Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 6:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ພວກເຂົາ​ຮ້ອງ​ບອກ​ບັນດາ​ພູເຂົາ ແລະ ໂງ່ນຫີນ​ວ່າ, “ຈົ່ງ​ເຈື່ອນລົງ​ເທິງ​ພວກເຮົາ ແລະ ບັງ​ພວກເຮົາ​ໃຫ້​ພົ້ນ​ຈາກ​ໜ້າ​ຂອງ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ແລະ ໃຫ້​ພວກເຮົາ​ພົ້ນ​ຈາກ​ຄວາມໂກດຮ້າຍ​ຂອງ​ລູກແກະ​ຂອງ​ພຣະເຈົ້າ!

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ພວກເຂົາ​ເຫຼົ່ານັ້ນ ຮ້ອງ​ບອກ​ພູ​ແລະ​ໂງ່ນຫີນ​ວ່າ, “ຈົ່ງ​ເຈື່ອນ​ລົງ​ເທິງ​ພວກເຮົາ ແລະ​ບັງ​ພວກເຮົາ​ໄວ້​ໃຫ້​ພົ້ນ​ຈາກ​ສາຍ​ຕາ​ຂອງ​ພຣະອົງ ຜູ້​ທີ່​ນັ່ງ​ເທິງ​ບັນລັງ ແລະ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະ​ເມສານ້ອຍ​ນັ້ນ,

Uka jalj uñjjattʼäta Copia luraña




ພຣະນິມິດ 6:16
21 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ແມ່ນ​ຕາມ​ທີ່​ເຈົ້າ​ເວົ້າ. ແຕ່​ເຮົາ​ບອກ​ພວກເຈົ້າ​ທຸກຄົນ​ວ່າ: ຕັ້ງແຕ່​ນີ້​ໄປ​ພວກເຈົ້າ​ຈະ​ໄດ້​ເຫັນ​ບຸດມະນຸດ​ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່ ແລະ ກຳລັງ​ມາ​ເທິງ​ເມກ​ແຫ່ງ​ສະຫວັນ”.


ພຣະອົງ​ແນມ​ໄປ​ເບິ່ງ​ພວກເຂົາ​ດ້ວຍ​ຄວາມເຄືອງໃຈ ແລະ ເປັນທຸກໃຈ​ທີ່ສຸດ​ທີ່​ພວກເຂົາ​ໃຈ​ແຂງກະດ້າງ. ພຣະອົງ​ຈຶ່ງ​ກ່າວ​ແກ່​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ຢຽດ​ມື​ຂອງ​ເຈົ້າ​ອອກ”. ລາວ​ກໍ​ເຮັດ​ຕາມ ແລະ ມື​ຂອງ​ລາວ​ກໍ​ດີ​ເປັນ​ປົກກະຕິ​ທຸກ​ຢ່າງ.


ເວລາ​ນັ້ນ, “‘ພວກເຂົາ​ຈະ​ກ່າວ​ແກ່​ພູເຂົາ​ທັງຫລາຍ​ວ່າ, “ຈົ່ງ​ເຈື່ອນ​ມາ​ທັບ​ພວກເຮົາ​ສາ!” ແລະ ບອກ​ເນີນພູ​ທັງຫລາຍ​ວ່າ, “ຈົ່ງ​ປົກຄຸມ​ພວກເຮົາ​ໄວ້!”’


ແລະ ເພິ່ນ​ໄດ້​ສາບານ​ໂດຍ​ອ້າງ​ພຣະອົງ​ຜູ້​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ, ຜູ້​ສ້າງ​ຟ້າສະຫວັນ ແລະ ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ, ຜູ້​ສ້າງ​ໂລກ ແລະ ສັບພະທຸກສິ່ງ​ທີ່​ຢູ່​ໃນ​ໂລກ, ທະເລ ແລະ ສັບພະທຸກສິ່ງ​ທີ່​ຢູ່​ໃນ​ທະເລ ແລະ ກ່າວ​ວ່າ, “ຈະ​ບໍ່​ມີ​ການຊັກຊ້າ​ອີກ​ຕໍ່ໄປ​ແລ້ວ!


ມີ​ດາບ​ຄົມ​ອອກມາ​ຈາກ​ປາກ​ຂອງ​ພຣະອົງ ໃຊ້​ດາບ​ນີ້​ຟາດ​ລົງ​ທີ່​ຊົນຊາດ​ທັງຫລາຍ. “ພຣະອົງ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄ້ອນ​ເຫລັກ”. ພຣະອົງ​ຢຽບ​ໃນ​ອ່າງ​ຢຽບ​ອະງຸ່ນ​ແຫ່ງ​ຄວາມໃຈຮ້າຍ​ຂອງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ບັນລັງ​ໃຫຍ່​ສີຂາວ ແລະ ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ປາກົດ ແຜ່ນດິນ​ໂລກ ແລະ ທ້ອງຟ້າ​ກໍ​ໜີ​ໄປ, ແລະ ບໍ່​ມີ​ບ່ອນ​ສຳລັບ​ພວກເຂົາ.


ໃນ​ທັນໃດ​ນັ້ນ ຂ້າພະເຈົ້າ​ກໍ​ຢູ່​ໃນ​ພຣະວິນຍານ ແລະ ຕໍ່ໜ້າ​ຂ້າພະເຈົ້າ​ມີ​ບັນລັງ​ຕັ້ງ​ຢູ່​ໃນ​ສະຫວັນ​ພ້ອມ​ດ້ວຍ​ຜູ້​ໜຶ່ງ​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ.


ມີ​ແສງ​ຟ້າແມບເຫລື້ອມ, ສຽງ​ດັງກ້ອງ ແລະ ສຽງ​ຟ້າຮ້ອງ​ມາ​ຈາກ​ບັນລັງ. ຕໍ່ໜ້າ​ບັນລັງ​ນັ້ນ​ມີ​ຕະກຽງ​ເຈັດ​ອັນ​ຮຸ່ງ​ຢູ່. ສິ່ງ​ເຫລົ່ານີ້​ແມ່ນ​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ.


ເມື່ອ​ສິ່ງທີ່ມີຊີວິດ​ເຫລົ່ານັ້ນ​ໄດ້​ຖວາຍ​ສະຫງ່າລາສີ, ກຽດ ແລະ ຄຳ​ຂອບພຣະຄຸນ​ແກ່​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ແລະ ຜູ້​ດຳລົງ​ຢູ່​ຕະຫລອດ​ເປັນນິດ,


ແລ້ວ​ຂ້າພະເຈົ້າ​ເຫັນ​ໜັງສືມ້ວນ​ໃນ​ມື​ເບື້ອງຂວາ​ຂອງ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ໜັງສືມ້ວນ​ນີ້​ຂຽນ​ໄວ້​ທັງ​ສອງ​ດ້ານ ແລະ ປະທັບ​ດ້ວຍ​ຕາປະທັບ​ເຈັດ​ດວງ.


ພວກເຂົາ​ຮ້ອງ​ສຽງ​ດັງ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ​ອົງເຈົ້ານາຍ, ຜູ້​ບໍລິສຸດ ແລະ ຜູ້​ເປັນ​ຄວາມ​ຈິງ, ອີກ​ດົນປານໃດ​ພຣະອົງ​ຈຶ່ງ​ຈະ​ພິພາກສາ​ບັນດາ​ຄົນ​ທີ່​ອາໄສ​ຢູ່​ໃນ​ແຜ່ນດິນໂລກ ແລະ ແກ້ແຄ້ນ​ແທນ​ເລືອດ​ຂອງ​ພວກຂ້ານ້ອຍ?”


ຕະຫລອດ​ວັນ​ເຫລົ່ານັ້ນ​ຄົນ​ທັງຫລາຍ​ຈະ​ຮ້ອງ​ຫາ​ຄວາມຕາຍ​ແຕ່​ຈະ​ບໍ່​ພົບ​ຄວາມຕາຍ​ນັ້ນ, ພວກເຂົາ​ຢາກ​ຕາຍ​ແຕ່​ຄວາມຕາຍ​ຈະ​ປົບໜີ​ໄປ​ຈາກ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka