Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 7:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ແລ້ວ​ຜູ້ອາວຸໂສ​ທ່ານ​ໜຶ່ງ​ໄດ້​ຖາມ​ຂ້າພະເຈົ້າ​ວ່າ, “ຄົນ​ເຫລົ່ານີ້​ທີ່​ນຸ່ງ​ເສື້ອຄຸມ​ສີຂາວ​ນັ້ນ​ແມ່ນ​ຜູ້ໃດ ແລະ ພວກເຂົາ​ມາ​ຈາກໃສ?”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ແລ້ວ​ຜູ້ໜຶ່ງ​ໃນ​ພວກ​ອາວຸໂສ ໄດ້​ຖາມ​ຂ້າພະເຈົ້າ​ວ່າ, “ພວກ​ທີ່​ນຸ່ງ​ເສື້ອຄຸມ​ສີ​ຂາວ​ນັ້ນ​ແມ່ນ​ໃຜ ແລະ​ມາ​ຈາກ​ໃສ?”

Uka jalj uñjjattʼäta Copia luraña




ພຣະນິມິດ 7:13
11 Jak'a apnaqawi uñst'ayäwi  

ດັ່ງນັ້ນ ຂະນະ​ທີ່​ພຣະເຢຊູເຈົ້າ​ຍັງ​ກຳລັງ​ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ, ພຣະອົງ​ຮ້ອງ​ສຽງດັງ​ວ່າ, “ແມ່ນ​ແລ້ວ, ພວກເຈົ້າ​ຮູ້ຈັກ​ເຮົາ ແລະ ພວກເຈົ້າ​ຮູ້​ວ່າ​ເຮົາ​ມາ​ຈາກ​ໃສ. ເຮົາ​ບໍ່​ໄດ້​ມາ​ດ້ວຍ​ສິດອຳນາດ​ຂອງ​ເຮົາ​ເອງ, ແຕ່​ພຣະອົງ​ຜູ້​ໄດ້​ໃຊ້​ເຮົາ​ມາ​ນັ້ນ​ເປັນ​ຄວາມ​ຈິງ. ພວກເຈົ້າ​ບໍ່​ຮູ້ຈັກ​ພຣະອົງ,


ເມື່ອ​ເປໂຕ​ເຫັນ​ຢ່າງ​ນີ້, ເພິ່ນ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ: “ພີ່ນ້ອງ​ຊາວ​ອິດສະຣາເອນ, ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ເຮັດ​ໃຫ້​ພວກທ່ານ​ປະຫລາດໃຈ? ເປັນ​ຫຍັງ​ຈຶ່ງ​ຈ້ອງຕາ​ເບິ່ງ​ຄື​ກັບ​ວ່າ​ພວກເຮົາ​ເຮັດ​ໃຫ້​ຄົນ​ນີ້​ຍ່າງ​ໄດ້​ດ້ວຍ​ລິດອຳນາດ ຫລື ຄວາມຊອບທຳ​ຂອງ​ພວກເຮົາ​ເອງ?


ແຕ່​ກໍ​ມີ​ພວກເຈົ້າ​ສອງສາມ​ຄົນ​ໃນ​ເມືອງ​ຊາເດ ທີ່​ບໍ່​ໄດ້​ເຮັດ​ໃຫ້​ເຄື່ອງນຸ່ງ​ຂອງ​ຕົນ​ເປື້ອນເປິ. ພວກເຂົາ​ຈະ​ຍ່າງ​ໄປ​ກັບ​ເຮົາ, ນຸ່ງ​ຊຸດ​ສີຂາວ, ເພາະ​ພວກເຂົາ​ສົມຄວນ​ແລ້ວ.


ຜູ້ອາວຸໂສ​ທັງ​ຊາວສີ່​ທ່ານ​ກໍ​ໝອບ​ລົງ​ຕໍ່ໜ້າ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ແລະ ນະມັດສະການ​ພຣະອົງ​ຜູ້​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ. ພວກເພິ່ນ​ວາງ​ມົງກຸດ​ຂອງ​ຕົນ​ລົງ​ຕໍ່ໜ້າ​ບັນລັງ ແລະ ຮ້ອງ​ວ່າ:


ອ້ອມຮອບ​ບັນລັງ​ນັ້ນ​ມີ​ອີກ​ຊາວສີ່​ບັນລັງ ແລະ ມີ​ຜູ້ອາວຸໂສ​ຊາວສີ່​ທ່ານ​ນັ່ງ​ຢູ່​ເທິງ​ບັນລັງ​ເຫລົ່ານັ້ນ. ພວກເພິ່ນ​ນຸ່ງເຄື່ອງ​ຂາວ ແລະ ມີ​ມົງກຸດ​ຄຳ​ຢູ່​ເທິງ​ຫົວ​ຂອງ​ພວກເພິ່ນ.


ແລ້ວ​ຂ້າພະເຈົ້າ​ໄດ້​ຫລຽວເບິ່ງ ແລະ ໄດ້​ຍິນ​ສຽງ​ຂອງ​ເທວະດາ​ຈໍານວນ​ຫລວງຫລາຍ​ນັບ​ເປັນ​ພັນໆ ແລະ ນັບ​ເປັນ​ໝື່ນ​ໆ. ເທວະດາ​ເຫລົ່ານັ້ນ​ໄດ້​ອ້ອມຮອບ​ບັນລັງ​ກັບ​ສິ່ງທີ່ມີຊີວິດ ແລະ ບັນດາ​ຜູ້ອາວຸໂສ.


ແລ້ວ​ໜຶ່ງ​ໃນ​ບັນດາ​ຜູ້ອາວຸໂສ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຢ່າ​ຮ້ອງໄຫ້! ເບິ່ງ​ແມ, ສິງ​ແຫ່ງ​ເຜົ່າ​ຢູດາ, ຮາກເຫງົ້າ​ຂອງ​ດາວິດ​ຊະນະ​ແລ້ວ. ພຣະອົງ​ສາມາດ​ເປີດ​ໜັງສືມ້ວນ ແລະ ຕາປະທັບ​ທັງ​ເຈັດ​ໄດ້”.


ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ແນມເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ມີ​ຄົນ​ຈໍານວນ​ຫລວງຫລາຍ​ທີ່​ບໍ່​ສາມາດ​ນັບ​ໄດ້, ຈາກ​ທຸກ​ຊາດ, ທຸກ​ຊົນເຜົ່າ, ຄົນ​ທຸກຄົນ ແລະ ທຸກ​ພາສາ, ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ຕໍ່ໜ້າ​ລູກແກະ​ຂອງ​ພຣະເຈົ້າ ພວກເຂົາ​ນຸ່ງ​ເສື້ອຄຸມ​ສີຂາວ ແລະ ຖື​ກ້ານຕານ​ຢູ່​ໃນ​ມື​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka