Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 7:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ຈຳນວນ​ຂອງ​ບັນດາ​ຜູ້​ທີ່​ໄດ້​ຮັບ​ການ​ປະທັບຕາ​ມີ​ຄື: ໜຶ່ງແສນສີ່ສິບສີ່ພັນ​ຄົນ​ຈາກ​ທຸກ​ເຜົ່າ​ຂອງ​ອິດສະຣາເອນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ແລະ​ຂ້າພະເຈົ້າ​ໄດ້ຍິນ​ວ່າ ຈຳນວນ​ຜູ້​ທີ່​ໄດ້​ຮັບ​ການ​ປະທັບຕາ​ຂອງ​ພຣະເຈົ້າ​ໃສ່​ໜ້າຜາກ​ນັ້ນ ມີ​ແສນ​ສີ່ໝື່ນ​ສີ່ພັນ​ຄົນ. ຄົນ​ເຫຼົ່ານີ້​ມາ​ຈາກ​ສິບສອງ​ຕະກຸນ​ໃນ​ພວກ​ອິດສະຣາເອນ.

Uka jalj uñjjattʼäta Copia luraña




ພຣະນິມິດ 7:4
17 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຂະນະ​ທີ່​ທຸກສິ່ງ​ຖືກ​ສ້າງ​ຂຶ້ນ​ໃໝ່ ເມື່ອ​ບຸດມະນຸດ​ນັ່ງ​ເທິງ​ບັນລັງ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ, ພວກເຈົ້າ​ຜູ້​ໄດ້​ຕິດຕາມ​ເຮົາ​ມາ​ກໍ​ຈະ​ໄດ້​ນັ່ງ​ເທິງ​ບັນລັງ​ສິບສອງ​ບ່ອນ ເພື່ອ​ພິພາກສາ​ຄົນ​ອິດສະຣາເອນ​ສິບສອງ​ເຜົ່າ​ເໝືອນກັນ.


“ຜູ້ຮັບໃຊ້​ຕອບ​ວ່າ, ‘ທ່ານ​ເອີຍ, ຂ້ານ້ອຍ​ໄດ້​ປະຕິບັດ​ຕາມ​ທີ່​ທ່ານ​ສັ່ງ​ແລ້ວ ແຕ່​ກໍ​ຍັງ​ມີ​ບ່ອນ​ຫວ່າງ​ຢູ່’.


ເພື່ອ​ພວກເຈົ້າ​ຈະ​ຮ່ວມ​ກິນ ແລະ ດື່ມ​ທີ່​ໂຕະ​ຂອງ​ເຮົາ​ໃນ​ອານາຈັກ​ຂອງ​ເຮົາ ແລະ ນັ່ງ​ເທິງ​ບັນລັງ, ຕັດສິນ​ອິດສະຣາເອນ​ສິບສອງ​ເຜົ່າ.


ເປັນ​ຄຳ​ສັນຍາ​ທີ່​ພວກຂ້ານ້ອຍ​ສິບສອງ​ຕະກຸນ​ຫວັງ​ວ່າ​ຈະ​ເປັນຈິງ​ຂະນະ​ທີ່​ພວກເຂົາ​ຮ້ອນຮົນ​ບົວລະບັດ​ພຣະເຈົ້າ​ທັງ​ກາງເວັນ ແລະ ກາງຄືນ. ຂ້າແດ່​ກະສັດ​ອັກຄຣີປາ, ເພາະ​ຄວາມຫວັງ​ນີ້​ເອງ​ພວກ​ຢິວ​ເຫລົ່ານີ້​ຈຶ່ງ​ກ່າວຫາ​ຂ້ານ້ອຍ.


ເອຊາຢາ​ປະກາດ​ກ່ຽວກັບ​ຊົນຊາດ​ອິດສະຣາເອນ​ວ່າ, “ເຖິງ​ວ່າ​ຊົນຊາດ​ອິດສະຣາເອນ​ຈະ​ມີ​ຫລວງຫລາຍ​ເໝືອນດັ່ງ​ເມັດຊາຍ​ທີ່​ແຄມທະເລ ແຕ່​ຈະ​ມີ​ໜ້ອຍ​ຄົນ​ເທົ່ານັ້ນ​ຈະ​ໄດ້​ພົ້ນ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຢາໂກໂບ, ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ, ເຖິງ​ຄົນ​ສິບສອງ​ເຜົ່າ​ທີ່​ກະຈັດກະຈາຍ​ຢູ່​ໃນ​ຊາດ​ຕ່າງໆ:


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ແນມເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ແມ່ນ​ລູກແກະ​ຂອງ​ພຣະເຈົ້າ, ພຣະອົງ​ຢືນຢູ່​ເທິງ​ພູເຂົາ​ຊີໂອນ​ກັບ​ພວກ 144,000 ຄົນ ເຊິ່ງ​ມີ​ນາມ​ຂອງ​ພຣະອົງ ແລະ ນາມ​ຂອງ​ພຣະບິດາເຈົ້າ​ຂຽນ​ໄວ້​ເທິງ​ໜ້າຜາກ​ຂອງ​ພວກເຂົາ.


ແລະ ພວກເຂົາ​ໄດ້​ຮ້ອງ​ເພງ​ບົດ​ໃໝ່​ຕໍ່ໜ້າ​ບັນລັງ, ຕໍ່ໜ້າ​ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ. ບໍ່​ມີ​ຜູ້ໃດ​ສາມາດ​ຮຽນ​ຮ້ອງເພງ​ບົດ​ນັ້ນ​ໄດ້​ນອກ​ຈາກ​ພວກ 144,000 ຄົນ​ທີ່​ໄດ້​ໄຖ່​ໄວ້​ຈາກ​ແຜ່ນດິນໂລກ.


ຈາກ​ເຜົ່າ​ຢູດາ ສິບສອງພັນ​ຄົນ​ໄດ້​ຮັບ​ການ​ປະທັບຕາ, ຈາກ​ເຜົ່າ​ຣູເບັນ ສິບສອງພັນ​ຄົນ ຈາກ​ເຜົ່າ​ກຸນກາດ ສິບສອງພັນ​ຄົນ


ຈຳນວນ​ພົນ​ທະຫານ​ມ້າ​ມີ​ສອງຮ້ອຍລ້ານ. ຂ້າພະເຈົ້າ​ໄດ້​ຍິນ​ຈຳນວນ​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka