Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 7:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ​ຂຶ້ນ​ມາ​ຈາກ​ທາງ​ທິດຕາເວັນອອກ, ຖື​ຕາປະທັບ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່. ເທວະດາ​ຕົນ​ນັ້ນ​ໄດ້​ຮ້ອງ​ດ້ວຍ​ສຽງ​ດັງ​ເພື່ອ​ບອກ​ເທວະດາ​ທັງ​ສີ່​ທີ່​ໄດ້​ຮັບ​ສິດອຳນາດ​ໃຫ້​ເຮັດ​ອັນຕະລາຍ​ແກ່​ແຜ່ນດິນ ແລະ ທະເລ​ວ່າ:

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ ປາກົດ​ຂຶ້ນ​ຈາກ​ທິດ​ຕາເວັນອອກ ຖື​ຕາປະທັບ​ຂອງ​ພຣະເຈົ້າ​ອົງ​ຊົງພຣະຊົນ​ຢູ່. ເທວະດາ​ຕົນ​ນັ້ນ ໄດ້​ຮ້ອງ​ສຽງດັງ​ໃສ່​ເທວະດາ​ທັງ​ສີ່ ຜູ້​ທີ່​ພຣະເຈົ້າ​ໃຫ້​ມີ​ສິດ​ອຳນາດ​ທຳລາຍ​ແຜ່ນດິນ​ໂລກ​ແລະ​ທະເລ​ນັ້ນ.

Uka jalj uñjjattʼäta Copia luraña




ພຣະນິມິດ 7:2
29 Jak'a apnaqawi uñst'ayäwi  

ຊີໂມນ​ເປໂຕ​ຕອບ​ວ່າ, “ພຣະອົງ​ເປັນ​ພຣະຄຣິດເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ​ຜູ້​ມີ​ຊີວິດ​ຢູ່”.


ແຕ່​ພຣະເຢຊູເຈົ້າ​ຍັງ​ມິດງຽບ​ຢູ່. ມະຫາ​ປະໂລຫິດ​ຈຶ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ພາຍໃຕ້​ຄຳສາບານ​ໂດຍ​ອ້າງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່ ເຮົາ​ສັ່ງ​ເຈົ້າ​ວ່າ: ຖ້າ​ເຈົ້າ​ແມ່ນ​ພຣະຄຣິດເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ​ກໍ​ຈົ່ງ​ບອກ​ພວກເຮົາ​ມາ”.


ຢ່າ​ສະແຫວງຫາ​ອາຫານ​ທີ່​ເສຍ​ໄປ ແຕ່​ຈົ່ງ​ສະແຫວງຫາ​ອາຫານ​ທີ່​ຕັ້ງໝັ້ນຄົງ​ຢູ່​ເຖິງ​ຊີວິດ​ນິລັນດອນ ເຊິ່ງ​ບຸດມະນຸດ​ຈະ​ໃຫ້​ແກ່​ພວກເຈົ້າ. ເພາະ​ແມ່ນ​ພຣະອົງ​ນີ້​ແຫລະ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ໄດ້​ປະທັບຕາ​ໝາຍ​ຮັບຮອງ​ພຣະອົງ​ໄວ້​ແລ້ວ”.


ໄດ້​ປະທັບຕາ​ສະແດງ​ຄວາມເປັນເຈົ້າຂອງ​ໃສ່​ພວກເຮົາ ແລະ ໄດ້​ມອບ​ພຣະວິນຍານ​ຂອງ​ພຣະອົງ​ໃສ່​ໄວ້​ໃນ​ໃຈ​ພວກເຮົາ​ເປັນ​ເຄື່ອງມັດຈຳ, ເປັນ​ການ​ຮັບປະກັນ​ໃນ​ສິ່ງ​ທີ່​ຈະ​ມາ​ເຖິງ.


ແລະ ພວກເຈົ້າ​ກໍ​ໄດ້​ຮ່ວມ​ຢູ່ໃນ​ພຣະຄຣິດເຈົ້າ​ເໝືອນກັນ​ເມື່ອ​ພວກເຈົ້າ​ໄດ້​ຍິນ​ພຣະຄຳ​ແຫ່ງ​ຄວາມຈິງ, ຄື​ຂ່າວປະເສີດ​ແຫ່ງ​ຄວາມພົ້ນ​ຂອງ​ພວກເຈົ້າ. ເມື່ອ​ພວກເຈົ້າ​ໄດ້​ເຊື່ອ ພວກເຈົ້າ​ກໍ​ໄດ້​ຖືກ​ໝາຍ​ໄວ້​ໃນ​ພຣະອົງ​ດ້ວຍ​ຕາປະທັບ, ຄື​ພຣະວິນຍານບໍລິສຸດເຈົ້າ​ທີ່​ໄດ້​ສັນຍາ​ໄວ້,


ແລະ ຢ່າ​ເຮັດ​ໃຫ້​ພຣະວິນຍານບໍລິສຸດເຈົ້າ​ຂອງ​ພຣະເຈົ້າ​ເສຍໃຈ ເພາະ​ໂດຍ​ພຣະວິນຍານ​ນັ້ນ​ພວກເຈົ້າ​ໄດ້​ຖືກ​ປະທັບຕາ​ໝາຍ​ແລ້ວ​ສຳລັບ​ວັນ​ແຫ່ງ​ການໄຖ່ໃຫ້ພົ້ນ.


ເພາະ​ພວກເຂົາ​ເອງ​ໄດ້​ເວົ້າ​ເຖິງ​ພວກເຈົ້າ​ວ່າ​ພວກເຈົ້າ​ໄດ້​ຕ້ອນຮັບ​ພວກເຮົາ​ຢ່າງໃດ. ພວກເຂົາ​ຍັງ​ບອກ​ອີກ​ວ່າ​ພວກເຈົ້າ​ໄດ້​ຫັນໜີ​ຈາກ​ຮູບເຄົາລົບ​ມາ​ຫາ​ພຣະເຈົ້າ ເພື່ອ​ຮັບໃຊ້​ພຣະເຈົ້າ​ອົງ​ທ່ຽງແທ້ ແລະ ຜູ້​ມີຊີວິດ​ຢູ່,


ເຖິງ​ຢ່າງໃດ​ກໍ​ຕາມ, ຮາກຖານ​ຂອງ​ພຣະເຈົ້າ​ກໍ​ຕັ້ງ​ໝັ້ນຄົງ​ຢູ່ ແລະ ປະທັບຕາ​ດ້ວຍ​ຂໍ້ຄວາມ​ວ່າ: “ອົງພຣະຜູ້ເປັນເຈົ້າ​ຮູ້ຈັກ​ບັນດາ​ຜູ້​ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ​ທີ່​ຮ້ອງ​ອອກ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ຕ້ອງ​ຫັນໜີ​ຈາກ​ຄວາມ​ຊົ່ວຮ້າຍ”.


ແຕ່​ພວກເຈົ້າ​ໄດ້​ມາ​ເຖິງ​ພູເຂົາ​ຊີໂອນ, ມາ​ເຖິງ​ນະຄອນ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຄື​ນະຄອນ​ເຢຣູຊາເລັມ​ແຫ່ງ​ສະຫວັນ. ພວກເຈົ້າ​ໄດ້​ມາ​ເຖິງ​ບ່ອນ​ທີ່​ເທວະດາ​ເປັນ​ຈໍານວນ​ພັນໆ​ໄດ້​ຊຸມນຸມ​ກັນ​ຢ່າງ​ຊື່ນຊົມຍິນດີ,


ຄວາມສຸກ​ມີ​ແກ່​ຜູ້​ທີ່​ອ່ານ​ຖ້ອຍຄຳ​ຂອງ​ຄຳທຳນວາຍ​ນີ້​ດ້ວຍ​ສຽງ​ດັງໆ ແລະ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄດ້ຍິນ​ແລ້ວ​ຈື່ຈຳ​ໃສ່​ໃຈ​ໃນ​ສິ່ງ​ທີ່​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ​ນີ້, ເພາະ​ເວລາ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ.


ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຜູ້​ມີ​ອຳນາດ​ອີກ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ. ມີ​ເມກ​ປົກຄຸມ​ເພິ່ນ​ໄວ້ ພ້ອມ​ກັບ​ມີ​ຮຸ້ງກິນນ້ຳ​ຢູ່​ເໜືອ​ຫົວ​ຂອງ​ເພິ່ນ, ໃບໜ້າ​ຂອງ​ເພິ່ນ​ເໝືອນດັ່ງ​ຕາເວັນ ແລະ ຂາ​ຂອງ​ເພິ່ນ​ເໝືອນດັ່ງ​ເສົາ​ໄຟ​ທີ່​ລຸກໄໝ້.


ເມື່ອ​ສຽງ​ຟ້າຮ້ອງ​ທັງ​ເຈັດ​ກ່າວ​ຂຶ້ນ, ຂ້າພະເຈົ້າ​ກໍ​ກຳລັງ​ຈະ​ລົງ​ມື​ຂຽນ, ແຕ່​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ໜຶ່ງ​ຈາກ​ສະຫວັນ​ກ່າວ​ວ່າ, “ຈົ່ງ​ປິດບັງ​ສິ່ງ​ທີ່​ຟ້າຮ້ອງ​ທັງ​ເຈັດ​ໄດ້​ກ່າວ​ໄວ້ ແລະ ຢ່າ​ຂຽນ​ລົງ​ໄປ”.


ເທວະດາ​ຕົນ​ທີຫົກ​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ແມ່ນ້ຳ​ເອີຟຣັດ​ໃຫຍ່ ແລະ ນ້ຳ​ກໍ​ແຫ້ງ​ເພື່ອ​ຕຽມ​ທາງ​ໄວ້​ສຳລັບ​ບັນດາ​ກະສັດ​ຈາກ​ທິດຕາເວັນອອກ.


ແລະ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຜູ້​ມີ​ລິດ​ຕົນ​ໜຶ່ງ​ກຳລັງ​ປະກາດ​ດ້ວຍ​ສຽງ​ດັງ​ວ່າ: “ຜູ້ໃດ​ສົມຄວນ​ທີ່​ຈະ​ແກະ​ຕາປະທັບ ແລະ ເປີດ​ໜັງສືມ້ວນ​ນີ້?”


ເທວະດາ​ອີກ​ຕົນ​ໜຶ່ງ​ຖື​ໝໍ້​ຄຳ​ໜຶ່ງ​ໜ່ວຍ, ໄດ້​ເຂົ້າ​ມາ ແລະ ຢືນ​ຢູ່​ທີ່​ແທ່ນບູຊາ. ເທວະດາ​ຕົນ​ນັ້ນ​ໄດ້​ຮັບ​ເຄື່ອງຫອມ​ຈຳນວນ​ຫລວງຫລາຍ​ເພື່ອ​ເຜົາ​ຖວາຍ​ເທິງ​ແທ່ນບູຊາ​ທອງຄຳ​ທີ່​ຢູ່​ຕໍ່ໜ້າ​ບັນລັງ​ພ້ອມ​ກັບ​ຄຳ​ອະທິຖານ​ຂອງ​ຄົນ​ຂອງ​ພຣະເຈົ້າ.


ສຽງ​ນັ້ນ​ກ່າວ​ຕໍ່​ເທວະດາ​ຕົນ​ທີຫົກ​ທີ່​ຖື​ແກ​ຢູ່​ວ່າ, “ຈົ່ງ​ປົດປ່ອຍ​ເທວະດາ​ທັງ​ສີ່​ທີ່​ຖືກ​ມັດ​ໄວ້​ທີ່​ແມ່ນ້ຳ​ໃຫຍ່​ຊື່​ວ່າ​ເອີຟຣັດ”.


ພວກມັນ​ຖືກ​ສັ່ງຫ້າມ​ບໍ່​ໃຫ້​ທຳລາຍ​ຫຍ້າ ຫລື ພືດ ຫລື ຕົ້ນໄມ້​ໃນ​ໂລກ, ແຕ່​ໃຫ້​ທຳລາຍ​ສະເພາະ​ຄົນ​ທີ່​ບໍ່​ມີ​ຕາປະທັບ​ຂອງ​ພຣະເຈົ້າ​ຢູ່​ເທິງ​ໜ້າຜາກ​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka