບ​ພວກເຂົາ​ຈະ​ຄົບ​ຈຳນວນ.


ຈາກ​ເຜົ່າ​ເຊບູໂລນ ສິບສອງພັນ​ຄົນ ຈາກ​ເຜົ່າ​ໂຢເຊັບ ສິບສອງພັນ​ຄົນ ຈາກ​ເຜົ່າ​ເບັນຢາມິນ ສິບສອງພັນ​ຄົນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka