Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 6:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ແລ້ວ​ມ້າ​ອີກ​ໂຕ​ໜຶ່ງ​ກໍ​ອອກ​ມາ​ເປັນ​ສີແດງເຂັ້ມ. ຜູ້ຂີ່ມ້າ​ນີ້​ໄດ້​ຮັບ​ລິດອຳນາດ​ທີ່​ຈະ​ນຳ​ສັນຕິສຸກ​ອອກຈາກ​ແຜ່ນດິນໂລກ ແລະ ເຮັດໃຫ້​ມະນຸດ​ຂ້າ​ກັນ. ເພິ່ນ​ໄດ້​ຮັບ​ດາບ​ໃຫຍ່​ດວງ​ໜຶ່ງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ແລະ​ມີ​ມ້າ​ສີແດງເຂັ້ມ​ໂຕໜຶ່ງ​ອີກ​ອອກ​ມາ ຜູ້​ທີ່​ຂີ່​ມ້າ​ໂຕ​ນີ້​ໄດ້​ຮັບ​ຣິດອຳນາດ​ໃຫ້​ນຳ​ສັນຕິສຸກ​ໄປ​ຈາກ​ແຜ່ນດິນ​ໂລກ ເພື່ອ​ໃຫ້​ມະນຸດ​ທັງປວງ​ສູ້ຮົບ ຂ້າ​ຟັນ​ກັນ ແລະ​ທັງ​ໄດ້​ຮັບ​ດາບ​ໃຫຍ່​ດວງ​ໜຶ່ງ.

Uka jalj uñjjattʼäta Copia luraña




ພຣະນິມິດ 6:4
17 Jak'a apnaqawi uñst'ayäwi  

“ຢ່າ​ຄິດ​ວ່າ​ເຮົາ​ມາ​ເພື່ອ​ນຳ​ສັນຕິສຸກ​ມາ​ສູ່​ໂລກ, ເຮົາ​ບໍ່​ໄດ້​ນຳ​ສັນຕິສຸກ​ມາ, ແຕ່​ນຳ​ດາບ​ມາ.


ພວກເຈົ້າ​ຈະ​ໄດ້​ຍິນ​ເຖິງ​ເລື່ອງ​ສົງຄາມ ແລະ ຂ່າວລື​ເລື່ອງ​ການເຮັດສົງຄາມ, ຈົ່ງ​ລະວັງ​ຢ່າ​ຕື່ນຕົກໃຈ. ເຫດການ​ເຫລົ່ານີ້​ຈະ​ຕ້ອງ​ເກີດຂຶ້ນ ແຕ່​ວ່າ​ເວລາ​ສຸດທ້າຍ​ຍັງ​ບໍ່​ມາ​ເຖິງ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ຈະ​ບໍ່​ມີ​ອຳນາດ​ເໜືອ​ເຮົາ ຖ້າ​ເບື້ອງເທິງ​ບໍ່​ມອບ​ໃຫ້​ແກ່​ເຈົ້າ. ເຫດສະນັ້ນ ຜູ້​ທີ່​ໄດ້​ມອບ​ເຮົາ​ໃຫ້​ແກ່​ເຈົ້າ​ກໍ​ມີ​ຄວາມບາບ​ຮ້າຍແຮງ​ກວ່າ”.


ຫລັງຈາກ​ນັ້ນ ກໍ​ມີ​ໝາຍສຳຄັນ​ອີກ​ຢ່າງ​ໜຶ່ງ​ໄດ້​ປາກົດ​ຂຶ້ນ​ໃນ​ສະຫວັນ​ຄື: ພະຍານາກ​ໃຫຍ່​ສີແດງ​ໂຕ​ໜຶ່ງ​ມີ​ເຈັດ​ຫົວ ແລະ ສິບ​ເຂົາ, ທັງ​ເຈັດ​ຫົວ​ສວມ​ມົງກຸດ


“ຖ້າ​ຜູ້ໃດ​ຖືກ​ກຳນົດ​ໃຫ້​ເປັນ​ຊະເລີຍ, ພວກເຂົາ​ກໍ​ຈະ​ຕ້ອງ​ໄປ​ເປັນ​ຊະເລີຍ. ຖ້າ​ຜູ້ໃດ​ຖືກ​ກຳນົດ​ໃຫ້​ຖືກ​ຂ້າ​ດ້ວຍ​ດາບ ພວກເຂົາ​ກໍ​ຈະ​ຕ້ອງ​ຖືກ​ຂ້າ​ດ້ວຍ​ດາບ”. ໃນ​ເລື່ອງ​ນີ້​ບັນດາ​ຄົນ​ຂອງ​ພຣະເຈົ້າ​ຈະ​ຕ້ອງ​ມີ​ຄວາມອົດທົນ ແລະ ຄວາມສັດຊື່.


ແລ້ວ​ເທວະດາ​ຕົນ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ໃນ​ພຣະວິນຍານ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ. ທີ່​ນັ້ນ​ຂ້າພະເຈົ້າ​ໄດ້​ເຫັນ​ແມ່ຍິງ​ຄົນ​ໜຶ່ງ​ນັ່ງ​ຢູ່​ເທິງ​ສັດຮ້າຍ​ສີແດງເຂັ້ມ ເຊິ່ງ​ມີ​ຫລາຍ​ຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ​ເຕັມ​ໄປ​ທັງ​ໂຕ, ມີ​ເຈັດ​ຫົວ ແລະ ສິບ​ເຂົາ.


ຂ້າພະເຈົ້າ​ເຫັນ​ແມ່ຍິງ​ຄົນ​ນັ້ນ​ເມົາ​ດ້ວຍ​ເລືອດ​ຂອງ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ, ເລືອດ​ຂອງ​ບັນດາ​ຜູ້​ທີ່​ເປັນ​ພະຍານ​ເພື່ອ​ພຣະເຢຊູເຈົ້າ. ເມື່ອ​ຂ້າພະເຈົ້າ​ເຫັນ​ນາງ​ແລ້ວ​ກໍ​ປະຫລາດໃຈ​ຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka