Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 5:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ແລ້ວ​ໜຶ່ງ​ໃນ​ບັນດາ​ຜູ້ອາວຸໂສ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຢ່າ​ຮ້ອງໄຫ້! ເບິ່ງ​ແມ, ສິງ​ແຫ່ງ​ເຜົ່າ​ຢູດາ, ຮາກເຫງົ້າ​ຂອງ​ດາວິດ​ຊະນະ​ແລ້ວ. ພຣະອົງ​ສາມາດ​ເປີດ​ໜັງສືມ້ວນ ແລະ ຕາປະທັບ​ທັງ​ເຈັດ​ໄດ້”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ແລ້ວ​ມີ​ທ່ານ​ຜູ້ໜຶ່ງ​ໃນ​ພວກ​ອາວຸໂສ​ນັ້ນ ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ ເບິ່ງແມ! ສິງ​ຈາກ​ເຜົ່າ​ຢູດາ ໜໍ່ແໜງ​ແຫ່ງ​ເຊື້ອສາຍ​ຂອງ​ດາວິດ ເປັນ​ຜູ້​ມີ​ໄຊຊະນະ​ແລ້ວ ຈຶ່ງ​ສາມາດ​ແກະ​ຕາປະທັບ​ທັງ​ເຈັດ ແລະ​ມາຍ​ໜັງສື​ມ້ວນ​ນັ້ນ​ອອກ​ໄດ້.”

Uka jalj uñjjattʼäta Copia luraña




ພຣະນິມິດ 5:5
25 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຫັນ​ມາ​ກ່າວ​ກັບ​ພວກ​ແມ່ຍິງ​ເຫລົ່ານັ້ນ​ວ່າ, “ລູກສາວ​ແຫ່ງ​ເຢຣູຊາເລັມ​ເອີຍ, ຢ່າ​ຮ້ອງໄຫ້​ເພື່ອ​ເຮົາ​ເລີຍ ຈົ່ງ​ຮ້ອງໄຫ້​ເພື່ອ​ຕົນ​ເອງ ແລະ ບັນດາ​ລູກ​ຂອງ​ພວກເຈົ້າ​ສາ.


ເມື່ອ​ອົງພຣະຜູ້ເປັນເຈົ້າ​ໄດ້​ເຫັນ​ຍິງ​ນັ້ນ, ພຣະອົງ​ກໍ​ສົງສານ​ນາງ​ຫລາຍ ແລະ ກ່າວ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ”.


ໃນ​ເວລາ​ດຽວກັນ​ນັ້ນ ຄົນ​ທັງຫລາຍ​ກໍ​ກຳລັງ​ຮ້ອງໄຫ້ ແລະ ໄວ້ທຸກ​ໃຫ້​ແກ່​ນາງ​ຢູ່​ນັ້ນ, ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢຸດ​ຮ້ອງໄຫ້​ສາ, ລາວ​ຍັງ​ບໍ່​ຕາຍ​ພຽງ​ແຕ່​ນອນຫລັບ​ຢູ່”.


ເທວະດາ​ທັງ​ສອງ​ຕົນ​ນັ້ນ​ໄດ້​ຖາມ​ນາງ​ມາຣີ​ວ່າ, “ນາງ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້?” ນາງ​ມາຣີ​ຕອບ​ວ່າ, “ເພາະ​ພວກເຂົາ​ໄດ້​ເອົາ​ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ​ໄປ​ແລ້ວ ແລະ ຂ້ານ້ອຍ​ບໍ່​ຮູ້ຈັກ​ວ່າ​ພວກເຂົາ​ເອົາ​ພຣະອົງ​ໄປ​ໄວ້​ຢູ່​ໃສ”.


ຂ່າວປະເສີດ​ນັ້ນ​ກ່ຽວກັບ​ພຣະບຸດ​ຂອງ​ພຣະອົງ ຜູ້​ທີ່​ໃນ​ຖານະ​ມະນຸດ ເຊິ່ງ​ເປັນ​ເຊື້ອສາຍ​ຂອງ​ດາວິດ​ຝ່າຍ​ເນື້ອກາຍ,


ແລະ ເອຊາຢາ​ກໍ​ກ່າວ​ອີກ​ວ່າ, “ຮາກ​ຂອງ​ເຢຊີ ຈະ​ປົ່ງ​ຂຶ້ນ​ມາ, ຜູ້​ທີ່​ຈະ​ຂຶ້ນ​ມາ​ເພື່ອ​ປົກຄອງ​ປະຊາຊາດ​ທັງຫລາຍ ຄົນຕ່າງຊາດ​ທັງຫລາຍ​ຈະ​ມີ​ຄວາມຫວັງ​ໃນ​ພຣະອົງ”.


ເພາະ​ເປັນ​ທີ່​ຈະແຈ້ງ​ແລ້ວ​ວ່າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໄດ້​ສືບເຊື້ອສາຍ​ມາ​ຈາກ​ຕະກູນ​ຢູດາ ແລະ ເປັນ​ຕະກຸນ​ທີ່​ໂມເຊ​ບໍ່​ໄດ້​ກ່າວ​ເຖິງ​ເລື່ອງ​ບັນດາ​ປະໂລຫິດ.


ນີ້​ຄື​ການເປີດເຜີຍ​ຈາກ​ພຣະເຢຊູຄຣິດເຈົ້າ, ເຊິ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພຣະອົງ​ເພື່ອ​ສະແດງ​ໃຫ້​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເຫັນ​ສິ່ງ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ໃນ​ບໍ່​ຊ້າ​ນີ້. ພຣະອົງ​ໄດ້​ໃຊ້​ເທວະດາ​ຂອງ​ພຣະອົງ​ໄປ​ສະແດງ​ແກ່​ໂຢຮັນ​ຜູ້ຮັບໃຊ້​ຂອງ​ພຣະອົງ,


“ເຮົາ​ຄື​ເຢຊູ, ເຮົາ​ໄດ້​ໃຊ້​ເທວະດາ​ຂອງ​ເຮົາ​ມາ​ເປັນພະຍານ​ເຖິງ​ສິ່ງ​ເຫລົ່ານີ້​ແກ່​ພວກເຈົ້າ​ເພື່ອ​ຄຣິສຕະຈັກ​ຕ່າງໆ. ເຮົາ​ເປັນ​ຮາກ ແລະ ເປັນ​ເຊື້ອສາຍ​ຂອງ​ດາວິດ ແລະ ເຮົາ​ເປັນ​ດາວ​ຍາມ​ເຊົ້າ​ທີ່​ສົດໃສ”.


ຜູ້ໃດ​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ມີ​ສິດ​ນັ່ງ​ກັບ​ເຮົາ​ຢູ່​ເທິງ​ບັນລັງ​ຂອງ​ເຮົາ ເໝືອນ​ເຮົາ​ໄດ້​ຮັບ​ໄຊຊະນະ ແລະ ໄດ້​ນັ່ງ​ກັບ​ພຣະບິດາເຈົ້າ​ຂອງ​ເຮົາ​ເທິງ​ບັນລັງ​ຂອງ​ພຣະອົງ.


ຜູ້ອາວຸໂສ​ທັງ​ຊາວສີ່​ທ່ານ​ກໍ​ໝອບ​ລົງ​ຕໍ່ໜ້າ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ແລະ ນະມັດສະການ​ພຣະອົງ​ຜູ້​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ. ພວກເພິ່ນ​ວາງ​ມົງກຸດ​ຂອງ​ຕົນ​ລົງ​ຕໍ່ໜ້າ​ບັນລັງ ແລະ ຮ້ອງ​ວ່າ:


ອ້ອມຮອບ​ບັນລັງ​ນັ້ນ​ມີ​ອີກ​ຊາວສີ່​ບັນລັງ ແລະ ມີ​ຜູ້ອາວຸໂສ​ຊາວສີ່​ທ່ານ​ນັ່ງ​ຢູ່​ເທິງ​ບັນລັງ​ເຫລົ່ານັ້ນ. ພວກເພິ່ນ​ນຸ່ງເຄື່ອງ​ຂາວ ແລະ ມີ​ມົງກຸດ​ຄຳ​ຢູ່​ເທິງ​ຫົວ​ຂອງ​ພວກເພິ່ນ.


ຂ້າພະເຈົ້າ​ໄດ້​ແຕ່​ຮ້ອງໄຫ້​ເພາະ​ບໍ່​ພົບ​ຜູ້ໃດ​ທີ່​ສົມຄວນ​ທີ່​ຈະ​ເປີດ​ໜັງສືມ້ວນ​ອອກ ຫລື ເບິ່ງ​ຂ້າງໃນ​ໄດ້.


ຂ້າພະເຈົ້າ​ໄດ້​ແນມເບິ່ງ​ຂະນະ​ທີ່​ລູກແກະ​ຂອງ​ພຣະເຈົ້າ​ແກະ​ຕາປະທັບ​ດວງ​ທຳອິດ​ຕາປະທັບ​ທັງ​ເຈັດ​ອອກ. ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ໜຶ່ງ​ໃນ​ສິ່ງທີ່ມີຊີວິດ​ທັງ​ສີ່​ກ່າວ​ຂຶ້ນ​ດ້ວຍ​ສຽງ​ເໝືອນ​ສຽງຟ້າຮ້ອງ​ວ່າ: “ມາ​ເທາະ!”


ແລ້ວ​ຜູ້ອາວຸໂສ​ທ່ານ​ໜຶ່ງ​ໄດ້​ຖາມ​ຂ້າພະເຈົ້າ​ວ່າ, “ຄົນ​ເຫລົ່ານີ້​ທີ່​ນຸ່ງ​ເສື້ອຄຸມ​ສີຂາວ​ນັ້ນ​ແມ່ນ​ຜູ້ໃດ ແລະ ພວກເຂົາ​ມາ​ຈາກໃສ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka