ພຣະນິມິດ 7:3 - ພຣະຄຳພີລາວສະບັບສະໄໝໃໝ່3 “ຢ່າເຮັດອັນຕະລາຍແກ່ແຜ່ນດິນ ຫລື ທະເລ ຫລື ຕົ້ນໄມ້ຈົນກວ່າພວກເຮົາຈະໄດ້ປະທັບຕາເທິງໜ້າຜາກຂອງບັນດາຜູ້ຮັບໃຊ້ຂອງພຣະເຈົ້າຂອງພວກເຮົາກ່ອນ”. Uka jalj uñjjattʼätaພຣະຄຳພີສັກສິ3 ເທວະດາຕົນນັ້ນກ່າວວ່າ, “ຢ່າທຳລາຍແຜ່ນດິນ ທະເລ ຫລືຕົ້ນໄມ້ ຈົນກວ່າເຮົາຈະປະທັບຕາ ໃສ່ໜ້າຜາກຂອງບັນດາຜູ້ຮັບໃຊ້ຂອງພຣະເຈົ້າຂອງພວກເຮົາເສຍກ່ອນ.” Uka jalj uñjjattʼäta |
ຂ້າພະເຈົ້າໄດ້ເຫັນບັນລັງຕ່າງໆ ຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນຄືບັນດາຜູ້ໄດ້ຮັບສິດອຳນາດໃຫ້ພິພາກສາ. ແລະ ຂ້າພະເຈົ້າໄດ້ເຫັນຈິດວິນຍານຂອງບັນດາຄົນທັງຫລາຍທີ່ຖືກຕັດຫົວເພາະເປັນພະຍານເລື່ອງພຣະເຢຊູເຈົ້າ ແລະ ເພາະພຣະທຳຂອງພຣະເຈົ້າ. ພວກເຂົາບໍ່ໄດ້ຂາບໄຫວ້ສັດຮ້າຍ ຫລື ຮູບຈຳລອງຂອງມັນ ແລະ ບໍ່ໄດ້ຮັບເຄື່ອງໝາຍຂອງມັນໄວ້ທີ່ໜ້າຜາກ ຫລື ທີ່ມື. ພວກເຂົາໄດ້ກັບຄືນມາມີຊີວິດ ແລະ ຄອບຄອງຮ່ວມກັບພຣະຄຣິດເຈົ້າໜຶ່ງພັນປີ.