Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 5:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ສິ່ງທີ່ມີຊີວິດ​ທັງ​ສີ່​ໄດ້​ຮ້ອງ​ວ່າ, “ອາແມນ” ແລະ ບັນດາ​ຜູ້ອາວຸໂສ​ກໍ​ກົ້ມ​ຂາບ​ລົງ ແລະ ນະມັດສະການ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ແລະ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ນັ້ນ ກໍ​ຮ້ອງ​ວ່າ, “ອາແມນ” ແລະ​ພວກ​ຜູ້​ອາວຸໂສ​ເຫຼົ່ານັ້ນ ກໍ​ພາກັນ​ຂາບລົງ​ນະມັດສະການ.

Uka jalj uñjjattʼäta Copia luraña




ພຣະນິມິດ 5:14
9 Jak'a apnaqawi uñst'ayäwi  

ຖ້າ​ບໍ່​ດັ່ງນັ້ນ ເມື່ອ​ພວກເຈົ້າ​ກຳລັງ​ສັນລະເສີນ​ພຣະເຈົ້າ​ດ້ວຍ​ຈິດວິນຍານ, ແລ້ວ​ຄົນ​ອື່ນ​ຜູ້​ທີ່​ຢູ່​ໃນ​ຕຳແໜ່ງ​ຂອງ​ຜູ້​ສອບຖາມ​ນັ້ນ ຈະ​ກ່າວ​ວ່າ “ອາແມນ” ຕໍ່​ຄຳ​ໂມທະນາ​ຂອບພຣະຄຸນ​ຂອງ​ພວກເຈົ້າ​ໄດ້​ຢ່າງໃດ, ເນື່ອງຈາກ​ວ່າ​ພວກເຂົາ​ບໍ່​ເຂົ້າໃຈ​ວ່າ​ພວກເຈົ້າ​ກຳລັງ​ເວົ້າ​ຫຍັງ?


ຜູ້ອາວຸໂສ​ຊາວສີ່​ທ່ານ ແລະ ສິ່ງທີ່ມີຊີວິດ​ທັງ​ສີ່​ກໍ​ກົ້ມລົງ ແລະ ນະມັດສະການ​ພຣະເຈົ້າ ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ. ແລະ ພວກເພິ່ນ​ກ່າວ​ວ່າ: “ອາແມນ, ຮາເລລູຢາ!”


ອ້ອມຮອບ​ບັນລັງ​ນັ້ນ​ມີ​ອີກ​ຊາວສີ່​ບັນລັງ ແລະ ມີ​ຜູ້ອາວຸໂສ​ຊາວສີ່​ທ່ານ​ນັ່ງ​ຢູ່​ເທິງ​ບັນລັງ​ເຫລົ່ານັ້ນ. ພວກເພິ່ນ​ນຸ່ງເຄື່ອງ​ຂາວ ແລະ ມີ​ມົງກຸດ​ຄຳ​ຢູ່​ເທິງ​ຫົວ​ຂອງ​ພວກເພິ່ນ.


ດ້ານໜ້າ​ບັນລັງ​ຍັງ​ມີ​ສິ່ງ​ທີ່​ຄ້າຍຄື​ທະເລ​ແກ້ວ, ໃສ​ເໝືອນ​ແກ້ວ. ໃນ​ບໍລິເວນ​ໃຈກາງ​ອ້ອມຮອບ​ບັນລັງ​ມີ​ສິ່ງທີ່ມີຊີວິດ​ສີ່​ຕົນ ແລະ​ສິ່ງທີ່ມີຊີວິດ​ເຫລົ່ານັ້ນ​ມີ​ຕາ​ເຕັມ​ຢູ່​ທັງ​ດ້ານ​ໜ້າ ແລະ ດ້ານ​ຫລັງ.


ແລ້ວ​ຂ້າພະເຈົ້າ​ໄດ້​ຫລຽວເບິ່ງ ແລະ ໄດ້​ຍິນ​ສຽງ​ຂອງ​ເທວະດາ​ຈໍານວນ​ຫລວງຫລາຍ​ນັບ​ເປັນ​ພັນໆ ແລະ ນັບ​ເປັນ​ໝື່ນ​ໆ. ເທວະດາ​ເຫລົ່ານັ້ນ​ໄດ້​ອ້ອມຮອບ​ບັນລັງ​ກັບ​ສິ່ງທີ່ມີຊີວິດ ແລະ ບັນດາ​ຜູ້ອາວຸໂສ.


ຫລັງຈາກນັ້ນ ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ລູກແກະ​ຂອງ​ພຣະເຈົ້າ, ເບິ່ງ​ຄື​ວ່າ​ໄດ້​ຖືກ​ຂ້າ​ແລ້ວ ກຳລັງ​ຢືນ​ຢູ່​ໃຈກາງ​ຂອງ​ບັນລັງ, ອ້ອມຮອບ​ດ້ວຍ​ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ. ລູກແກະ​ຂອງ​ພຣະເຈົ້າ​ມີ​ເຂົາ​ເຈັດ​ອັນ ແລະ ມີ​ຕາ​ເຈັດ​ໜ່ວຍ, ເຊິ່ງ​ເປັນ​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ​ທີ່​ໃຊ້​ອອກ​ໄປ​ທົ່ວ​ແຜ່ນດິນໂລກ.


ແລະ ເມື່ອ​ພຣະອົງ​ຮັບ​ໜັງສືມ້ວນ​ນັ້ນ​ແລ້ວ, ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ​ທັງ​ຊາວສີ່​ທ່ານ​ກໍ​ກົ້ມ​ຂາບ​ລົງ​ຕໍ່ໜ້າ​ລູກແກະ​ຂອງ​ພຣະເຈົ້າ. ແຕ່​ລະ​ຕົນ​ມີ​ພິນ ແລະ ພວກເພິ່ນ​ໄດ້​ຖື​ຂັນ​ຄຳ​ທີ່​ເຕັມ​ດ້ວຍ​ເຄື່ອງຫອມ, ເຊິ່ງ​ເປັນ​ຄຳອະທິຖານ​ຂອງ​ບັນດາ​ຄົນ​ຂອງ​ພຣະເຈົ້າ.


ໂດຍ​ຮ້ອງ​ວ່າ: “ອາແມນ! ຂໍ​ໃຫ້​ຄຳສັນລະເສີນ ແລະ ສະຫງ່າລາສີ ແລະ ສະຕິປັນຍາ, ຄຳ​ຂອບພຣະຄຸນ ແລະ ກຽດຕິຍົດ ລິດອຳນາດ ແລະ ກຳລັງ ຈົ່ງ​ມີ​ແກ່​ພຣະເຈົ້າ​ຂອງ​ພວກເຮົາ​ຕະຫລອດໄປ​ເປັນນິດ, ອາແມນ!”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka