ພຣະນິມິດ 6:10 - ພຣະຄຳພີລາວສະບັບສະໄໝໃໝ່10 ພວກເຂົາຮ້ອງສຽງດັງວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າອົງເຈົ້ານາຍ, ຜູ້ບໍລິສຸດ ແລະ ຜູ້ເປັນຄວາມຈິງ, ອີກດົນປານໃດພຣະອົງຈຶ່ງຈະພິພາກສາບັນດາຄົນທີ່ອາໄສຢູ່ໃນແຜ່ນດິນໂລກ ແລະ ແກ້ແຄ້ນແທນເລືອດຂອງພວກຂ້ານ້ອຍ?” Uka jalj uñjjattʼätaພຣະຄຳພີສັກສິ10 ພວກເຂົາໄດ້ເປັ່ງສຽງຮ້ອງຂຶ້ນວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ອົງຊົງຣິດອຳນາດຍິ່ງໃຫຍ່ ຜູ້ບໍຣິສຸດແລະທ່ຽງແທ້, ຍັງດົນປານໃດໜໍ ພຣະອົງຈຶ່ງຈະຕັດສິນລົງໂທດຄົນທັງຫລາຍເທິງແຜ່ນດິນໂລກນີ້ ທີ່ໄດ້ສັງຫານພວກຂ້ານ້ອຍນັ້ນ?” Uka jalj uñjjattʼäta |
ແຕ່ກໍມີພວກຜູ້ທຳນວາຍປອມໃນທ່າມກາງປະຊາຊົນ ເຊັ່ນດຽວກັບທີ່ມີຄູສອນປອມໃນທ່າມກາງພວກເຈົ້າເໝືອນກັນ. ພວກເຂົາຈະລັກນຳເອົາຄຳສອນຜິດທີ່ເຮັດໃຫ້ເສຍຫາຍເຂົ້າມາ, ຈົນເຖິງກັບປະຕິເສດອົງພຣະຜູ້ເປັນເຈົ້າອົງເຈົ້ານາຍຜູ້ໄດ້ໄຖ່ພວກເຂົາ. ເຊິ່ງການກະທຳຢ່າງນີ້ຈະນຳຄວາມຈິບຫາຍມາເຖິງພວກເຂົາເອງຢ່າງໄວວາ.
ບັນດາປະຊາຊາດກໍໂກດຮ້າຍ, ແຕ່ຄວາມໂກດຮ້າຍຂອງພຣະອົງມາເຖິງແລ້ວ. ເວລານັ້ນໄດ້ມາເຖິງແລ້ວສຳລັບພິພາກສາຄົນທີ່ໄດ້ຕາຍແລ້ວ, ແລະ ເພື່ອມອບບຳເໜັດແກ່ບັນດາຜູ້ທຳນວາຍຜູ້ຮັບໃຊ້ຂອງພຣະອົງ ແລະ ແກ່ບັນດາຄົນຂອງພຣະອົງຜູ້ທີ່ຢຳເກງນາມຂອງພຣະອົງ ທັງຜູ້ໃຫຍ່ ແລະ ຜູ້ນ້ອຍ ແລະ ເປັນເວລາສຳລັບການທຳລາຍບັນດາຜູ້ທີ່ທຳລາຍໂລກ”.