Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 5:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ແລະ ພວກເພິ່ນ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ: “ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ໜັງສືມ້ວນ ແລະ ເປີດ​ຕາປະທັບ​ຂອງ​ໜັງສືມ້ວນ​ອອກ, ເພາະ​ພຣະອົງ​ຖືກ​ຂ້າ​ແລ້ວ, ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ​ພຣະອົງ​ໄດ້​ຊື້​ມະນຸດ​ທັງຫລາຍ​ຖວາຍ​ແກ່​ພຣະເຈົ້າ ຈາກ​ທຸກ​ຊົນເຜົ່າ ແລະ ທຸກ​ພາສາ, ທຸກຄົນ ແລະ ທຸກ​ຊົນຊາດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ພວກເຂົາ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ, “ພຣະອົງ​ຊົງ​ເປັນ​ຜູ້​ສົມຄວນ ທີ່​ຈະ​ຮັບ​ເອົາ​ໜັງສື​ມ້ວນ ແລະ ແກະ​ຕາປະທັບ ມາຍ​ໜັງສື​ມ້ວນ​ນັ້ນ ດ້ວຍວ່າ​ພຣະອົງ​ຊົງ​ຖືກ​ຂ້າ​ແລ້ວ ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ໄດ້​ຊົງ​ໄຖ່​ມະນຸດ​ທຸກ​ເຜົ່າ, ທຸກ​ຊາດ, ທຸກ​ພາສາ, ທຸກ​ເຊື້ອຊາດ ແລະ ທຸກ​ປະເທດ​ໃຫ້​ມາ​ເຖິງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ພຣະນິມິດ 5:9
41 Jak'a apnaqawi uñst'ayäwi  

ເໝືອນດັ່ງ​ບຸດມະນຸດ​ບໍ່​ໄດ້​ມາ​ເພື່ອ​ໃຫ້​ຄົນ​ອື່ນ​ຮັບໃຊ້ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ ສະຫລະ​ຊີວິດ​ຂອງ​ພຣະອົງ​ເປັນ​ຄ່າໄຖ່​ເພື່ອ​ຄົນ​ທັງຫລາຍ”.


ນີ້​ຄື​ເລືອດ​ຂອງ​ເຮົາ ເຊິ່ງ​ເປັນ​ເລືອດ​ແຫ່ງ​ພັນທະສັນຍາ ທີ່​ຖອກ​ອອກ​ມາ​ເພື່ອ​ອະໄພ​ຄວາມບາບ​ໃຫ້​ແກ່​ຄົນ​ທັງຫລາຍ.


ຈົ່ງ​ລະວັງ​ທັງ​ພວກທ່ານ​ເອງ ແລະ ຝູງ​ແກະ​ທີ່​ພຣະວິນຍານບໍລິສຸດເຈົ້າ​ຕັ້ງ​ພວກທ່ານ​ໃຫ້​ເປັນ​ຜູ້ປົກຄອງ. ຈົ່ງ​ເປັນ​ຜູ້​ລ້ຽງແກະ​ສຳລັບ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ເຊິ່ງ​ໄຖ່​ມາ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ.


ພວກເຈົ້າ​ຖືກ​ຊື້​ໄວ້​ດ້ວຍ​ລາຄາ​ສູງ. ເຫດສະນັ້ນ ຈົ່ງ​ຖວາຍ​ກຽດ​ແກ່​ພຣະເຈົ້າ​ດ້ວຍ​ຮ່າງກາຍ​ຂອງ​ພວກເຈົ້າ.


ພວກເຈົ້າ​ຖືກ​ຊື້​ໄວ້​ດ້ວຍ​ລາຄາ​ສູງ; ຢ່າ​ກັບ​ໄປ​ເປັນ​ຂ້າທາດ​ຂອງ​ມະນຸດ​ອີກ.


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຮັບ​ການ​ໄຖ່​ດ້ວຍ​ໂລຫິດ​ຂອງ​ພຣະອົງ, ຄື​ໄດ້​ຮັບ​ການ​ອະໄພ​ໂທດ​ບາບ​ຕາມ​ພຣະຄຸນ​ອັນ​ອຸດົມ​ຂອງ​ພຣະເຈົ້າ


ຈົ່ງ​ສົນທະນາ​ກັນ​ດ້ວຍ​ເພງສັນລະເສີນ, ເພງ​ນະມັດສະການ ແລະ ບົດເພງ​ຈາກ​ພຣະວິນຍານ. ຈົ່ງ​ຮ້ອງ ແລະ ບັນເລງ​ເພງ​ຈາກ​ຈິດໃຈ​ຂອງ​ພວກເຈົ້າ​ຖວາຍ​ແກ່​ອົງພຣະຜູ້ເປັນເຈົ້າ,


ໃນ​ພຣະບຸດ​ນີ້​ພວກເຮົາ​ໄດ້​ຮັບ​ການ​ໄຖ່, ຄື​ໄດ້​ຮັບ​ການ​ອະໄພ​ໂທດ​ບາບ.


ຖ້າ​ພວກເຈົ້າ​ດໍາເນີນ​ຕໍ່ໄປ​ໃນ​ຄວາມເຊື່ອ​ຂອງ​ພວກເຈົ້າ ເຊິ່ງ​ໄດ້​ວາງຮາກ​ລົງ​ຢ່າງ​ໝັ້ນຄົງ ແລະ ຖາວອນ​ແລ້ວ ຢ່າ​ໄດ້​ໜີ​ຈາກ​ຄວາມຫວັງ​ທີ່​ມີ​ຢູ່​ໃນ​ຂ່າວປະເສີດ. ນີ້​ແມ່ນ​ຂ່າວປະເສີດ​ທີ່​ພວກເຈົ້າ​ໄດ້​ຍິນ ແລະ ໄດ້​ປະກາດ​ແກ່​ທຸກ​ຊີວິດ​ທີ່​ຢູ່​ໃຕ້​ສະຫວັນ ແລະ ເຮົາ​ຄື​ໂປໂລ​ໄດ້​ກາຍເປັນ​ຜູ້ຮັບໃຊ້.


ຜູ້​ໄດ້​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຮ້າຍ​ທັງໝົດ ແລະ ເພື່ອ​ຊຳລະ​ພວກເຮົາ​ໃຫ້​ບໍລິສຸດ​ໄວ້​ສຳລັບ​ພຣະອົງ ເພື່ອ​ເປັນ​ຄົນ​ຂອງ​ພຣະອົງ​ພຽງ​ຜູ້​ດຽວ ແລະ ເປັນ​ຜູ້​ກະຕືລືລົ້ນ​ທີ່​ຈະ​ເຮັດ​ສິ່ງ​ດີ.


ຄົນ​ທີ່​ເວົ້າ​ຢ່າງ​ນີ້​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ພວກເພິ່ນ​ກຳລັງ​ຊອກຫາ​ບ້ານເມືອງ​ທີ່​ຈະ​ເປັນ​ຂອງ​ຕົນ.


ແຕ່​ກໍ​ມີ​ພວກ​ຜູ້ທຳນວາຍ​ປອມ​ໃນ​ທ່າມກາງ​ປະຊາຊົນ ເຊັ່ນດຽວ​ກັບ​ທີ່​ມີ​ຄູສອນປອມ​ໃນ​ທ່າມກາງ​ພວກເຈົ້າ​ເໝືອນກັນ. ພວກເຂົາ​ຈະ​ລັກ​ນຳ​ເອົາ​ຄຳສອນ​ຜິດ​ທີ່​ເຮັດ​ໃຫ້​ເສຍຫາຍ​ເຂົ້າ​ມາ, ຈົນ​ເຖິງ​ກັບ​ປະຕິເສດ​ອົງພຣະຜູ້ເປັນເຈົ້າ​ອົງເຈົ້ານາຍ​ຜູ້​ໄດ້​ໄຖ່​ພວກເຂົາ. ເຊິ່ງ​ການກະທຳ​ຢ່າງນີ້​ຈະ​ນຳ​ຄວາມຈິບຫາຍ​ມາ​ເຖິງ​ພວກເຂົາ​ເອງ​ຢ່າງ​ໄວວາ.


ແຕ່​ຖ້າ​ພວກເຮົາ​ເດີນ​ຢູ່​ໃນ​ຄວາມສະຫວ່າງ​ເໝືອນດັ່ງ​ພຣະອົງ​ຢູ່​ໃນ​ຄວາມສະຫວ່າງ, ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ດ້ວຍ​ກັນ ແລະ ໂລຫິດ​ຂອງ​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ​ກໍ​ຊຳລະ​ພວກເຮົາ​ຈາກ​ຄວາມບາບ​ທັງໝົດ.


ພຣະອົງ​ເປັນ​ເຄື່ອງບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ພວກເຮົາ​ທັງຫລາຍ ແລະ ບໍ່​ແມ່ນ​ພຽງ​ແຕ່​ເພື່ອ​ບາບ​ຂອງ​ພວກເຮົາ​ເທົ່ານັ້ນ​ແຕ່​ເພື່ອ​ບາບ​ຂອງ​ຄົນ​ທົ່ວ​ໂລກ​ດ້ວຍ.


ແລ້ວ​ມີ​ຜູ້​ບອກ​ຂ້າພະເຈົ້າ​ວ່າ, “ເຈົ້າ​ຕ້ອງ​ທຳນວາຍ​ອີກ​ກ່ຽວກັບ​ຄົນ​ທັງຫລາຍ, ປະຊາຊາດ​ທັງຫລາຍ, ພາສາ​ທັງຫລາຍ ແລະ ບັນດາ​ກະສັດ​ທັງຫລາຍ”.


ຕະຫລອດ​ສາມ​ວັນ​ເຄິ່ງ​ນັ້ນ​ຄົນ​ຈຳນວນໜຶ່ງ​ຈາກ​ທຸກ​ກຸ່ມຄົນ, ທຸກ​ຊົນເຜົ່າ, ທຸກ​ພາສາ ແລະ ທຸກ​ປະເທດ​ຈະ​ມາ​ຈ້ອງເບິ່ງ​ສົບ​ຂອງ​ພວກເພິ່ນ ແລະ ບໍ່​ຍອມ​ໃຫ້​ຝັງ​ສົບ.


ມັນ​ໄດ້​ຮັບ​ອຳນາດ​ທີ່​ຈະ​ສູ້ຮົບ​ກັບ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ຊະນະ​ພວກເຂົາ. ມັນ​ໄດ້​ຮັບ​ສິດອຳນາດ​ເໜືອ​ທຸກ​ຊົນເຜົ່າ, ທຸກຄົນ, ທຸກ​ພາສາ ແລະ ທຸກ​ຊົນຊາດ.


ບັນດາ​ຄົນ​ທີ່​ຢູ່​ໃນ​ແຜ່ນດິນໂລກ​ຈະ​ຂາບໄຫວ້​ສັດຮ້າຍ​ນັ້ນ ຄື​ທຸກຄົນ​ທີ່​ບໍ່​ໄດ້​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ, ລູກແກະ​ຂອງ​ພຣະເຈົ້າ​ຜູ້​ຖືກ​ຂ້າ​ຕາຍ​ຕັ້ງ​ແຕ່​ການ​ສ້າງ​ໂລກ.


ແລ້ວ​ຂ້າພະເຈົ້າ​ກໍ​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ​ກຳລັງ​ບິນ​ຢູ່​ໃນ​ກາງອາກາດ ແລະ ເທວະດາ​ຕົນ​ນັ້ນ​ມີ​ຂ່າວປະເສີດ​ນິລັນດອນ​ເພື່ອ​ປະກາດ​ແກ່​ຜູ້​ທີ່​ດຳເນີນຊີວິດ​ຢູ່​ເທິງ​ແຜ່ນດິນໂລກ, ແກ່​ທຸກ​ຊົນຊາດ, ທຸກ​ຊົນເຜົ່າ, ທຸກ​ພາສາ ແລະ ແກ່​ທຸກໆ​ຄົນ.


ແລະ ໄດ້​ຮ້ອງ​ບົດເພງ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ບົດເພງ​ຂອງ​ລູກແກະ​ຂອງ​ພຣະເຈົ້າ​ວ່າ: “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່, ກິດຈະການ​ຂອງ​ພຣະອົງ​ຍິ່ງໃຫຍ່ ແລະ ອັດສະຈັນ​ຫລາຍ. ຂ້າແດ່​ກະສັດ​ແຫ່ງ​ປະຊາຊາດ​ທັງປວງ, ວິຖີທາງ​ຂອງ​ພຣະອົງ​ກໍ​ຍຸຕິທຳ ແລະ ເປັນ​ຄວາມ​ຈິງ.


ແລ້ວ​ເທວະດາ​ຕົນ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ນ້ຳ​ທັງຫລາຍ​ທີ່​ທ່ານ​ໄດ້​ເຫັນ ບ່ອນ​ທີ່​ຍິງໂສເພນີ​ນັ່ງ​ຢູ່​ນັ້ນ ຄື​ບັນດາ​ປະຊາຊົນ, ມວນຊົນ, ປະຊາຊາດ ແລະ ພາສາ​ຕ່າງໆ.


“ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ສະຫງ່າລາສີ, ກຽດຕິຍົດ ແລະ ລິດອຳນາດ, ເພາະວ່າ​ພຣະອົງ​ໄດ້​ສ້າງ​ທຸກ​ສິ່ງ ແລະ ໂດຍ​ຄວາມ​ປະສົງ​ຂອງ​ພຣະອົງ ສິ່ງ​ເຫລົ່ານີ້​ໄດ້​ຖືກ​ສ້າງ​ຂຶ້ນ ແລະ ດໍາລົງ​ຢູ່”.


ເທວະດາ​ເຫລົ່ານັ້ນ​ໄດ້​ກ່າວ​ດ້ວຍ​ສຽງ​ອັນ​ດັງ​ວ່າ: “ລູກແກະ​ຂອງ​ພຣະເຈົ້າ, ຜູ້​ຖືກ​ຂ້າ, ຜູ້​ສົມຄວນ​ໄດ້​ຮັບ​ລິດອຳນາດ ແລະ ຄວາມ​ຮັ່ງມີ, ສະຕິປັນຍາ ແລະ ກຳລັງ ກຽດຕິຍົດ, ສະຫງ່າລາສີ ແລະ ຄຳສັນລະເສີນ!”


ຫລັງຈາກນັ້ນ ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ລູກແກະ​ຂອງ​ພຣະເຈົ້າ, ເບິ່ງ​ຄື​ວ່າ​ໄດ້​ຖືກ​ຂ້າ​ແລ້ວ ກຳລັງ​ຢືນ​ຢູ່​ໃຈກາງ​ຂອງ​ບັນລັງ, ອ້ອມຮອບ​ດ້ວຍ​ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ. ລູກແກະ​ຂອງ​ພຣະເຈົ້າ​ມີ​ເຂົາ​ເຈັດ​ອັນ ແລະ ມີ​ຕາ​ເຈັດ​ໜ່ວຍ, ເຊິ່ງ​ເປັນ​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ​ທີ່​ໃຊ້​ອອກ​ໄປ​ທົ່ວ​ແຜ່ນດິນໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka