Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 7:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ເພາະ​ລູກແກະ​ຂອງ​ພຣະເຈົ້າ​ຜູ້​ນັ່ງ​ຢູ່​ກາງ​ບັນລັງ ນັ້ນ​ຈະ​ເປັນ​ພຣະຜູ້ລ້ຽງ​ຂອງ​ພວກເຂົາ. ‘ພຣະອົງ​ຈະ​ນຳ​ພວກເຂົາ​ໄປ​ຍັງ​ນ້ຳພຸ​ແຫ່ງ​ຊີວິດ’. ‘ແລະ ພຣະເຈົ້າ​ຈະ​ເຊັດ​ນ້ຳຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ’”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ເພາະ​ພຣະ​ເມສານ້ອຍ​ທີ່​ປະທັບ​ຢູ່​ທ່າມກາງ​ພຣະຣາຊບັນລັງ​ນັ້ນ ຈະ​ເປັນ​ພຣະຜູ້ລ້ຽງ​ຂອງ​ພວກເຂົາ. ພຣະອົງ​ຈະ​ຊົງ​ນຳ​ພວກເຂົາ​ໄປ​ເຖິງ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ. ແລະ​ພຣະເຈົ້າ​ຈະ​ຊົງ​ເຊັດ​ນໍ້າຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ.”

Uka jalj uñjjattʼäta Copia luraña




ພຣະນິມິດ 7:17
42 Jak'a apnaqawi uñst'ayäwi  

“‘ສ່ວນ​ເຈົ້າ ເບັດເລເຮັມ​ໃນ​ດິນແດນ​ຢູດາຍ​ເອີຍ, ເຈົ້າ​ບໍ່​ແມ່ນ​ຜູ້​ເລັກນ້ອຍ​ທີ່ສຸດ​ໃນ​ທ່າມກາງ​ບັນດາ​ຜູ້ປົກຄອງ​ຂອງ​ຢູດາຍ, ເພາະ​ຈະ​ມີ​ຜູ້ປົກຄອງ​ຜູ້​ໜຶ່ງ​ອອກ​ມາ​ຈາກ​ເຈົ້າ ຜູ້​ທີ່​ຈະ​ເປັນ​ຜູ້ລ້ຽງ​ປະຊາຊົນ​ຊາວ​ອິດສະຣາເອນ​ຂອງ​ເຮົາ’”.


ຜູ້ໃດ​ໂສກເສົ້າ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັບ​ການ​ເລົ້າໂລມໃຈ.


“ເຮົາ​ເປັນ​ຜູ້ລ້ຽງແກະ​ທີ່​ດີ. ຜູ້ລ້ຽງແກະ​ທີ່​ດີ​ນັ້ນ​ຍ່ອມ​ສະຫລະ​ຊີວິດ​ຂອງ​ຕົນ​ເພື່ອ​ແກະ.


“ເຮົາ​ນີ້​ແຫລະ​ເປັນ​ຜູ້ລ້ຽງ​ທີ່​ດີ ເຮົາ​ຮູ້ຈັກ​ແກະ​ຂອງ​ເຮົາ ແລະ ແກະ​ຂອງ​ເຮົາ​ກໍ​ຮູ້ຈັກ​ເຮົາ


ພຣະເຢຊູເຈົ້າ​ຕອບ​ນາງ​ວ່າ, “ຖ້າ​ເຈົ້າ​ຮູ້ຈັກ​ຂອງຂວັນ​ທີ່​ພຣະເຈົ້າ​ມອບ​ໃຫ້ ແລະ ຮູ້ຈັກ​ຜູ້​ທີ່​ກຳລັງ​ຂໍ​ດື່ມນ້ຳ​ຈາກ​ເຈົ້າ, ເຈົ້າ​ກໍ​ຄົງ​ຈະ​ຂໍ​ຈາກ​ເພິ່ນ ແລະ ເພິ່ນ​ຈະ​ໃຫ້​ນ້ຳ​ທີ່​ມີຊີວິດ​ແກ່​ເຈົ້າ”.


ນາງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ນາຍ​ເອີຍ ທ່ານ​ບໍ່​ມີ​ສິ່ງໃດ​ທີ່​ຈະ​ໃຊ້​ຕັກ​ນ້ຳ ແລະ ນ້ຳສ້າງ​ກໍ​ເລິກ ທ່ານ​ຈະ​ເອົາ​ນ້ຳ​ທີ່​ມີຊີວິດ​ມາ​ຈາກ​ໃສ?


ແຕ່​ຜູ້ໃດ​ດື່ມນ້ຳ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ບໍ່​ຫິວນໍ້າ​ອີກ​ຈັກເທື່ອ, ແທ້ຈິງ​ແລ້ວ ນ້ຳ​ທີ່​ເຮົາ​ຈະ​ໃຫ້​ພວກເຂົາ​ນັ້ນ​ຈະ​ກາຍເປັນ​ນ້ຳພຸ​ໃນ​ໂຕ​ຂອງ​ພວກເຂົາ ແລະ ຈະ​ພຸ່ງຂຶ້ນ​ສູ່​ຊີວິດ​ນິລັນດອນ”.


ຈົ່ງ​ລະວັງ​ທັງ​ພວກທ່ານ​ເອງ ແລະ ຝູງ​ແກະ​ທີ່​ພຣະວິນຍານບໍລິສຸດເຈົ້າ​ຕັ້ງ​ພວກທ່ານ​ໃຫ້​ເປັນ​ຜູ້ປົກຄອງ. ຈົ່ງ​ເປັນ​ຜູ້​ລ້ຽງແກະ​ສຳລັບ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ເຊິ່ງ​ໄຖ່​ມາ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ.


ຈົ່ງ​ລ້ຽງ​ຝູງ​ແກະ​ຂອງ​ພຣະເຈົ້າ​ໃຫ້​ຢູ່​ໃນ​ຄວາມຮັບຜິດຊອບ​ເບິ່ງແຍງ​ຂອງ​ພວກເຈົ້າ, ໃຫ້​ເບິ່ງແຍງ​ພວກເຂົາ​ບໍ່​ແມ່ນ​ຍ້ອນ​ວ່າ​ພວກເຈົ້າ​ຈໍາເປັນ​ຕ້ອງ​ເຮັດ ແຕ່​ຍ້ອນ​ວ່າ​ພວກເຈົ້າ​ເຕັມໃຈ​ທີ່​ຈະ​ເຮັດ​ຕາມ​ທີ່​ພຣະເຈົ້າ​ປະສົງ​ໃຫ້​ພວກເຈົ້າ​ເປັນ, ບໍ່​ແມ່ນ​ເຮັດ​ເພື່ອ​ຫາ​ຜົນປະໂຫຍດ​ດ້ວຍ​ຄວາມບໍ່ສັດຊື່, ແຕ່​ມີ​ຄວາມກະຕືລືລົ້ນ​ທີ່​ຈະ​ຮັບໃຊ້,


ຄົນ​ເຫລົ່ານີ້​ຄື​ຜູ້​ທີ່​ບໍ່​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນມົນທິນ​ຍ້ອນ​ຜູ້ຍິງ ເພາະ​ພວກເພິ່ນ​ຮັກສາ​ຕົນເອງ​ໃຫ້​ບໍລິສຸດ​ຢູ່​ສະເໝີ. ພວກເຂົາ​ຕິດຕາມ​ລູກແກະ​ຂອງ​ພຣະເຈົ້າ​ໄປ​ທຸກບ່ອນ​ທີ່​ພຣະອົງ​ໄປ. ພວກເຂົາ​ເປັນ​ຜູ້​ທີ່​ໄດ້​ໄຖ່​ໄວ້​ຈາກ​ມວນມະນຸດ ແລະ ເພື່ອ​ເປັນ​ຜົນທຳອິດ​ຖວາຍ​ແກ່​ພຣະເຈົ້າ ແລະ ລູກແກະ​ຂອງ​ພຣະເຈົ້າ.


ຂ້າພະເຈົ້າ​ບໍ່​ໄດ້​ເຫັນ​ວິຫານ​ໃນ​ນະຄອນ​ນີ້​ເລີຍ ເພາະ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່ ແລະ ລູກແກະ​ຂອງ​ພຣະເຈົ້າ​ຄື​ວິຫານ​ແຫ່ງ​ນະຄອນ​ນັ້ນ.


ນະຄອນ​ນີ້​ບໍ່​ຕ້ອງການ​ດວງອາທິດ ຫລື ດວງເດືອນ​ເພື່ອ​ສ່ອງແສງ ເພາະ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ໃຫ້​ແສງສະຫວ່າງ ແລະ ລູກແກະ​ຂອງ​ພຣະເຈົ້າ​ຄື​ຕະກຽງ​ແຫ່ງ​ນະຄອນ​ນີ້.


‘ພຣະອົງ​ຈະ​ເຊັດ​ນ້ຳຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ. ທີ່​ນັ້ນ​ຈະ​ບໍ່​ມີ​ຄວາມຕາຍ’ ຫລື ຄວາມໂສກເສົ້າ ຫລື ການຮ້ອງໄຫ້ ຫລື ຄວາມເຈັບປວດ​ອີກ​ຕໍ່ໄປ, ເພາະ​ລະບົບ​ເກົ່າ​ຂອງ​ສິ່ງ​ຕ່າງໆ​ໄດ້​ຜ່ານພົ້ນ​ໄປ​ແລ້ວ”.


ພຣະອົງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ: “ສຳເລັດ​ແລ້ວ. ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ, ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ. ຜູ້ໃດ​ທີ່​ຫິວນ້ຳ ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ດື່ມ​ນ້ຳ​ແຫ່ງ​ຊີວິດ​ຈາກ​ບໍ່ນ້ຳພຸ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ອັນໃດ.


ແລ້ວ​ເທວະດາ​ນັ້ນ​ໄດ້​ສະແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ແມ່ນ້ຳ​ທີ່​ມີ​ນ້ຳ​ແຫ່ງ​ຊີວິດ​ໄສ​ເໝືອນດັ່ງ​ແກ້ວ, ໄຫລ​ຈາກ​ບັນລັງ​ຂອງ​ພຣະເຈົ້າ ແລະ ຂອງ​ລູກແກະ​ຂອງ​ພຣະເຈົ້າ


“ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ສະຫງ່າລາສີ, ກຽດຕິຍົດ ແລະ ລິດອຳນາດ, ເພາະວ່າ​ພຣະອົງ​ໄດ້​ສ້າງ​ທຸກ​ສິ່ງ ແລະ ໂດຍ​ຄວາມ​ປະສົງ​ຂອງ​ພຣະອົງ ສິ່ງ​ເຫລົ່ານີ້​ໄດ້​ຖືກ​ສ້າງ​ຂຶ້ນ ແລະ ດໍາລົງ​ຢູ່”.


ຫລັງຈາກນັ້ນ ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ລູກແກະ​ຂອງ​ພຣະເຈົ້າ, ເບິ່ງ​ຄື​ວ່າ​ໄດ້​ຖືກ​ຂ້າ​ແລ້ວ ກຳລັງ​ຢືນ​ຢູ່​ໃຈກາງ​ຂອງ​ບັນລັງ, ອ້ອມຮອບ​ດ້ວຍ​ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ. ລູກແກະ​ຂອງ​ພຣະເຈົ້າ​ມີ​ເຂົາ​ເຈັດ​ອັນ ແລະ ມີ​ຕາ​ເຈັດ​ໜ່ວຍ, ເຊິ່ງ​ເປັນ​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ​ທີ່​ໃຊ້​ອອກ​ໄປ​ທົ່ວ​ແຜ່ນດິນໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka