Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 6:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ຂ້າພະເຈົ້າ​ໄດ້​ແນມເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ມ້າ​ສີ​ຈືດ​ໂຕ​ໜຶ່ງ! ຜູ້ຂີ່ມ້າ​ນີ້​ຊື່​ວ່າ​ຄວາມຕາຍ, ແລະ ແດນມໍລະນາ​ກໍ​ຕາມຫລັງ​ຜູ້​ນີ້​ມາ​ໃກ້ໆ ທັງ​ສອງ​ໄດ້​ຮັບ​ສິດອຳນາດ​ທີ່​ຈະ​ຂ້າ​ໜຶ່ງ​ໃນ​ສີ່​ຂອງ​ແຜ່ນດິນໂລກ​ດ້ວຍ​ດາບ, ດ້ວຍ​ຄວາມອຶດຢາກ ແລະ ດ້ວຍ​ພະຍາດໂລຄາ ແລະ ດ້ວຍ​ສັດ​ປ່າ​ໃນ​ແຜ່ນດິນໂລກ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ຂ້າພະເຈົ້າ​ຫລຽວ​ເບິ່ງ​ກໍ​ເຫັນ​ມ້າ​ສີ​ຂຽວ​ອ່ອນ​ໂຕໜຶ່ງ​ອອກ​ມາ ຜູ້​ຂີ່​ມ້າ​ໂຕ​ນີ້​ຊື່​ວ່າ ມັດຈຸຣາດ ແລະ​ແດນ​ມໍຣະນາ ກໍ​ຕິດຕາມ​ມາ​ນຳ. ເຂົາ​ທັງສອງ​ໄດ້​ຮັບ​ສິດ​ອຳນາດ​ເໜືອ​ແຜ່ນດິນ​ໂລກ ໜຶ່ງ​ສ່ວນ​ສີ່ ເພື່ອ​ໃຫ້​ທຳລາຍ​ດ້ວຍ​ດາບ ດ້ວຍ​ຄວາມ​ອຶດຢາກ ດ້ວຍ​ພະຍາດ​ໂຣຄາ ແລະ​ດ້ວຍ​ສັດປ່າ​ໃນ​ແຜ່ນດິນ​ໂລກ.

Uka jalj uñjjattʼäta Copia luraña




ພຣະນິມິດ 6:8
26 Jak'a apnaqawi uñst'ayäwi  

ສ່ວນ​ເຈົ້າ, ເມືອງ​ກາເປນາອູມ​ເອີຍ, ເຈົ້າ​ຈະ​ຖືກ​ຍົກຂຶ້ນ​ພຽງ​ຟ້າສະຫວັນ​ບໍ? ບໍ່​ເລີຍ, ເຈົ້າ​ຈະ​ຕ້ອງ​ລົງ​ໄປ​ນະລົກ. ເພາະ​ຖ້າ​ການ​ອັດສະຈັນ​ທີ່​ໄດ້​ສະແດງ​ໃນ​ພວກເຈົ້າ​ໄດ້​ຖືກ​ສະແດງ​ທີ່​ເມືອງ​ໂຊໂດມ​ແລ້ວ, ເມືອງ​ນັ້ນ​ກໍ​ຄົງ​ຍັງ​ຕັ້ງ​ຢູ່​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້.


ປະເທດ​ຕໍ່​ປະເທດ, ອານາຈັກ​ຕໍ່​ອານາຈັກ​ຈະ​ສູ້ຮົບ​ກັນ, ຈະ​ເກີດ​ການອຶດຢາກ​ອາຫານ ແລະ ແຜ່ນດິນໄຫວ​ໃນ​ບ່ອນ​ຕ່າງໆ.


“ໂອ ຄວາມຕາຍ​ເອີຍ, ໄຊຊະນະ​ຂອງ​ມຶງ​ຢູ່ໃສ? ໂອ ຄວາມຕາຍ​ເອີຍ, ໄລພິດ​ຂອງ​ມຶງ​ຢູ່ໃສ?”


ເຮົາ​ເປັນ​ອົງ​ຜູ້​ດຳລົງ​ຊີວິດ​ຢູ່; ເຮົາ​ໄດ້​ຕາຍ​ແລ້ວ ແລະ ບັດນີ້ ເບິ່ງ​ແມ, ເຮົາ​ຍັງ​ມີຊີວິດ​ຢູ່​ຕະຫລອດໄປ​ເປັນນິດ! ແລະ ເຮົາ​ຖື​ກະແຈ​ແຫ່ງ​ຄວາມຕາຍ ແລະ ແດນມໍລະນາ.


ຫາງ​ຂອງ​ພະຍານາກ​ນັ້ນ​ໄດ້​ກວາດ​ໜຶ່ງສ່ວນສາມ​ຂອງ​ດວງດາວ​ໃນ​ທ້ອງຟ້າ ແລະ ແກວ່ງ​ດວງດາວ​ນັ້ນ​ລົງ​ໃສ່​ແຜ່ນດິນໂລກ. ພະຍານາກ​ນັ້ນ​ຢືນ​ຢູ່​ຕໍ່ໜ້າ​ແມ່ຍິງ​ຜູ້​ທີ່​ກຳລັງ​ຈະ​ເກີດ​ລູກ, ເພື່ອ​ວ່າ​ມັນ​ຈະ​ໄດ້​ກິນ​ເດັກນ້ອຍ​ດ້ວຍ​ຄວາມຫິວໂຫຍ​ໃນ​ທັນທີ​ທີ່​ເດັກ​ນັ້ນ​ເກີດ​ມາ.


ແລະ ເທວະດາ​ທັງ​ສີ່​ທີ່​ພຣະເຈົ້າ​ໄດ້​ຕຽມໄວ້​ພ້ອມ​ສຳລັບ​ຊົ່ວໂມງ, ວັນ, ເດືອນ ແລະ ປີ ກໍ​ຖືກ​ປົດປ່ອຍ​ໃຫ້​ໄປ​ຂ້າ​ມະນຸດ​ໜຶ່ງສ່ວນສາມ.


ໜຶ່ງສ່ວນສາມ​ຂອງ​ມະນຸດ​ຖືກ​ຂ້າ​ດ້ວຍ​ໄພພິບັດ​ສາມ​ຢ່າງ​ຄື: ໄຟ, ຄວັນ ແລະ ມາດ​ທີ່​ໄດ້​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ມ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka