Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 6:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ເມື່ອ​ພຣະອົງ​ແກະ​ຕາປະທັບ​ດວງ​ທີຫ້າ​ອອກ. ຂ້າພະເຈົ້າ​ເຫັນ​ຢູ່​ໃຕ້​ແທ່ນບູຊາ​ມີ​ຈິດວິນຍານ​ຂອງ​ບັນດາ​ຄົນ​ທັງຫລາຍ​ທີ່​ໄດ້​ຖືກ​ຂ້າ​ເພາະ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ ແລະ ຄຳພະຍານ​ທີ່​ພວກເຂົາ​ໄດ້​ຮັກສາ​ໄວ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ເມື່ອ​ພຣະ​ເມສານ້ອຍ​ໄດ້​ແກະ​ຕາປະທັບ​ດວງ​ທີ​ຫ້າ​ນັ້ນ​ແລ້ວ ຂ້າພະເຈົ້າ​ໄດ້​ເຫັນ​ດວງ​ວິນຍານ​ຢູ່​ໃຕ້​ແທ່ນບູຊາ ເປັນ​ດວງ​ວິນຍານ​ຂອງ​ຄົນ​ທັງຫລາຍ​ທີ່​ໄດ້​ຖືກ​ຂ້າ ເພາະ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ເປັນ​ຜູ້​ສັດຊື່​ໃນ​ຄຳ​ພະຍານ​ຂອງຕົນ.

Uka jalj uñjjattʼäta Copia luraña




ພຣະນິມິດ 6:9
21 Jak'a apnaqawi uñst'ayäwi  

ພວກເຂົາ​ຈະ​ຂັບໄລ່​ພວກເຈົ້າ​ອອກຈາກ​ທຳມະສາລາ, ໃນ​ຄວາມເປັນຈິງ​ແລ້ວ ເວລາ​ກຳລັງ​ຈະ​ມາ​ເຖິງ​ເມື່ອ​ຜູ້​ທີ່​ຂ້າ​ພວກເຈົ້າ​ຈະ​ຄິດ​ວ່າ​ພວກເຂົາ​ກຳລັງ​ຮັບໃຊ້​ພຣະເຈົ້າ​ຢູ່.


ດັ່ງ​ທີ່​ເຮົາ​ໄດ້​ກ່າວ​ແລ້ວ​ວ່າ ພວກເຮົາ​ໝັ້ນໃຈ ແລະ ປາຖະໜາ​ທີ່​ຈະ​ພົ້ນ​ຈາກ​ຮ່າງກາຍ​ນີ້ ແລະ ໄປ​ຢູ່​ບ້ານ​ກັບ​ອົງພຣະຜູ້ເປັນເຈົ້າ.


ເຮົາ​ຍັງ​ລັງເລໃຈ​ຢູ່​ລະຫວ່າງ​ສອງ​ທາງ ເຮົາ​ປາຖະໜາ​ຢາກ​ຈາກ​ໄປ​ແລ້ວ​ຢູ່​ກັບ​ພຣະຄຣິດເຈົ້າ, ເຊິ່ງ​ປະເສີດ​ຫລາຍ​ກວ່າ,


ແຕ່​ເຖິງແມ່ນວ່າ ເຮົາ​ຖືກ​ເທ​ອອກ​ເໝືອນ​ດັ່ງ​ເທ​ເຄື່ອງດື່ມ​ຖວາຍ​ໃສ່​ບ່ອນ​ຖວາຍບູຊາ ແລະ ການຮັບໃຊ້​ທີ່​ມາ​ຈາກ​ຄວາມເຊື່ອ​ຂອງ​ພວກເຈົ້າ, ເຮົາ​ກໍ​ຍັງ​ດີໃຈ ແລະ ຊື່ນຊົມຍິນດີ​ຮ່ວມ​ກັບ​ພວກເຈົ້າ​ທຸກຄົນ.


ດັ່ງນັ້ນ ຢ່າ​ລະອາຍ​ທີ່​ຈະ​ເປັນ​ພະຍານ​ເລື່ອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຫລື ລະອາຍ​ໃນ​ເລື່ອງ​ເຮົາ​ຜູ້​ຖືກ​ຈຳຈອງ​ເພື່ອ​ພຣະອົງ. ແຕ່​ຈົ່ງ​ຮ່ວມ​ທົນທຸກ​ກັບ​ເຮົາ​ເພື່ອ​ຂ່າວປະເສີດ​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ.


ເພາະວ່າ​ເຮົາ​ກຳລັງ​ຖືກ​ເທ​ອອກ​ແລ້ວ​ເໝືອນດັ່ງ​ເຄື່ອງດື່ມ​ບູຊາ ແລະ ເວລາ​ຂອງ​ການຈາກໄປ​ຂອງ​ເຮົາ​ກໍ​ໃກ້​ເຂົ້າ​ມາ​ແລ້ວ.


ມາ​ສູ່​ຄຣິສຕະຈັກ​ຂອງ​ບັນດາ​ລູກກົກ​ຜູ້​ທີ່​ມີ​ຊື່​ບັນທຶກ​ໄວ້​ໃນ​ສະຫວັນ. ພວກເຈົ້າ​ໄດ້​ມາ​ເຖິງ​ພຣະເຈົ້າ​ຜູ້ພິພາກສາ​ມະນຸດ​ທຸກຄົນ, ມາ​ຍັງ​ຈິດວິນຍານ​ຂອງ​ຜູ້ຊອບທຳ​ທີ່​ເຮັດ​ໃຫ້​ສົມບູນ​ແລ້ວ,


ໂຢຮັນ​ໄດ້​ເປັນ​ພະຍານ​ທຸກສິ່ງ​ທີ່​ເພິ່ນ​ໄດ້​ເຫັນ ນັ້ນ​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າ ແລະ ຄຳພະຍານ​ຂອງ​ພຣະເຢຊູຄຣິດເຈົ້າ.


ຂ້າພະເຈົ້າ​ຄື​ໂຢຮັນ ຜູ້​ເປັນ​ພີ່ນ້ອງ ແລະ ເປັນ​ເພື່ອນ​ຂອງ​ພວກເຈົ້າ ຜູ້​ຮ່ວມ​ໃນ​ການທົນທຸກທໍລະມານ ແລະ ໃນ​ອານາຈັກ ແລະ ໃນ​ອົດທົນ​ອົດກັ້ນ​ທີ່​ເກີດຂຶ້ນ​ກັບ​ພວກເຮົາ​ໃນ​ພຣະເຢຊູເຈົ້າ, ຂ້າພະເຈົ້າ​ມາ​ຢູ່​ທີ່​ເກາະ​ປັດໂມ​ເພາະ​ພຣະຄຳ​ຂອງ​ພຣະເຈົ້າ ແລະ ຄຳພະຍານ​ຂອງ​ພຣະເຢຊູເຈົ້າ.


ຍັງ​ມີ​ເທວະດາ​ອີກ​ຕົນ​ໜຶ່ງ​ທີ່​ມີ​ໜ້າທີ່​ກຳກັບ​ໄຟ ກໍ​ໄດ້​ອອກມາ​ຈາກ​ແທ່ນບູຊາ ແລະ ຮ້ອງ​ສຽງ​ດັງ​ບອກ​ເທວະດາ​ຜູ້​ຖື​ກ່ຽວ​ດວງ​ຄົມ​ນັ້ນ​ວ່າ, “ໃຊ້​ກ່ຽວ​ດວງ​ຄົມ​ຂອງ​ທ່ານ​ເກັບກ່ຽວ​ພວງ​ໝາກອະງຸ່ນ​ທີ່​ແຜ່ນດິນ​ໂລກ​ສາ ເພາະ​ໝາກອະງຸ່ນ​ກໍ​ສຸກ​ແລ້ວ”.


ແລະ ຂ້າພະເຈົ້າ​ໄດ້​ຍິນ​ແທ່ນບູຊາ​ຮ້ອງ​ຕອບ​ວ່າ: “ແມ່ນ​ແລ້ວ, ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່ ການພິພາກສາ​ຂອງ​ພຣະອົງ​ກໍ​ເປັນ​ຄວາມ​ຈິງ ແລະ ຍຸຕິທຳ”.


ແລ້ວ​ຂ້າພະເຈົ້າ​ໄດ້​ໝອບລົງ​ທີ່​ຕີນ​ຂອງ​ເທວະດາ​ເພື່ອ​ນະມັດສະການ​ເພິ່ນ. ແຕ່​ເທວະດາ​ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຢ່າ​ເຮັດ​ຢ່າງ​ນີ້! ເຮົາ​ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ກັບ​ທ່ານ ແລະ ຮ່ວມ​ກັບ​ພີ່ນ້ອງ​ຂອງ​ທ່ານ​ທີ່​ຢຶດໝັ້ນ​ໃນ​ຄຳພະຍານ​ເລື່ອງ​ຂອງ​ພຣະເຢຊູເຈົ້າ. ຈົ່ງ​ນະມັດສະການ​ພຣະເຈົ້າ! ເພາະ​ແມ່ນ​ພຣະວິນຍານ​ແຫ່ງ​ການ​ທຳນວາຍ​ທີ່​ເປັນ​ພະຍານ​ເລື່ອງ​ພຣະເຢຊູເຈົ້າ”.


ເຮົາ​ຮູ້​ວ່າ​ເຈົ້າ​ອາໄສ​ຢູ່​ບ່ອນ​ໃດ ຄື​ບ່ອນ​ທີ່​ຊາຕານ​ຄອງ​ບັນລັງ. ແຕ່​ເຈົ້າ​ກໍ​ຍັງ​ສັດຊື່​ຕໍ່​ນາມ​ຂອງ​ເຮົາ. ເຈົ້າ​ບໍ່​ໄດ້​ປະຖິ້ມ​ຄວາມເຊື່ອ​ຂອງ​ເຈົ້າ​ທີ່​ມີ​ໃນ​ເຮົາ, ບໍ່​ວ່າ​ແມ່ນແຕ່​ໃນ​ວັນ​ທີ່​ອັນຕີປາ ຜູ້​ເປັນ​ພະຍານ​ທີ່​ສັດຊື່​ຂອງ​ເຮົາ​ໄດ້​ຖືກ​ຂ້າຕາຍ​ຢູ່​ໃນ​ເມືອງ​ຂອງ​ເຈົ້າ ຄື​ບ່ອນ​ທີ່​ຊາຕານ​ຢູ່.


ຂ້າພະເຈົ້າ​ໄດ້​ເຫັນ​ບັນລັງ​ຕ່າງໆ ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ​ຄື​ບັນດາ​ຜູ້​ໄດ້ຮັບ​ສິດອຳນາດ​ໃຫ້​ພິພາກສາ. ແລະ ຂ້າພະເຈົ້າ​ໄດ້​ເຫັນ​ຈິດວິນຍານ​ຂອງ​ບັນດາ​ຄົນ​ທັງຫລາຍ​ທີ່​ຖືກ​ຕັດຫົວ​ເພາະ​ເປັນ​ພະຍານ​ເລື່ອງ​ພຣະເຢຊູເຈົ້າ ແລະ ເພາະ​ພຣະທຳ​ຂອງ​ພຣະເຈົ້າ. ພວກເຂົາ​ບໍ່​ໄດ້​ຂາບໄຫວ້​ສັດຮ້າຍ ຫລື ຮູບຈຳລອງ​ຂອງ​ມັນ ແລະ ບໍ່​ໄດ້​ຮັບ​ເຄື່ອງໝາຍ​ຂອງ​ມັນ​ໄວ້​ທີ່​ໜ້າຜາກ ຫລື ທີ່​ມື. ພວກເຂົາ​ໄດ້​ກັບ​ຄືນ​ມາ​ມີຊີວິດ ແລະ ຄອບຄອງ​ຮ່ວມ​ກັບ​ພຣະຄຣິດເຈົ້າ​ໜຶ່ງພັນ​ປີ.


ເທວະດາ​ອີກ​ຕົນ​ໜຶ່ງ​ຖື​ໝໍ້​ຄຳ​ໜຶ່ງ​ໜ່ວຍ, ໄດ້​ເຂົ້າ​ມາ ແລະ ຢືນ​ຢູ່​ທີ່​ແທ່ນບູຊາ. ເທວະດາ​ຕົນ​ນັ້ນ​ໄດ້​ຮັບ​ເຄື່ອງຫອມ​ຈຳນວນ​ຫລວງຫລາຍ​ເພື່ອ​ເຜົາ​ຖວາຍ​ເທິງ​ແທ່ນບູຊາ​ທອງຄຳ​ທີ່​ຢູ່​ຕໍ່ໜ້າ​ບັນລັງ​ພ້ອມ​ກັບ​ຄຳ​ອະທິຖານ​ຂອງ​ຄົນ​ຂອງ​ພຣະເຈົ້າ.


ເທວະດາ​ຕົນ​ທີຫົກ​ເປົ່າ​ແກ ແລະ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ມາ​ຈາກ​ເຂົາ​ທັງ​ສີ່​ທີ່​ຢູ່​ແທ່ນບູຊາ​ຄຳ​ທີ່​ຕັ້ງ​ຢູ່​ຕໍ່ໜ້າ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka