Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 7:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ພວກເຂົາ​ຈະ​ບໍ່​ຫິວ​ອີກ​ຈັກເທື່ອ, ພວກເຂົາ​ຈະ​ບໍ່​ກະຫາຍ​ອີກ​ຈັກເທື່ອ. ‘ຕາເວັນ​ຈະ​ບໍ່​ເຜົາໄໝ້​ພວກເຂົາ’, ຫລື ຄວາມຮ້ອນ​ອັນ​ແຮງກ້າ​ໃດໆ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ພວກເຂົາ​ຈະ​ບໍ່​ອຶດເຂົ້າ​ຢາກນໍ້າ​ອີກ​ຕໍ່ໄປ​ຈັກເທື່ອ, ຕາເວັນ​ຫລື​ແສງ​ແດດ​ອັນ​ຮ້ອນກ້າ ຈະ​ບໍ່​ເຜົາ​ໄໝ້​ພວກເຂົາ,

Uka jalj uñjjattʼäta Copia luraña




ພຣະນິມິດ 7:16
23 Jak'a apnaqawi uñst'ayäwi  

ແຕ່​ຍ້ອນ​ພວກເຂົາ​ບໍ່​ມີ​ຮາກ​ຈຶ່ງ​ທົນ​ຢູ່​ບໍ່​ໄດ້​ດົນ, ເມື່ອ​ມີ​ຄວາມຍາກລຳບາກ ຫລື ຖືກ​ຂົ່ມເຫັງ​ເພາະ​ພຣະຄຳ ພວກເຂົາ​ກໍ​ລົ້ມເລີກ​ໄປ​ທັນທີ.


ແຕ່​ເມື່ອ​ຕາເວັນ​ຂຶ້ນ​ມາ, ພືດ​ນັ້ນ​ກໍ​ຖືກ​ແດດເຜົາ ແລະ ຫ່ຽວແຫ້ງ​ໄປ​ເພາະ​ບໍ່​ມີ​ຮາກ.


ຜູ້ໃດ​ອຶດຫິວ ແລະ ກະຫາຍ​ຫາ​ຄວາມຊອບທຳ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ອີ່ມບໍລິບູນ.


ແຕ່​ຍ້ອນ​ພວກເຂົາ​ບໍ່​ມີ​ຮາກ​ຈຶ່ງ​ທົນ​ຢູ່​ບໍ່​ໄດ້​ດົນ. ເມື່ອ​ມີ​ຄວາມຍາກລຳບາກ ຫລື ຖືກ​ຂົ່ມເຫັງ​ເພາະ​ພຣະຄຳ ພວກເຂົາ​ກໍ​ລົ້ມເລີກ​ໄປ​ທັນທີ.


ແຕ່​ເມື່ອ​ຕາເວັນ​ຂຶ້ນ​ມາ​ພືດ​ນັ້ນ​ກໍ​ຖືກ​ແດດເຜົາ ແລະ ຫ່ຽວແຫ້ງ​ໄປ​ເພາະ​ບໍ່​ມີ​ຮາກ.


ພຣະອົງ​ໃຫ້​ຄົນ​ອຶດຢາກ​ເຕັມ​ໄປ​ດ້ວຍ​ສິ່ງ​ດີ ແຕ່​ສົ່ງ​ຄົນ​ຮັ່ງມີ​ໜີ​ໄປ​ມື​ເປົ່າ.


ພຣະພອນ​ມີ​ແກ່​ພວກເຈົ້າ​ຜູ້​ທີ່​ອຶດຫິວ​ໃນ​ເວລາ​ນີ້ ເພາະ​ພວກເຈົ້າ​ຈະ​ໄດ້​ອີ່ມບໍລິບູນ. ພຣະພອນ​ມີ​ແກ່​ພວກເຈົ້າ​ຜູ້​ທີ່​ຮ້ອງໄຫ້​ຢູ່​ໃນ​ເວລາ​ນີ້ ເພາະວ່າ​ພວກເຈົ້າ​ຈະ​ໄດ້​ຫົວຂັວນ.


ແຕ່​ຜູ້ໃດ​ດື່ມນ້ຳ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ບໍ່​ຫິວນໍ້າ​ອີກ​ຈັກເທື່ອ, ແທ້ຈິງ​ແລ້ວ ນ້ຳ​ທີ່​ເຮົາ​ຈະ​ໃຫ້​ພວກເຂົາ​ນັ້ນ​ຈະ​ກາຍເປັນ​ນ້ຳພຸ​ໃນ​ໂຕ​ຂອງ​ພວກເຂົາ ແລະ ຈະ​ພຸ່ງຂຶ້ນ​ສູ່​ຊີວິດ​ນິລັນດອນ”.


ເພາະ​ເມື່ອ​ຕາເວັນ​ຂຶ້ນ​ດ້ວຍ​ຄວາມຮ້ອນກ້າ ແລະ ເຮັດ​ໃຫ້​ພືດ​ຫ່ຽວແຫ້ງ, ດອກ​ຂອງ​ມັນ​ກໍ​ຫລົ່ນ​ລົງ ແລະ ຄວາມງາມ​ກໍ​ຖືກ​ທຳລາຍ. ໃນ​ທຳນອງດຽວກັນ​ນີ້ ຄົນ​ຮັ່ງມີ​ກໍ​ຈະ​ເສື່ອມສູນ​ໄປ​ແມ່ນ​ແຕ່​ໃນ​ຂະນະ​ທີ່​ພວກເຂົາ​ດຳເນີນ​ກິດຈະການ​ຂອງ​ຕົນ​ຢູ່.


‘ພຣະອົງ​ຈະ​ເຊັດ​ນ້ຳຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ. ທີ່​ນັ້ນ​ຈະ​ບໍ່​ມີ​ຄວາມຕາຍ’ ຫລື ຄວາມໂສກເສົ້າ ຫລື ການຮ້ອງໄຫ້ ຫລື ຄວາມເຈັບປວດ​ອີກ​ຕໍ່ໄປ, ເພາະ​ລະບົບ​ເກົ່າ​ຂອງ​ສິ່ງ​ຕ່າງໆ​ໄດ້​ຜ່ານພົ້ນ​ໄປ​ແລ້ວ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka