Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 7:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ເຫດສະນັ້ນ, “ພວກເຂົາ​ຈຶ່ງ​ໄດ້​ຢືນ​ຢູ່​ຕໍ່ໜ້າ​ບັນລັງ​ຂອງ​ພຣະເຈົ້າ ແລະ ຮັບໃຊ້​ພຣະອົງ​ທັງ​ກາງເວັນ ແລະ ກາງຄືນ​ໃນ​ວິຫານ​ຂອງ​ພຣະອົງ, ແລະ ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ຈະ​ກຳບັງ​ພວກເຂົາ​ໄວ້​ດ້ວຍ​ການ​ສະຖິດ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຢືນ​ຢູ່​ຕໍ່ໜ້າ​ພຣະຣາຊບັນລັງ​ຂອງ​ພຣະເຈົ້າ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ໃນ​ພຣະວິຫານ ທັງ​ກາງເວັນ​ແລະ​ກາງຄືນ ແລະ​ພຣະອົງ​ຜູ້​ທີ່​ປະທັບ​ຢູ່​ເທິງ​ພຣະຣາຊບັນລັງ​ນັ້ນ ຈະ​ຊົງ​ສະຖິດ​ຢູ່​ນຳ​ແລະ​ປົກປ້ອງ​ຄຸ້ມຄອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ພຣະນິມິດ 7:15
25 Jak'a apnaqawi uñst'ayäwi  

ພຣະທຳ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ ແລະ ສະຖິດ​ຢູ່​ທ່າມກາງ​ພວກເຮົາ​ທັງຫລາຍ. ພວກເຮົາ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ ຄື​ສະຫງ່າລາສີ​ຂອງ​ພຣະບຸດ​ອົງ​ດຽວ, ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ພຣະອົງ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມຈິງ.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ພວກເຈົ້າ​ເອງ​ເປັນ​ວິຫານ​ຂອງ​ພຣະເຈົ້າ ແລະ ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ສະຖິດ​ຢູ່​ພາຍໃນ​ພວກເຈົ້າ?


ວິຫານ​ຂອງ​ພຣະເຈົ້າ ແລະ ວິຫານ​ຂອງ​ຮູບເຄົາລົບ​ຈະ​ມີ​ຂໍ້ຕົກລົງ​ກັນ​ໄດ້​ຢ່າງໃດ? ເພາະ​ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່. ຕາມ​ທີ່​ພຣະເຈົ້າ​ໄດ້​ກ່າວ​ວ່າ: “ເຮົາ​ຈະ​ຢູ່​ກັບ​ພວກເຂົາ ແລະ ເດີນ​ຢູ່​ທ່າມກາງ​ພວກເຂົາ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ຄົນ​ຂອງ​ເຮົາ”.


ໃຫ້​ພວກເຮົາ​ປັກຕາ​ເບິ່ງ​ທີ່​ພຣະເຢຊູເຈົ້າ, ພຣະອົງ​ເປັນ​ຜູ້​ບຸກເບີກ​ຄວາມເຊື່ອ ແລະ ເປັນ​ຜູ້​ເຮັດໃຫ້​ຄວາມເຊື່ອ​ສົມບູນ. ເພາະ​ເຫັນ​ແກ່​ຄວາມຍິນດີ​ທີ່​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ອົດທົນ​ຕໍ່​ໄມ້ກາງແຂນ ແລະ ບໍ່​ໃສ່ໃຈ​ໃນ​ຄວາມອັບອາຍ​ຂອງ​ໄມ້ກາງແຂນ ແລະ ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ພຣະເຈົ້າ.


ບັດນີ້ ປະເດັນ​ຫລັກ​ທີ່​ພວກເຮົາ​ກຳລັງ​ກ່າວ​ກໍ​ຄື: ພວກເຮົາ​ມີ​ມະຫາ​ປະໂລຫິດ​ຢ່າງ​ນີ້, ຜູ້​ທີ່​ນັ່ງ​ຢູ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ອົງ​ຜູ້​ມີ​ບາລະມີ​ໃນ​ສະຫວັນ


ແລ້ວ​ວິຫານ​ຂອງ​ພຣະເຈົ້າ​ໃນ​ສະຫວັນ​ກໍ​ເປີດ​ອອກ ແລະ ຂ້າພະເຈົ້າ​ໄດ້​ເຫັນ​ຫີບ​ພັນທະສັນຍາ​ພາຍ​ໃນ​ວິຫານ​ຂອງ​ພຣະອົງ. ແລະ ທີ່​ນັ້ນ​ເກີດ​ຟ້າແມບເຫລື້ອມ, ສຽງດັງ, ສຽງຟ້າຮ້ອງ, ແຜ່ນດິນໄຫວ ແລະ ພາຍຸ​ໝາກເຫັບ​ຕົກ​ຢ່າງ​ຮ້າຍແຮງ.


ມັນ​ອ້າ​ປາກ​ກ່າວ​ໝິ່ນປະໝາດ​ພຣະເຈົ້າ ແລະ ກ່າວຮ້າຍ​ຕໍ່​ນາມ​ຂອງ​ພຣະອົງ, ຕໍ່​ທີ່​ສະຖິດ​ຂອງ​ພຣະອົງ ແລະ ຕໍ່​ບັນດາ​ຜູ້​ທີ່​ຢູ່​ໃນ​ສະຫວັນ.


ແລະ ມານຮ້າຍ​ທີ່​ຫລອກລວງ​ພວກເຂົາ​ກໍ​ຖືກ​ຖິ້ມລົງ​ໃນ​ບຶງໄຟ​ທີ່​ມີ​ມາດ​ໄໝ້​ຢູ່, ບ່ອນ​ທີ່​ສັດຮ້າຍ ແລະ ຜູ້ທຳນວາຍ​ປອມ​ໄດ້​ຖືກ​ຖິ້ມລົງ​ໄປ​ກ່ອນ​ແລ້ວ. ພວກມັນ​ຈະ​ທົນທຸກທໍລະມານ​ທັງ​ກາງ​ເວັນ ແລະ ກາງຄືນ​ຕະຫລອດໄປ​ເປັນນິດ.


ຂ້າພະເຈົ້າ​ບໍ່​ໄດ້​ເຫັນ​ວິຫານ​ໃນ​ນະຄອນ​ນີ້​ເລີຍ ເພາະ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່ ແລະ ລູກແກະ​ຂອງ​ພຣະເຈົ້າ​ຄື​ວິຫານ​ແຫ່ງ​ນະຄອນ​ນັ້ນ.


ທີ່​ນັ້ນ​ບໍ່​ມີ​ການສາບແຊ່ງ​ໃດໆ​ອີກ​ຕໍ່ໄປ. ບັນລັງ​ຂອງ​ພຣະເຈົ້າ ແລະ ຂອງ​ລູກແກະ​ຂອງ​ພຣະເຈົ້າ​ຈະ​ຕັ້ງ​ຢູ່​ໃນ​ນະຄອນ​ນັ້ນ ແລະ ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຈະ​ຮັບໃຊ້​ພຣະອົງ.


ທີ່​ນັ້ນ​ຈະ​ບໍ່​ມີ​ກາງຄືນ​ອີກ​ຕໍ່ໄປ. ພວກເຂົາ​ຈະ​ບໍ່​ຕ້ອງການ​ແສງ​ຕະກຽງ ຫລື ແສງ​ຕາເວັນ ເພາະ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຈະ​ໃຫ້​ຄວາມສະຫວ່າງ​ແກ່​ພວກເຂົາ. ແລະ ພວກເຂົາ​ຈະ​ປົກຄອງ​ຕະຫລອດໄປ​ເປັນນິດ.


ອ້ອມຮອບ​ບັນລັງ​ນັ້ນ​ມີ​ອີກ​ຊາວສີ່​ບັນລັງ ແລະ ມີ​ຜູ້ອາວຸໂສ​ຊາວສີ່​ທ່ານ​ນັ່ງ​ຢູ່​ເທິງ​ບັນລັງ​ເຫລົ່ານັ້ນ. ພວກເພິ່ນ​ນຸ່ງເຄື່ອງ​ຂາວ ແລະ ມີ​ມົງກຸດ​ຄຳ​ຢູ່​ເທິງ​ຫົວ​ຂອງ​ພວກເພິ່ນ.


ສິ່ງທີ່ມີຊີວິດ​ທັງ​ສີ່​ນີ້ ແຕ່​ລະ​ຕົນ​ມີ​ຫົກ​ປີກ ແລະ ມີ​ຕາ​ເຕັມ​ຢູ່​ອ້ອມຮອບ ແມ່ນແຕ່​ຢູ່​ໃຕ້​ປີກ. ສິ່ງທີ່ມີຊີວິດ​ເຫລົ່ານັ້ນ​ຮ້ອງ​ຕະຫລອດ​ທັງ​ກາງເວັນ ແລະ ກາງຄືນ​ບໍ່​ຢຸດ​ຈັກເທື່ອ​ວ່າ: “‘ບໍລິສຸດ, ບໍລິສຸດ, ບໍລິສຸດ ຄື​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່’, ຜູ້​ດຳລົງ​ຢູ່​ໃນ​ອະດີດ ແລະ ດຳລົງ​ຢູ່​ໃນ​ປັດຈຸບັນ ແລະ ຜູ້​ຈະ​ມາ”.


ເມື່ອ​ສິ່ງທີ່ມີຊີວິດ​ເຫລົ່ານັ້ນ​ໄດ້​ຖວາຍ​ສະຫງ່າລາສີ, ກຽດ ແລະ ຄຳ​ຂອບພຣະຄຸນ​ແກ່​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ແລະ ຜູ້​ດຳລົງ​ຢູ່​ຕະຫລອດ​ເປັນນິດ,


ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ແນມເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ມີ​ຄົນ​ຈໍານວນ​ຫລວງຫລາຍ​ທີ່​ບໍ່​ສາມາດ​ນັບ​ໄດ້, ຈາກ​ທຸກ​ຊາດ, ທຸກ​ຊົນເຜົ່າ, ຄົນ​ທຸກຄົນ ແລະ ທຸກ​ພາສາ, ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ຕໍ່ໜ້າ​ລູກແກະ​ຂອງ​ພຣະເຈົ້າ ພວກເຂົາ​ນຸ່ງ​ເສື້ອຄຸມ​ສີຂາວ ແລະ ຖື​ກ້ານຕານ​ຢູ່​ໃນ​ມື​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka